Biblica® Open Lao Contemporary Version
ເອເຊກຽນ 4
ສັນຍາລັກຂອງການລ້ອມເຢຣູຊາເລັມ
“ບັດນີ້ ບຸດມະນຸດ, ຈົ່ງເອົາດິນໜຽວແຜ່ນໜຶ່ງມາວາງໄວ້ຕໍ່ໜ້າເຈົ້າ ແລະ ແຕ້ມນະຄອນເຢຣູຊາເລັມລົງເທິງດິນໜຽວນັ້ນ. ແລ້ວຈົ່ງອ້ອມແຜ່ນດິນໜຽວນັ້ນດ້ວຍອຸປະກອນທີ່ໃຊ້ອ້ອມເມືອງ, ປ້ານດິນຂຶ້ນເຮັດຄັນຄູ, ຕັ້ງຄ້າຍພັກຢູ່ໃກ້ເມືອງ ແລະ ວາງເຄື່ອງຕໍ່ສູ້ອ້ອມເມືອງນັ້ນ. ແລ້ວເອົາກະທະເຫລັກມາ, ຕັ້ງໃຫ້ເປັນຄືກຳແພງເຫລັກກັ້ນລະຫວ່າງເຈົ້າກັບເມືອງ ແລະ ຈົ່ງຫັນໜ້າຂອງເຈົ້າເຂົ້າຫາເມືອງ. ເມືອງນັ້ນຈະຕົກຢູ່ໃນການປິດລ້ອມຂອງເຈົ້າ ແລະ ເຈົ້າກໍຈະເປັນຜູ້ປິດລ້ອມເມືອງໄວ້. ນີ້ເປັນໝາຍສຳຄັນແກ່ຄົນອິດສະຣາເອນ.
“ຫລັງຈາກນັ້ນ ຈົ່ງນອນແຄງຂ້າງຊ້າຍຂອງເຈົ້າ ແລະ ແບກຮັບບາບຂອງຄົນອິດສະຣາເອນໄວ້ເທິງເຈົ້າ.1 ເຈົ້າຈະຕ້ອງແບກຮັບບາບຕາມຈຳນວນວັນທີ່ເຈົ້ານອນແຄງ. ເຮົາໄດ້ກຳນົດວັນໃຫ້ເຈົ້າຕາມຈຳນວນປີຂອງຄວາມບາບຂອງພວກເຂົາ. ດັ່ງນັ້ນເຈົ້າຈະແບກຮັບບາບຂອງຄົນອິດສະຣາເອນຢູ່ 390 ວັນ.
“ເມື່ອຄົບກຳນົດແລ້ວ ເຈົ້າຕ້ອງນອນລົງອີກ, ບັດນີ້ ຈົ່ງນອນແຄງຂ້າງຂວາຂອງເຈົ້າ ແລະ ແບກຮັບບາບຂອງຄົນຢູດາ. ເຮົາໄດ້ກຳນົດໄວ້ 40 ວັນສຳລັບເຈົ້າ, ໜຶ່ງວັນສຳລັບໜຶ່ງປີ. ຈົ່ງຫັນໜ້າເຂົ້າຫາເຄື່ອງປິດລ້ອມເຢຣູຊາເລັມ ພ້ອມກັບຈົ່ງຊູແຂນອັນເປົ່າທຳນວາຍຕໍ່ຕ້ານນະຄອນນັ້ນ. ເຮົາຈະເອົາເຊືອກມັດເຈົ້າໄວ້ ເພື່ອເຈົ້າຈະພິກໂຕບໍ່ໄດ້ຈົນກວ່າຈະຄົບກຳນົດວັນປິດລ້ອມເມືອງຂອງເຈົ້າ.
“ຈົ່ງເອົາເຂົ້າຫວີດ, ເຂົ້າບາເລ, ຖົ່ວ ແລະ ຖົ່ວແດງ, ເຂົ້າຟາງ ແລະ ເຂົ້າສະແປວເກັບໄວ້ໃນໄຫເພື່ອໃຊ້ເຮັດເຂົ້າຈີ່ສຳລັບຕົນເອງ. ເຈົ້າຈະຕ້ອງກິນເຂົ້າຈີ່ນັ້ນຕະຫລອດ 390 ວັນທີ່ເຈົ້ານອນແຄງຢູ່ນັ້ນ. ຈົ່ງຊັ່ງເອົາອາຫານອອກມາວັນລະປະມານ 20 ເຊເຂວ2 ແລະ ກິນອາຫານນີ້ຕາມມື້ທີ່ກຳນົດໃນແຕ່ລະວັນ. ແລະ ຈົ່ງຕວງເອົານ້ຳອອກມາໜຶ່ງສ່ວນສາມຂອງຮິນ3 ແລະ ດື່ມນ້ຳນັ້ນຕາມເວລາທີ່ກຳນົດ. ຈົ່ງກິນອາຫານນີ້ເໝືອນທີ່ເຈົ້າກິນເຈົ້າຈີ່ທີ່ເຮັດດ້ວຍເຂົ້າບາເລ; ຈົ່ງປີ້ງເຈົ້າຈີ່ກິນຕໍ່ໜ້າຄົນທັງຫລາຍ, ໂດຍໃຊ້ອາຈົມຂອງມະນຸດເປັນເຊື້ອໄຟ”. ພຣະເຈົ້າຢາເວກ່າວວ່າ, “ຊົນຊາດອິດສະຣາເອນຈະກິນອາຫານທີ່ເປັນມົນທິນຢ່າງນີ້ທ່າມກາງປະຊາຊາດທັງຫລາຍ ບ່ອນທີ່ເຮົາຈະຂັບໄລ່ພວກເຂົາໄປນັ້ນ”.
ແລ້ວຂ້າພະເຈົ້າຈຶ່ງໄດ້ເວົ້າວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ! ຂ້ານ້ອຍບໍ່ເຄີຍປ່ອຍໂຕໃຫ້ເປັນມົນທິນເລີຍ ຕັ້ງແຕ່ເປັນໜຸ່ມມາຈົນເຖິງບັດນີ້ ຂ້ານ້ອຍບໍ່ເຄີຍກິນສັດໃດທີ່ຕາຍເອງ ຫລື ສັດທີ່ຖືກສັດປ່າກັດຕາຍ. ບໍ່ເຄີຍມີຊີ້ນສັດທີ່ເປັນມົນທິນຈະໄດ້ເຂົ້າປາກຂ້ານ້ອຍເລີຍ”.
ພຣະອົງໄດ້ເວົ້າວ່າ, “ດີແລ້ວ, ເຮົາຈະອະນຸຍາດໃຫ້ເຈົ້າປີ້ງເຂົ້າຈີ່ໂດຍໃຊ້ຂີ້ງົວແທນຖ່ານ”.
ແລ້ວພຣະອົງກໍໄດ້ເວົ້າກັບຂ້າພະເຈົ້າວ່າ: “ບຸດມະນຸດ, ເຮົາຈະຕັດແຫລ່ງສະບຽງອາຫານໃນເຢຣູຊາເລັມ. ຄົນທັງຫລາຍຈະກິນອາຫານທີ່ປັນເປັນສ່ວນດ້ວຍຄວາມຕົກໃຈ ແລະ ດື່ມນ້ຳທີ່ປັນເປັນສ່ວນດ້ວຍຄວາມສິ້ນຫວັງ. ເພາະອາຫານ ແລະ ນ້ຳຈະຫາຍາກ. ພວກເຂົາຈະເບິ່ງຕາກັນດ້ວຍຄວາມຕົກໃຈ ແລະ ຈະຊຸດໂຊມໄປເພາະ4ບາບຂອງຕົນ.
Source notes (4)
- Footnote ຫລື ຂ້າງໂຕເຈົ້າ
- Footnote ພາສາເຮັບເຣີວ່າ 230 ກຣາມ
- Footnote ຫລື ປະມານ 0,6 ລິດ
- Footnote ຫລື ໃນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.