Biblica® Open Lao Contemporary Version
ເອເຊກຽນ 37
ຮ່ອມພູແຫ່ງກະດູກແຫ້ງ
ມືຂອງພຣະເຈົ້າຢາເວຢູ່ເໜືອຂ້າພະເຈົ້າ ແລະ ພຣະອົງໄດ້ນຳຂ້າພະເຈົ້າອອກມາໂດຍພຣະວິນຍານບໍລິສຸດຂອງພຣະເຈົ້າຢາເວ ແລະ ໄດ້ວາງຂ້າພະເຈົ້າໄວ້ທີ່ກາງຮ່ອມພູແຫ່ງໜຶ່ງທີ່ເຕັມໄປດ້ວຍກະດູກ. ພຣະອົງໄດ້ພາຂ້າພະເຈົ້າເດີນທາງໄປມາໃນທ່າມກາງກະດູກນັ້ນ ແລະ ຂ້າພະເຈົ້າໄດ້ເຫັນກະດູກຈຳນວນຫລວງຫລາຍຢູ່ເທິງພື້ນທົ່ວຮ່ອມພູ, ເປັນກະດູກທີ່ແຫ້ງຫລາຍ. ພຣະອົງໄດ້ຖາມຂ້າພະເຈົ້າວ່າ, “ບຸດມະນຸດ, ກະດູກເຫລົ່ານີ້ຈະກັບມາມີຊີວິດໄດ້ບໍ?”
ຂ້າພະເຈົ້າໄດ້ຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ ພຣະອົງຜູ້ດຽວທີ່ຮູ້”.
ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ຈົ່ງກ່າວທຳນວາຍແກ່ກະດູກເຫລົ່ານີ້ ແລະ ກ່າວຕໍ່ກະດູກເຫລົ່ານັ້ນວ່າ, ‘ກະດູກແຫ້ງ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ! ພຣະເຈົ້າຢາເວ ອົງເຈົ້ານາຍກ່າວແກ່ກະດູກເຫລົ່ານີ້ວ່າ: ເຮົາຈະໃຫ້ລົມຫາຍ1ເຂົ້າສູ່ເຈົ້າ ແລ້ວເຈົ້າກໍຈະກັບມາມີຊີວິດ. ເຮົາຈະຮ້ອຍເອັນຂອງເຈົ້າ ແລະ ໃຫ້ເຈົ້າມີຊີ້ນ ແລ້ວຫຸ້ມເຈົ້າໄວ້ດ້ວຍຜິວໜັງ; ເຮົາຈະໃສ່ລົມຫາຍໃຈໃຫ້ເຈົ້າ ແລະ ເຈົ້າກໍຈະກັບມາມີຊີວິດ. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ກ່າວທຳນວາຍຕາມທີ່ພຣະອົງໄດ້ສັ່ງ ແລະ ຂະນະທີ່ຂ້າພະເຈົ້າກຳລັງກ່າວທຳນວາຍຢູ່ນັ້ນ ກໍມີສຽງດັງກຸກກິກ ແລະ ກະດູກຕ່າງໆກໍມາປະສານຕໍ່ເຂົ້າກັນ. ຂ້າພະເຈົ້າເບິ່ງກໍເຫັນເອັນ ແລະ ຊີ້ນກໍ່ກັນຂຶ້ນເທິງກະດູກ ແລະ ຜິວໜັງກໍຫຸ້ມກະດູກເຫລົ່ານັ້ນໄວ້, ແຕ່ຮ່າງເຫລົ່ານັ້ນຍັງບໍ່ມີລົມຫາຍໃຈ.
ແລ້ວພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ບຸດມະນຸດ ຈົ່ງກ່າວທຳນວາຍແກ່ລົມຫາຍໃຈ; ຈົ່ງກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ລົມຫາຍໃຈ ຈົ່ງມາຈາກລົມທັງສີ່ທິດ ແລະ ເຂົ້າສູ່ຮ່າງທີ່ຖືກຂ້າເຫລົ່ານີ້ເພື່ອພວກເຂົາຈະມີຊີວິດ’ ”. ຂ້າພະເຈົ້າຈຶ່ງໄດ້ກ່າວທຳນວາຍຕາມທີ່ພຣະອົງໄດ້ສັ່ງຂ້າພະເຈົ້າ ແລ້ວລົມຫາຍໃຈກໍເຂົ້າສູ່ຮ່າງເຫລົ່ານັ້ນ; ຮ່າງເຫລົ່ານັ້ນຈຶ່ງກັບມາມີຊີວິດ ແລ້ວລຸກຂຶ້ນຢືນ ແລ້ວກາຍເປັນກອງທັບໃຫຍ່.
ແລ້ວພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: “ບຸດມະນຸດ, ກະດູກເຫລົ່ານີ້ຄືຊົນຊາດອິດສະຣາເອນທັງໝົດ. ພວກເຂົາເວົ້າວ່າ, ‘ກະດູກຂອງພວກເຮົາແຫ້ງ ແລະ ຄວາມຫວັງຂອງເຮົາກໍສູນໄປ; ພວກເຮົາຖືກທຳລາຍແລ້ວ’. ເຫດສະນັ້ນ ຈົ່ງກ່າວທຳນວາຍແກ່ພວກເຂົາວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ປະຊາຊົນຂອງເຮົາ, ເຮົາຈະເປີດຂຸມຝັງສົບຂອງເຈົ້າ ແລະ ນຳເຈົ້າອອກມາ ເຮົາຈະພາເຈົ້າກັບຄືນສູ່ດິນແດນອິດສະຣາເອນ. ເມື່ອນັ້ນແຫລະປະຊາຊົນຂອງເຮົາ, ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ເມື່ອເຮົາເປີດຂຸມຝັງສົບຂອງເຈົ້າ ແລະ ນຳເຈົ້າອອກມາ. ເຮົາຈະໃສ່ວິນຍານຂອງເຮົາໄວ້ໃນເຈົ້າ ແລ້ວເຈົ້າກໍຈະກັບມາມີຊີວິດ ແລະ ເຮົາຈະໃຫ້ເຈົ້າຕັ້ງຖິ່ນຖານໃນດິນແດນຂອງເຈົ້າເອງ. ແລ້ວເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້ ແລະ ເຮົາກໍຈະເຮັດຕາມນັ້ນ, ພຣະເຈົ້າຢາເວປະກາດດັ່ງນັ້ນ’ ”.
ຊາດດຽວກະສັດດຽວ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງເອົາໄມ້ທ່ອນໜຶ່ງມາ ແລະ ຂຽນລົງເທິງໄມ້ນັ້ນວ່າ ‘ຂອງຢູດາກັບອິດສະຣາເອນ ເຊິ່ງເປັນພວກດຽວກັນ’ ແລະ ເອົາໄມ້ອີກທ່ອນໜຶ່ງມາ ແລ້ວຂຽນລົງເທິງໄມ້ນັ້ນວ່າ, ‘ຂອງເອຟຣາອິມ, ຂອງໂຢເຊັບ ແລະ ເຊື້ອສາຍອິດສະຣາເອນທັງໝົດ ເຊິ່ງເປັນພວກດຽວກັນ’. ຈົ່ງປະກອບໄມ້ທັງສອງເຂົ້າກັນໃຫ້ເປັນໄມ້ອັນດຽວ ເພື່ອໄມ້ທັງສອງຈະເປັນອັນດຽວຢູ່ໃນມືຂອງເຈົ້າ.
“ເມື່ອພີ່ນ້ອງຮ່ວມຊາດຂອງເຈົ້າຖາມເຈົ້າວ່າ, ‘ເຈົ້າຈະບໍ່ບອກພວກເຮົາວ່າທີ່ເຈົ້າເຮັດຢ່າງນັ້ນໝາຍຄວາມວ່າແນວໃດບໍ?’ ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະເອົາໄມ້ຂອງໂຢເຊັບ ເຊິ່ງຢູ່ໃນມືຂອງເອຟຣາອິມ ແລະ ໄມ້ຂອງເຜົ່າຕ່າງໆຂອງຊາວອິດສະຣາເອນທີ່ເປັນພວກດຽວກັນ ແລະ ປະກອບເຂົ້າກັບໄມ້ຂອງຢູດາ. ເຮົາຈະປະກອບໄມ້ທັງສອງເຂົ້າກັນໃຫ້ເປັນໄມ້ອັນດຽວ ແລະ ໄມ້ທັງສອງຈະກາຍເປັນໄມ້ດຽວຢູ່ໃນມືຂອງເຮົາ. ຈົ່ງຊູໄມ້ທັງສອງອັນທີ່ເຈົ້າຂຽນໄວ້ນັ້ນຕໍ່ໜ້າພວກເຂົາ ແລະ ບອກພວກເຂົາວ່າພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະນຳຊົນຊາດອິດສະຣາເອນອອກມາຈາກຊາດຕ່າງໆທີ່ພວກເຂົາໄປນັ້ນ. ເຮົາຈະຮວບຮວມພວກເຂົາມາຈາກທຸກທິດ ແລະ ພາພວກເຂົາກັບຄືນສູ່ດິນແດນຂອງພວກເຂົາ. ເຮົາຈະເຮັດໃຫ້ພວກເຂົາເປັນຊົນຊາດດຽວໃນດິນແດນນັ້ນ, ໃຫ້ຢູ່ເທິງພູເຂົາຕ່າງໆຂອງອິດສະຣາເອນ. ຈະມີກະສັດຜູ້ດຽວປົກຄອງເໜືອພວກເຂົາທັງໝົດ ແລະ ພວກເຂົາຈະບໍ່ແຍກເປັນສອງຊາດ ຫລື ສອງອານາຈັກອີກຕໍ່ໄປ. ພວກເຂົາຈະບໍ່ເຮັດໃຫ້ຕົນເອງເປັນມົນທິນດ້ວຍຮູບເຄົາລົບຕ່າງໆຂອງພວກເຂົາ ແລະ ຮູບເຄົາລົບອັນຊົ່ວຊ້າ ຫລື ດ້ວຍການລ່ວງລະເມີດໃດໆຂອງພວກເຂົາ ເພາະເຮົາຈະຊ່ວຍບໍ່ໃຫ້ພວກເຂົາກັບຄືນໄປເຮັດບາບອີກ2 ແລະ ເຮົາຈະຊຳລະລ້າງພວກເຂົາ. ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.
“ ‘ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນກະສັດປົກຄອງພວກເຂົາ ແລະ ພວກເຂົາຈະມີຜູ້ລ້ຽງຄົນດຽວ. ພວກເຂົາຈະປະຕິບັດຕາມກົດບັນຍັດຂອງເຮົາ ແລະ ເອົາໃຈໃສ່ເຮັດຕາມດຳລັດຂອງເຮົາ. ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ດິນແດນທີ່ບັນພະບຸລຸດຂອງພວກເຈົ້າອາໄສຢູ່. ພວກເຂົາກັບບັນດາລູກຂອງພວກເຂົາ ແລະ ບັນດາຫລານຂອງພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະ ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນເຈົ້ານາຍຂອງພວກເຂົາຕະຫລອດໄປ. ເຮົາຈະເຮັດຄຳໝັ້ນສັນຍາແຫ່ງສັນຕິພາບກັບພວກເຂົາ; ເຊິ່ງມັນຈະເປັນຄຳໝັ້ນສັນຍານິລັນດອນ. ເຮົາຈະສະຖາປະນາພວກເຂົາໄວ້ ແລະ ເພີ່ມທະວີຈຳນວນຂອງພວກເຂົາ ແລະ ເຮົາຈະຕັ້ງສະຖານນະມັດສະການຂອງເຮົາໄວ້ທ່າມກາງພວກເຂົາຕະຫລອດໄປ. ທີ່ຢູ່ຂອງເຮົາຈະຢູ່ທ່າມກາງພວກເຂົາ; ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງເຮົາ. ແລ້ວຊົນຊາດທັງຫລາຍກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ເຮັດໃຫ້ອິດສະຣາເອນເປັນຊົນຊາດບໍລິສຸດ, ເມື່ອສະຖານນະມັດສະການຂອງເຮົາຢູ່ທ່າມກາງພວກເຂົາຕະຫລອດໄປເປັນນິດ’ ”.
Source notes (2)
- Footnote ໃນພາສາເຮັບເຣີ ຄຳນີ້ອາດໝາຍເຖິງ ລົມ ຫລື ວິນຍານ ໄດ້ດ້ວຍ (ເບິ່ງຂໍ້ 6-14)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ເພາະເຮົາຈະຊ່ວຍພວກເຂົາຈາກທີ່ພັກອາໄສທຸກແຫ່ງທີ່ພວກເຂົາໄດ້ໄປເຮັດບາບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.