Biblica® Open Lao Contemporary Version
ເອເຊກຽນ 28
ຄຳທຳນວາຍກ່າວໂທດກະສັດຕີເຣ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງກ່າວແກ່ຜູ້ທີ່ປົກຄອງເມືອງຕີເຣວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ດ້ວຍຄວາມຍິ່ງຈອງຫອງໃນຈິດໃຈຂອງເຈົ້າ
ເຈົ້າກ່າວວ່າ, “ຂ້ອຍຄືພະ,
ຂ້ອຍນັ່ງຢູ່ເທິງບັນລັງຂອງພະ
ທີ່ໃຈກາງທະເລ”.
ແຕ່ເຈົ້າເປັນພຽງມະນຸດ ແລະ ບໍ່ແມ່ນພະ,
ເຖິງແມ່ນວ່າເຈົ້າຈະຄິດວ່າຕົນເອງສະຫລາດເໝືອນກັບພະກໍຕາມ.
ເຈົ້າສະຫລາດກວ່າດານີເອນ1ບໍ?
ບໍ່ມີຄວາມລັບໃດທີ່ເຊື່ອງໄວ້ຈາກເຈົ້າໄດ້ບໍ?
ໂດຍສະຕິປັນຍາ ແລະ ຄວາມເຂົ້າໃຈຂອງເຈົ້າ
ເຈົ້າຫາຊັບສົມບັດມາໃຫ້ຕົນເອງ
ແລະ ໄດ້ສະສົມຄຳ ແລະ ເງິນ
ໄວ້ໃນຄັງຂອງເຈົ້າ.
ໂດຍຄວາມຊຳນານໃນການຄ້າຂາຍ
ເຈົ້າເຮັດໃຫ້ຊັບສົມບັດຂອງເຈົ້າເພີ່ມທະວີຂຶ້ນ,
ແລະ ເນື່ອງຈາກຄວາມຮັ່ງມີຂອງເຈົ້າ
ຈິດໃຈຂອງເຈົ້າກໍຍິ່ງຈອງຫອງຫລາຍຂຶ້ນ.
“ ‘ເຫດສະນັ້ນພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ:
“ ‘ເນື່ອງຈາກເຈົ້າຄິດວ່າຕົນເອງສະຫລາດ,
ມີສະຕິປັນຍາເໝືອນກັບພະ,
ເຮົາກຳລັງຈະນຳຄົນຕ່າງຊາດທັງຫລາຍມາສູ້ຮົບກັບເຈົ້າ,
ເປັນປະຊາຊາດທີ່ໂຫດຫ້ຽມທີ່ສຸດ;
ພວກເຂົາຈະຊັກດາບທຳລາຍຄວາມງາມ ແລະ ສະຕິປັນຍາຂອງເຈົ້າ
ແລະ ແທງທະລຸຄວາມງົດງາມອັນຮຸ່ງເຮືອງຂອງເຈົ້າ.
ຄົນເຫລົ່ານັ້ນຈະຍູ້ເຈົ້າລົງສູ່ເຫວເລິກ
ແລະ ເຈົ້າຈະຖືກຂ້າຢ່າງໂຫດຫ້ຽມ
ທີ່ໃຈກາງທະເລ.
ແລ້ວເຈົ້າກໍຈະເວົ້າວ່າ “ຂ້ອຍຄືພະ”
ຕໍ່ໜ້າບັນດາຜູ້ທີ່ຂ້າເຈົ້າອີກບໍ?
ເຈົ້າຈະເປັນພຽງມະນຸດ ບໍ່ແມ່ນພະ,
ໃນມືຂອງຜູ້ທີ່ຂ້າເຈົ້າ.
ເຈົ້າຈະຕາຍຢ່າງຄົນທີ່ບໍ່ໄດ້ຮັບພິທີຕັດ
ໂດຍມືຂອງຊາວຕ່າງຊາດ.
ເຮົາໄດ້ເວົ້າໄວ້, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງຄ່ຳຄວນກ່ຽວກັບກະສັດຕີເຣ ແລະ ກ່າວແກ່ລາວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ເຈົ້າເປັນແບບຢ່າງຂອງຄວາມສົມບູນ,
ເຕັມດ້ວຍສະຕິປັນຍາ ແລະ ຄວາມງາມທີ່ສົມບູນແບບ.
ເຈົ້າຢູ່ໃນເອເດນ,
ໃນສວນຂອງພຣະເຈົ້າ;
ມີອັນຍະມະນີອັນລ້ຳຄ່າທຸກເມັດປະດັບເຈົ້າໄວ້ຄື:
ທັບທິມ, ພອຍ ແລະ ມໍລະກົດ
ບຸດສະລາຄຳ, ໂກເມນ ແລະ ໂມຣາ
ແກ້ວໄພທູນ, ພອຍເທີຄອຍ ແລະ ເບລິນ.2
ທັງຕົວເຮືອນ ແລະ ໜາມເກາະ3ແມ່ນເຮັດດ້ວຍຄຳ;
ສິ່ງເຫລົ່ານີ້ຖືກຈັດຕຽມໄວ້ໃນວັນທີ່ສ້າງເຈົ້າຂຶ້ນມາ.
ເຈົ້າໄດ້ຮັບການເຈີມໃຫ້ເປັນເຄຣຸບຜູ້ພິທັກຮັກສາ
ເພາະເຮົາໄດ້ກຳນົດເຈົ້າໄວ້ຢ່າງນັ້ນ.
ເຈົ້າຢູ່ເທິງພູເຂົາສັກສິດຂອງພຣະເຈົ້າ
ແລະ ດຳເນີນຢູ່ທ່າມກາງອັນຍະມະນີອັນສ່ອງປະກາຍດັ່ງໄຟ.
ຕັ້ງແຕ່ວັນທີ່ເຈົ້າຖືກສ້າງຂຶ້ນ
ຄວາມປະພຶດຂອງເຈົ້າກໍປາດສະຈາກບ່ອນຕຳໜິ
ຈົນກວ່າພົບຄວາມຊົ່ວຮ້າຍໃນເຈົ້າ.
ໂດຍການຄ້າຂາຍທີ່ກວ້າງຂວາງຂອງເຈົ້າ
ເຮັດໃຫ້ເຈົ້າເຕັມໄປດ້ວຍຄວາມຮຸນແຮງ
ແລະ ເຈົ້າໄດ້ເຮັດບາບ.
ດັ່ງນັ້ນ ເຮົາຈຶ່ງຂັບໄລ່ເຈົ້າໄປຈາກພູເຂົາຂອງພຣະເຈົ້າດ້ວຍຄວາມອັບອາຍ,
ແລະ ເຄຣຸບຜູ້ພິທັກຮັກສາ, ເຮົາຈຶ່ງໄລ່ເຈົ້າໄປ
ຈາກທ່າມກາງອັນຍະມະນີອັນສ່ອງປະກາຍດັ່ງໄຟ.
ຈິດໃຈຂອງເຈົ້າຍິ່ງຈອງຫອງຫລາຍ
ເພາະຄວາມງາມຂອງເຈົ້າ
ແລະ ເຈົ້າໄດ້ເຮັດໃຫ້ສະຕິປັນຍາຂອງຕົນຊົ່ວຊ້າໄປ
ເພາະຄວາມຮຸ່ງເຮືອງຂອງຕົນ.
ດັ່ງນັ້ນ ເຮົາຈຶ່ງໄດ້ໂຍນເຈົ້າລົງເທິງແຜ່ນດິນໂລກ
ເຮົາໄດ້ສະແດງໃຫ້ເຈົ້າເຫັນຕໍ່ໜ້າກະສັດທັງຫລາຍ.
ເຈົ້າໄດ້ເຮັດໃຫ້ບ່ອນນະມັດສະການທັງຫລາຍຂອງເຈົ້າເປັນມົນທິນ
ເພາະຄວາມບາບ ແລະ ການຄ້າອັນບໍ່ສັດຊື່ທັງຫລາຍຂອງເຈົ້າ.
ດັ່ງນັ້ນ ເຮົາຈຶ່ງເຮັດໄຟອອກມາຈາກເຈົ້າ
ແລະ ມັນໄດ້ເຜົາໄໝ້ເຈົ້າ
ແລະ ເຮົາໄດ້ເຮັດໃຫ້ເຈົ້າເຫລືອແຕ່ຂີ້ເຖົ່າກອງຢູ່ເທິງພື້ນ
ຕໍ່ໜ້າທຸກຄົນທີ່ພົບເຫັນ.
ທຸກຊົນຊາດທີ່ຮູ້ຈັກເຈົ້າ
ກໍຕົກໃຈເພາະເຈົ້າ;
ເຈົ້າມາເຖິງຈຸດຈົບອັນໜ້າຢ້ານ
ແລະ ບໍ່ມີເຈົ້າອີກຕໍ່ໄປ’ ”.
ຄຳທຳນວາຍກ່າວໂທດຊີໂດນ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງປະນາມຊີໂດນ; ກ່າວທຳນວາຍແກ່ເມືອງນັ້ນ ແລະ ກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ຊີໂດນ ເຮົາເປັນສັດຕູກັບເຈົ້າ
ແລະ ເຮົາຈະສະແດງສະຫງ່າລາສີຂອງເຮົາໃນທ່າມກາງພວກເຈົ້າ.
ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ,
ເມື່ອເຮົາລົງໂທດເຈົ້າ
ແລະ ສະແດງຄວາມບໍລິສຸດສັກສິດຂອງເຮົາແກ່ເຈົ້າ.
ເຮົາຈະສົ່ງໄພພິບັດມາເໜືອເຈົ້າ
ແລະ ເຮັດໃຫ້ເລືອດໄຫລນອງຕາມຖະໜົນຫົນທາງ.
ຜູ້ທີ່ຖືກຂ້າຈະລົ້ມຕາຍໃນເຈົ້າ
ດ້ວຍດາບທີ່ຟາດຟັນຢູ່ອ້ອມເຈົ້າທຸກດ້ານ.
ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ປະຊາຊົນອິດສະຣາເອນຈະບໍ່ຕ້ອງພົບກັບເພື່ອນບ້ານທີ່ຊົ່ວຮ້າຍ ເຊິ່ງເປັນໜາມຈິ້ມແທງໃຫ້ເຈັບປວດອີກຕໍ່ໄປ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເມື່ອເຮົາຮວບຮວມຊົນຊາດອິດສະຣາເອນອອກມາຈາກຊົນຊາດທັງຫລາຍ ບ່ອນທີ່ພວກເຂົາຖືກເຮັດໃຫ້ກະຈັດກະຈາຍໄປນັ້ນ ເຮົາຈະສະແດງຄວາມບໍລິສຸດສັກສິດຂອງເຮົາຜ່ານພວກເຂົາຕໍ່ໜ້າຊົນຊາດທັງຫລາຍ. ຫລັງຈາກນັ້ນ ພວກເຂົາກໍຈະອາໄສຢູ່ໃນດິນແດນຂອງຕົນ ເຊິ່ງເຮົາມອບໃຫ້ຢາໂຄບຜູ້ຮັບໃຊ້ຂອງເຮົາ. ພວກເຂົາຈະອາໄສຢູ່ທີ່ນັ້ນຢ່າງປອດໄພ ແລະ ຈະສ້າງເຮືອນກັບເຮັດສວນອະງຸ່ນ; ພວກເຂົາຈະອາໄສຢູ່ຢ່າງສະຫງົບສຸກ ເມື່ອເຮົາລົງໂທດບັນດາປະເທດເພື່ອນບ້ານຜູ້ທີ່ໃສ່ຮ້າຍພວກເຂົາ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ’ ”.
Source notes (3)
- Footnote ຫລື ດາເນນ ຕາມໂຕສະກົດພາສາເຮັບເຣີ ອາດໝາຍເຖິງຜູ້ທຳນວາຍດານີເອນ ຫລື ຄົນອື່ນກໍໄດ້
- Footnote ໃນພາສາເຮັບເຣີອັນຍະມະນີເຫລົ່ານີ້ບາງຊິ້ນບໍ່ສາມາດລະບຸໄດ້ຊັດເຈນ
- Footnote ໃນພາສາຮີບລູວລີນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.