Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 29

ຄຳ​ທຳນວາຍ​ກ່າວ​ໂທດ​ເອຢິບ

ການ​ພິພາກສາ​ເທິງ​ຟາໂຣ

ໃນ​ວັນ​ທີ​ສິບ​ສອງ​ເດືອນ​ທີ​ສິບ​ປີ​ທີ​ສິບ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ຈົ່ງ​ຫັນ​ໜ້າ​ຂອງ​ເຈົ້າ​ໄປ​ທາງ​ຟາໂຣ​ກະສັດ​ແຫ່ງ​ເອຢິບ ແລະ ທຳນວາຍ​ກ່າວ​ໂທດ​ລາວ ແລະ ເອຢິບ​ທັງໝົດ. ຈົ່ງ​ກ່າວ​ກັບ​ລາວ ແລະ ເວົ້າ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:

“ ‘ຟາໂຣ​ກະສັດ​ແຫ່ງ​ເອຢິບ ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ,

ເຈົ້າ​ເປັນ​ສັດ​ຮ້າຍ​ຜູ້​ຍິ່ງໃຫຍ່​ທີ່​ດັກຊຸ້ມ​ຢູ່​ໃນ​ສາຍ​ນ້ຳ​ຂອງ​ເຈົ້າ.

ເຈົ້າ​ກ່າວ​ວ່າ, “ແມ່ນ້ຳ​ນິນ​ເປັນ​ຂອງ​ຂ້ອຍ;

ຂ້ອຍ​ສ້າງ​ມັນ​ຂຶ້ນ​ມາ​ເພື່ອ​ໂຕ​ຂ້ອຍ​ເອງ”.

ແຕ່​ເຮົາ​ຈະ​ເອົາ​ເບັດ​ກ່ຽວ​ຄາງກະໄຕ​ຂອງ​ເຈົ້າ

ແລະ ເຮັດ​ໃຫ້​ປາ​ໃນ​ສາຍ​ນ້ຳ​ຂອງ​ເຈົ້າ​ຕິດ​ກັບ​ເກັດ​ຂອງ​ເຈົ້າ.

ເຮົາ​ຈະ​ດຶງ​ເຈົ້າ​ຂຶ້ນ​ມາ​ຈາກ​ທ່າມກາງ​ສາຍ​ນ້ຳ​ທັງຫລາຍ​ຂອງ​ເຈົ້າ,

ພ້ອມ​ກັບ​ປາ​ທັງໝົດ​ທີ່​ຕິດ​ຢູ່​ກັບ​ເກັດ​ຂອງ​ເຈົ້າ.

ເຮົາ​ຈະ​ຖິ້ມ​ເຈົ້າ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ,

ເຈົ້າ ແລະ ປາ​ທັງໝົດ​ຈາກ​ສາຍ​ນ້ຳ​ຂອງ​ເຈົ້າ.

ເຈົ້າ​ຈະ​ຕົກ​ຢູ່​ກາງ​ທົ່ງ

ແລະ ບໍ່​ມີ​ຜູ້ໃດ​ຫອບ ຫລື ເກັບ​ເຈົ້າ​ຂຶ້ນ​ມາ.

ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ເປັນ​ອາຫານ

ຂອງ​ສັດ​ບົກ ແລະ ນົກ​ໃນ​ທ້ອງຟ້າ.

ແລ້ວ​ທຸກຄົນ​ທີ່​ຢູ່​ໃນ​ເອຢິບ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.

“ ‘ເຈົ້າ​ເປັນ​ໄມ້ອໍ້​ສຳລັບ​ປະຊາຊົນ​ອິດສະຣາເອນ. ເມື່ອ​ພວກເຂົາ​ຈັບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຕົນ, ເຈົ້າ​ໄດ້​ແຕກ​ຫັກ ແລະ ເຈົ້າ​ໄດ້​ບາດ​ບ່າໄຫລ່​ຂອງ​ພວກເຂົາ ເມື່ອ​ເວລາ​ທີ່​ພວກເຂົາ​ເອື່ອຍ​ໃສ່​ເຈົ້າ, ເຈົ້າ​ກໍ​ຫັກ ແລະ ເຮັດ​ໃຫ້​ຫລັງ​ຂອງ​ພວກເຂົາ​ເຄັດ.1

“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ນຳ​ດາບ​ມາ​ໂຈມຕີ​ເຈົ້າ ແລະ ຂ້າ​ທັງ​ຄົນ ແລະ ສັດ​ຂອງ​ເຈົ້າ. ເອຢິບ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.

“ ‘ເນື່ອງ​ຈາກ​ເຈົ້າ​ກ່າວ​ວ່າ, “ແມ່ນ້ຳ​ນິນ​ເປັນ​ຂອງ​ຂ້ອຍ; ຂ້ອຍ​ສ້າງ​ມັນ​ຂຶ້ນ​ມາ”, ເຫດສະນັ້ນ ເຮົາ​ຈຶ່ງ​ເປັນ​ສັດຕູ​ກັບ​ເຈົ້າ ແລະ ກັບ​ສາຍ​ນ້ຳ​ທັງຫລາຍ​ຂອງ​ເຈົ້າ ແລະ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ເອຢິບ​ກາຍເປັນ​ຊາກ​ຫັກພັງ ແລະ ຖືກ​ຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ຕັ້ງແຕ່​ມິກໂດນ​ໄປ​ຈົນ​ເຖິງ​ອັດວານ ໄປ​ໄກ​ຈົນ​ຮອດ​ຊາຍແດນ​ຂອງ​ກູເຊ.2 ຈະ​ບໍ່​ມີ​ແມ່ນ​ແຕ່​ຮອຍ​ຕີນ​ຂອງ​ຄົນ ແລະ ຂອງ​ສັດ​ຢຽບ​ຜ່ານ; ຈະ​ບໍ່​ມີ​ຜູ້ໃດ​ອາໄສ​ທີ່​ນັ້ນ​ຕະຫລອດ​ສີ່ສິບ​ປີ. ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ຮົກຮ້າງ​ເປົ່າ​ທ່າມກາງ​ດິນແດນ​ຕ່າງໆ​ທີ່​ຖືກ​ທຳລາຍ ແລະ ເມືອງ​ຕ່າງໆ​ຂອງ​ເອຢິບ​ຈະ​ຖືກ​ຖິ້ມ​ໃຫ້​ຮົກຮ້າງ​ຢູ່​ທ່າມກາງ​ນະຄອນ​ທີ່​ເປັນ​ຊາກ​ຫັກພັງ​ຕະຫລອດ​ສີ່ສິບ​ປີ ແລະ ເຮົາ​ຈະ​ກະຈາຍ​ຊາວ​ເອຢິບ​ໄປ​ຕາມ​ຊົນຊາດ​ທັງຫລາຍ ແລະ ກະຈັດກະຈາຍ​ພວກເຂົາ​ໄປ​ຕາມ​ປະເທດ​ຕ່າງໆ.

“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເມື່ອ​ຄົບ​ສີ່ສິບ​ປີ ເຮົາ​ຈະ​ຮວບຮວມ​ຊາວ​ເອຢິບ​ກັບ​ມາ​ຈາກ​ຊົນຊາດ​ທັງຫລາຍ ທີ່​ພວກເຂົາ​ຖືກ​ເຮັດ​ໃຫ້​ກະຈັດກະຈາຍ​ໄປ​ນັ້ນ. ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ ແລະ ເອົາ​ພວກເຂົາ​ກັບ​ມາ​ສູ່​ດິນແດນ​ເອຢິບ​ຕອນ​ເໜືອ3 ເຊິ່ງ​ເປັນ​ດິນແດນ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ຈະ​ເປັນ​ອານາຈັກ​ທີ່​ຕ່ຳຕ້ອຍ​ຢູ່​ບ່ອນ​ນັ້ນ. ຈະ​ເປັນ​ອານາຈັກ​ທີ່​ຕ່ຳຕ້ອຍ​ທີ່ສຸດ ແລະ ຈະ​ບໍ່​ມີ​ວັນ​ຍົກ​ໂຕ​ຂຶ້ນ​ເໜືອ​ຊົນຊາດ​ທັງຫລາຍ​ໄດ້​ອີກ​ເລີຍ. ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ອ່ອນແອ​ຈົນ​ບໍ່​ໄດ້​ຂຶ້ນ​ປົກຄອງ​ຊົນຊາດ​ຕ່າງໆ​ອີກ​ເລີຍ. ເອຢິບ​ຈະ​ບໍ່​ໄດ້​ເປັນ​ແຫລ່ງ​ເພິ່ງພາ​ອາໄສ​ໃຫ້​ຊົນຊາດ​ອິດສະຣາເອນ​ອີກ​ຕໍ່ໄປ ແຕ່​ຈະ​ເປັນ​ເຄື່ອງ​ເຕືອນ​ໃຈ​ພວກເຂົາ​ໃຫ້​ສຳນຶກ​ເຖິງ​ຄວາມ​ບາບ​ທີ່​ໄດ້​ຫັນ​ໄປ​ເພິ່ງພາ​ເອຢິບ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ’ ”.

ລາງວັນ​ຂອງ​ເນບູກາດເນັດຊາ

ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ໜຶ່ງ​ປີ​ທີ​ຊາວ​ເຈັດ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ຍົກ​ທັບ​ມາ​ສູ້ຮົບ​ກັບ​ຕີເຣ​ຢ່າງ​ໜັກ; ທຸກ​ຫົວ​ຖືກ​ຮຸກຖູ​ຈົນ​ລ້ານ ແລະ ທຸກ​ບ່າໄຫລ່​ກໍ​ລອກ. ເຖິງ​ປານ​ນັ້ນ​ລາວ​ກັບ​ກອງທັບ​ຂອງ​ລາວ​ກໍ​ບໍ່​ໄດ້​ສິ່ງໃດ​ຈາກ​ການ​ສູ້ຮົບ​ກັບ​ຕີເຣ. ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ມອບ​ເອຢິບ​ໃຫ້​ແກ່​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ ແລະ ລາວ​ຈະ​ປຸ້ນ​ຊັບສົມບັດ​ໄປ. ລາວ​ຈະ​ປຸ້ນ​ເອົາ​ເຄື່ອງຂອງ​ໃນ​ແດນ​ນັ້ນ​ໄປ​ເປັນ​ຄ່າ​ຈ້າງ​ໃຫ້​ກອງທັບ​ຂອງ​ລາວ. ເຮົາ​ມອບ​ເອຢິບ​ໃຫ້​ເປັນ​ລາງວັນ​ຈາກ​ການ​ບາກບັ່ນ​ລົງ​ແຮງ​ຂອງ​ລາວ ເພາະ​ວ່າ​ລາວ ແລະ ກອງທັບ​ຂອງ​ລາວ​ໄດ້​ເຮັດ​ການ​ນີ້​ເພື່ອ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

“ໃນ​ວັນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມີ​ເຂົາສັດ​ເຂົາ​ໜຶ່ງ4​ງອກ​ຂຶ້ນ​ມາ​ເພື່ອ​ຊາວ​ອິດສະຣາເອນ ແລະ ເຮົາ​ຈະ​ເປີດ​ປາກ​ຂອງ​ເຈົ້າ​ທ່າມກາງ​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ”.

Source notes (4)
  1. Footnote ພາສາ​ເຮັບເຣີ​ວ່າ​ເຮັດ​ໃຫ້​ຫລັງ​ຂອງ​ພວກເຂົາ​ຕັ້ງ​ຊື່​ຂຶ້ນ
  2. Footnote ຄື ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ
  3. Footnote ພາສາ​ເຮັບເຣີ​ວ່າ ສູ່​ປັດໂລດ
  4. Footnote ເຂົາ​ສັດ ເຊິ່ງ​ເປັນ​ສັນຍາລັກ​ຂອງ​ກຳລັງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.