Biblica® Open Lao Contemporary Version
ເອເຊກຽນ 38
ໄຊຊະນະອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວຕໍ່ບັນດາປະຊາຊາດ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ ຈົ່ງມຸ່ງໜ້າປະນາມໂກກແຫ່ງດິນແດນມາກົກ ເຈົ້ານາຍຄົນສຳຄັນແຫ່ງ1ເມເຊັກ ແລະ ຕູບານ; ຈົ່ງທຳນວາຍກ່າວໂທດລາວ ແລະ ກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໂກກ, ເຈົ້ານາຍຄົນສຳຄັນແຫ່ງເມເຊັກ2 ແລະ ຕູບານ, ເຮົາເປັນສັດຕູກັບເຈົ້າ. ເຮົາຈະເຮັດໃຫ້ເຈົ້າຫັນກັບ, ຈະເອົາຂໍເກາະກ່ຽວຄາງກະໄຕຂອງເຈົ້າ ແລະ ລາກເຈົ້າອອກໄປພ້ອມກອງທັບທັງໝົດຂອງເຈົ້າ ຄືມ້າຂອງເຈົ້າ ແລະ ທະຫານມ້າທີ່ມີອາວຸດຄົບຖ້ວນຂອງເຈົ້າ ແລະ ທັງກອງກຳລັງໃຫຍ່ທີ່ຖືໂລ່ນ້ອຍ ແລະ ໃຫຍ່, ທຸກຄົນທີ່ແກວ່ງດາບຂອງຕົນ. ເປີເຊຍ, ກູເຊ3 ແລະ ພູດຈະໄປກັບພວກເຂົາ, ທຸກຄົນລ້ວນຖືໂລ່ ແລະ ສວມໝວກເກາະ, ພ້ອມທັງໂກເມກັບທະຫານທັງໝົດ ແລະ ທັງເບດໂຕກາມາ ຈາກພາກເໜືອອັນໄກກັບທະຫານທັງໝົດ ມີຫລາຍປະຊາຊາດທີ່ຮ່ວມກັບເຈົ້າ.
“ ‘ເຈົ້າກັບກອງກຳລັງທັງໝົດທີ່ຊຸມນຸມກັນຢູ່ອ້ອມເຈົ້າ ຈົ່ງຕຽມພ້ອມ ແລະ ຮັບຄຳສັ່ງກ່ຽວກັບພວກເຂົາ. ຫລັງຈາກຫລາຍວັນຜ່ານໄປເຈົ້າກໍຈະຖືກເອີ້ນມາຮົບ. ອີກຫລາຍປີຂ້າງໜ້າເຈົ້າກໍຈະບຸກດິນແດນທີ່ຫວ່າງຈາກສົງຄາມ ເຊິ່ງປະຊາຊົນດິນແດນນັ້ນຖືກຮວບຮວມມາຈາກຫລາຍຊາດສູ່ພູເຂົາຕ່າງໆຂອງອິດສະຣາເອນທີ່ຖືກຖິ້ມຮົກຮ້າງມາແຕ່ດົນ. ພວກເຂົາຖືກພາມາຈາກຊາດຕ່າງໆ ແລະ ບັດນີ້ ພວກເຂົາທັງໝົດກໍໄດ້ອາໄສຢູ່ຢ່າງປອດໄພ. ເຈົ້າກັບກອງທະຫານທັງໝົດ ແລະ ຊົນຊາດທັງຫລາຍທີ່ຮ່ວມກັບເຈົ້າຈະຍົກກອງກຳລັງຂຶ້ນໄປບຸກກະໜ່ຳເໝືອນກັບພະຍຸ; ເຈົ້າຈະເປັນເໝືອນເມກປົກຄຸມດິນແດນນັ້ນ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນນັ້ນຄວາມຄິດຈະເຂົ້າມາໃນຈິດໃຈຂອງເຈົ້າ ແລະ ເຈົ້າຈະຄິດກໍ່ການຮ້າຍ. ເຈົ້າຈະເວົ້າວ່າ, “ເຮົາຈະບຸກດິນແດນຂອງໝູ່ບ້ານຕ່າງໆທີ່ບໍ່ມີກຳແພງ; ເຮົາຈະໂຈມຕີຊົນຊາດທີ່ຮັກຄວາມສະຫງົບ ແລະ ບໍ່ລະວັງໄພພິບັດ ພວກເຂົາທຸກຄົນທີ່ອາໄສຢູ່ໂດຍບໍ່ມີກຳແພງ, ປະຕູ ແລະ ບານປະຕູ. ເຮົາຈະປຸ້ນ ແລະ ຈີ້ເອົາເຄື່ອງຂອງ ແລະ ປິ່ນມືຂອງເຮົາໄປສູ້ກັບຊາກຫັກພັງທີ່ບັດນີ້ມີຄົນອາໄສຢູ່ ແລະ ສູ້ກັບຄົນທັງຫລາຍທີ່ຮວບຮວມຈາກຊາດຕ່າງໆ ເຊິ່ງຮັ່ງມີດ້ວຍລັດລ້ຽງ ແລະ ຜົນຜະລິດຕ່າງໆທີ່ອາໄສຢູ່ໃຈກາງດິນແດນນັ້ນ”. ເຊບາກັບເດດານ ແລະ ບັນດາພໍ່ຄ້າທັງຫລາຍຂອງຕາກຊິດ ແລະ ໝູ່ບ້ານທັງໝົດຂອງມັນ4ຈະເວົ້າກັບເຈົ້າວ່າ, “ເຈົ້າມາເພື່ອປຸ້ນບໍ? ເຈົ້າລະດົມກອງທັບຂອງເຈົ້າມາເພື່ອຈີ້ເອົາເຄື່ອງຂອງ, ມາຂົນເອົາເງິນ ແລະ ຄຳ, ປຸ້ນເອົາສັດລ້ຽງກັບຜົນຜະລິດຕ່າງໆ ແລະ ມາຢຶດເອົາເຄື່ອງຂອງທີ່ປຸ້ນມາໄດ້ຈຳນວນຫລວງຫລາຍນັ້ນບໍ?” ’
“ເຫດສະນັ້ນ ບຸດມະນຸດ, ຈົ່ງທຳນວາຍ ແລະ ກ່າວແກ່ໂກກວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນນັ້ນເມື່ອອິດສະຣາເອນປະຊາຊົນຂອງເຮົາອາໄສຢູ່ຢ່າງສະຫງົບ, ເຈົ້າຈະບໍ່ສັງເກດເຫັນບໍ? ເຈົ້າຈະມາຈາກຖິ່ນຖານຂອງເຈົ້າໃນບ່ອນໄກທາງພາກເໜືອ, ເຈົ້າ ແລະ ຊາດຕ່າງໆທີ່ຮ່ວມກັບເຈົ້າ, ພວກເຂົາທຸກຄົນລ້ວນແຕ່ຂີ່ມ້າມາ, ເປັນກອງກຳລັງອັນຍິ່ງໃຫຍ່ ແລະ ເປັນກອງທັບທີ່ເຂັ້ມແຂງຫລາຍ. ເຈົ້າຈະບຸກມາສູ້ກັບອິດສະຣາເອນປະຊາຊົນຂອງເຮົາເໝືອນເມກປົກຄຸມດິນແດນ, ໂກກ ເມື່ອເວລານັ້ນມາເຖິງ ເຮົາຈະນຳເຈົ້າມາສູ້ຮົບກັບດິນແດນຂອງເຮົາ ເພື່ອຊົນຊາດທັງຫລາຍຈະໄດ້ຮູ້ຈັກເຮົາເມື່ອເຮົາສະແດງຄວາມບໍລິສຸດຂອງເຮົາຜ່ານທາງເຈົ້າຕໍ່ໜ້າຕໍ່ຕາພວກເຂົາ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຈົ້າເປັນຄົນນັ້ນທີ່ເຮົາກ່າວເຖິງໃນສະໄໝກ່ອນຜ່ານທາງຜູ້ຮັບໃຊ້ຂອງເຮົາ ຄືບັນດາຜູ້ທຳນວາຍຂອງອິດສະຣາເອນ. ໃນເວລານັ້ນພວກເຂົາໄດ້ທຳນວາຍຢູ່ຫລາຍປີວ່າເຮົາຈະນຳເຈົ້າມາສູ້ກັບພວກເຂົາ. ໃນວັນນັ້ນຈະເກີດເຫດການດັ່ງນີ້ຄື: ເມື່ອໂກກໂຈມຕີດິນແດນອິດສະຣາເອນ ຄວາມໃຈຮ້າຍອັນຮຸນແຮງຂອງເຮົາຈະພຸ່ງຂຶ້ນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ໂດຍຄວາມຮ້ອນໃຈ ແລະ ຄວາມໂກດຮ້າຍອັນຮ້ອນກ້າຂອງເຮົາ ເຮົາຂໍປະກາດວ່າເມື່ອເຖິງເວລານັ້ນ ຈະເກີດແຜ່ນດິນໄຫວຢ່າງຮ້າຍແຮງໃນດິນແດນອິດສະຣາເອນ. ປາໃນທະເລ, ນົກໃນຟ້ອງຟ້າ, ສັດປ່າໃນທົ່ງນາ, ສັດເລືອຄານທຸກຊະນິດ ແລະ ທຸກຄົນທີ່ຢູ່ເທິງແຜ່ນດິນໂລກຈະສັ່ນສະທ້ານຕໍ່ໜ້າເຮົາ. ພູເຂົາທັງຫລາຍຈະເຈື່ອນລົງ, ໜ້າຜາຈະແຕກເປັນປ່ຽງ ແລະ ກຳແພງທຸກແຫ່ງຈະພັງລົງທີ່ພື້ນ. ເຮົາຈະເກນເອົາດາບເຫລັ້ມໜຶ່ງມາສູ້ກັບໂກກຢູ່ເທິງພູເຂົາທຸກແຫ່ງຂອງເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ດາບຂອງທຸກຄົນຈະສູ້ກັບພີ່ນ້ອງຂອງຕົນ. ເຮົາຈະລົງໂທດພວກເຂົາດ້ວຍໂລກລະບາດ ແລະ ການນອງເລືອດ ເຮົາຈະເທຝົນຫ່າໃຫຍ່, ໝາກເຫັບ ແລະ ມາດທີ່ກຳລັງລຸກໄໝ້ລົງໃສ່ໂກກ ແລະ ກອງທະຫານຂອງໂກກຕະຫລອດຈົນຊົນຊາດຕ່າງໆທີ່ຮ່ວມກັບໂກກ. ເຮົາຈະສະແດງຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງເຮົາຢ່າງນີ້ ແລະ ເຮົາຈະສະແດງຕົນໃຫ້ເປັນທີ່ຮູ້ຈັກຕໍ່ໜ້າຕໍ່ຕາຊົນຊາດທັງຫລາຍ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’.
Source notes (4)
- Footnote ຫລື ເຈົ້ານາຍແຫ່ງໂຣເຊ
- Footnote ຫລື ໂກກເຈົ້ານາຍແຫ່ງໂຣເຊ ເມເຊັກ
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ
- Footnote ຫລື ໂຕສິງທີ່ເຂັ້ມແຂງຂອງມັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.