Biblica® Open Lao Contemporary Version
ເອເຊກຽນ 43
ສະຫງ່າລາສີຂອງພຣະເຈົ້າກັບຄືນສູ່ວິຫານ
ແລ້ວຊາຍຄົນນັ້ນກໍໄດ້ນຳຂ້າພະເຈົ້າໄປຍັງປະຕູທີ່ຫັນໜ້າໄປທາງຕາເວັນອອກ ແລະ ຂ້າພະເຈົ້າໄດ້ເຫັນສະຫງ່າລາສີຂອງພຣະເຈົ້າແຫ່ງອິດສະຣາເອນມາຈາກທາງຕາເວັນອອກ. ສຽງຂອງພຣະອົງເໝືອນກັບສຽງຂອງກະແສນ້ຳທີ່ໄຫລແຮງ ແລະ ແຜ່ນດິນກໍຮຸ່ງເຮືອງໄປດ້ວຍສະຫງ່າລາສີຂອງພຣະອົງ. ນິມິດທີ່ຂ້າພະເຈົ້າເຫັນນີ້ຄືກັນກັບນິມິດທີ່ຂ້າພະເຈົ້າເຫັນ ເມື່ອພຣະອົງໄດ້ມາທຳລາຍນະຄອນນັ້ນ ແລະ ເໝືອນນິມິດທີ່ຂ້າພະເຈົ້າໄດ້ເຫັນຢູ່ທີ່ແຄມແມ່ນ້ຳເກບາກ ແລະ ຂ້າພະເຈົ້າຈຶ່ງໝອບກາບລົງກັບພື້ນ. ສະຫງ່າລາສີຂອງພຣະເຈົ້າຢາເວໄດ້ເຂົ້າສູ່ວິຫານທາງປະຕູດ້ານຕາເວັນອອກ. ແລ້ວພຣະວິນຍານບໍລິສຸດໄດ້ຍົກຂ້າພະເຈົ້າຂຶ້ນ ແລະ ນຳຂ້າພະເຈົ້າໄປທີ່ເດີ່ນຊັ້ນໃນ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມໄປທົ່ວວິຫານ.
ຂະນະທີ່ຊາຍຄົນນັ້ນກຳລັງຢືນຢູ່ຂ້າງຂ້າພະເຈົ້າ ຂ້າພະເຈົ້າກໍໄດ້ຍິນຜູ້ໜຶ່ງກ່າວກັບຂ້າພະເຈົ້າດັງມາຈາກພາຍໃນວິຫານ. ພຣະອົງໄດ້ກ່າວວ່າ: “ບຸດມະນຸດ, ບັນລັງ ແລະ ແທ່ນວາງຕີນຂອງເຮົາແມ່ນຢູ່ບ່ອນນີ້. ນີ້ຄືບ່ອນທີ່ເຮົາຈະສະຖິດຢູ່ທ່າມກາງຊົນຊາດອິດສະຣາເອນຕະຫລອດໄປ. ຊົນຊາດອິດສະຣາເອນ ບໍ່ວ່າຈະເປັນປະຊາຊົນ ຫລື ກະສັດຂອງພວກເຂົາກໍຈະບໍ່ເຮັດໃຫ້ນາມອັນບໍລິສຸດຂອງເຮົາເປັນມົນທິນອີກ ໂດຍການຄ້າປະເວນີ1ຂອງພວກເຂົາ ແລະ ກາບໄຫວ້ຮູບເຄົາລົບ2ອັນບໍ່ມີຊີວິດຂອງກະສັດຂອງພວກເຂົາທີ່ບ່ອນບູຊາເທິງທີ່ສູງທັງຫລາຍ. ເມື່ອພວກເຂົາວາງທໍລະນີປະຕູຂ້າງປະຕູຂອງເຮົາ ແລະ ຕັ້ງເສົາປະຕູຂອງພວກເຂົາໄວ້ຂ້າງເສົາປະຕູຂອງເຮົາ ເຊິ່ງມີພຽງຝາກັ້ນລະຫວ່າງເຮົາກັບພວກເຂົາ, ພວກເຂົາກໍເຮັດໃຫ້ນາມອັນບໍລິສຸດຂອງເຮົາເປັນມົນທິນໂດຍການກະທຳອັນໜ້າກຽດຊັງ. ດັ່ງນັ້ນ ເຮົາຈຶ່ງໄດ້ທຳລາຍພວກເຂົາດ້ວຍຄວາມໃຈຮ້າຍຂອງເຮົາ. ບັດນີ້ ໃຫ້ພວກເຂົາກຳຈັດການນອກໃຈຂອງພວກເຂົາ ແລະ ຮູບເຄົາລົບອັນບໍ່ມີຊີວິດຂອງບັນດາກະສັດຂອງພວກເຂົາໄປຈາກເຮົາ ແລ້ວເຮົາຈະຢູ່ທ່າມກາງພວກເຂົາຕະຫລອດໄປ.
“ບຸດມະນຸດ, ຈົ່ງກ່າວເຖິງວິຫານໃຫ້ປະຊາຊົນອິດສະຣາເອນຟັງ ເພື່ອພວກເຂົາຈະໄດ້ລະອາຍໃຈໃນບາບທັງຫລາຍຂອງຕົນ. ໃຫ້ພວກເຂົາພິຈາລະນາເຖິງແຜນຜັງຂອງວິຫານ ແລະ ຖ້າພວກເຂົາລະອາຍໃຈໃນສິ່ງທັງໝົດທີ່ພວກເຂົາໄດ້ເຮັດໄປແລ້ວ ກໍຈົ່ງແຈ້ງແຜນຝັງວິຫານໃຫ້ພວກເຂົາຮູ້ ການຈັດຕຽມ, ທາງເຂົ້າ ແລະ ທາງອອກ, ແຜນຜັງທັງໝົດ ແລະ ກົດເກນ3 ແລະ ກົດບັນຍັດທັງໝົດ. ຈົ່ງບັນທຶກສິ່ງເຫລົ່ານີ້ໄວ້ຕໍ່ໜ້າພວກເຂົາ ເພື່ອພວກເຂົາຈະໄດ້ເຮັດຕາມແຜນຜັງ ແລະ ປະຕິບັດຕາມກົດເກນທັງໝົດ.
“ນີ້ເປັນກົດເລື່ອງວິຫານ ຄືບໍລິເວນອ້ອມຮອບຈອມພູເຂົາຈະເປັນບ່ອນສັກສິດທີ່ສຸດ. ນັ້ນເປັນກົດຂອງວິຫານ.
ແທ່ນບູຊາໃຫຍ່ໄດ້ຮັບການບູລະນະ
“ນີ້ເປັນຂະໜາດຂອງແທ່ນບູຊາ ວັດແທກເປັນຫົວໜ່ວຍ, ຫົວໜ່ວຍໜຶ່ງເທົ່າກັບ 1 ສອກ4 ກັບ 1 ຝ່າມື5 ຄືຮາງຂອງແທ່ນບູຊານັ້ນເລິກ 1 ສອກ ແລະ ກວ້າງ 1 ສອກ, ຢູ່ທີ່ແຄມຂອງຂອບໜາ 1 ຄືບ6 ຄວາມສູງຂອງແທ່ນມີດັ່ງນີ້: ຈາກຖານທີ່ຢູ່ພື້ນມາເຖິງຂອບລຸ່ມທີ່ຢູ່ອ້ອມແທ່ນ ສູງ 2 ສອກ ແລະ ກວ້າງ 1 ສອກ.7 ຈາກຂອບທີ່ນ້ອຍກວ່າຂຶ້ນໄປຫາຂອບທີ່ໃຫຍ່ກວ່າ ສູງ 4 ສອກ ແລະ ກວ້າງ 1 ສອກ.8 ນອກເໜືອຈາກນັ້ນ, ເຕົາຂອງແທ່ນບູຊາ ສູງ 4 ສອກ9 ແລະ ເຂົາທັງສີ່ຍື່ນຂຶ້ນມາຈາກເຕົາ. ເຕົາຂອງແທ່ນບູຊາແມ່ນເປັນສີ່ຫລ່ຽມມົນທົນ, ຍາວ 12 ສອກ ແລະ ກວ້າງ 12 ສອກ.10 ຂອບເທິງກໍເປັນສີ່ຫລ່ຽມມົນທົນ, ຍາວ 14 ສອກ ແລະ ກວ້າງ 14 ສອກ.11 ຢູ່ອ້ອມແທ່ນແມ່ນມີຮາງຂະໜາດ 1 ສອກ ພ້ອມດ້ວຍແຄມຂອບໜາ ເຄິ່ງສອກ12. ຂັ້ນໄດຂອງແທ່ນບູຊາແມ່ນຫັນໜ້າໄປທາງຕາເວັນອອກ”.
ແລ້ວເພິ່ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ບຸດມະນຸດ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຕໍ່ໄປນີ້ຄືກົດເກນເລື່ອງການຖວາຍເຄື່ອງເຜົາບູຊາ ແລະ ການຊິດເລືອດເໜືອແທ່ນໃນວັນທີ່ສ້າງແທ່ນສຳເລັດ. ເຈົ້າຈົ່ງມອບງົວໜຸ່ມໃຫ້ເປັນເຄື່ອງບູຊາໄຖ່ບາບແກ່ປະໂລຫິດຊາວເລວີໃນຄອບຄົວຂອງຊາດົກ, ຜູ້ເຂົ້າມາບົວລະບັດຮັບໃຊ້ໃກ້ຊິດຕໍ່ໜ້າເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້. ເຈົ້າຈົ່ງເອົາເລືອດບາງສ່ວນທາໃສ່ທີ່ແຈທັງສີ່ຂອງແທ່ນບູຊາ ແລະ ທີ່ແຈທັງສີ່ຂອງຂອບເທິງ ແລະ ທາອ້ອມແຄມຂອບ ເປັນການຊຳລະແທ່ນບູຊາ ແລະ ລົບມົນທິນຂອງແທ່ນນັ້ນ. ເຈົ້າຈົ່ງໃຊ້ງົວໜຸ່ມເປັນເຄື່ອງບູຊາໄຖ່ບາບ ແລະ ເຜົາໃນທີ່ໄດ້ກຳນົດໄວ້ໃນບໍລິເວນວິຫານນອກສະຖານນະມັດສະການ.
“ໃນວັນທີສອງ ເຈົ້າຈົ່ງຖວາຍແກະຜູ້ທີ່ບໍ່ມີຕຳໜິເພື່ອເປັນເຄື່ອງບູຊາໄຖ່ບາບ ແລະ ຈົ່ງຊຳລະແທ່ນເໝືອນເມື່ອຊຳລະໂດຍໃຊ້ງົວຜູ້. ເມື່ອເຈົ້າຊຳລະແທ່ນນັ້ນສຳເລັດແລ້ວ ເຈົ້າຈົ່ງຖວາຍງົວໜຸ່ມໜຶ່ງໂຕ ແລະ ແກະຜູ້ທີ່ຄັດມາຈາກຝູງໜຶ່ງໂຕ ທັງງົວຜູ້ ແລະ ແກະຜູ້ຕ້ອງບໍ່ມີຕຳໜິ. ເຈົ້າຈົ່ງຖວາຍສັດທັງສອງຕໍ່ໜ້າພຣະເຈົ້າຢາເວ ແລະ ໃຫ້ປະໂລຫິດໂຮຍເກືອໃສ່ງົວຜູ້ ແລະ ແກະຜູ້ ແລະ ຖວາຍສັດເຫລົ່ານີ້ເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ.
“ຕະຫລອດເຈັດມື້ ເຈົ້າຈົ່ງຖວາຍແກະຜູ້ມື້ລະໂຕ ເພື່ອເປັນເຄື່ອງບູຊາໄຖ່ບາບ ແລະ ຈົ່ງຕຽມງົວໜຸ່ມໜຶ່ງໂຕ ແລະ ແກະຜູ້ທີ່ຄັດມາຈາກຝູງໜຶ່ງໂຕດ້ວຍ, ສັດເຫລົ່ານີ້ຕ້ອງບໍ່ມີຕຳໜິ. ຕະຫລອດເຈັດມື້ ພວກເຂົາຕ້ອງລົບມົນທິນຂອງແທ່ນບູຊາ ແລະ ຊຳລະແທ່ນໃຫ້ສະອາດເພື່ອເປັນການຖວາຍແທ່ນນັ້ນ. ເມື່ອຄົບເຈັດມື້ແລ້ວ ຕັ້ງແຕ່ວັນທີແປດເປັນຕົ້ນໄປ, ປະໂລຫິດຕ້ອງນຳເຄື່ອງເຜົາບູຊາ ແລະ ເຄື່ອງສາມັກຄີທຳບູຊາຂອງເຈົ້າມາຖວາຍຢູ່ເທິງແທ່ນບູຊາ ແລ້ວເຮົາກໍຈະຍອມຮັບພວກເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
Source notes (12)
- Footnote ຫລື ການນອກໃຈຝ່າຍວິນຍານ ເຊັ່ນດຽວກັບຂໍ້ 9
- Footnote ຫລື ຊາກສົບ ເຊັ່ນດຽວກັບຂໍ້ 9
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ກົດເກນ ແລະ ແຜນຜັງທັງໝົດຂອງມັນ
- Footnote ຄື ປະມານເຄິ່ງແມັດ ເຊັ່ນດຽວກັບຂໍ້ 17
- Footnote ຄື ປະມານ 8 ຊັງຕີແມັດ
- Footnote ຄື ປະມານ 22 ຊັງຕີແມັດ
- Footnote ຄື ສູງປະມານ 1 ແມັດ ກວ້າງປະມານເຄິ່ງແມັດ
- Footnote ຄື ສູງປະມານ 2 ແມັດ ກວ້າງປະມານເຄິ່ງແມັດ
- Footnote ຄື ປະມານ 2 ແມັດ
- Footnote ຄື ກວ້າງຍາວດ້ານລະປະມານ 6 ແມັດ
- Footnote ຄື ກວ້າງຍາວດ້ານລະປະມານ 7 ແມັດ
- Footnote ຄື ປະມານ 25 ຊັງຕີແມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.