Biblica® Open Lao Contemporary Version
ເອເຊກຽນ 40
ບໍລິເວນວິຫານໄດ້ຮັບການບູລະນະຄືນໃໝ່
ໃນວັນທີສິບຂອງຕົ້ນປີທີຊາວຫ້າ ເຊິ່ງພວກເຮົາໄດ້ຕົກເປັນຊະເລີຍ ຫລື ປີທີສິບສີ່ຫລັງຈາກນະຄອນແຕກ ໃນວັນນັ້ນມືຂອງພຣະເຈົ້າຢາເວໄດ້ຢູ່ເໜືອຂ້າພະເຈົ້າ ແລະ ພຣະອົງໄດ້ນຳຂ້າພະເຈົ້າໄປທີ່ນັ້ນ. ໃນນິມິດຂອງພຣະເຈົ້ານັ້ນພຣະອົງໄດ້ນຳຂ້າພະເຈົ້າມາຍັງດິນແດນອິດສະຣາເອນ ແລະ ໄດ້ວາງຂ້າພະເຈົ້າໄວ້ເທິງພູເຂົາທີ່ສູງຫລາຍ ທາງດ້ານທິດໃຕ້ຂອງພູເຂົານັ້ນມີອາຄານບ້ານເຮືອນທີ່ເບິ່ງເຫມືອນກັບເປັນເມືອງໜຶ່ງ. ພຣະອົງໄດ້ນຳຂ້າພະເຈົ້າໄປທີ່ນັ້ນ ແລະ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງມີຮູບລັກສະນະເຫລື້ອມຄ້າຍກັບທອງສຳລິດ; ຊາຍຄົນນັ້ນຢືນຢູ່ທີ່ທາງເຂົ້າ ພ້ອມກັບຖືເຊືອກລິນິນເສັ້ນໜຶ່ງ ແລະ ໄມ້ວັດແທກອັນໜຶ່ງຢູ່ໃນມືຂອງລາວ. ຊາຍຄົນນັ້ນໄດ້ກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງເບິ່ງໃຫ້ດີ ແລະ ຈົ່ງຟັງໃຫ້ດີ ແລະ ຈົ່ງເອົາໃຈໃສ່ທຸກສິ່ງທີ່ເຮົາຈະສະແດງໃຫ້ແກ່ເຈົ້າ, ເພາະພຣະເຈົ້າພາເຈົ້າມາບ່ອນນີ້ກໍເພື່ອການນີ້. ຈົ່ງບອກທຸກສິ່ງທີ່ເຈົ້າເຫັນນັ້ນແກ່ປະຊາຊົນອິດສະຣາເອນ”.
ປະຕູດ້ານຕາເວັນອອກສູ່ເດີ່ນຊັ້ນນອກ
ຂ້າພະເຈົ້າໄດ້ເຫັນກຳແພງອ້ອມຮອບບໍລິເວນວິຫານ. ໄມ້ວັດແທກທີ່ຢູ່ໃນມືຂອງຊາຍຄົນນັ້ນມີຄວາມຍາວ 6 ສອກ,1 ໜຶ່ງໃນຫົກຂອງໄມ້ວັດແທກນັ້ນຍາວ 1 ສອກ2 ແລະ 1 ຝ່າມື.3 ຊາຍຄົນນັ້ນໄດ້ແທກກຳແພງ ເຊິ່ງກຳແພງນັ້ນໜາໜຶ່ງໄມ້ວັດແທກ ແລະ ສູງໜຶ່ງໄມ້ວັດແທກ.
ແລ້ວເພິ່ນກໍໄປທີ່ປະຕູດ້ານຕາເວັນອອກ. ເພິ່ນໄດ້ຂຶ້ນຂັ້ນໄດໄປ ແລະ ໄດ້ວັດແທກຕີນປະຕູ ເຊິ່ງມີຄວາມເລິກໜຶ່ງໄມ້ວັດແທກ.4 ສອງຟາກທາງຍ່າງຂອງປະຕູດ້ານຕາເວັນອອກມີຫ້ອງເຝົ້າຍາມຟາກລະສາມຫ້ອງ ແຕ່ລະຫ້ອງມີຄວາມຍາວໜຶ່ງໄມ້ວັດແທກ ແລະ ກວ້າງໜຶ່ງໄມ້ວັດແທກ, ຝາກັ້ນລະຫວ່າງຫ້ອງເຝົ້າຍາມແຕ່ລະຫ້ອງມີຄວາມໜາ 5 ສອກ.5 ທາງເຂົ້າຕິດກັບລະບຽງທີ່ຫັນໜ້າໄປທາງວິຫານນັ້ນມີຄວາມເລິກໜຶ່ງໄມ້ວັດແທັກ.
ແລ້ວເພິ່ນໄດ້ວັດແທກລະບຽງຂອງປະຕູທາງເຂົ້ານີ້; ແທກຄວາມເລິກໄດ້ 8 ສອກ6 ແລະ ມີເສົາທີ່ມີຄວາມໜາ 2 ສອກ.7 ລະບຽງຂອງປະຕູທາງເຂົ້ານີ້ຫັນໜ້າໄປທາງວິຫານ.
ພາຍໃນປະຕູດ້ານຕາເວັນອອກມີຫ້ອງເຝົ້າຍາມສາມຫ້ອງຢູ່ທັງສອງຟາກ ທັງສາມຫ້ອງມີຂະໜາດເທົ່າກັນ ແລະ ຄວາມໜາຂອງຝາກັ້ນລະຫວ່າງຫ້ອງກໍມີຂະໜາດເທົ່າກັນ. ແລ້ວເພິ່ນກໍໄດ້ແທກຄວາມກວ້າງຂອງລະບຽງປະຕູໄດ້ 10 ສອກ8 ແລະ ຄວາມຍາວໄດ້ 13 ສອກ.9 ດ້ານໜ້າຂອງແຕ່ລະຫ້ອງມີກຳແພງສູງ 1 ສອກ ແລະ ຫ້ອງເຝົ້າຍາມເຫລົ່ານັ້ນເປັນຮູບສີ່ຫລ່ຽມ ມີຂະໜາດກວ້າງ ແລະ ຍາວ 6 ສອກ. ແລ້ວເພິ່ນໄດ້ແທກຂະໜາດທາງເຂົ້າຈາກແຄມສຸດຂອງຝາດ້ານຫລັງຂອງຫ້ອງໄປຈົນຮອດແຄມສຸດຂອງຝາດ້ານຫລັງຂອງຫ້ອງທີ່ຢູ່ກົງກັນຂ້າມກັນ ເຊິ່ງມີໄລຍະທາງ 25 ສອກ.10 ເພິ່ນໄດ້ແທກໄລຍະທາງໄປຕາມໜ້າຝາກັ້ນຫ້ອງໄປຫາດ້ານໃນຂອງທາງເຂົ້າຈົນເຖິງລະບຽງ11ໜ້າເດີ່ນວິຫານໄດ້ 60 ສອກ.12 ຈາກທາງເຂົ້າເຖິງແຄມສຸດຂອງລະບຽງແມ່ນແທກໄດ້ 50 ສອກ.13 ອ້ອມລະບຽງນີ້ແມ່ນມີປ່ອງຢ້ຽມທີ່ແຄບເຂົ້າມາຂ້າງໃນຢູ່ດ້ານເທິງຂອງຫ້ອງເຝົ້າຍາມ ແລະ ຝາກັ້ນຫ້ອງ. ຄວາມໜາຂອງຝາກັ້ນແມ່ນແກະສະຫລັກເປັນຮູບຕົ້ນຕານ.
ເດີ່ນຊັ້ນນອກ
ແລ້ວເພິ່ນກໍໄດ້ນຳຂ້າພະເຈົ້າມາຍັງເດີ່ນຊັ້ນນອກ. ຢູ່ທີ່ນັ້ນຂ້າພະເຈົ້າໄດ້ເຫັນຫ້ອງຕ່າງໆ ແລະ ທາງຍ່າງຂຶ້ນອ້ອມເດີ່ນ; ຢູ່ຕາມທາງຍ່າງມີສາມສິບຫ້ອງ. ທາງຍ່າງນີ້ແມ່ນຍາວອອກໄປຕາມຄວາມຍາວຂອງທາງເຂົ້າ; ນີ້ເປັນທາງຍ່າງດ້ານລຸ່ມ. ແລ້ວເພິ່ນໄດ້ແທກລະຍະທາງຈາກດ້ານໃນຂອງທາງເຂົ້າດ້ານລຸ່ມໄປຫາດ້ານນອກຂອງເດີ່ນຊັ້ນໃນໄດ້ 100 ສອກ14 ທັງດ້ານຕາເວັນອອກ ແລະ ດ້ານເໜືອ.
ປະຕູດ້ານເໜືອ
ແລ້ວເພິ່ນກໍໄດ້ແທກຄວາມກວ້າງ ແລະ ຄວາມຍາວຂອງປະຕູດ້ານເໜືອ ເຊິ່ງນຳໄປສູ່ເດີ່ນຊັ້ນນອກ. ຫ້ອງເຝົ້າຍາມແມ່ນມີຢູ່ດ້ານລະສາມຫ້ອງ ຝາກັ້ນຫ້ອງ ແລະ ມຸມລ້ວນແຕ່ມີຂະໜາດເທົ່າກັບປະຕູທຳອິດ ຄືຍາວ 50 ສອກ ແລະ ກວ້າງ 25 ສອກ.15 ປ່ອງຢ້ຽມ, ລະບຽງ ແລະ ຮູບແກະສະຫລັກຕົ້ນຕານຕ່າງກໍມີຂະໜາດເທົ່າກັນກັບທີ່ມີຢູ່ບັນດາປະຕູດ້ານຕາເວັນອອກ. ຂັ້ນໄດທີ່ຂຶ້ນໄປສູ່ປະຕູນັ້ນມີເຈັດຂັ້ນ ເຊິ່ງມີລະບຽງຢູ່ກົງກັນຂ້າມ. ມີປະຕູເຂົ້າສູ່ເດີ່ນຊັ້ນໃນທີ່ຫັນໜ້າໄປທາງປະຕູທິດເໜືອ ມີລັກສະນະດຽວກັນກັບປະຕູຕາເວັນອອກ. ເພິ່ນແທກຈາກປະຕູໜຶ່ງໄປຍັງອີກປະຕູໜຶ່ງໄດ້ 100 ສອກ.
ປະຕູດ້ານໃຕ້
ແລ້ວເພິ່ນກໍໄດ້ນຳຂ້າພະເຈົ້າໄປຍັງດ້ານໃຕ້ ແລະ ຂ້າພະເຈົ້າກໍໄດ້ເຫັນປະຕູທີ່ຫັນໜ້າໄປທາງທິດໃຕ້. ເພິ່ນໄດ້ແທກເສົາຂອງປະຕູ ແລະ ລະບຽງຂອງປະຕູ ເຊິ່ງມີຂະໜາດດຽວກັນກັບບ່ອນອື່ນໆ. ທາງເຂົ້າ ແລະ ລະບຽງແມ່ນມີປ່ອງຢ້ຽມແຄບເຂົ້າໄປດ້ານໃນຢູ່ອ້ອມ ຄືກັນກັບປ່ອງຢ້ຽມທີ່ຢູ່ປະຕູອື່ນໆ. ປ່ອງຢ້ຽມນັ້ນມີຄວາມຍາວ 50 ສອກ ແລະ ກວ້າງ 25 ສອກ. ຂັ້ນໄດທີ່ຂຶ້ນໄປມີເຈັດຂັ້ນ, ມີລະບຽງຢູ່ກົງກັນຂ້າມ; ຄວາມໜາຂອງຝາກັ້ນແຕ່ລະດ້ານແມ່ນມີຮູບແກະສະຫລັກຕົ້ນຕານ. ເດີ່ນຊັ້ນໃນນີ້ກໍມີປະຕູທີ່ຫັນໜ້າໄປທາງທິດໃຕ້ ແລະ ເພິ່ນໄດ້ແທກຈາກປະຕູນີ້ໄປຫາປະຕູຊັ້ນນອກທາງດ້ານໃຕ້ ເຊິ່ງມີໄລຍະທາງຢູ່ 100 ສອກ.
ປະຕູເຂົ້າສູ່ເດີ່ນຊັ້ນໃນ
ແລ້ວເພິ່ນກໍໄດ້ພາຂ້າພະເຈົ້າຜ່ານປະຕູດ້ານໃຕ້ໄປທີ່ເດີ່ນຊັ້ນໃນ ແລະ ເພິ່ນໄດ້ແທກປະຕູດ້ານໃຕ້; ປະຕູນັ້ນມີຂະໜາດເທົ່າກັນກັບປະຕູອື່ນໆ. ຫ້ອງເຝົ້າຍາມ, ຝາກັ້ນຫ້ອງ ແລະ ລະບຽງມີຂະໜາດດຽວກັນກັບຢູ່ບ່ອນອື່ນໆ. ທາງເຂົ້າ ແລະ ລະບຽງແມ່ນມີປ່ອງຢ້ຽມຢູ່ອ້ອມ ເຊິ່ງແທກໄລຍະຄວາມຍາວໄດ້ 50 ສອກ ແລະ ກວ້າງ 25 ສອກ. (ລະບຽງຂອງປະຕູທາງເຂົ້າອ້ອມເດີ່ນຊັ້ນໃນກວ້າງ 25 ສອກ ແລະ ເລິກ 5 ສອກ.16) ລະບຽງແມ່ນຫັນໜ້າໄປທາງເດີ່ນຊັ້ນນອກ; ເສົາແກະສະຫລັກຕົ້ນຕານ ແລະ ມີຂັ້ນໄດແປດຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ.
ຫລັງຈາກນັ້ນ ເພິ່ນກໍໄດ້ນຳຂ້າພະເຈົ້າເຂົ້າສູ່ເດີ່ນຊັ້ນໃນທາງດ້ານຕາເວັນອອກ ແລະ ເພິ່ນໄດ້ແທກປະຕູທາງເຂົ້າ ເຊິ່ງມີຂະໜາດດຽວກັນກັບທາງເຂົ້າອື່ນໆ. ຫ້ອງເຝົ້າຍາມ, ຝາກັ້ນຫ້ອງ ແລະ ລະບຽງແມ່ນມີຂະໜາດດຽວກັນກັບຢູ່ບ່ອນອື່ນໆ. ທາງເຂົ້າ ແລະ ລະບຽງແມ່ນມີປ່ອງຢ້ຽມຢູ່ອ້ອມ ເຊິ່ງແທກໄລຍະຄວາມຍາວໄດ້ 50 ສອກ ແລະ ກວ້າງ 25 ສອກ. ລະບຽງແມ່ນຫັນໜ້າໄປຫາເດີ່ນຊັ້ນນອກ; ເສົາທັງສອງດ້ານແມ່ນມີຮູບແກະສະຫລັກຕົ້ນຕານ ແລະ ມີຂັ້ນໄດແປດຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ.
ແລ້ວເພິ່ນກໍພາຂ້າພະເຈົ້າໄປທີ່ປະຕູທິດເໜືອ ແລະ ແທກປະຕູນັ້ນ. ປະຕູມີຂະໜາດເທົ່າກັນກັບຢູ່ບ່ອນອື່ນໆ. ຫ້ອງເຝົ້າຍາມ, ຝາກັ້ນຫ້ອງ ແລະ ລະບຽງກໍມີຂະໜາດດຽວກັນ ແລະ ມີປ່ອງຢ້ຽມຢູ່ອ້ອມ ເຊິ່ງແທກໄລຍະຄວາມຍາວໄດ້ 50 ສອກ ກວ້າງ 25 ສອກ. ລະບຽງ17ແມ່ນຫັນໜ້າໄປຫາເດີ່ນຊັ້ນນອກ. ເສົາທັງສອງດ້ານແມ່ນມີຮູບແກະສະຫລັກຕົ້ນຕານ ແລະ ມີຂັ້ນໄດແປດຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ.
ຫ້ອງສຳລັບຈັດຕຽມເຄື່ອງບູຊາ
ໃກ້ລະບຽງບ່ອນທາງເຂົ້າຊັ້ນໃນແຕ່ລະດ້ານມີຫ້ອງໜຶ່ງ ເຊິ່ງເປັນບ່ອນຊຳລະເຄື່ອງເຜົາບູຊາ. ໃນລະບຽງທາງເຂົ້າແມ່ນມີໂຕະສອງໜ່ວຍຕັ້ງຢູ່ແຕ່ລະດ້ານ ເຊິ່ງເປັນບ່ອນສຳລັບຂ້າສັດເຜົາບູຊາ, ເຄື່ອງບູຊາ18ໄຖ່ບາບ ແລະ ເຄື່ອງບູຊາລົບຄວາມຜິດ. ດ້ານນອກຂອງລະບຽງທາງເຂົ້າໃກ້ກັບຂັ້ນໄດ ປາກທາງເຂົ້າສູ່ປະຕູດ້ານເໜືອມີໂຕະສອງໜ່ວຍ ແລະ ອີກຟາກໜຶ່ງຂອງຂັ້ນໄດມີໂຕະອີກສອງໜ່ວຍ. ດັ່ງນັ້ນ ແຕ່ລະຟາກຂອງທາງເຂົ້າແມ່ນມີໂຕະດ້ານລະສີ່ໜ່ວຍ ລວມກັນເປັນແປດໜ່ວຍ ເຊິ່ງເປັນບ່ອນສຳລັບຂ້າສັດທີ່ເປັນເຄື່ອງບູຊາ. ມີໂຕະອີກສີ່ໜ່ວຍທີ່ເຮັດດ້ວຍຫີນທີ່ເຈຍລະໄນໄວ້ສຳລັບເຄື່ອງເຜົາບູຊາ, ແຕ່ລະໂຕະກວ້າງ ແລະ ຍາວ 1,5 ສອກ ແລະ ສູງ 1 ສອກ.19 ຢູ່ເທິງໂຕະເຫລົ່ານັ້ນແມ່ນໃຊ້ວາງພາຊະນະເຄື່ອງໃຊ້ຕ່າງໆໃນການຂ້າເຄື່ອງເຜົາບູຊາ ແລະ ເຄື່ອງບູຊາອື່ນໆ. ແລະ ຢູ່ອ້ອມຂອບໂຕະແມ່ນມີຂໍເກາະສອງປາຍ, ແຕ່ລະອັນຍາວ 1 ຝ່າມື20 ຕິດຢູ່ອ້ອມ. ໂຕະເຫລົ່ານີ້ແມ່ນສຳລັບວາງຊີ້ນເຄື່ອງບູຊາ.
ຫ້ອງສຳລັບປະໂລຫິດ
ດ້ານນອກຂອງປະຕູຊັ້ນໃນ ພາຍໃນເດີ່ນຊັ້ນໃນມີຫ້ອງສອງຫ້ອງ ຫ້ອງໜຶ່ງ21 ຢູ່ທີ່ຂ້າງປະຕູດ້ານເໜືອ ແລະ ຫັນໜ້າໄປທາງໃຕ້ ແລະ ອີກຫ້ອງໜຶ່ງຢູ່ທີ່ຂ້າງປະຕູດ້ານໃຕ້22 ແລະ ຫັນໜ້າໄປທາງທິດເໜືອ. ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຫ້ອງທີ່ຫັນໄປທາງໃຕ້ແມ່ນສຳລັບປະໂລຫິດຜູ້ເບິ່ງແຍງວິຫານ, ສ່ວນຫ້ອງທີ່ຫັນໄປທາງທິດເໜືອແມ່ນສຳລັບປະໂລຫິດຜູ້ເບິ່ງແຍງແທ່ນບູຊາ. ຄົນເຫລົ່ານີ້ແມ່ນເປັນລູກຫລານຂອງຊາດົກ, ເຊິ່ງເປັນຄົນເລວີເທົ່ານັ້ນທີ່ສາມາດເຂົ້າມາໃກ້ພຣະເຈົ້າຢາເວ ເພື່ອຮັບໃຊ້ຢູ່ຕໍ່ໜ້າພຣະອົງ”.
ແລ້ວເພິ່ນກໍໄດ້ແທກເດີ່ນນັ້ນ: ເດີ່ນນັ້ນເປັນຮູບສີ່ຫລ່ຽມ ມີຄວາມກວ້າງ 100 ສອກ ແລະ ຄວາມຍາວ 100 ສອກ ແລະ ແທ່ນບູຊາແມ່ນຢູ່ທີ່ໜ້າວິຫານ.
ວິຫານໃໝ່
ເພິ່ນໄດ້ພາຂ້າພະເຈົ້າໄປທີ່ລະບຽງວິຫານ ແລະ ໄດ້ແທກເສົາຂອງລະບຽງ; ເສົາແຕ່ລະດ້ານແມ່ນກວ້າງ 5 ສອກ. ທາງເຂົ້າແມ່ນກວ້າງ 14 ສອກ23 ແລະ ຝາກັ້ນຫ້ອງ24ແຕ່ລະດ້ານແມ່ນກວ້າງ 3 ສອກ.25 ລະບຽງນັ້ນກວ້າງ 20 ສອກ26 ແລະ ແທກຈາກຂ້າງໜ້າໄປຂ້າງຫລັງໄດ້ 12 ສອກ.27 ມີຂັ້ນໄດສິບຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ ແລະ ມີເສົາຢູ່ແຕ່ລະຂ້າງຂອງວົງກົບ.
Source notes (27)
- Footnote ຄື ປະມານ 3,2 ແມັດ ເຊັ່ນດຽວກັບຂໍ້ 12
- Footnote ຄື ປະມານ 53 ຊັງຕີແມັດ ເຊັ່ນດຽວກັບຂໍ້ 12
- Footnote ຄື ປະມານ 8 ຊັງຕີແມັດ
- Footnote ພາສາເຮັບເຣີວ່າ ຕີນປະຕູທຳອິດເລິກໜຶ່ງໄມ້ວັດແທກ
- Footnote ຄື ປະມານ 2,5 ແມັດ ເຊັ່ນດຽວກັບຂໍ້ 48
- Footnote ຄື ປະມານ 4 ແມັດ
- Footnote ຄື ປະມານ 1 ແມັດ
- Footnote ຄື ປະມານ 5 ແມັດ
- Footnote ຄື ປະມານ 6,5 ແມັດ
- Footnote ຄື ປະມານ 12,5 ແມັດ
- Footnote ພາສາເຮັບເຣີວ່າ ຝາກັ້ນ
- Footnote ຄື ປະມານ 30 ແມັດ
- Footnote ຄື ປະມານ 25 ແມັດ
- Footnote ຄື ປະມານ 50 ແມັດ ເຊັ່ນດຽວກັບຂໍ້ 23, 27 ແລະ 47
- Footnote ຄື ຍາວປະມານ 25 ແມັດ ກວ້າງປະມານ 12,5 ແມັດ ເຊັ່ນດຽວກັບຂໍ້ 25, 29, 33 ແລະ 36
- Footnote ຄື ກວ້າງປະມານ 12,5 ແມັດ ແລະ ເລິກປະມານ 2,5 ແມັດ
- Footnote ສະບັບພາສາເຮັບເຣີວ່າ ເສົາ
- Footnote ເຄື່ອງບູຊາຊຳລະລ້າງ
- Footnote ຄື ກວ້າງ ແລະ ຍາວປະມານ 75 ຊັງຕີແມັດ ແລະ ສູງປະມານ 50 ຊັງຕີແມັດ
- Footnote ຄື ປະມານ 8 ຊັງຕີແມັດ
- Footnote ພາສາເຮັບເຣີວ່າ ເປັນຫ້ອງສຳລັບນັກຮ້ອງເຊິ່ງ
- Footnote ພາສາເຮັບເຣີວ່າ ຕາເວັນອອກ
- Footnote ຄື ປະມານ 7 ແມັດ
- Footnote ພາສາເຮັບເຣີວ່າ ທາງເຂົ້າ
- Footnote ຄື ປະມານ 1,5 ແມັດ
- Footnote ຄື ປະມານ 10 ແມັດ
- Footnote ຄື ປະມານ 6 ແມັດ ພາສາເຮັບເຣີວ່າ 11 ສອກ ຄື ປະມານ 5,5 ແມັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.