Biblica® Open Lao Contemporary Version
ເອເຊກຽນ 44
ຖານະປະໂລຫິດໄດ້ຮັບການຟື້ນຟູ
ແລ້ວຊາຍຄົນນັ້ນໄດ້ພາຂ້າພະເຈົ້າມາທີ່ປະຕູຊັ້ນນອກ ທາງດ້ານຕາເວັນອອກຂອງສະຖານນະມັດສະການ ປະຕູນັ້ນປິດຢູ່. ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ໃຫ້ປະຕູປິດຢູ່ຢ່າງນີ້ ຢ່າເປີດ; ຢ່າໃຫ້ຜູ້ໃດເຂົ້າໄປທາງນີ້. ໃຫ້ປະຕູປິດຢູ່ຕະຫລອດເວລາ ເພາະພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໄດ້ເຂົ້າໄປທາງນີ້. ເຈົ້ານາຍຜູ້ນັ້ນຜູ້ດຽວທີ່ສາມາດນັ່ງຢູ່ທາງເຂົ້າ ເພື່ອກິນອາຫານຕໍ່ໜ້າພຣະເຈົ້າຢາເວ. ເຈົ້ານາຍຜູ້ນັ້ນຈະເຂົ້າທາງໜ້າ ແລະ ອອກໄປທາງດຽວກັນ”.
ແລ້ວຊາຍຄົນນັ້ນໄດ້ພາຂ້າພະເຈົ້າຜ່ານປະຕູດ້ານເໜືອໄປທີ່ດ້ານໜ້າຂອງວິຫານ. ຂ້າພະເຈົ້າເບິ່ງເຫັນສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມທົ່ວວິຫານຂອງພຣະເຈົ້າຢາເວ ແລະ ຂ້າພະເຈົ້າກໍໝູບໜ້າລົງກັບພື້ນ.
ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງເບິ່ງໃຫ້ດີ, ຈົ່ງຟັງໃຫ້ດີ ແລະ ຈົ່ງເອົາໃຈໃສ່ຕໍ່ທຸກສິ່ງທີ່ເຮົາບອກເຈົ້າ ເລື່ອງກົດເກນກ່ຽວກັບທັງໝົດວິຫານຂອງພຣະເຈົ້າຢາເວ. ຈົ່ງເອົາໃຈໃສ່ເລື່ອງທາງເຂົ້າວິຫານ ແລະ ທາງເຂົ້າອອກທຸກທາງຂອງສະຖານນະມັດສະການ. ຈົ່ງກ່າວກັບຊົນຊາດອິດສະຣາເອນທີ່ມັກກະບົດວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຊົນຊາດອິດສະຣາເອນ! ພໍແລ້ວກັບການກະທຳອັນໜ້າກຽດຊັງທັງຫລາຍຂອງເຈົ້າ. ນອກເໜືອຈາກຄວາມປະພຶດອັນໜ້າກຽດຊັງອື່ນໆແລ້ວ ເຈົ້າຍັງພາຊາວຕ່າງຊາດຜູ້ບໍ່ໄດ້ຮັບພິທີຕັດ1ທັງກາຍ ແລະ ໃຈເຂົ້າມາຍັງສະຖານນະມັດສະການຂອງເຮົາ, ເປັນການເຮັດໃຫ້ວິຫານຂອງເຮົາໝົ່ນໝອງ ໃນຂະນະທີ່ເຈົ້າຖວາຍອາຫານ, ໄຂມັນ ແລະ ເລືອດໃຫ້ແກ່ເຮົາ ແລະ ເຈົ້າກໍລະເມີດຄຳໝັ້ນສັນຍາຂອງເຮົາ. ແທນທີ່ຈະປະຕິບັດໜ້າທີ່ຂອງເຈົ້າກ່ຽວກັບສິ່ງບໍລິສຸດຂອງເຮົາ ເຈົ້າກໍໃຫ້ຄົນອື່ນມາຮັບຜິດຊອບເບິ່ງແຍງສະຖານນະມັດສະການຂອງເຮົາ. ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຢ່າໃຫ້ຊາວຕ່າງຊາດຄົນໃດທີ່ບໍ່ໄດ້ເຊື່ອພຣະເຈົ້າທັງກາຍ ແລະ ໃຈເຂົ້າມາໃນສະຖານນະມັດສະການຂອງເຮົາ, ຫ້າມແມ່ນແຕ່ຊາວຕ່າງຊາດທີ່ອາໄສຢູ່ໃນທ່າມກາງຊາວອິດສະຣາເອນ.
“ ‘ຊາວເລວີທີ່ຫ່າງໄກຈາກເຮົາເມື່ອເວລາທີ່ອິດສະຣາເອນຫລົງຜິດໄປ ແລະ ໄດ້ຫລົງຈາກເຮົາໄປຕິດຕາມຮູບເຄົາລົບຕ່າງໆ ຈະຕ້ອງຮັບຜົນທີ່ເກີດຈາກບາບຂອງພວກເຂົາ. ພວກເຂົາອາດຈະເຮັດວຽກຮັບໃຊ້ໃນສະຖານນະມັດສະການຂອງເຮົາ, ເບິ່ງແຍງປະຕູວິຫານ ແລະ ຮັບໃຊ້ຢູ່ທີ່ນັ້ນ; ພວກເຂົາອາດຂ້າສັດເຄື່ອງເຜົາບູຊາ ແລະ ເຄື່ອງບູຊາຕ່າງໆໃຫ້ປະຊາຊົນ ແລະ ຢືນຢູ່ຕໍ່ໜ້າປະຊາຊົນ ແລະ ຮັບໃຊ້ພວກເຂົາ. ແຕ່ເນື່ອງຈາກພວກເຂົາເຄີຍຮັບໃຊ້ປະຊາຊົນຕໍ່ໜ້າຮູບເຄົາລົບຕ່າງໆ ແລະ ເຮັດໃຫ້ປະຊາຊົນອິດສະຣາເອນເຮັດບາບ, ເຫດສະນັ້ນ ເຮົາໄດ້ຍົກມືປະຕິຍານວ່າພວກເຂົາຕ້ອງຮັບຜົນທີ່ເກີດຈາກບາບຂອງຕົນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ຢ່າໃຫ້ພວກເຂົາເຂົ້າມາຮັບໃຊ້ເຮົາຢ່າງໃກ້ຊິດໃນຖານະປະໂລຫິດ ຫລື ເຂົ້າມາໃກ້ເຄື່ອງບູຊາບໍລິສຸດທີ່ສຸດ ຫລື ສິ່ງບໍລິສຸດໃດໆຂອງເຮົາ; ພວກເຂົາຈະຕ້ອງຮັບຄວາມອັບອາຍຈາກການກະທຳທີ່ໜ້າກຽດຊັງຂອງຕົນ. ແລ້ວເຮົາຈະຕັ້ງພວກເຂົາໃຫ້ຮັບຜິດຊອບໜ້າທີ່ຕ່າງໆ ແລະ ງານທັງໝົດໃນວິຫານ.
“ ‘ສ່ວນປະໂລຫິດຊາວເລວີ ຜູ້ທີ່ເປັນເຊື້ອສາຍຂອງຊາດົກ ແລະ ເປັນຜູ້ທີ່ຍັງປະຕິບັດໜ້າທີ່ຢ່າງສັດຊື່ໃນສະຖານນະມັດສະການຂອງເຮົາ ເມື່ອຊາວອິດສະຣາເອນຫລົງໄປຈາກເຮົານັ້ນ ໃຫ້ພວກເຂົາມາຮັບໃຊ້ໃກ້ຊິດຢູ່ຕໍ່ໜ້າເຮົາ; ໃຫ້ພວກເຂົາຢືນຢູ່ຕໍ່ໜ້າເຮົາເພື່ອຖວາຍເຄື່ອງບູຊາຄືໄຂມັນ ແລະ ເລືອດ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ພວກເຂົາເທົ່ານັ້ນທີ່ເຂົ້າມາໃນບ່ອນນະມັດສະການຂອງເຮົາໄດ້; ເຮົາອະນຸຍາດໃຫ້ພວກເຂົາເທົ່ານັ້ນທີ່ເຂົ້າມາໃກ້ໂຕະຂອງເຮົາ ເພື່ອຮັບໃຊ້ຕໍ່ໜ້າເຮົາ ແລະ ປະຕິບັດໜ້າທີ່ເພື່ອເຮົາ.
“ ‘ເມື່ອພວກເຂົາຈະເຂົ້າປະຕູເດີ່ນຊັ້ນໃນ, ພວກເຂົາຕ້ອງສວມເຄື່ອງແຕ່ງກາຍຜ້າຝ້າຍລິນິນ; ພວກເຂົາຈະຕ້ອງບໍ່ສວມເຄື່ອງແຕ່ງກາຍທີ່ເຮັດດ້ວຍຂົນສັດຂະນະປະຕິບັດໜ້າທີ່ຢູ່ປະຕູຕ່າງໆຂອງເດີ່ນຊັ້ນໃນ ຫລື ພາຍໃນວິຫານ. ໃຫ້ພວກເຂົາຄຽນຜ້າຄຽນຫົວທີ່ເຮັດດ້ວຍຜ້າລິນິນໄວ້ເທິງຫົວຂອງຕົນ ແລະ ສວມເຄື່ອງແຕ່ງກາຍຊັ້ນໃນທີ່ເຮັດຈາກຜ້າລິນິນອ້ອມແອວຂອງຕົນ. ບໍ່ໃຫ້ພວກເຂົາສວມສິ່ງໃດທີ່ຈະເຮັດໃຫ້ພວກເຂົາເຫື່ອອອກ. ເມື່ອພວກເຂົາຈະອອກມາສູ່ເດີ່ນຊັ້ນນອກທີ່ປະຊາຊົນຢູ່ ໃຫ້ພວກເຂົາຖອດເຄື່ອງແຕ່ງກາຍທີ່ໃຊ້ປະຕິບັດໜ້າທີ່ອອກ ແລະ ວາງໄວ້ໃນຫ້ອງສັກສິດ ແລະ ສວມເຄື່ອງແຕ່ງກາຍອື່ນໆ ເພື່ອຈະໄດ້ບໍ່ເປັນການເຮັດໃຫ້ປະຊາຊົນນັ້ນສັກສິດ ໂດຍອາໄສເຄື່ອງແຕ່ງກາຍຂອງພວກເຂົາ.
“ ‘ຢ່າໃຫ້ປະໂລຫິດແຖຜົມ ຫລື ປ່ອຍຜົມຍາວ ແຕ່ໃຫ້ພວກເຂົາຕັດຜົມຂອງຕົນໃຫ້ຮຽບຮ້ອຍ. ຢ່າໃຫ້ປະໂລຫິດຄົນໃດດື່ມເຫລົ້າອະງຸ່ນເມື່ອເຂົ້າໄປທີ່ເດີ່ນຊັ້ນໃນ. ຫ້າມບໍ່ໃຫ້ພວກເຂົາແຕ່ງງານກັບແມ່ໝ້າຍ ຫລື ຍິງທີ່ຢ່າຮ້າງ; ແຕ່ໃຫ້ພວກເຂົາແຕ່ງງານກັບສາວບໍລິສຸດເຊື້ອສາຍອິດສະຣາເອນ ຫລື ເມຍໝ້າຍຂອງປະໂລຫິດເທົ່ານັ້ນ. ພວກເຂົາຕ້ອງສັ່ງສອນປະຊາຊົນຂອງເຮົາເຖິງຂໍ້ແຕກຕ່າງລະຫວ່າງສິ່ງທີ່ບໍລິສຸດ ແລະ ສິ່ງທີ່ທຳມະດາ ແລະ ສອນປະຊາຊົນໃຫ້ຮູ້ຈັກໃຈແຍກລະຫວ່າງສິ່ງທີ່ເປັນມົນທິນ ແລະ ສິ່ງທີ່ສະອາດ.
“ ‘ເມື່ອມີຂໍ້ຂັດແຍ້ງອັນໃດ ໃຫ້ປະໂລຫິດເຮັດໜ້າທີ່ພິພາກສາ ແລະ ຕັດສິນຕາມຂໍ້ກຳນົດຂອງເຮົາ. ໃຫ້ພວກເຂົາຮັກສາກົດບັນຍັດ ແລະ ດຳລັດທັງຫລາຍຂອງເຮົາເລື່ອງເທດສະການທັງໝົດຕາມກຳນົດ ແລະ ພວກເຂົາຈະຕ້ອງຮັກສາວັນຊະບາໂຕຂອງເຮົາໃຫ້ບໍລິສຸດ.
“ ‘ປະໂລຫິດຈະຕ້ອບໍ່ເຮັດໃຫ້ຕົນເອງເປັນມົນທິນໂດຍເຂົ້າໄປໃກ້ຄົນຕາຍ; ເວັ້ນແຕ່ເປັນບິດາມານດາ, ລູກຊາຍລູກສາວ, ອ້າຍນ້ອງຊາຍ ຫລື ເອື້ອຍນ້ອງສາວທີ່ຍັງບໍ່ມີຜົວ ຈຶ່ງຍອມໃຫ້ຕົນເປັນມົນທິນໄດ້. ຫລັງຈາກທີ່ລາວຊຳລະໂຕແລ້ວ, ລາວຈະຕ້ອລໍຖ້າໄປອີກເຈັດວັນ. ໃນວັນທີ່ລາວຈະເຂົ້າໄປສູ່ເດີ່ນຊັ້ນໃນຂອງສະຖານນະມັດສະການເພື່ອປະຕິບັດໜ້າທີ່ໃນສະຖານນະມັດສະການ ລາວຈະຕ້ອງຖວາຍເຄື່ອງບູຊາໄຖ່ບາບເພື່ອຕົນເອງ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
“ ‘ເຮົາຈະເປັນຊັບສົມບັດອັນດຽວທີ່ປະໂລຫິດມີ. ເຈົ້າຢ່າໃຫ້ພວກເຂົາຖືກຳມະສິດໃດໆໃນອິດສະຣາເອນ ເພາະເຮົາຈະເປັນກຳມະສິດຂອງພວກເຂົາ. ໃຫ້ພວກເຂົາກິນເມັດພືບູຊາ, ເຄື່ອງບູຊາໄຖ່ບາບ ແລະ ເຄື່ອງບູຊາລົບຄວາມຜິດ ແລະ ທຸກສິ່ງໃນອິດສະຣາເອນທີ່ໄດ້ຖວາຍ2ແກ່ພຣະເຈົ້າຢາເວຈະເປັນຂອງປະໂລຫິດ. ຜົນທຳອິດທີ່ດີທີ່ສຸດ ແລະ ເຄື່ອງຖວາຍພິເສດທັງໝົດຂອງເຈົ້າຈະເປັນຂອງບັນດາປະໂລຫິດ. ເຈົ້າຈົ່ງມອບພືດຜົນທຳອິດຂອງເຈົ້າໃຫ້ແກ່ພວກເຂົາ ເພື່ອຄອບຄົວຂອງເຈົ້າຈະໄດ້ຮັບພອນ. ປະໂລຫິດຈະຕ້ອງບໍ່ກິນສັດທີ່ຕາຍເອງ ຫລື ຖືກສັດຮ້າຍກັດຈີກ ບໍ່ວ່າຈະເປັນນົກ ຫລື ສັດອື່ນໆ.
Source notes (2)
- Footnote ຫລື ບໍ່ເຊື່ອພຣະເຈົ້າ
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແກອົງພຣະຜູ້ເປັນເຈົ້າ ແລ້ວບໍ່ອາດເອີ້ນຄືນໄດ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.