Skip to content
BibleKenya

Biblica® Open Lao Contemporary Version

ເອຊະຣາ 2

ລາຍຊື່​ຊະເລີຍ​ທີ່​ກັບ​ມາ

(ນມຢ 7:6-73)

ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຂອງ​ຄົນ​ທີ່​ກັບ​ມາ ຫລັງ​ຈາກ​ທີ່​ຖືກ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ກວາດ​ຕ້ອນ​ໄປ​ຍັງ​ບາບີໂລນ (ພວກເຂົາ​ກັບ​ມາ​ບ້ານເກີດ​ຂອງ​ຕົນ​ໃນ​ເຢຣູຊາເລັມ ແລະ ຢູດາຍ, ໂດຍ​ການ​ນໍາ​ພາ​ຂອງ​ເຊຣຸບບາເບນ, ໂຢຊວຍ, ເນເຫມີຢາ, ເສຣາອີຢາ, ເຣເອລາອິຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຮຸມ ແລະ ບາອານາ) ເຊິ່ງ​ມີ​ດັ່ງນີ້:

ຈໍານວນ​ປະຊາຊົນ​ອິດສະຣາເອນ​ໄດ້​ມີ​ດັ່ງນີ້:

ເຊື້ອສາຍ​ຂອງ

ປາຣົດ 2.172 ຄົນ

ເຊຟາຕີຢາ 372 ຄົນ

ອາຣາ 775 ຄົນ

ປາຮາດ ໂມອາບ (ຜ່ານ​ທາງ​ເຊື້ອສາຍ​ຂອງ​ໂຢຊວຍ ແລະ ໂຢອາບ) 2.812 ຄົນ

ເອລາມ 1.254 ຄົນ

ຊັດຕຸ 945 ຄົນ

ຊັກກາຍ 760 ຄົນ

ບານີ 642 ຄົນ

ເບບາຍ 623 ຄົນ

ອາຊະກາດ 1.222 ຄົນ

ອາໂດນີກຳ 666 ຄົນ

ບິກໄຫວ 2.056 ຄົນ

ອາດິນ 454 ຄົນ

ອາເຕ (ຜ່ານທາງ​ເຮເຊກີຢາ) 98 ຄົນ

ເບໄຊ 323 ຄົນ

ໂຢຣາ 112 ຄົນ

ຮາຊຸມ 223 ຄົນ

ກິບບາ 95 ຄົນ

ຊາຍ​ຊາວ

ເບັດເລເຮັມ 123 ຄົນ

ເນໂຕຟາ 56 ຄົນ

ອານາທົດ 128 ຄົນ

ອາຊະມາເວດ 42 ຄົນ

ກີຣີອາດເຢອາຣີມ,1 ເກຟີຣາ ແລະ ເບເອໂຣດ 743 ຄົນ

ຣາມາ ແລະ ເກບາ 621 ຄົນ

ມິກມາດ 122 ຄົນ

ເບັດເອນ ແລະ ອາອີ 223 ຄົນ

ເນໂບ 52 ຄົນ

ມັກບິດ 156 ຄົນ

ເອລາມ​ອີກ​ແຫ່ງ​ອື່ນ 1.254 ຄົນ

ຮາຣິມ 320 ຄົນ

ໂລດ, ຮາດິດ ແລະ ໂອໂນ 725 ຄົນ

ເຢຣິໂກ 345 ຄົນ

ເຊນາຢາ 3.630 ຄົນ

ປະໂລຫິດ​ມີ​ດັ່ງນີ້:

ເຊື້ອສາຍ​ຂອງ

ເຢດາອີຢາ (ຜ່ານ​ທາງ​ຄອບຄົວ​ຂອງ​ເຢຊູອາ) 973 ຄົນ

ອິມເມ 1.052 ຄົນ

ປັດຊູ 1.247 ຄົນ

ຮາຣິມ 1.017 ຄົນ

ຄົນ​ເລວີ​ມີ​ດັ່ງນີ້:

ເຊື້ອສາຍ​ຂອງ

ເຢຊູອາ ແລະ ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) 74 ຄົນ

ນັກ​ດົນຕີ​ມີ​ດັ່ງນີ້:

ເຊື້ອສາຍ​ຂອງ

ອາສັບ 128 ຄົນ

ຄົນ​ເຝົ້າ​ຍາມ​ປະຕູ​ວິຫານ​ມີ​ດັ່ງນີ້:

ເຊື້ອສາຍ​ຂອງ

ຊໍລູມ, ອາເຕ, ຕານໂມນ,

ອັກກຸບ, ຮາຕີຕາ ແລະ ໂຊບາຍ 139 ຄົນ

ຜູ້ຮັບໃຊ້​ໃນ​ວິຫານ​ມີ​ດັ່ງນີ້:

ເຊື້ອສາຍ​ຂອງ

ຊີຮາ, ຮາຊູຟາ, ຕັບບາອົດ,

ເກໂຣ, ຊີອາຮາ, ປາໂດນ,

ເລບານາ, ຮາກາບາ, ອັກກຸບ

ຮາກາບ, ຊານໄມ, ຮານານ,

ກິດເດນ, ກາຮາ, ເຣອາອີຢາ,

ເຣຊິນ, ເນໂກດາ, ກັດຊຳ,

ອຸດຊາ, ປາເສອາ, ເບສາຍ

ອາຊະນາ, ເມອູນິມ, ເນຟີສິມ,

ບັກບຸກ, ຮາກູຟາ, ຮາກຮູ,

ບາຊະລຸດ, ເມຮີດາ, ຮັກຊາ,

ບາກໂກ, ສີເສຣາ, ເຕມາ,

ເນຊີຢາ ແລະ ຮາຕີຟາ.

ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ໂຊໂລໂມນ ມີ​ດັ່ງ​ນີ້:

ເຊື້ອສາຍ​ຂອງ

ໂສໄຕ, ຮາໂສເຟເຣດ, ເປຣູດາ,

ຢາອາລາ, ດາກໂກນ, ກິດເດນ,

ເຊຟາຕີຢາ, ຮັດຕິນ,

ໂປເກເຣດ​ຮັດເຊບາອິມ ແລະ ອາມີ

ບັນດາ​ຜູ້ຮັບໃຊ້​ໃນ​ວິຫານ ແລະ ເຊື້ອສາຍ​ຂອງ​ຜູ້ຮັບໃຊ້​ຂອງ​ໂຊໂລໂມນ​ມີ 392 ຄົນ

ຕໍ່​ໄປ​ນີ້​ແມ່ນ​ກຸ່ມ​ທີ່​ເດີນ​ທາງ​ມາ​ຈາກ​ເມືອງ​ເຕັນເມລາ, ເຕນຮາກຊາ, ເຄຣຸບ, ອັດໂດນ ແລະ ອິມເມ ແຕ່​ພວກເຂົາ​ບໍ່​ມີ​ຫລັກຖານ​ວ່າ​ຄອບຄົວ​ຂອງ​ພວກເຂົາ​ແມ່ນ​ສືບ​ເຊື້ອສາຍ​ມາ​ຈາກ​ອິດສະຣາເອນ​ມີ​ດັ່ງ​ນີ້:

ເຊື້ອສາຍ​ຂອງ

ເດລາອີຢາ, ໂຕບີຢາ ແລະ ເນໂກດາ 652 ຄົນ

ແລະ ຈາກ​ບັນດາ​ປະໂລຫິດ​ມີ​ດັ່ງນີ້:

ເຊື້ອສາຍ​ຂອງ

ໂຮບາອີອາ, ຮັກກົດ ແລະ ບາກຊິນໄລ (ເຊິ່ງ​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ບາກຊິນໄລ ເປັນ​ຊາວ​ກີເລອາດ ແລະ ໄດ້​ຊື່​ຕາມ​ຊື່​ນັ້ນ).

ຄົນ​ເຫລົ່ານີ້​ໄດ້​ຄົ້ນ​ຫາ​ບັນທຶກ​ຄອບຄົວ​ຂອງ​ຕົນ ແຕ່​ພວກເຂົາ​ບໍ່​ສາມາດ​ຄົ້ນ​ພົບ ແລະ ຈຶ່ງ​ບໍ່​ຖືກ​ລວມ​ຢູ່​ໃນ​ກຸ່ມ​ປະໂລຫິດ​ເພາະ​ຖື​ວ່າ​ເປັນ​ມົນທິນ. ຜູ້​ປົກຄອງ​ໄດ້​ສັ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ກິນ​ອາຫານ​ບໍລິສຸດ​ທີ່ສຸດ ຈົນ​ກວ່າ​ຈະ​ມີ​ປະໂລຫິດ​ຖາມ​ເລື່ອງ​ນີ້​ຜ່ານ​ທາງ​ອູຣິມ ແລະ ທູມມິມ.

ຄົນ​ກຸ່ມ​ນີ້​ມີ​ທັງໝົດ 42.360 ຄົນ, ບໍ່​ລວມ​ກັບ​ຄົນ​ຮັບໃຊ້​ຊາຍ​ຍິງ 7.337 ຄົນ; ພວກເຂົາ​ຍັງ​ມີ​ຄະນະ​ນັກຮ້ອງ​ຊາຍ​ຍິງ 200 ຄົນ. ພວກເຂົາ​ມີ​ມ້າ 736 ໂຕ, ມ້າລໍ 245 ໂຕ, ອູດ 435 ໂຕ ແລະ ລາ 6.720 ໂຕ.

ເມື່ອ​ພວກເຂົາ​ມາ​ຮອດ​ວິຫານ​ຂອງ​ພຣະເຈົ້າຢາເວ ໃນ​ເຢຣູຊາເລັມ, ຫົວໜ້າ​ຄອບຄົວ​ບາງຄົນ​ໄດ້​ຖວາຍ​ເຄື່ອງບູຊາ​ຕາມ​ຄວາມ​ສະໝັກ​ໃຈ ເພື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ໃນ​ບ່ອນ​ເດີມ. ແຕ່ລະ​ຄົນ​ໄດ້​ຖວາຍ​ເຂົ້າ​ໃນ​ຄັງ​ເພື່ອ​ວຽກງານ​ນີ້​ຕາມ​ກຳລັງ​ຄວາມ​ສາມາດ ລວມ​ແລ້ວ​ໄດ້​ຄຳ​ໜັກ​ປະມານ 500 ກິໂລກຣາມ2 ກັບ​ເງິນ​ໜັກ​ປະມານ 2,9 ໂຕນ3 ແລະ ເຄື່ອງ​ແຕ່ງ​ກາຍ​ຂອງ​ປະໂລຫິດ 100 ຊຸດ.

ປະໂລຫິດ, ຄົນ​ເລວີ, ນັກດົນຕີ, ຄົນ​ເຝົ້າ​ຍາມ​ປະຕູ​ວິຫານ ແລະ ຜູ້ຮັບໃຊ້​ໃນ​ວິຫານ ໄດ້​ເຂົ້າ​ອາໄສ​ຢູ່​ໃນ​ເມືອງ​ຂອງ​ຕົນ​ພ້ອມ​ກັບ​ປະຊາຊົນ​ອີກ​ຈຳນວນ​ໜຶ່ງ ແລະ ຊາວ​ອິດສະຣາເອນ​ທີ່​ເຫລືອ​ນັ້ນ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ຂອງ​ຕົນ.

Source notes (3)
  1. Footnote ພາສາ​ເຮັບເຣີ​ວ່າ ເມືອງ​ອາຣິມ (ເບິ່ງ ນມຢ 7:29)
  2. Footnote ພາສາ​ເຮັບເຣີ​ວ່າ 61.000 ແດຣກມາ
  3. Footnote ພາສາ​ເຮັບເຣີ​ວ່າ 5.000 ມີນາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.