Biblica® Open Lao Contemporary Version
ເອເຊກຽນ 7
ຈຸດຈົບມາເຖິງແລ້ວ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າດັ່ງນີ້ວ່າ: “ບຸດມະນຸດ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວແກ່ດິນແດນອິດສະຣາເອນດັ່ງນີ້ວ່າ:
“ ‘ຈຸດຈົບ! ຈຸດຈົບມາເຖິງແລ້ວ
ມາເຖິງສີ່ມຸມຂອງແຜ່ນດິນແລ້ວ!
ວາລະສຸດທ້າຍມາເຖິງເຈົ້າແລ້ວ
ແລະ ເຮົາຈະລະບາຍຄວາມໃຈຮ້າຍລົງໃສ່ເຈົ້າ.
ເຮົາຈະພິພາກສາເຈົ້າຕາມຄວາມປະພຶດຂອງເຈົ້າ
ແລະ ຈະຕອບແທນການກະທຳອັນໜ້າກຽດຊັງທັງໝົດຂອງເຈົ້າ.
ເຮົາຈະບໍ່ຫລຽວເບິ່ງເຈົ້າດ້ວຍຄວາມສົງສານ;
ຫລື ໄວ້ຊີວິດເຈົ້າ.
ເຮົາຈະຕອບແທນເຈົ້າໃຫ້ສົມກັບຄວາມປະພຶດຂອງເຈົ້າ
ແລະ ການກະທຳອັນໜ້າກຽດຊັງໃນທ່າມກາງພວກເຈົ້າຢ່າງແນ່ນອນ.
ແລ້ວເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’.
“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ໄພພິບັດ! ໄພພິບັດຢ່າງທີ່ບໍ່ເຄີຍໄດ້ຍິນມາກ່ອນ1!
ເບິ່ງແມ, ມັນຈະມາເຖິງ!
ຈຸດຈົບມາເຖິງແລ້ວ!
ຈຸດຈົບມາເຖິງແລ້ວ!
ມັນກໍ່ໂຕຂຶ້ນມາທຳຮ້າຍເຈົ້າ
ເບິ່ງແມ, ມັນມາເຖິງແລ້ວ!
ຄວາມພິນາດມາເໜືອເຈົ້າ
ເໜືອເຈົ້າຜູ້ອາໄສຢູ່ໃນດິນແດນ.
ເຖິງເວລາແລ້ວ! ວັນນັ້ນໃກ້ເຂົ້າມາແລ້ວ!
ເທິງພູເຂົາທັງຫລາຍຈະມີແຕ່ຄວາມສັບສົນວຸ້ນວາຍ, ບໍ່ແມ່ນຄວາມຊື່ນຊົມຍິນດີ.
ເຮົາກຳລັງຈະລະບາຍຄວາມໂກດຮ້າຍຂອງເຮົາລົງໃສ່ເຈົ້າ
ແລະ ລະບາຍຄວາມໃຈຮ້າຍຂອງເຮົາຕໍ່ເຈົ້າ.
ເຮົາຈະພິພາກສາເຈົ້າຕາມການກະທຳຂອງເຈົ້າ
ແລະ ຈະຕອບແທນເຈົ້າໃຫ້ສົມກັບການກະທຳອັນໜ້າກຽດຊັງທັງໝົດຂອງເຈົ້າ.
ເຮົາຈະບໍ່ຫລຽວເບິ່ງເຈົ້າດ້ວຍຄວາມສົງສານ
ຫລື ໄວ້ຊີວິດເຈົ້າ.
ເຮົາຈະຕອບແທນເຈົ້າໃຫ້ສົມກັບຄວາມປະພຶດຂອງເຈົ້າ
ແລະ ການກະທຳອັນໜ້າກຽດຊັງໃນທ່າມກາງພວກເຈົ້າ.
ເມື່ອນັ້ນເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວນີ້ແຫລະ ທີ່ຟາດພວກເຈົ້າ.
“ ‘ເບິ່ງແມ, ວັນນັ້ນມາເຖິງແລ້ວ!
ເບິ່ງແມ, ມັນມາເຖິງແລ້ວ!
ຄວາມຫາຍະນະພຸ່ງຂຶ້ນແລ້ວ,
ໄມ້ແສ້ໄດ້ອອກດອກແລ້ວ,
ຄວາມຈອງຫອງກໍເບັ່ງບານ!
ຄວາມທາລຸນກໍເຕີບໂຕ
ເປັນ2ໄມ້ແສ້ເພື່ອລົງໂທດຄວາມຊົ່ວຮ້າຍ.
ບໍ່ມີຜູ້ໃດໃນຊົນຊາດນັ້ນ,
ບໍ່ມີຈັກຄົນໃນຝູງຊົນນັ້ນ
ບໍ່ມີຊັບສົມບັດ,
ຫລື ສິ່ງມີຄ່າເຫລືອຢູ່ເລີຍ.
ເວລານັ້ນມາເຖິງແລ້ວ!
ວັນນັ້ນມາເຖິງແລ້ວ!
ຢ່າໃຫ້ຜູ້ຊື້ດີໃຈ
ຢ່າໃຫ້ຜູ້ຂາຍໂສກເສົ້າ
ເພາະຄວາມໂກດຮ້າຍຂອງເຮົາແມ່ນຢູ່ເໜືອຝູງຊົນທັງໝົດ.
ຜູ້ຂາຍຈະບໍ່ໄດ້ຮັບທີ່ດິນ
ທີ່ຂາຍໄປນັ້ນກັບຄືນມາເປັນຂອງຕົນ
ຕາບໃດທີ່ຜູ້ຊື້ ແລະ ຜູ້ຂາຍຍັງມີຊີວິດຢູ່.
ເພາະນິມິດກ່ຽວກັບຝູງຊົນທັງໝົດ
ຈະບໍ່ປັ່ນປ່ວນ.
ເພາະຄວາມບາບທັງຫລາຍຂອງພວກເຂົາ ຈຶ່ງບໍ່ມີຜູ້ໃດໃນພວກເຂົາ
ຈະຮັກສາຊີວິດຂອງຕົນໄວ້ໄດ້.
“ ‘ພວກເຂົາໄດ້ເປົ່າແກ,
ພວກເຂົາໄດ້ຕຽມທຸກສິ່ງໄວ້ພ້ອມ,
ແຕ່ກໍຈະບໍ່ມີຜູ້ໃດອອກຮົບເລີຍ.
ເພາະຄວາມໂກດຮ້າຍຂອງເຮົາແມ່ນຕົກໃສ່ຝູງຊົນທັງໝົດ.
ທາງນອກແມ່ນສົງຄາມ;
ທາງໃນແມ່ນໂລກລະບາດ ແລະ ການອຶດຢາດອາຫານ.
ຜູ້ທີ່ຢູ່ໃນບ້ານນອກ
ກໍຈະຕາຍເພາະສົງຄາມ
ສ່ວນຜູ້ທີ່ຢູ່ໃນເມືອງ
ກໍຈະຖືກກືນກິນເພາະການອຶດຢາກອາຫານ ແລະ ໂລກລະບາດ.
ຄົນທັງປວງທີ່ໜີລອດຊີວິດໄປໄດ້
ຈະໜີໄປຢູ່ຕາມພູເຂົາຕ່າງໆ.
ເໝືອນນົກເຂົາທີ່ຢູ່ຕາມຮ່ອມພູ
ພວກມັນຈະຮ້ອງຄວນຄາງ
ເພາະຄວາມບາບຂອງຕົນ.
ມືທຸກມືຈະອ່ອນເພຍເປ້ຍລ່ອຍ
ແລະ ຂາທຸກຂາຈະອ່ອນປຽກເໝືອນກັບນ້ຳ.
ພວກເຂົາຈະສວມໃສ່ຜ້າກະສອບ
ແລະ ນຸ່ງຫົ່ມດ້ວຍຄວາມສະທ້ານຢ້ານກົວ.
ທຸກໃບໜ້າຈະຖືກປິດດ້ວຍຄວາມອັບອາຍ,
ແລະ ທຸກຫົວຈະຖືກແຖ.
“ ‘ພວກເຂົາຈະໂຍນເງິນຂອງພວກເຂົາຖິ້ມຕາມຖະໜົນ
ແລະ ຄຳຂອງພວກເຂົາກໍຈະມີຄ່າເທົ່າກັບສິ່ງເປື້ອນເປິ.
ເງິນ ແລະ ຄຳຂອງພວກເຂົາ
ຈະບໍ່ສາມາດປົດປ່ອຍພວກເຂົາໃຫ້ພົ້ນໄດ້
ໃນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ.
ມັນຈະບໍ່ຊ່ວຍບັນເທົາຄວາມຫິວຂອງພວກເຂົາ
ຫລື ຊ່ວຍພວກເຂົາໃຫ້ທ້ອງອິ່ມ,
ເພາະມັນເຮັດໃຫ້ພວກເຂົາສະດຸດລົ້ມລົງຢູ່ໃນຄວາມບາບ.
ພວກເຂົາພູມໃຈໃນເພັດພອຍອັນງົດງາມຂອງຕົນ
ແລະ ໃຊ້ມັນເຮັດຮູບເຄົາລົບອັນໜ້າກຽດຊັງສຳລັບຕົນ.
ພວກເຂົາໃຊ້ມັນເຮັດຮູບເຄົາລົບອັນຊົ່ວຊ້າ;
ດັ່ງນັ້ນ ເຮົາຈະປ່ຽນສິ່ງເຫລົ່ານີ້ໃຫ້ກາຍເປັນສິ່ງທີ່ເປັນມົນທິນສຳລັບພວກເຂົາ.
ເຮົາຈະມອບຄວາມຮັ່ງມີຂອງພວກເຂົາໃຫ້ເປັນຂອງປຸ້ນແກ່ຄົນຕ່າງຊາດ.
ໃຫ້ເປັນຂອງຊະເລີຍແກ່ຄົນຊົ່ວຮ້າຍໃນໂລກນີ້,
ຜູ້ທີ່ຈະເຮັດໃຫ້ມັນເປັນມົນທິນ.
ເຮົາຈະຫັນໜ້າໜີໄປຈາກປະຊາຊົນທັງຫລາຍ,
ແລະ ໂຈນຈະທຳລາຍບ່ອນທີ່ເຮົາຮັກ.
ພວກມັນຈະເຂົ້າມາ
ແລະ ຈະເຮັດໃຫ້ທີ່ນັ້ນເປັນມົນທິນ.
“ ‘ຈົ່ງຕຽມໂສ້!
ເພາະແຜ່ນດິນແມ່ນເຕັມດ້ວຍການນອງເລືອດ,
ແລະ ເມືອງນີ້ກໍເຕັມໄປດ້ວຍຄວາມໂຫດຮ້າຍທາລຸນ.
ເຮົາຈະນຳປະຊາຊາດທີ່ຊົ່ວຮ້າຍທີ່ສຸດ
ມາຄອບຄອງບ້ານເຮືອນຂອງພວກເຂົາ.
ເຮົາຈະຢຸດຕິຄວາມຈອງຫອງຂອງຜູ້ມີອຳນາດ,
ແລະ ສະຖານນະມັດສະການຂອງພວກເຂົາຈະຖືກເຮັດໃຫ້ເປັນມົນທິນ.
ເມື່ອຄວາມສະທ້ານຢ້ານກົວມາເຖິງ
ພວກເຂົາກໍຈະສະແຫວງຫາສັນຕິພາບ ແຕ່ກໍໄຮ້ປະໂຫຍດ.
ຄວາມຫາຍະນະເຂົ້າມາແລ້ວເຂົ້າມາອີກ,
ແລະ ມີຂ່າວລືແລ້ວຂ່າວລືອີກ.
ພວກເຂົາຈະພະຍາຍາມຫານິມິດຈາກຜູ້ທໍານວາຍ,
ຄຳສອນຂອງປະໂລຫິດຈາກກົດບັນຍັດຈະໝົດໄປ,
ຄຳປຶກສາຂອງບັນດາຜູ້ອາວຸໂສຈະສູນສິ້ນໄປ.
ກະສັດຈະຄ່ຳຄວນ,
ເຈົ້ານາຍຈະຫົ່ມກາຍດ້ວຍຄວາມສິ້ນຫວັງ,
ແລະ ມືຂອງປະຊາຊົນຂອງແຜ່ນດິນນີ້ຈະສັ່ນເຊັນ.
ເຮົາຈະຈັດການກັບພວກເຂົາຕາມຄວາມປະພຶດຂອງພວກເຂົາ,
ແລະ ເຮົາຈະພິພາກສາພວກເຂົາຕາມມາດຕະຖານຂອງພວກເຂົາ.
ເມື່ອນັ້ນພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
Source notes (2)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີບາງສະບັບວ່າ ໄພພິບັດຊ້ອນໄພພິບັດ
- Footnote ຫລື ຜູ້ທາລຸນໄດ້ກາຍເປັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.