Biblica® Open Lao Contemporary Version
ເອເຊກຽນ 41
ແລ້ວຊາຍຄົນນັ້ນກໍໄດ້ພາຂ້າພະເຈົ້າໄປທີ່ສະຖານນະມັດສະການດ້ານນອກ ແລະ ໄດ້ແທກເສົາ; ຄວາມກວ້າງຂອງເສົາແຕ່ລະດ້ານແມ່ນ 6 ສອກ.1 ທາງເຂົ້ານັ້ນກວ້າງ 10 ສອກ2 ແລະ ຝາກັ້ນຂອງແຕ່ລະຟາກກວ້າງ 5 ສອກ.3 ເພິ່ນຍັງໄດ້ແທກສະຖານນະມັດສະການດ້ານນອກດ້ວຍ ເຊິ່ງມີຄວາມຍາວ 40 ສອກ ແລະ ກວ້າງ 20 ສອກ.4
ແລ້ວເພິ່ນກໍໄດ້ເຂົ້າໄປສະຖານນະມັດສະການຊັ້ນໃນ ແລະ ໄດ້ແທກເສົາທາງເຂົ້າ; ເສົາແຕ່ລະຕົ້ນແມ່ນກວ້າງ 2 ສອກ.5 ທາງເຂົ້ານັ້ນກວ້າງ 6 ສອກ ແລະ ຝາກັ້ນຂອງທາງເຂົ້າແຕ່ລະດ້ານກວ້າງ 7 ສອກ.6 ແລະ ເພິ່ນໄດ້ແທກຂະໜາດຂອງສະຖານນະມັດສະການຊັ້ນໃນໄປຈົນຮອດສະຖານນະມັດສະການຊັ້ນນອກ ເຊິ່ງມີຄວາມຍາວ 20 ສອກ7 ແລະ ມີຄວາມກວ້າງ 20 ສອກ. ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ນີ້ແມ່ນບ່ອນທີ່ສັກສິດທີ່ສຸດ”.
ແລ້ວເພິ່ນກໍໄດ້ແທກຝາວິຫານ ເຊິ່ງຝານັ້ນມີຄວາມໜາ 6 ສອກ ແລະ ແທກຫ້ອງລະບຽງອ້ອມວິຫານ ແຕ່ລະຫ້ອງແມ່ນກວ້າງ 4 ສອກ.8 ຫ້ອງລະບຽງມີສາມຊັ້ນ, ຊັ້ນເທິງມີຊັ້ນລະສາມສິບຫ້ອງ. ອ້ອມຝາວິຫານມີຂອບເພື່ອຮອງຮັບຫ້ອງລະບຽງ ບໍ່ໄດ້ສ້າງຢຶດຕິດກັບຝາວິຫານ. ຫ້ອງລະບຽງອ້ອມວິຫານນັ້ນ ຍິ່ງຢູ່ຊັ້ນສູງຂຶ້ນກໍຍິ່ງກວ້າງຂຶ້ນ. ຢຶດຕິດກັບຝາວິຫານທີ່ເປັນຊັ້ນຂຶ້ນໄປ. ມີຂັ້ນໄດຈາກຊັ້ນລຸ່ມສຸດຂຶ້ນຜ່ານຊັ້ນກາງໄປຈົນເຖິງຊັ້ນເທິງສຸດ.
ຂ້າພະເຈົ້າເຫັນວ່າວິຫານມີຍົກພື້ນອ້ອມຮອບ ເປັນຖານຮອງຮັບຫ້ອງລະບຽງ. ເຊິ່ງເປັນຄວາມຍາວຂອງໄມ້ວັດແທກຄື 6 ສອກ. ຝາອ້ອມນອກຂອງລະບຽງໜາ 5 ສອກ. ບ່ອນໂລ່ງລະຫວ່າງຫ້ອງລະບຽງຂອງວິຫານ ແລະ ຫ້ອງຕ່າງໆຂອງປະໂລຫິດແມ່ນມີຄວາມກວ້າງ 20 ສອກ ອ້ອມຮອບວິຫານ. ຈາກບ່ອນໂລ່ງນັ້ນກໍມີທາງເຂົ້າສູ່ຫ້ອງລະບຽງສອງທາງຄືດ້ານເໜືອ ແລະ ດ້ານໃຕ້ ແລະ ຍົກພື້ນຕໍ່ກັບບ່ອນໂລ່ງນັ້ນ ເຊິ່ງກວ້າງ 5 ສອກ ໂດຍອ້ອມຮອບ.
ອາຄານທີ່ຫັນໜ້າໄປທີ່ເດີ່ນວິຫານທາງດ້ານຕາເວັນຕົກນັ້ນກວ້າງ 70 ສອກ.9 ຝາອາຄານນັ້ນໜາ 5 ສອກ ໂດຍອ້ອມຮອບ ແລະ ຍາວ 90 ສອກ.10
ແລ້ວກໍໄດ້ແທກວິຫານ ເຊິ່ງມີຄວາມຍາວ 100 ສອກ11 ແລະ ເດີ່ນວິຫານກັບອາຄານ ແລະ ຝາກໍມີຄວາມຍາວ 100 ສອກ. ຄວາມກວ້າງຂອງເດີ່ນວິຫານທາງຟາກຕາເວັນອອກ ລວມທັງດ້ານໜ້າຂອງວິຫານແມ່ນ 100 ສອກ.
ແລ້ວເພິ່ນກໍໄດ້ແທກຄວາມຍາວຂອງອາຄານທີ່ຫັນໜ້າໄປຫາເດີ່ນດ້ານຫລັງຂອງວິຫານ ລວມທັງທາງຍ່າງແຕ່ລະດ້ານແທກໄດ້ 100 ສອກ.
ສະຖານນະມັດສະການຊັ້ນນອກ, ສະຖານນະມັດສະການຊັ້ນໃນ ແລະ ລະບຽງແມ່ນຫັນໜ້າໄປຫາເດີ່ນ, ທັງທໍລະນີປະຕູ ແລະ ປ່ອງຢ້ຽມແຄບເຂົ້າໄປ ແລະ ທາງຍ່າງອ້ອມທາງເຂົ້າທັງສາມ ຄືທຸກສ່ວນທີ່ຢູ່ເໜືອຂຶ້ນໄປລວມທັງທໍລະນີປະຕູລ້ວນຫຸ້ມດ້ວຍໄມ້. ພື້ນ ແລະ ຝາຂຶ້ນໄປຫາປ່ອງຢ້ຽມ ແລະ ປ່ອງຢ້ຽມກໍຫຸ້ມດ້ວຍໄມ້. ໃນບ່ອນຫວ່າງທີ່ຢູ່ເໜືອດ້ານນອກຂອງທາງເຂົ້າໄປສູ່ສະຖານນະມັດສະການຊັ້ນໃນ ແລະ ທີ່ຝາເປັນໄລຍະສະໝ່ຳສະເໝີອ້ອມສະຖານນະມັດສະການທັງຊັ້ນໃນ ແລະ ຊັ້ນນອກນັ້ນ ຄືຮູບແກະສະຫລັກເຄຣຸບ ແລະ ຕົ້ນຕານ. ຮູບແກະສະຫລັກຕົ້ນຕານແມ່ນຢູ່ສະຫລັບກັນກັບຮູບແກະສະຫລັກເຄຣຸບ. ເຄຣຸບແຕ່ລະຕົນມີສອງໜ້າ. ໜ້າໜຶ່ງເປັນໜ້າມະນຸດ ຫັນໜ້າໄປຫາຕົ້ນຕານທາງດ້ານໜຶ່ງ ແລະ ອີກໜ້າໜຶ່ງເປັນໜ້າໂຕສິງ ຫັນໄປຫາຕົ້ນຕານອີກທາງດ້ານໜຶ່ງ. ສະຫລັກເປັນລວດລາຍຢ່າງນີ້ອ້ອມວິຫານທັງໝົດ. ທີ່ຝາຂອງສະຖານນະມັດສະການຊັ້ນນອກ ຈາກພື້ນໄປຫາບໍລິເວນເໜືອທາງເຂົ້າແມ່ນແກະສະຫລັກເປັນຮູບເຄຣຸບ ແລະ ຕົ້ນຕານ.
ສະຖານນະມັດສະການຊັ້ນນອກມີວົງກົບປະຕູເປັນຮູບສີ່ຫລ່ຽມ ແລະ ປະຕູທີ່ຢູ່ທາງໜ້າບ່ອນສັກສິດທີ່ສຸດກໍຄ້າຍຄືກັນ. ມີແທ່ນບູຊາທີ່ເຮັດດ້ວຍໄມ້ສູງ 3 ສອກ12 ແລະ ກວ້າງຍາວດ້ານລະ13 2 ສອກ.14 ມຸມຂອງແທ່ນ, ຖານຂອງແທ່ນ ແລະ ດ້ານຂ້າງຂອງແທ່ນແມ່ນເຮັດດ້ວຍໄມ້. ຊາຍຄົນນັ້ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ນີ້ຄືໂຕະທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ”. ທັງສະຖານນະມັດສະການຊັ້ນນອກ ແລະ ບ່ອນທີ່ສັກສິດທີ່ສຸດ ແມ່ນມີປະຕູພັບ. ປະຕູແຕ່ລະບານແມ່ນມີສອງບານ ປະຕູແຕ່ລະບານມີບານພັບສອງອັນ. ແລະ ຢູ່ທີ່ປະຕູບ່ອນນະມັດສະການຊັ້ນນອກແມ່ນມີລວດລາຍແກະສະຫລັກຮູບເຄຣຸບ ແລະ ຮູບຕົ້ນຕານເໝືອນກັບທີ່ແກະສະຫລັກໄວ້ທີ່ຝາ ແລະ ມີໄມ້ກັນສາດຢູ່ໜ້າລະບຽງ. ຢູ່ທີ່ຝາດ້ານຂ້າງຂອງລະບຽງແມ່ນມີປ່ອງຢ້ຽມແຄບເຂົ້າໄປ ແລະ ມີຮູບແກະສະຫລັກຕົ້ນຕານຢູ່ທີ່ແຕ່ລະດ້ານ. ຫ້ອງລະບຽງຂອງວິຫານກໍກັນສາດ.
Source notes (14)
- Footnote ຄື ປະມານ 3 ແມັດ ເຊັ່ນດຽວກັບຂໍ້ 3, 5 ແລະ 8
- Footnote ຄື ປະມານ 5 ແມັດ
- Footnote ຄື ປະມານ 2,5 ແມັດ ເຊັ່ນດຽວກັບຂໍ້ 9, 11 ແລະ 12
- Footnote ຄື ຍາວປະມານ 20 ແມັດ ກວ້າງປະມານ 10 ແມັດ
- Footnote ຄື ປະມານ 1 ແມັດ
- Footnote ຄື ປະມານ 3,5 ແມັດ
- Footnote ຄື ກວ້າງ ແລະ ຍາວດ້ານລະປະມານ 10 ແມັດ ເຊັ່ນດຽວກັບຂໍ້ 10
- Footnote ຄື ປະມານ 2 ແມັດ
- Footnote ຄື ປະມານ 35 ແມັດ
- Footnote ຄື ປະມານ 45 ແມັດ
- Footnote ຄື ປະມານ 50 ແມັດ ເຊັ່ນດຽວກັບຂໍ້ 14 ແລະ 15
- Footnote ຄື ປະມານ 1,5 ແມັດ
- Footnote ພາສາເຮັບເຣີວ່າ ແລະ ຍາວ
- Footnote ຄື ກວ້າງຍາວດ້ານລະປະມານ 1 ແມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.