Biblica® Open Lao Contemporary Version
ເອເຊກຽນ 46
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ປະຕູຂອງເດີ່ນຊັ້ນໃນທີ່ຫັນໜ້າໄປທາງທິດຕາເວັນອອກໃຫ້ປິດໃນວັນເຮັດວຽກຫົກວັນ, ແຕ່ໃຫ້ເປີດໃນວັນຊະບາໂຕ ແລະ ວັນເດືອນຂຶ້ນໃໝ່. ເຈົ້ານາຍຈະເຂົ້າມາຈາກດ້ານນອກຜ່ານລະບຽງທາງເຂົ້າ ແລະ ຢືນຢູ່ຂ້າງເສົາປະຕູ. ໃຫ້ບັນດາປະໂລຫິດຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາຂອງເຈົ້ານາຍ. ໃຫ້ເຈົ້ານາຍກົ້ມລົງນະມັດສະການພຣະເຈົ້າຢູ່ທີ່ທໍທອນນີປະຕູນັ້ນ ແລ້ວອອກໄປ, ແຕ່ບໍ່ຕ້ອງປິດປະຕູຈົນກວ່າຈະເຖິງຕອນແລງ. ໃນວັນຊະບາໂຕ ແລະ ວັນເດືອນຂຶ້ນໃໝ່ ໃຫ້ປະຊາຊົນທັງໝົດນະມັດສະການພຣະເຈົ້າຢາເວຢູ່ທີ່ທາງເຂົ້າກ່ອນຮອດປະຕູນັ້ນ. ເຄື່ອງເຜົາບູຊາທີ່ເຈົ້ານາຍນຳມາຖວາຍແກ່ພຣະເຈົ້າຢາເວໃນວັນຊະບາໂຕແມ່ນມີດັ່ງນີ້: ລູກແກະໂຕຜູ້ຫົກໂຕ ແລະ ແກະຜູ້ໜຶ່ງໂຕ ທຸກໂຕຈະຕ້ອງບໍ່ມີຕຳໜິ. ເມັດພືດບູຊາ 1 ເອຟາ1 ຖວາຍຄູ່ກັບແກະຜູ້ ແລະ ເຄື່ອງຖວາຍພືດຜົນເປັນເມັດຖວາຍຄູ່ກັບລູກແກະນັ້ນແມ່ນແລ້ວແຕ່ເຈົ້ານາຍຈະເຫັນດີ ແລະ ຖວາຍນ້ຳມັນ 1 ຮິນ2 ຄູ່ກັບເມັດພືດບູຊາທຸກໆ 1 ເອຟາ. ໃນວັນເດືອນຂຶ້ນໃໝ່ນັ້ນ ໃຫ້ເຈົ້ານາຍຖວາຍງົວໜຸ່ມໜຶ່ງໂຕ, ລູກແກະຫົກໂຕ ແລະ ແກະຜູ້ໜຶ່ງໂຕ, ທຸກໂຕຈະຕ້ອງບໍ່ມີຕຳໜິ. ໃຫ້ລາວຕຽມເຄື່ອງຖວາຍພືດຜົນເປັນເມັດ 1 ເອຟາ ຄູ່ກັບງົວຜູ້ ແລະ ອີກ 1 ເອຟາ ຄູ່ກັບແກະຜູ້ ແລະ ສ່ວນທີ່ຄູ່ກັບລູກແກະນັ້ນຈະເທົ່າໃດກໍໄດ້ແລ້ວແຕ່ລາວເຫັນດີ ພ້ອມທັງນ້ຳມັນ 1 ຮິນ ຕໍ່ເມັດພືດບູຊາທຸກໆ 1 ເອຟາ. ເມື່ອເຈົ້ານາຍເຂົ້າມາ ໃຫ້ລາວເຂົ້າທາງລະບຽງທາງເຂົ້າ ແລະ ອອກໄປທາງດຽວກັນນັ້ນ.
“ ‘ເມື່ອປະຊາຊົນມາເຂົ້າພົບພຣະເຈົ້າຢາເວ ຕາມເທດສະການທີ່ກຳນົດ, ຜູ້ໃດທີ່ເຂົ້າທາງປະຕູດ້ານເໜືອເພື່ອນະມັດສະການແມ່ນໃຫ້ອອກທາງໄປປະຕູດ້ານໃຕ້ ແລະ ຜູ້ໃດທີ່ເຂົ້າທາງປະຕູດ້ານໃຕ້ແມ່ນໃຫ້ອອກໄປທາງປະຕູດ້ານເໜືອ. ບໍ່ໃຫ້ຜູ້ໃດກັບອອກໄປທາງດຽວກັບທີ່ຕົນເຂົ້າມາ ແຕ່ໃຫ້ກັບອອກໄປທາງປະຕູກົງກັນຂ້າມ. ເຈົ້ານາຍຈະຢູ່ທ່າມກາງປະຊາຊົນ ເມື່ອປະຊາຊົນເຂົ້າໄປ ເຈົ້ານາຍກໍເຂົ້າໄປ ແລະ ເມື່ອປະຊາຊົນອອກມາ ລາວກໍອອກມາ. ໃນເທດສະການຕາມກຳນົດ ແລະ ງານລ້ຽງຕາມວາລະຕ່າງໆ ໃຫ້ໃຊ້ເຄື່ອງຖວາຍພືດຜົນເປັນເມັດ 1 ເອຟາ ຄູ່ກັບງົວຜູ້ໜຶ່ງໂຕ, ອີກ 1 ເອຟາ ຄູ່ກັບແກະຜູ້ໜຶ່ງໂຕ, ສ່ວນທີ່ຄູ່ກັບລູກແກະນັ້ນຈະເທົ່າໃດກໍໄດ້ແລ້ວແຕ່ເຫັນດີ ພ້ອມທັງນ້ຳມັນ 1 ຮິນ ຄູ່ກັບເມັດພືດບູຊາທຸກໆ 1 ເອຟາ.
“ ‘ເມື່ອເຈົ້ານາຍຖວາຍເຄື່ອງບູຊາຕາມຄວາມສະໝັກໃຈແກ່ພຣະເຈົ້າຢາເວ ຈະເປັນເຄື່ອງເຜົາບູຊາ ຫລື ເຄື່ອງສາມັກຄີທຳບູຊາກໍຕາມ ຈົ່ງເປີດປະຕູທີ່ຫັນໄປທາງດ້ານຕາເວັນອອກໃຫ້ລາວ. ລາວຈະຖວາຍເຄື່ອງເຜົາບູຊາ ຫລື ເຄື່ອງສາມັກຄີທຳບູຊາເໝືອນໃນວັນຊະບາໂຕ ແລ້ວລາວກໍຈະອອກໄປ, ເມື່ອລາວອອກໄປແລ້ວກໍຈົ່ງປິດປະຕູ.
“ ‘ຈົ່ງຖວາຍລູກແກະໂຕຜູ້ ອາຍຸໜຶ່ງປີ ເຊິ່ງບໍ່ມີຕຳໜິເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວທຸກວັນ; ເຈົ້າຈະຕ້ອງຖວາຍສັດເຫລົ່ານັ້ນທຸກໆເຊົ້າ. ຈົ່ງຖວາຍເຄື່ອງຖວາຍພືດຜົນເປັນເມັດໜຶ່ງໃນຫົກເອຟາ3 ຄູ່ກັບສັດເຫລົ່ານັ້ນ ແລະ ນ້ຳມັນໜຶ່ງໃນສາມຮິນ4 ເພື່ອປົນໃສ່ກັບແປ້ງ. ການຖວາຍເຄື່ອງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວນີ້ໃຫ້ຖືປະຕິບັດຕະຫລອດໄປ. ດັ່ງນັ້ນ ໃຫ້ຈັດຕຽມລູກແກະ ແລະ ເຄື່ອງຖວາຍພືດຜົນເປັນເມັດກັບນ້ຳມັນເປັນເຄື່ອງເຜົາບູຊາເປັນປະຈຳທຸກເຊົ້າ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຖ້າເຈົ້ານາຍມອບທີ່ດິນທີ່ເປັນມໍລະດົກຕົນໃຫ້ເປັນຂອງຂວັນແກ່ລູກຊາຍລາວ, ທີ່ດິນຕອນນັ້ນກໍຈະເປັນມໍລະດົກຂອງລູກຫລານຂອງລາວເໝືອນກັນ; ທີ່ດິນຕອນນັ້ນກໍຈະຕົກເປັນຊັບສິນຂອງພວກເຂົາໂດຍທາງມໍລະດົກ. ແຕ່ຖ້າຫາກວ່າ, ເຈົ້ານາຍໄດ້ມອບທີ່ດິນທີ່ເປັນມໍລະດົກຂອງຕົນໃຫ້ເປັນຂອງຂວັນແກ່ຄົນຮັບໃຊ້ຂອງລາວ, ຄົນຮັບໃຊ້ນັ້ນຈະຄອບຄອງທີ່ດິນນັ້ນຈົນເຖິງປີແຫ່ງການປົດປ່ອຍ; ແລ້ວທີ່ດິນຕອນນັ້ນຈະກັບມາເປັນຂອງເຈົ້ານາຍຕາມເດີມ. ທີ່ດິນທີ່ເປັນມໍລະດົກຂອງເຈົ້ານາຍຈະເປັນຊັບສົມບັດຂອງບັນດາລູກຊາຍຂອງລາວເທົ່ານັ້ນ. ເຈົ້ານາຍຈະຕ້ອງບໍ່ປຸ້ນທີ່ດິນທີ່ເປັນມໍລະດົກຂອງປະຊາຊົນມາເປັນຊັບສົມບັດຂອງຕົນ, ຂັບໄລ່ປະຊາຊົນອອກຈາກທີ່ດິນຂອງພວກເຂົາ. ເຈົ້ານາຍຈະມອບທີ່ດິນໃຫ້ແກ່ລູກຫລານຂອງຕົນໄດ້ສະເພາະສ່ວນທີ່ເປັນກຳມະສິດຕົກທອດມາເຖິງຕົນ, ເພື່ອບໍ່ໃຫ້ປະຊາຊົນຄົນໃດຄົນໜຶ່ງຂອງເຮົາພາກຈາກທີ່ດິນຂອງຕົນ’ ”.
ແລ້ວຊາຍຄົນນັ້ນກໍພາຂ້າພະເຈົ້າຜ່ານທາງເຂົ້າຢູ່ທີ່ຂ້າງປະຕູໄປສູ່ຫ້ອງບໍລິສຸດຕ່າງໆທີ່ຫັນໜ້າໄປທາງທິດເໜືອ, ເຊິ່ງເປັນຫ້ອງຂອງບັນດາປະໂລຫິດ ແລະ ຊີ້ໃຫ້ຂ້າພະເຈົ້າເບິ່ງບ່ອນໜຶ່ງທີ່ຢູ່ແຄມສຸດດ້ານຕາເວັນຕົກ. ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ນີ້ເປັນບ່ອນສຳລັບປະໂລຫິດຕົ້ມເຄື່ອງບູຊາລົບຄວາມຜິດ ແລະ ເຄື່ອງບູຊາໄຖ່ບາບ ແລະ ປີ້ງເຄື່ອງຖວາຍພືດຜົນເປັນເມັດ, ເພື່ອຈະໄດ້ບໍ່ນຳອອກໄປສູ່ເດີ່ນຊັ້ນນອກ ແລະ ບໍ່ໄປເຮັດໃຫ້ປະຊາຊົນບໍລິສຸດ”.
ແລ້ວເພິ່ນກໍພາຂ້າພະເຈົ້າມາທີ່ເດີ່ນຊັ້ນນອກ ແລະ ພາໄປເບິ່ງທົ່ວມຸມທັງສີ່ ແລະ ຂ້າພະເຈົ້າໄດ້ເຫັນວ່າໃນແຕ່ລະແຈນັ້ນກໍມີເດີ່ນນ້ອຍອີກເດີ່ນໜຶ່ງ. ເດີ່ນນ້ອຍທີ່ຢູ່ທັງສີ່ແຈຂອງເດີ່ນຊັ້ນນອກນີ້ມີຝາອ້ອມຮອບ ຍາວ 40 ສອກ ແລະ ກວ້າງ 30 ສອກ.5 ແຕ່ລະເດີ່ນທີ່ຢູ່ທັງສີ່ແຈນັ້ນລ້ວນແຕ່ມີຂະໜາດເທົ່າກັນ. ພາຍໃນອ້ອມເດີ່ນທັງສີ່ນັ້ນກໍມີຂອບຫີນພ້ອມກັບບ່ອນສຳລັບດັງໄຟທີ່ສ້າງຂຶ້ນອ້ອມຂອບຫີນນີ້. ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ນີ້ແມ່ນເຮືອນຄົວ ເປັນບ່ອນທີ່ໃຫ້ຜູ້ປະຕິບັດໜ້າທີ່ໃນວິຫານໃຊ້ຕົ້ມເຄື່ອງບູຊາຂອງປະຊາຊົນ”.
Source notes (5)
- Footnote ຫລື ອາດຈະປະມານ 16 ກິໂລກຣາມ ເຊັ່ນດຽວກັບຂໍ້ 7, 11
- Footnote ຄື ປະມານ 3,8 ລິດ ເຊັ່ນດຽວກັບຂໍ້ 7, 11
- Footnote ຄື ປະມານ 2,7 ກິໂລກຣາມ
- Footnote ຄື ປະມານ 1,2 ລີດ
- Footnote ຄື ຍາວປະມານ 20 ແມັດ ກວ້າງປະມານ 15 ແມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.