Biblica® Open Lao Contemporary Version
ເອເຊກຽນ 5
ມີດແຖແຫ່ງການຕັດສິນຂອງພຣະເຈົ້າ
“ບັດນີ້ ບຸດມະນຸດ, ຈົ່ງເອົາດາບຄົມມາໜຶ່ງດວງ ແລະ ໃຊ້ມັນເປັນເໝືອນມີດແຖຂອງຊ່າງຕັດຜົມ ຈົ່ງແຖຜົມ ແລະ ໜວດຂອງເຈົ້າ. ແລ້ວເອົາຊິງມາຊັ່ງ ແລະ ແບ່ງຜົມອອກເປັນສ່ວນ. ເມື່ອສິ້ນສຸດວັນກຳນົດໃຫ້ອ້ອມເມືອງແລ້ວ ຈົ່ງເຜົາຜົມໜຶ່ງໃນສາມສ່ວນຢູ່ໃນເມືອງນັ້ນ. ຜົມອີກໜຶ່ງໃນສາມນັ້ນ ຈົ່ງໃຊ້ດາບຟັນໃຫ້ກະຈາຍອ້ອມເມືອງ. ອີກໜຶ່ງໃນສາມທີ່ເຫລືອນັ້ນ ຈົ່ງຫວ່ານໄປກັບລົມ. ເພາະເຮົາຈະຊັກດາບອອກມາໄລ່ຕາມພວກເຂົາ. ແຕ່ຈົ່ງເອົາຜົມຈຳນວນໜ້ອຍໜຶ່ງມາ ແລະ ມ້ວນມັນໄວ້ຢູ່ໃນພັບເສື້ອຜ້າຂອງເຈົ້າ. ຢ້ຳອີກເທື່ອໜຶ່ງ, ໃຫ້ເອົາສອງສາມເສັ້ນໃນຈຳນວນຜົມເຫລົ່ານີ້ອອກມາ ແລະ ຖິ້ມມັນລົງໄປໃນໄຟ ແລ້ວຈູດມັນໃຫ້ໝົດ. ໄຟກອງໜຶ່ງຈະລາມຈາກທີ່ນັ້ນມາຍັງອິດສະຣາເອນທັງໝົດ.
“ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ກ່າວດັ່ງນີ້ວ່າ: ນີ້ຄືເຢຣູຊາເລັມ, ເຊິ່ງເຮົາໄດ້ຕັ້ງໄວ້ຢູ່ໃຈກາງຊົນຊາດຕ່າງໆ, ພ້ອມດ້ວຍປະເທດທັງຫລາຍຢູ່ອ້ອມຮອບເຢຣູຊາເລັມນັ້ນ. ແຕ່ໂດຍຄວາມຊົ່ວຮ້າຍ ເຢຣູຊາເລັມໄດ້ກະບົດຕໍ່ກົດບັນຍັດ ແລະ ດຳລັດຂອງເຮົາຫລາຍຂຶ້ນກວ່າຊົນຊາດທັງຫລາຍ ແລະ ປະເທດຕ່າງໆທີ່ຢູ່ອ້ອມຂ້າງ. ເຢຣູຊາເລັມໄດ້ປະຕິເສດກົດບັນຍັດຂອງເຮົາ ແລະ ບໍ່ປະຕິບັດຕາມດຳລັດຂອງເຮົາ.
“ດັ່ງນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຈົ້າດື້ດ້ານຫລາຍກວ່າຊົນຊາດທັງຫລາຍທີ່ຢູ່ອ້ອມຂ້າງເຈົ້າ ແລະ ບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ ຫລື ຮັກສາກົດບັນຍັດຂອງເຮົາ. ເຈົ້າບໍ່ໄດ້ປະຕິບັດຕາມມາດຕະຖານຂອງປະເທດທັງຫລາຍທີ່ຢູ່ອ້ອມຂ້າງເຈົ້າ.
“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງໄດ້ກ່າວດັ່ງນີ້ວ່າ: ເຢຣູຊາເລັມ, ເຮົາເອງຈະເປັນສັດຕູກັບເຈົ້າ ແລະ ຈະລົງໂທດເຈົ້າຕໍ່ໜ້າປະຊາຊາດທັງຫລາຍ. ເພາະຮູບເຄົາລົບອັນໜ້າກຽດຊັງທັງຫລາຍຂອງເຈົ້າ, ເຮົາຈະເຮັດກັບເຈົ້າຢ່າງທີ່ເຮົາບໍ່ເຄີຍເຮັດມາກ່ອນ ແລະ ຈະບໍ່ເຮັດອີກເລີຍ. ເຫດສະນັ້ນ ໃນທ່າມກາງພວກເຈົ້າ ພໍ່ແມ່ຈະກິນລູກຂອງຕົນເອງ ແລະ ລູກຈະກິນພໍ່ແມ່ຂອງຕົນ. ເຮົາຈະລົງໂທດເຈົ້າ ແລະ ຈະເຮັດໃຫ້ຜູ້ທີ່ລອດຊີວິດຢູ່ທັງໝົດນັ້ນກະຈັດກະຈາຍໄປຕາມລົມ. ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງໄດ້ປະກາດດັ່ງນີ້ວ່າ: ຂະນະທີ່ເຮົາດຳລົງຊີວິດຢູ່, ເພາະວ່າເຈົ້າໄດ້ເຮັດໃຫ້ສະຖານນະມັດສະການຂອງເຮົາເປັນມົນທິນດ້ວຍຮູບເຄົາລົບ ແລະ ພິທີກຳອັນໜ້າກຽດຊັງທັງໝົດຂອງເຈົ້າ; ເຮົາເອງຈະແຖເຈົ້າ; ເຮົາຈະບໍ່ຫລຽວເບິ່ງເຈົ້າດ້ວຍຄວາມສົງສານ ຫລື ໄວ້ຊີວິດເຈົ້າຢ່າງແນ່ນອນ. ໜຶ່ງໃນສາມຂອງຄົນຂອງພວກເຈົ້າຈະຕາຍດ້ວຍໂລກລະບາດ ຫລື ການອຶດຢາກອາຫານຢູ່ໃນເຈົ້າ; ອີກໜຶ່ງໃນສາມ ຈະລົ້ມຕາຍດ້ວຍດາບຢູ່ນອກກຳແພງຂອງເຈົ້າ ແລະ ອີກໜຶ່ງໃນສາມ ເຮົາຈະເຮັດໃຫ້ກະຈັດກະຈາຍໄປຕາມລົມ ແລະ ຊັກດາບອອກໄລ່ຕາມ.
“ແລ້ວຄວາມໃຈຮ້າຍຂອງເຮົາກໍຈະຢຸດຕິລົງ ແລະ ຄວາມໂກດຮ້າຍຂອງເຮົາທີ່ມີຕໍ່ພວກເຂົາກໍຈະຫລຸດລົງ ແລະ ເຮົາຈະຫາຍແຄ້ນ ແລະ ເມື່ອເຮົາໄດ້ລະບາຍຄວາມໂກດຮ້າຍຂອງເຮົາໃສ່ພວກເຂົາ, ພວກເຂົາກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ກ່າວໄວ້ດ້ວຍຄວາມກະຕືລືລົ້ນຂອງເຮົາ.
“ເຮົາຈະເຮັດໃຫ້ເຈົ້າເປັນຊາກຫັກພັງ ແລະ ເປັນທີ່ຕຳໜິຕິຕຽນໃນທ່າມກາງປະຊາຊາດທີ່ຢູ່ອ້ອມຂ້າງເຈົ້າ ຕໍ່ໜ້າທຸກຄົນທີ່ຜ່ານໄປມາ. ເຈົ້າຈະເປັນທີ່ຕຳໜິຕິຕຽນ, ເປັນທີ່ຫຍໍ້ຫຍັນ, ເປັນຄຳເຕືອນ ແລະ ເປັນເປົ້າຂອງຄວາມໜ້າຢ້ານກົວຕໍ່ບັນດາປະຊາຊາດທີ່ຢູ່ອ້ອມເຈົ້າ ເມື່ອເຮົາລົງໂທດເຈົ້າດ້ວຍຄວາມໃຈຮ້າຍ ແລະ ດ້ວຍຄວາມໂກດຮ້າຍ ແລະ ດ້ວຍການຕັກເຕືອນອັນເຈັບແສບ. ເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ກ່າວໄວ້. ເມື່ອເຮົາຍິງເຈົ້າດ້ວຍລູກສອນແຫ່ງການອຶດຢາກອາຫານທີ່ຂ້າ ແລະ ທຳລາຍລ້າງ, ເຮົາຈະຍິງລູກສອນເພື່ອທຳລາຍເຈົ້າ. ເຮົາຈະນຳການອຶດຢາກອາຫານທີ່ຮຸນແຮງຂຶ້ນເລື້ອຍໆມາຍັງເຈົ້າ ແລະ ຕັດແຫລ່ງສະບຽງອາຫານຂອງເຈົ້າ. ເຮົາຈະສົ່ງການອຶດຢາກອາຫານ ແລະ ສັດປ່າມາທຳລາຍເຈົ້າ ແລະ ພວກມັນຈະບໍ່ປ່ອຍໃຫ້ບັນດາລູກຂອງເຈົ້າມີຊີວິດຢູ່. ໂລກລະບາດ ແລະ ການນອງເລືອດຈະແຜ່ໄປທົ່ວດິນແດນຂອງເຈົ້າ ແລະ ເຮົາຈະນຳດາບຂອງເຮົາມາສູ້ເຈົ້າ. ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.