Biblica® Open Lao Contemporary Version
ເອເຊກຽນ 30
ບົດຄ່ຳຄວນແດ່ເອຢິບ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງກ່າວທຳນວາຍ ແລະ ກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ຈົ່ງຮ້ອງໄຫ້ ແລະ ກ່າວວ່າ,
“ອານິຈັງ ວັນນັ້ນ!”
ເພາະວ່າວັນນັ້ນໃກ້ເຂົ້າມາແລ້ວ,
ວັນຂອງພຣະເຈົ້າຢາເວໃກ້ເຂົ້າມາ
ເປັນວັນແຫ່ງເມກຄຶ້ມ,
ເປັນເວລາແຫ່ງຄວາມພິນາດຂອງປະຊາຊາດທັງຫລາຍ.
ດາບດວງໜຶ່ງຈະມາສູ້ກັບເອຢິບ
ແລະ ຄວາມທຸກທໍລະມານຈະກະໜ່ຳໃສ່ກູເຊ.1
ເມື່ອຜູ້ທີ່ຖືກຂ້າລົ້ມຕາຍໃນເອຢິບ
ຊັບສົມບັດຂອງເອຢິບຈະຖືກປຸ້ນເອົາໄປ
ແລະ ຮາກຖານຂອງມັນກໍພັງລົງ.
ກູເຊກັບລີເບຍ, ລີເດຍກັບອາຣາເບຍທັງໝົດ, ກຸບກັບປະຊາຊົນຂອງດິນແດນແຫ່ງຄຳໝັ້ນສັນຍາຈະລົ້ມຕາຍດ້ວຍດາບພ້ອມກັບເອຢິບ.
“ ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ ‘ບັນດາພັນທະມິດຂອງເອຢິບຈະລົ້ມຕາຍ
ແລະ ພະລັງອັນພາກພູມໃຈຂອງມັນກໍຈະສູນສະຫລາຍ.
ຈາກມິກໂດນໄປເຖິງອັດວານ
ພວກເຂົາໃນເອຢິບຈະລົ້ມຕາຍດ້ວຍດາບ,
ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
ພວກເຂົາຈະໂດດດ່ຽວ
ຢູ່ໃນແດນຮົກຮ້າງຫວ່າງເປົ່າ
ນະຄອນຕ່າງໆຂອງພວກເຂົາຈະພິນາດຈິບຫາຍ
ຢູ່ທ່າມກາງນະຄອນທີ່ຫັກພັງ.
ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ,
ເມື່ອເຮົາຈູດໄຟເຜົາເອຢິບ
ແລະ ຜູ້ທີ່ຊ່ວຍເຫລືອເອຢິບທຸກຄົນກໍຈະຖືກບຸກໂຈມຕີ.
“ ‘ໃນວັນນັ້ນ ຜູ້ສື່ສານທັງຫລາຍຈະລົງເຮືອໄປຈາກເຮົາ ເພື່ອເຮັດໃຫ້ກູເຊທີ່ຢູ່ຢ່າງບໍ່ລະມັດລະວັງນັ້ນຢ້ານກົວ. ຄວາມທຸກທໍລະມານຈະເກາະກິນໃຈຂອງພວກເຂົາໃນວັນພິນາດຂອງເອຢິບ, ເພາະວັນນັ້ນຈະມາເຖິງຢ່າງແນ່ນອນ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ເຮົາຈະນຳກອງກຳລັງທັງຫລາຍຂອງເອຢິບມາເຖິງຈຸດຈົບ
ໂດຍມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ.
ລາວ ແລະ ກອງທັບຂອງລາວທີ່ເປັນຜູ້ທີ່ໂຫຍຫ້ຽມທີ່ສຸດໃນທ່າມກາງປະຊາຊາດທັງຫລາຍ
ຈະຖືກນຳເຂົ້າມາເພື່ອທຳລາຍດິນແດນແຫ່ງນີ້.
ພວກເຂົາຈະຊັກດາບຂອງພວກເຂົາອອກຕໍ່ສູ້ເອຢິບ
ແລະ ເຮັດໃຫ້ຄົນຕາຍຈົນເຕັມແຜ່ນດິນ.
ເຮົາຈະເຮັດໃຫ້ແມ່ນ້ຳນິນແຫ້ງ
ແລະ ຂາຍດິນແດນເອຢິບໃຫ້ແກ່ປະຊາຊາດທີ່ຊົ່ວຮ້າຍ;
ເຮົາຈະເຮັດໃຫ້ດິນແດນນັ້ນ ແລະ ທຸກສິ່ງທີ່ຢູ່ໃນນັ້ນຖືກຖິ້ມຮ້າງ
ໂດຍມືຂອງຊາວຕ່າງຊາດ.
ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ເຮົາຈະທຳລາຍບັນດາຮູບເຄົາລົບທັງຫລາຍ
ແລະ ເຮັດໃຫ້ຮູບເຄົາລົບທັງຫລາຍໃນມຳຟິດເຖິງຈຸດຈົບ.
ຈະບໍ່ມີເຈົ້ານາຍໃນເອຢິບອີກຕໍ່ໄປ
ແລະ ເຮົາຈະແຜ່ຄວາມຢ້ານໄປທົ່ວດິນແດນນັ້ນ.
ເຮົາຈະເຮັດໃຫ້ເອຢິບຕອນເທິງຖືກຖິ້ມຮ້າງ,
ຈະຈູດໄຟເຜົາໂຊອານ
ແລະ ລົງໂທດເທເບັດ.
ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເທິງເປລູຊີອຳ,
ເຊິ່ງເປັນທີ່ໝັ້ນຂອງເອຢິບ
ແລະ ກວາດລ້າງກອງກຳລັງທັງຫລາຍຂອງເທເບັດ.
ເຮົາຈະຈູດໄຟເຜົາເອຢິບ;
ເປລູຊີອຳຈະທຸລົນທຸລາຍດ້ວຍຄວາມທຸກທໍລະມານ.
ເທເບັດຈະຖືກພະຍຸຊັດກະໜ່ຳ;
ມຳຟິດຈະຕ້ອງທຸກທໍລະມານຢູ່ຕະຫລອດເວລາ.
ຄົນໜຸ່ມຂອງເມືອງເຮລິໂອໂປລິ ແລະ ບູບາຊະຕິ
ຈະລົ້ມຕາຍດ້ວຍດາບ
ແລະ ນະຄອນທັງຫລາຍຈະຕົກເປັນຊະເລີຍ.
ຢູ່ທີ່ຕາປັນເຮັດ ກາງເວັນຈະມືດຄຶ້ມ
ເມື່ອເຮົາທຳລາຍແອກຂອງເອຢິບ;
ຢູ່ທີ່ນັ້ນກຳລັງອັນພາກພູມໃຈຂອງມັນກໍຈະເຖິງຈຸດຈົບ.
ຈະມີເມກປົກຄຸມທົ່ວເມືອງນັ້ນ
ແລະ ໝູ່ບ້ານຕ່າງໆຂອງເມືອງນັ້ນຈະຕົກເປັນຊະເລີຍ.
ເຮົາຈະລົງໂທດເອຢິບເຊັ່ນນີ້ແຫລະ,
ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ແຂນຂອງຟາໂຣຫັກ
ໃນວັນທີເຈັດເດືອນທີໜຶ່ງປີທີສິບເອັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ເຮົາໄດ້ຫັກແຂນຂອງຟາໂຣກະສັດແຫ່ງເອຢິບ. ມັນບໍ່ມີການພັນຜ້າຮັກສາ ຫລື ເຂົ້າເຝືອກເພື່ອໃຫ້ມັນກັບມາແຂງແຮງພໍທີ່ຈະຈັບດາບໄດ້ອີກ. ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບຟາໂຣກະສັດແຫ່ງເອຢິບ. ເຮົາຈະຫັກແຂນຂອງລາວທັງສອງຂ້າງ, ທັງຂ້າງທີ່ຍັງດີ ແລະ ຂ້າງທີ່ຫັກ ແລະ ເຮົາຈະເຮັດໃຫ້ດາບຫລົ່ນຈາກມືຂອງລາວ. ເຮົາຈະເຮັດໃຫ້ຊາວເອຢິບກະຈາຍອອກໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ. ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນເຂັ້ມແຂງ ແລະ ເອົາດາບຂອງເຮົາໃສ່ມືຂອງລາວ, ແຕ່ເຮົາຈະຫັກແຂນຂອງກະສັດຟາໂຣ ແລະ ລາວຈະຮ້ອງຄວນຄາງຢູ່ຕໍ່ໜ້າກະສັດບາບີໂລນເໝືອນຄົນບາດເຈັບໃກ້ຈະຕາຍ. ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນເຂັ້ມແຂງ, ສ່ວນແຂນຂອງກະສັດຟາໂຣຈະອ່ອນແຮງລົງ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາເອົາດາບໃສ່ມືຂອງກະສັດບາບີໂລນ ແລ້ວລາວກໍແກວ່ງດາບຟັນເອຢິບ. ເຮົາຈະເຮັດໃຫ້ຊາວເອຢິບກະຈາຍອອກໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ”.
Source notes (1)
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ ເຊັ່ນດຽວກັນກັບຂໍ້ 5 ແລະ 9
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.