Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 42

ຫ້ອງ​ສຳລັບ​ປະໂລຫິດ

ແລ້ວ​ຊາຍ​ຄົນ​ນັ້ນ​ໄດ້​ພາ​ຂ້າພະເຈົ້າ​ໄປ​ທີ່​ເດີ່ນ​ຊັ້ນ​ນອກ​ທາງ​ທິດ​ເໜືອ ແລະ ໄດ້​ພາ​ຂ້າພະເຈົ້າ​ໄປ​ທີ່​ຫ້ອງ​ຕ່າງໆ​ທີ່​ຢູ່​ກົງກັນຂ້າມ​ກັບ​ເດີ່ນ​ວິຫານ ແລະ ກົງກັນຂ້າມ​ກັບ​ຝາ​ດ້ານ​ນອກ​ທາງ​ທິດ​ເໜືອ. ອາຄານ​ທີ່​ມີ​ປະຕູ​ຫັນ​ໜ້າ​ໄປ​ທາງ​ທິດ​ເໜືອ​ຍາວ 100 ສອກ ແລະ ກວ້າງ 50 ສອກ.1 ທັງ​ໃນ​ສ່ວນ​ທີ່​ເປັນ​ໄລຍະ 20 ສອກ2 ຈາກ​ເດີ່ນ​ຊັ້ນ​ໃນ ແລະ ໃນ​ສ່ວນ​ທີ່​ຢູ່​ກົງກັນຂ້າມ​ກັບ​ທາງຍ່າງ​ຂອງ​ເດີ່ນ​ຊັ້ນ​ນອກ, ມີ​ລະບຽງ​ທີ່​ຫັນ​ໜ້າ​ເຂົ້າ​ຫາ​ກັນ​ສາມ​ຊັ້ນ. ໜ້າ​ຫ້ອງ​ຕ່າງໆ​ເປັນ​ທາງຍ່າງ​ພາຍໃນ ເຊິ່ງ​ມີ​ຄວາມ​ກວ້າງ 10 ສອກ3 ແລະ ຍາວ 100 ສອກ.4 ປະຕູ​ຫ້ອງ​ເຫລົ່ານີ້​ແມ່ນ​ຢູ່​ທາງ​ທິດ​ເໜືອ. ຫ້ອງ​ຊັ້ນ​ເທິງ​ແຄບ​ກວ່າ​ເພາະ​ລະບຽງ​ໄດ້​ກິນ​ເນື້ອທີ່​ຫລາຍ​ກວ່າ​ລະບຽງ​ຂອງ​ຫ້ອງ​ຊັ້ນ​ລຸມ ແລະ ຊັ້ນ​ກາງ​ຂອງ​ອາຄານ. ຫ້ອງ​ຕ່າງໆ​ທີ່​ຢູ່​ຊັ້ນ​ສາມ​ແມ່ນ​ບໍ່​ມີ​ເສົາ​ຄ້ຳ​ເໝືອນ​ກັບ​ຢູ່​ທີ່​ເດີ່ນ; ດັ່ງນັ້ນ ເນື້ອທີ່​ພື້ນ​ຫ້ອງ​ຈຶ່ງ​ແຄບ​ກວ່າ​ຢູ່​ຊັ້ນ​ລຸ່ມ ແລະ ຊັ້ນ​ກາງ. ມີ​ຝາ​ດ້ານ​ນອກ​ທີ່​ຢູ່​ທາງ​ດ້ານ​ໜ້າ​ຂອງ​ຫ້ອງ​ຕ່າງໆ ແລະ ເດີ່ນ​ຊັ້ນ​ນອກ ເຊິ່ງ​ມີ​ຄວາມ​ຍາວ 50 ສອກ.5 ໃນ​ຂະນະ​ທີ່​ຫ້ອງ​ແຖວ​ດ້ານ​ຂ້າງ​ຖັດ​ຈາກ​ເດີ່ນ​ຊັ້ນ​ນອກ​ກໍ​ຍາວ 50 ສອກ, ຫ້ອງ​ແຖວ​ຢູ່​ດ້ານ​ຂ້າງ​ໃກ້​ສະຖານ​ນະມັດສະການ​ທີ່ສຸດ​ກໍ​ຍາວ 100 ສອກ. ຫ້ອງ​ຊັ້ນ​ລຸ່ມ​ມີ​ທາງເຂົ້າ​ດ້ານ​ຕາເວັນ​ອອກ​ເມື່ອ​ເຂົ້າ​ມາ​ຈາກ​ເດີ່ນ​ຊັ້ນ​ນອກ.

ທາງ​ດ້ານ​ໃຕ້6​ຕາມ​ຄວາມ​ຍາວ​ຂອງ​ຝາ​ເດີ່ນ​ຊັ້ນ​ນອກ ມີ​ຫ້ອງ​ຕ່າງໆ​ຕິດ​ກັບ​ເດີ່ນ​ວິຫານ ແລະ ກົງກັນຂ້າມ​ກັບ​ຝາ​ຊັ້ນ​ນອກ. ເຊິ່ງ​ມີ​ທາງຍ່າງ​ຢູ່​ຕໍ່​ໜ້າ​ຫ້ອງ. ຫ້ອງ​ເຫລົ່ານີ້​ແມ່ນ​ຄື​ກັນ​ກັບ​ຫ້ອງ​ທີ່​ຢູ່​ທາງ​ທິດ​ເໜືອ​ທີ່​ມີ​ຄວາມ​ກວ້າງ​ກັບ​ຄວາມ​ຍາວ​ເທົ່າ​ກັນ ແລະ ມີ​ທາງ​ອອກ​ຄ້າຍ​ຄື​ກັນ ແລະ ຂະໜາດ​ກໍ​ໃກ້​ຄຽງ​ກັນ ຄ້າຍຄື​ກັບ​ປະຕູ​ທີ່​ຢູ່​ທາງ​ທິດ​ເໜືອ. ຄື​ປະຕູ​ຂອງ​ຫ້ອງ​ຢູ່​ທາງ​ທິດ​ໃຕ້. ມີ​ປະຕູ​ທາງເຂົ້າ​ທີ່​ຂະໜານ​ກັບ​ກຳແພງ​ທີ່​ຍາວ​ໄປ​ທາງ​ທິດ​ຕາເວັນ​ອອກ ເຊິ່ງ​ເປັນ​ທາງເຂົ້າ​ໄປ​ໃນ​ຫ້ອງ​ເຫລົ່ານັ້ນ.

ແລ້ວ​ເພິ່ນ​ກໍ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຫ້ອງ​ທີ່​ຢູ່​ທາງ​ທິດ​ເໜືອ ແລະ ທາງ​ທິດ​ໃຕ້​ທີ່​ຫັນ​ໜ້າ​ໄປ​ຫາ​ເດີ່ນ​ວິຫານ​ແມ່ນ​ເປັນ​ຫ້ອງ​ຂອງ​ບັນດາ​ປະໂລຫິດ, ເປັນ​ບ່ອນ​ທີ່​ບັນດາ​ປະໂລຫິດ​ຜູ້​ເຂົ້າ​ພົບ​ພຣະເຈົ້າ​ຢາເວ ຈະ​ກິນ​ເຄື່ອງບູຊາ​ອັນ​ບໍລິສຸດ​ທີ່ສຸດ. ບັນດາ​ປະໂລຫິດ​ຈະ​ວາງ​ເຄື່ອງບູຊາ​ບໍລິສຸດ​ທີ່ສຸດ ທັງ​ເມັດພືດ​ບູຊາ, ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງບູຊາ​ລົບ​ຄວາມ​ຜິດ ເພາະ​ສະຖານ​ທີ່​ນັ້ນ​ບໍລິສຸດ. ເມື່ອ​ປະໂລຫິດ​ເຂົ້າ​ສູ່​ບ່ອນ​ບໍລິສຸດ, ພວກເຂົາ​ຈະ​ບໍ່​ອອກ​ໄປ​ສູ່​ເດີ່ນ​ຊັ້ນ​ນອກ​ຈົນ​ກວ່າ​ຈະ​ໄດ້​ຖອດ​ເຄື່ອງ​ແຕ່ງ​ກາຍ​ທີ່​ສວມ​ຢູ່​ຂະນະ​ປະຕິບັດ​ໜ້າທີ່​ອອກ​ກ່ອນ ເພາະ​ສິ່ງ​ເຫລົ່ານີ້​ລ້ວນ​ແຕ່​ບໍລິສຸດ. ພວກເຂົາ​ຈະ​ສວມ​ເຄື່ອງ​ແຕ່ງ​ກາຍ​ອື່ນໆ ກ່ອນ​ທີ່​ພວກເຂົາ​ຈະ​ເຂົ້າ​ໄປ​ໃກ້​ບ່ອນ​ທີ່​ມີ​ໄວ້​ສຳລັບ​ປະຊາຊົນ”.

ເມື່ອ​ເພິ່ນ​ແທກ​ຂ້າງ​ໃນ​ບໍລິເວນ​ວິຫານ​ສຳເລັດ​ແລ້ວ ເພິ່ນ​ກໍ​ພາ​ຂ້າພະເຈົ້າ​ອອກ​ມາ​ທາງ​ປະຕູ​ທິດ​ຕາເວັນ​ອອກ ແລະ ແທກ​ບໍລິເວນ​ອ້ອມ​ຮອບ​ນັ້ນ. ເພິ່ນ​ໄດ້​ແທກ​ດ້ານ​ຕາເວັນ​ອອກ​ດ້ວຍ​ໄມ້​ວັດແທກ ກໍ​ແທກ​ໄດ້ 500 ສອກ.7 ເພິ່ນ​ໄດ້​ແທກ​ດ້ານ​ເໜືອ​ດ້ວຍ​ໄມ້​ວັດແທກ ໄດ້ 500 ສອກ. ເພິ່ນ​ໄດ້​ແທກ​ດ້ານ​ໃຕ້​ດ້ວຍ​ໄມ້​ວັດແທກ ກໍ​ແທກ​ໄດ້ 500 ສອກ. ແລ້ວ​ເພິ່ນ​ກໍ​ກັບ​ໄປ​ແທກ​ດ້ານ​ຕາເວັນ​ຕົກ​ດ້ວຍ​ໄມ້​ວັດແທກ ກໍ​ແທກ​ໄດ້ 500 ສອກ. ດັ່ງນັ້ນ ເພິ່ນ​ຈຶ່ງ​ແທກ​ບໍລິເວນ​ທັງ​ສີ່​ດ້ານ ເຊິ່ງ​ມີ​ກຳແພງ​ອ້ອມ​ຮອບ, ເພິ່ນ​ແທກ​ໄດ້​ຄວາມ​ຍາວ 500 ສອກ ແລະ ຄວາມ​ກວ້າງ 500 ສອກ, ເພື່ອ​ແຍກ​ບ່ອນ​ບໍລິສຸດ​ອອກ​ຈາກ​ບ່ອນ​ສາທາລະນະ.

Source notes (7)
  1. Footnote ຄື ຍາວ​ປະມານ 50 ແມັດ ກວ້າງ​ປະມານ 25 ແມັດ
  2. Footnote ຄື ປະມານ 10 ແມັດ
  3. Footnote ຄື ປະມານ 5 ແມັດ
  4. Footnote ຄື ປະມານ 50 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 8
  5. Footnote ຄື ປະມານ 25 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 8
  6. Footnote ພາສາ​ເຮັບເຣີ​ວ່າ ທາງ​ດ້ານ​ຕະເວັນ​ອອກ
  7. Footnote ຄື ປະມານ 250 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 17, 18, 19 ແລະ 20.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.