Biblica® Open Lao Contemporary Version
ເອເຊກຽນ 39
“ບຸດມະນຸດ ຈົ່ງທຳນວາຍຕໍ່ສູ້ໂກກ ແລະ ເວົ້າວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໂກກຜູ້ເປັນເຈົ້ານາຍຄົນສຳຄັນແຫ່ງເມເຊັກ1 ແລະ ຕູບານ, ເຮົາເປັນສັດຕູກັບເຈົ້າ. ເຮົາຈະເຮັດໃຫ້ເຈົ້າຫັນກັບ ແລະ ລາກເຈົ້າໄປ. ເຮົາຈະນຳເຈົ້າມາຈາກພາກເໜືອສຸດ ແລະ ສົ່ງເຈົ້າມາສູ້ຮົບກັບພູເຂົາຕ່າງໆຂອງອິດສະຣາເອນ. ແລ້ວເຮົາຈະຟາດຄັນທະນູຂອງເຈົ້າໃຫ້ຫລຸດຈາກມືຊ້າຍຂອງເຈົ້າ ແລະ ເຮັດໃຫ້ລູກທະນູຕົກຈາກມືຂວາຂອງເຈົ້າ. ເຈົ້າ ແລະ ທະຫານທັງໝົດກັບຊົນຊາດຕ່າງໆທີ່ຮ່ວມກັບເຈົ້າຈະລົ້ມລົງເທິງພູເຂົາທັງຫລາຍຂອງອິດສະຣາເອນ. ເຮົາຈະມອບເຈົ້າໃຫ້ເປັນອາຫານຂອງຊາກນົກທຸກຊະນິດ ແລະ ສັດປ່າທັງຫລາຍ. ເຈົ້າຈະລົ້ມລົງໃນທົ່ງກວ້າງ ເພາະເຮົາໄດ້ເວົ້າໄວ້ແລ້ວ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້. ເຮົາຈະສົ່ງໄຟລົງມາເທິງເມືອງມາກົກ ແລະ ເທິງບັນດາຄົນທີ່ອາໄສຢູ່ຢ່າງປອດໄພຕາມດິນແດນຊາຍຝັ່ງທະເລ ແລະ ພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ເຮົາຈະເຮັດໃຫ້ນາມອັນສັກສິດຂອງເຮົາເປັນທີ່ຮູ້ຈັກໃນທ່າມກາງອິດສະຣາເອນປະຊາຊົນຂອງເຮົາ. ເຮົາຈະບໍ່ປ່ອຍໃຫ້ນາມອັນສັກສິດຂອງເຮົາຖືກລົບຫລູ່ອີກຕໍ່ໄປ ແລະ ປະຊາຊາດທັງຫລາຍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວຄືອົງບໍລິສຸດແຫ່ງອິດສະຣາເອນ. ວັນນັ້ນກຳລັງຈະມາເຖິງແລ້ວ! ເຫດການເຫລົ່ານີ້ຈະເກີດຂຶ້ນຢ່າງແນ່ນອນ ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ນີ້ເປັນວັນທີ່ເຮົາໄດ້ກ່າວໄວ້.
“ ‘ແລ້ວບັນດາຄົນທີ່ອາໄສຢູ່ໃນເມືອງຕ່າງໆຂອງອິດສະຣາເອນກໍຈະອອກໄປເກັບອາວຸດມາຈູດເປັນຟືນດັງໄຟ ມີທັງໂລ່ນ້ອຍ ແລະ ໂລ່ໃຫຍ່, ຄັນທະນູ, ລູກທະນູ, ໄມ້ຄ້ອນຮົບ ແລະ ຫອກ. ພວກເຂົາຈະໃຊ້ອາວຸດເຫລົ່ານີ້ເປັນຟືນດັງໄຟຕະຫລອດເຈັດປີ. ພວກເຂົາຈະບໍ່ຈຳເປັນຕ້ອງເກັບຟືນຈາກທົ່ງ ຫລື ຕັດຟືນຈາກປ່າ ເພາະຈະໃຊ້ອາວຸດທັງຫລາຍເປັນຟືນດັງໄຟ ແລະ ພວກເຂົາຈະປຸ້ນຜູ້ທີ່ເຄີຍປຸ້ນພວກເຂົາ ແລະ ຈະຈີ້ຜູ້ທີ່ເຄີຍຈີ້ພວກເຂົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
“ ‘ໃນວັນນັ້ນ ເຮົາຈະໃຫ້ບ່ອນຝັງສົບຕອນໜຶ່ງໃນອິດສະຣາເອນແກ່ໂກກ, ເປັນຮ່ອມພູຂອງບັນດາຄົນທີ່ເດີນທາງໄປທາງຕາເວັນອອກ ມຸ່ງໜ້າສູ່2ທະເລນັ້ນ.3 ມັນຈະກີດຂວາງທາງຂອງຄົນທີ່ສັນຈອນໄປມາ ເພາະໂກກ ແລະ ກອງກຳລັງທັງໝົດຂອງໂກກຈະຖືກຝັງໄວ້ຢູ່ທີ່ນັ້ນ. ດັ່ງນັ້ນ ຄົນທັງຫລາຍຈະເອີ້ນທີ່ນັ້ນວ່າຮ່ອມພູຮາໂມນໂກກ.4
“ ‘ຊົນຊາດອິດສະຣາເອນຈະຝັງສົບຂອງພວກເຂົາຕະຫລອດເຈັດເດືອນເພື່ອຊຳລະແຜ່ນດິນໃຫ້ສະອາດ. ປະຊາຊົນທຸກຄົນຈະຊ່ວຍກັນຝັງສົບຂອງພວກເຂົາ ແລະ ວັນທີ່ເຮົາໄດ້ຮັບກຽດຕິຍົດນັ້ນ ຈະເປັນວັນຈາລຶກສຳລັບພວກເຂົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
“ ‘ປະຊາຊົນທັງຫລາຍຈະຖືກຈ້າງໃຫ້ຊຳລະດິນແດນນັ້ນຢ່າງຕໍ່ເນື່ອງ. ພວກເຂົາຈະກະຈາຍໄປທົ່ວແຜ່ນດິນ, ບາງຄົນກໍຝັງສົບຄົນທີ່ຕາຍຢູ່ຕາມພື້ນດິນ. ເມື່ອຄົບເຈັດເດືອນແລ້ວ ພວກເຂົາກໍຈະເລີ່ມອອກຄົ້ນຫາ. ຂະນະທີ່ພວກເຂົາໄປທົ່ວດິນແດນ ຜູ້ໃດທີ່ເຫັນກະດູກຂອງຄົນກໍຈະເອົາເຄື່ອງໝາຍປັກໄວ້ທາງຂ້າງ ລໍຖ້າຈົນຄົນຂຸດຂຸມມາຝັງກະດູກນັ້ນໃນຮ່ອມພູຮາໂມນໂກກ, ຢູ່ໃກ້ກັບເມືອງໜຶ່ງທີ່ມີຊື່ວ່າຮາໂມນາ.5 ດັ່ງນັ້ນ ພວກເຂົາຈຶ່ງຈະຊຳລະແຜ່ນດິນໃຫ້ສະອາດ’.
“ບຸດມະນຸດ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງເອີ້ນຫານົກທຸກຊະນິດ ແລະ ສັດປ່າທັງໝົດວ່າ: ‘ຈົ່ງມາເຕົ້າໂຮມກັນຈາກທຸກທິດ ມາກິນເຄື່ອງບູຊາທີ່ເຮົາກຳລັງຕຽມໄວ້ໃຫ້, ເປັນການຖວາຍຄັ້ງໃຫຍ່ເທິງພູເຂົາຕ່າງໆຂອງອິດສະຣາເອນ. ເຈົ້າຈະໄດ້ກິນຊີ້ນ ແລະ ດື່ມເລືອດຢູ່ທີ່ນັ້ນ. ເຈົ້າຈະກິນຊີ້ນຂອງຜູ້ຍິ່ງໃຫຍ່ ແລະ ດື່ມເລືອດຂອງບັນດາເຈົ້ານາຍຂອງໂລກ ເໝືອນກັບທີ່ພວກເຂົາເຫລົ່ານັ້ນເປັນແກະຜູ້, ລູກແກະ, ແບ້ ແລະ ງົວຜູ້ ທັງໝົດລ້ວນແຕ່ເປັນສັດໂຕອ້ວນພີຈາກບາຊານ. ເຈົ້າຈະກິນໄຂມັນຈົນອິ່ມ ແລະ ດື່ມເລືອດຈົນເມົາຈາກເຄື່ອງບູຊາທີ່ເຮົາກຳລັງຕຽມໄວ້ໃຫ້ເຈົ້າ. ທີ່ໂຕະຂອງເຮົາ ເຈົ້າຈະກິນມ້າ ແລະ ທະຫານມ້າ, ບູລຸດຜູ້ຍິ່ງໃຫຍ່ ແລະ ນັກຮົບທຸກປະເພດຈົນອິ່ມໜຳ’, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
“ເຮົາຈະສະແດງກຽດຕິຍົດຂອງເຮົາທ່າມກາງຊົນຊາດທັງຫລາຍ ແລະ ປະຊາຊາດທັງໝົດຈະໄດ້ເຫັນໂທດທີ່ເຮົາບັນດານ ແລະ ເຫັນມືທີ່ເຮົາຟາດພວກເຂົາ. ຕັ້ງແຕ່ວັນນັ້ນເປັນຕົ້ນໄປ ຊົນຊາດອິດສະຣາເອນຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ແລະ ປະຊາຊາດທັງຫລາຍຈະຮູ້ວ່າປະຊາຊົນອິດສະຣາເອນໄດ້ຕົກເປັນຊະເລີຍເພາະຄວາມບາບຂອງຕົນ. ເພາະພວກເຂົາບໍ່ສັດຊື່ຕໍ່ເຮົາ. ເຮົາຈຶ່ງເຊື່ອງໜ້າຂອງເຮົາຈາກພວກເຂົາ ແລະ ມອບພວກເຂົາໃຫ້ສັດຕູຂອງພວກເຂົາ ແລ້ວພວກເຂົາທັງໝົດກໍລົ້ມຕາຍດ້ວຍຄົມດາບ. ເຮົາໄດ້ຈັດການກັບພວກເຂົາຕາມມົນທິນຂອງພວກເຂົາ ແລະ ການລ່ວງລະເມີດຂອງພວກເຂົາ ແລະ ເຮົາໄດ້ເຊື່ອງໜ້າຂອງເຮົາຈາກພວກເຂົາ.
“ເຫດສະນັ້ນພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ບັດນີ້ ເຮົາຈະນຳຢາໂຄບກັບຈາກການເປັນຊະເລີຍ6 ແລະ ເຮົາຈະເມດຕາສົງສານປະຊາຊົນອິດສະຣາເອນເພາະເຮົາຫວງແຫນນາມອັນສັກສິດຂອງເຮົາ. ພວກເຂົາຈະລືມຄວາມອັບອາຍ ແລະ ຄວາມບໍ່ສັດຊື່ທັງໝົດທີ່ພວກເຂົາສະແດງຕໍ່ເຮົາ ເມື່ອພວກເຂົາອາໄສຢູ່ຢ່າງປອດໄພໃນດິນແດນຂອງຕົນ ໂດຍບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ. ເມື່ອເຮົາໄດ້ນຳພວກເຂົາກັບມາຈາກຊາດຕ່າງໆ ແລະ ໄດ້ຮວບຮວມພວກເຂົາມາຈາກບັນດາປະເທດທີ່ເປັນສັດຕູຂອງພວກເຂົາ ເຮົາຈະສະແດງໂຕເຮົາເອງວ່າບໍລິສຸດຜ່ານທາງພວກເຂົາຕໍ່ໜ້າປະຊາຊາດທັງຫລາຍ. ເມື່ອນັ້ນພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ເພາະເຖິງແມ່ນເຮົາໄດ້ສົ່ງພວກເຂົາໄປເປັນຊະເລີຍທ່າມກາງຊົນຊາດຕ່າງໆ ເຮົາກໍຈະຮວບຮວມພວກເຂົາກັບມາຍັງດິນແດນຂອງຕົນເອງໂດຍບໍ່ປະຖິ້ມໄວ້ຈັກຄົນ. ເຮົາຈະບໍ່ເຊື່ອງໜ້າຂອງເຮົາຈາກພວກເຂົາອີກແລ້ວ ເພາະເຮົາຈະຖອກພຣະວິນຍານຂອງເຮົາລົງເໜືອຊົນຊາດອິດສະຣາເອນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
Source notes (6)
- Footnote ຫລື ໂກກເຈົ້າຊີວິດແຫ່ງໂຣເຊ ເມເຊັກ
- Footnote ຫລື ທາງຕະເວັນອອກຂອງ
- Footnote ຄື ທະເລຕາຍ
- Footnote ແປວ່າ ກອງກຳລັງຂອງໂກກ
- Footnote ແປວ່າ ກອງກຳລັງ
- Footnote ຫລື ບັດນີ້ເຮົາຈະໃຫ້ຢາໂຄບກັບສູ່ສະພາບດີດັ່ງເດີມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.