Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 6

ຄວາມ​ຫາຍະນະ​ຂອງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ

ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ດັ່ງນີ້​ວ່າ: “ບຸດ​ມະນຸດ, ຈົ່ງ​ຫັນ​ໜ້າ​ຂອງ​ເຈົ້າ​ໄປ​ຍັງ​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ; ທຳນວາຍ​ຕໍ່ສູ້​ພູເຂົາ​ເຫລົ່ານັ້ນ ແລະ ຈົ່ງ​ເວົ້າ​ວ່າ: ‘ບັນດາ​ພູເຂົາ​ແຫ່ງ​ອິດສະຣາເອນ, ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ. ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ຕໍ່​ພູເຂົາ​ນ້ອຍ​ທັງຫລາຍ ແລະ ເນີນພູ​ທັງຫລາຍ, ຕໍ່​ຫ້ວຍນ້ຳ ແລະ ຮ່ອມພູ​ທັງຫລາຍ​ດັ່ງນີ້​ວ່າ: ເຮົາ​ກຳລັງ​ຈະ​ນຳ​ເອົາ​ດາບ​ມາ​ຕໍ່ສູ້​ເຈົ້າ ແລະ ເຮົາ​ຈະ​ທຳລາຍ​ແທ່ນບູຊາ​ຢູ່​ເທິງ​ທີ່​ສູງ​ຂອງ​ເຈົ້າ. ແທ່ນບູຊາ​ຂອງ​ເຈົ້າ​ຈະ​ຖືກ​ຮື​ຖິ້ມ ແລະ ແທ່ນ​ເຜົາ​ເຄື່ອງ​ຫອມ​ຂອງ​ເຈົ້າ​ຈະ​ຖືກ​ທຸບ​ໃຫ້ ເຮົາ​ໝຸ່ນ ແລະ ຈະ​ປະຫານ​ຄົນ​ຂອງ​ເຈົ້າ​ຕໍ່ໜ້າ​ຮູບເຄົາລົບ​ທັງຫລາຍ​ຂອງ​ເຈົ້າ. ເຮົາ​ຈະ​ຖິ້ມ​ສົບ​ຂອງ​ຊາວ​ອິດສະຣາເອນ​ໄວ້​ຕໍ່ໜ້າ​ບັນດາ​ຮູບເຄົາລົບ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ກະຈາຍ​ກະດູກ​ຂອງ​ເຈົ້າ​ອ້ອມ​ແທ່ນບູຊາ​ທັງຫລາຍ​ຂອງ​ເຈົ້າ. ບໍ່​ວ່າ​ເຈົ້າ​ຈະ​ອາໄສ​ຢູ່​ບ່ອນ​ໃດ, ເມືອງ​ຕ່າງໆ​ກໍ​ຈະ​ຖືກ​ຖິ້ມ​ໃຫ້​ຮົກຮ້າງ ແລະ ສະຖານ​ບູຊາ​ຢູ່​ເທິງ​ທີ່​ສູງ​ຈະ​ຖືກ​ຮື້​ຖິ້ມ​ລົງ, ແທ່ນບູຊາ​ທັງຫລາຍ​ຂອງ​ເຈົ້າ​ຈະ​ຖືກ​ຖິ້ມ​ໃຫ້​ຮົກຮ້າງ ແລະ ພັງທະລາຍ​ລົງ, ຮູບເຄົາລົບ​ທັງຫລາຍ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ທຳລາຍ ແລະ ຫັກພັງ, ແທ່ນ​ເຜົາ​ເຄື່ອງ​ຫອມ​ທັງຫລາຍ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ພັງ​ລົງ ແລະ ສິ່ງ​ທີ່​ເຈົ້າ​ສ້າງ​ຂຶ້ນ​ມາ​ນັ້ນ​ກໍ​ຈະ​ຖືກ​ກວາດ​ລ້າງ​ອອກ​ໄປ. ຄົນ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ຢູ່​ທ່າມກາງ​ເຈົ້າ ແລະ ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.

“ ‘ແຕ່​ເຮົາ​ຈະ​ໄວ້​ຊີວິດ​ບາງ​ຄົນ, ເພາະ​ຈະ​ມີ​ບາງ​ຄົນ​ໃນ​ພວກເຈົ້າ​ຈະ​ພົ້ນ​ຈາກ​ຄົມ​ດາບ ເມື່ອ​ພວກເຈົ້າ​ຖືກ​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ດິນແດນ ແລະ ຊົນຊາດ​ຕ່າງໆ. ບັນດາ​ຄົນ​ທີ່​ໜີ​ພົ້ນ​ໄປ​ໄດ້​ຈະ​ລະນຶກ​ເຖິງ​ເຮົາ​ໃນ​ທ່າມກາງ​ຊົນຊາດ​ທີ່​ພວກເຂົາ​ຖືກ​ກວາດ​ຕ້ອນ​ໄປ​ເປັນ​ຊະເລີຍ ວ່າ​ເຮົາ​ເສຍໃຈ​ຫລາຍ​ເທົ່າໃດ​ເພາະ​ໃຈ​ຫລິ້ນຊູ້​ຂອງ​ພວກເຂົາ, ເຊິ່ງ​ໄດ້​ຫັນ​ໜີ​ໄປ​ຈາກ​ເຮົາ ແລະ ເພາະ​ຕາ​ຂອງ​ພວກເຂົາ​ທີ່​ກະຫາຍ​ຫາ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຂົາ. ພວກເຂົາ​ຈະ​ກຽດຊັງ​ຕົນ​ເອງ​ເພາະ​ຄວາມ​ຊົ່ວ​ທີ່​ພວກເຂົາ​ໄດ້​ເຮັດ ແລະ ເພາະ​ຄວາມ​ປະພຶດ​ອັນ​ໜ້າ​ລັງກຽດ​ທັງໝົດ​ຂອງ​ຕົນ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ເຮົາ​ບໍ່​ໄດ້​ຂູ່​ພວກເຂົາ​ລ້າໆ​ວ່າ​ຈະ​ນຳ​ເອົາ​ໄພພິບັດ​ມາ​ຍັງ​ພວກເຂົາ.

“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ຕົບ​ມື​ຂອງ​ພວກເຈົ້າ ແລະ ກະທືບ​ຕີນ​ຂອງ​ພວກເຈົ້າ ແລະ ຮ້ອງ​ວ່າ, “ອະນິຈາ!” ເປັນ​ຍ້ອນ​ການ​ກະທຳ​ອັນ​ຊົ່ວ​ຮ້າຍ ແລະ ໜ້າ​ລັງກຽດ​ຂອງ​ຄົນ​ອິດສະຣາເອນ ເພາະ​ພວກເຂົາ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ, ການ​ອຶກຢາກ​ອາຫານ ແລະ ໂລກລະບາດ. ຄົນ​ທີ່​ຢູ່​ໄກ​ອອກ​ໄປ​ຈະ​ຕາຍ​ເພາະ​ໂລກລະບາດ ແລະ ຄົນ​ທີ່​ຢູ່​ໃກ້​ຈະ​ຕາຍ​ດ້ວຍ​ດາບ ແລະ ຄົນ​ທີ່​ລອດ​ຊີວິດ​ຢູ່​ກໍ​ຈະ​ຕາຍ​ເພາະ​ການ​ອຶດຢາກ​ອາຫານ. ເຮົາ​ຈະ​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເທິງ​ພວກເຂົາ​ດັ່ງ​ນີ້​ແຫລະ. ແລະ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ, ເມື່ອ​ຄົນ​ຂອງ​ພວກເຂົາ​ຈະ​ຖືກ​ຂ້າ​ຕາຍ​ຢູ່​ທ່າມກາງ​ຮູບເຄົາລົບ​ທີ່​ຢູ່​ເທິງ​ແທ່ນບູຊາ​ຂອງ​ພວກເຂົາ, ຢູ່​ເທິງ​ພູເຂົາ​ສູງ​ທຸກ​ໜ່ວຍ ແລະ ເທິງ​ຍອດ​ພູເຂົາ​ທຸກ​ແຫ່ງ, ຢູ່​ກ້ອງ​ຕົ້ນໄມ້​ທີ່​ແຜ່​ກິ່ງ​ກ້ານ ແລະ ຕົ້ນໂອກ​ທີ່​ມີ​ໃບ​ດົກ​ທຸກ​ຕົ້ນ ເຊິ່ງ​ເປັນ​ສະຖານທີ່ ທີ່​ພວກເຂົາ​ໄດ້​ເຜົາ​ເຄື່ອງ​ຫອມ​ບູຊາ​ໃຫ້​ແກ່​ຮູບເຄົາລົບ​ທັງໝົດ​ຂອງ​ຕົນ. ເຮົາ​ຈະ​ຍື່ນ​ມື​ອອກ​ຟາດ​ພວກເຂົາ ແລະ ເຮັດ​ໃຫ້​ດິນແດນ​ນັ້ນ​ຫວ່າງເປົ່າ​ຕັ້ງ​ແຕ່​ຖິ່ນແຫ້ງແລ້ງກັນດານ​ໄປ​ຈົນ​ຮອດ​ດິບລາ1 ບໍ່​ວ່າ​ພວກເຂົາ​ອາໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.

Source notes (1)
  1. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ​ວ່າ ຣິບລາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.