Biblica® Open Lao Contemporary Version
ເອເຊກຽນ 45
ອິດສະຣາເອນໄດ້ຮັບການຟື້ນຟູຢ່າງສົມບູນ
“ ‘ເມື່ອເຈົ້າແບ່ງດິນແດນກຳມະສິດ ເຈົ້າຈົ່ງຖວາຍທີ່ດິນສ່ວນໜຶ່ງໃຫ້ແກ່ພຣະເຈົ້າຢາເວ ເປັນເຂດສັກສິດ ທີ່ມີຄວາມຍາວ 25.000 ສອກ1 ແລະ ກວ້າງ 20.000 ສອກ;2 ທັງເຂດແດນນັ້ນຈະເປັນບ່ອນບໍລິສຸດ. ໃນບໍລິເວນນີ້ ໃຫ້ມີເນື້ອທີ່ສີ່ຫລ່ຽມມົນທົນ ຄວາມກວ້າງ ແລະ ຍາວແມ່ນດ້ານລະ 500 ສອກ,3 ເພື່ອເປັນສະຖານນະມັດສະການ ແລະ ມີບ່ອນຫວ່າງອ້ອມຮອບເປັນໄລຍະ 50 ສອກ.4 ໃນເຂດສັກສິດນີ້ ຈົ່ງແທກບ່ອນທີ່ແບ່ງອອກມາໃຫ້ໄດ້ຂະໜາດຂອງຄວາມຍາວ 25.000 ສອກ ແລະ ຄວາມກວ້າງ 10.000 ສອກ.5 ໃນບໍລິເວນນີ້ຈະເປັນສະຖານນະມັດສະການ, ເປັນບ່ອນທີ່ສັກສິດທີ່ສຸດ. ຈະເປັນເຂດແດນທີ່ບໍລິສຸດສຳລັບບັນດາປະໂລຫິດ ຜູ້ປະຕິບັດໜ້າທີ່ໃນສະຖານນະມັດສະການ ແລະ ເຂົ້າຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຢາເວ. ໃຊ້ເປັນບ່ອນສຳລັບເຮືອນຂອງບັນດາປະໂລຫິດ ແລະ ເປັນບ່ອນທີ່ສັກສິດຂອງສະຖານນະມັດສະການ. ອີກສ່ວນໜຶ່ງທີ່ມີຄວາມຍາວ 25.000 ສອກ ແລະ ກວ້າງ 10.000 ສອກ ຈະເປັນຂອງຄົນເລວີ ຜູ້ທີ່ຮັບໃຊ້ໃນວິຫານ ມອບໃຫ້ເປັນກຳມະສິດຂອງພວກເຂົາເພື່ອສ້າງບ້ານເມືອງທີ່ຈະອາໄສຢູ່.6
“ ‘ເຈົ້າຈົ່ງມອບທີ່ດິນກວ້າງ 5.000 ສອກ7 ຍາວ 25.000 ສອກ ຕໍ່ຈາກເຂດສັກສິດໃຫ້ເປັນສ່ວນຂອງເມືອງນັ້ນ; ບ່ອນນີ້ຈະເປັນຂອງຊົນຊາດອິດສະຣາເອນທັງໝົດ.
“ ‘ທີ່ດິນແຕ່ລະຂ້າງຂອງເນື້ອທີ່ຂອງເຂດສັກສິດ ແລະ ຊັບສົມບັດຂອງເມືອງແມ່ນມອບໃຫ້ເປັນຂອງເຈົ້ານາຍ. ອອກໄປທາງທິດຕາເວັນຕົກຈາກຟາກຕາເວັນຕົກ ແລະ ທາງທິດຕາເວັນອອກຈາກຟາກຕາເວັນອອກ, ໄປຕາມຄວາມຍາວຂອງເຂດແດນທາງທິດຕາເວັນຕົກຫາທາງທິດຕາເວັນອອກ ທຽບເທົ່າກັບສ່ວນທີ່ມອບໃຫ້ຕະກຸນໜຶ່ງ. ທີ່ດິນນີ້ຈະເປັນກຳມະສິດຂອງເຈົ້ານາຍໃນອິດສະຣາເອນ ແລະ ເຈົ້ານາຍເຫລົ່ານັ້ນຈະໄດ້ບໍ່ກົດຂີ່ຂົ່ມເຫັງປະຊາຊົນຂອງເຮົາອີກຕໍ່ໄປ ແຕ່ຈະຍອມໃຫ້ຊົນຊາດອິດສະຣາເອນຄອບຄອງດິນແດນຕາມຕະກຸນຕ່າງໆຂອງພວກເຂົາ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຈົ້ານາຍທັງຫລາຍຂອງອິດສະຣາເອນ, ພວກເຈົ້າເຮັດເກີນໄປແລ້ວ! ຈົ່ງຢຸດຄວາມຮຸນແຮງ ແລະ ກົດຂີ່ຂົ່ມເຫັງຂອງເຈົ້າ ແລະ ຈົ່ງເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ. ຢຸດຂັບໄລ່ປະຊາຊົນຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ພວກເຈົ້າຈົ່ງໃຊ້ເຄື່ອງຊັ່ງທີ່ຖືກຕ້ອງ, ເອຟາ ແລະ ບາດທີ່ຖືກຕ້ອງ.8 ເອຟາຈະເທົ່າກັບບາດ ຄືເອຟາ ແລະ ບາດແມ່ນເທົ່າກັບໜຶ່ງໃນສິບໂຮເມ, ໂຮເມເປັນໜ່ວຍມາດຕະຖານຂອງການຜອງທັງຂອງແຫ້ງ ແລະ ຂອງແຫລວ. 1 ເຊເຂວ9 ເທົ່າກັບ 20 ເກຣາ ແລະ 60 ເຊເຂວເທົ່າກັບ 1 ມິນາ.10
“ ‘ຂອງຖວາຍພິເສດທີ່ພວກເຈົ້າຈະຕ້ອງນຳມາມອບໃຫ້ຄື: ເຂົ້າຫວີດໜຶ່ງໃນຫົກເອຟາ11 ຈາກທຸກໆໜຶ່ງໂຮເມ ແລະ ເຂົ້າບາເລກໍໜຶ່ງໃນຫົກເອຟາ12 ຈາກທຸກໆໜຶ່ງໂຮເມ. ສ່ວນນ້ຳມັນແມ່ນຜອງດ້ວຍຫົວໜ່ວຍບາດ ຄືໜຶ່ງໃນສິບບາດຈາກທຸກໜຶ່ງໂຄ (ເຊິ່ງເທົ່າກັບໜຶ່ງໂຮເມ ຫລື ສິບບາດ). ພ້ອມທັງແກະໜຶ່ງໂຕຈາກທຸກສອງຮ້ອຍໂຕ ຈາກທົ່ງຫຍ້າອັນອຸດົມສົມບູນຂອງອິດສະຣາເອນ. ສິ່ງເຫລົ່ານີ້ຈະໃຊ້ເປັນເມັດພືດບູຊາ, ເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາເພື່ອລົບຄວາມບາບສຳລັບປະຊາຊົນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ປະຊາຊົນທັງໝົດຈະຮ່ວມກັນນຳຂອງຖວາຍພິເສດນີ້ມາສຳລັບເຈົ້ານາຍຂອງອິດສະຣາເອນ. ເປັນໜ້າທີ່ຂອງເຈົ້ານາຍທີ່ຈະຈັດຕຽມເຄື່ອງເຜົາບູຊາ, ເມັດພືດບູຊາ ແລະ ເຄື່ອງດື່ມບູຊາທີ່ໃຊ້ໃນເທດສະການຕ່າງໆ, ວັນເດືອນຂຶ້ນໃໝ່ ແລະ ວັນຊະບາໂຕທັງຫລາຍ ຄືທຸກເທດສະການທີ່ກຳນົດໄວ້ຂອງຊົນຊາດອິດສະຣາເອນ. ເຈົ້ານາຍຈະຈັດເຄື່ອງບູຊາໄຖ່ບາບ, ເມັດພືດບູຊາ, ເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາເພື່ອລົບຄວາມບາບຂອງຊົນຊາດອິດສະຣາເອນ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນທີໜຶ່ງເດືອນທີໜຶ່ງ ເຈົ້າຈົ່ງເອົາງົວໜຸ່ມທີ່ປາດສະຈາກຕຳໜິມາເພື່ອການຊຳລະສະຖານນະມັດສະການ. ໃຫ້ປະໂລຫິດເອົາເລືອດຂອງເຄື່ອງບູຊາໄຖ່ບາບທາໄວ້ທີ່ເສົາປະຕູວິຫານ, ທີ່ມຸມທັງສີ່ຂອງຂອບເທິງຂອງແທ່ນບູຊາ ແລະ ທີ່ເສົາປະຕູຂອງເດີ່ນຊັ້ນໃນ. ເຈົ້າຈົ່ງເຮັດຢ່າງນີ້ອີກໃນວັນທີເຈັດຂອງເດືອນນັ້ນ ເປັນການລົບມົນທິນຂອງວິຫານເພື່ອວ່າຜູ້ໃດຜູ້ໜຶ່ງເຮັດບາບໂດຍບໍ່ເຈດຕະນາ ຫລື ຮູ້ເທົ່າບໍ່ເຖິງການ.
“ ‘ໃນວັນທີສິບສີ່ເດືອນທີໜຶ່ງ ເຈົ້າຈົ່ງຖືເທດສະການປັດສະຄາ ເຈົ້າຈະກິນເຂົ້າຈີ່ບໍ່ໃສ່ເຊື້ອແປ້ງຕະຫລອດເຈັດວັນຂອງເທດສະການ. ໃນວັນນັ້ນເຈົ້ານາຍຕ້ອງຈັດຕຽມງົວໜຸ່ມເປັນເຄື່ອງບູຊາໄຖ່ບາບສຳລັບຕົນເອງ ແລະ ສຳລັບປະຊາຊົນທັງໝົດ. ທຸກວັນຕະຫລອດເຈັດວັນຂອງເທດສະການ ເຈົ້ານາຍຈະຖວາຍງົວໜຸ່ມເຈັດໂຕ ແລະ ແກະຜູ້ເຈັດໂຕ ເຊິ່ງປາດສະຈາກຕຳໜິ ເປັນເຄື່ອງເຜົາບູຊາຖວາຍແກ່ພຣະເຈົ້າຢາເວ ແລະ ຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບ. ລາວຈະຈັດຕຽມເຄື່ອງຖວາຍພືດຜົນເປັນເມັດພ້ອມກັບໃຊ້ແປ້ງ 1 ເອຟາ13 ຕໍ່ງົວໜຸ່ມໜຶ່ງໂຕ ແລະ 1 ເອຟາຕໍ່ແບ້ຜູ້ໜຶ່ງໂຕ ພ້ອມທັງນ້ຳມັນ 1 ຮິນ14 ຕໍ່ແປ້ງ 1 ເອຟາ.
“ ‘ຕະຫລອດເຈັດວັນຂອງເທດສະການນັ້ນ, ເຊິ່ງເລີ່ມໃນວັນທີສິບຫ້າຂອງເດືອນທີເຈັດ, ໃຫ້ລາວຈັດຕຽມເຄື່ອງບູຊາໄຖ່ບາບ, ເຄື່ອງເຜົາບູຊາ, ເມັດພືດບູຊາ ແລະ ນ້ຳມັນແບບດຽວກັນ.
Source notes (14)
- Footnote ຄື ປະມານ 12,5 ກິໂລແມັດ ເຊັ່ນດຽວກັບຂໍ້ 3, 5 ແລະ 6
- Footnote ຄື ປະມານ 10 ກິໂລແມັດ ພາສາເຮັບເຣີວ່າ 10.000 ສອກ ຄືປະມານ 5 ກິໂລແມັດ
- Footnote ຄື ປະມານ 250 ແມັດ
- Footnote ຄື ປະມານ 25 ແມັດ
- Footnote ຄື ກວ້າງປະມານ 5 ກິໂລແມັດ ເຊັ່ນດຽວກັບຂໍ້ 5
- Footnote ພາສາເຮັບເຣີວ່າ ວິຫານ ພວກເຂົາຈະມີກຳມະສິດຊາວຫ້ອງ
- Footnote ຫລື ກວ້າງປະມານ 2,5 ກິໂລແມັດ
- Footnote ເອຟາໃຊ້ຜອງຂອງແຫ້ງ ແລະ ບັດໃຊ້ຜອງຂອງແຫລວ
- Footnote 1 ເຊເຂວ ມີນ້ຳໜັກເທົ່າກັບ 11,5 ກຣາມ
- Footnote ໂດຍທົ່ວໄປ 1 ມິນາເທົ່າກັບ 50 ເຊເຂວ
- Footnote ຄື ປະມານ 2,7 ກິໂລກຣາມ
- Footnote ຄື ປະມານ 2,3 ກິໂລກຣາມ
- Footnote ຫລື ອາດຈະປະມານ 22 ລິດ
- Footnote ຫລື ອາດຈະປະມານ 3,8 ລິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.