Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 27

ບົດ​ຄ່ຳຄວນ​ຕໍ່​ຕີເຣ

ຖ້ອຍຄຳ​ຈາກ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ຈົ່ງ​ຄ່ຳຄວນ​ກ່ຽວກັບ​ເມືອງ​ຕີເຣ ຈົ່ງ​ກ່າວ​ແກ່​ຕີເຣ ເຊິ່ງ​ຕັ້ງ​ຢູ່​ທີ່​ທາງ​ອອກ​ສູ່​ທະເລ, ພໍຄ້າ​ຂອງ​ຄົນ​ທັງຫລາຍ​ທີ່​ຢູ່​ຕາມ​ແຜ່ນດິນ​ແຄມ​ຝັ່ງ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:

“ ‘ຕີເຣ, ເຈົ້າ​ກ່າວ​ວ່າ,

“ເຮົາ​ສົມບູນ​ແບບ​ໃນ​ດ້ານ​ຄວາມ​ງາມ”.

ເຈົ້າ​ໄດ້​ຂະຫຍາຍ​ອານາຈັກ​ອອກ​ໄປ​ໃນ​ທ້ອງ​ທະເລ

ບັນດາ​ຜູ້​ສ້າງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ງາມ​ຢ່າງ​ສົມບູນ​ແບບ.

ພວກເຂົາ​ໄດ້​ເຮັດ​ໄມ້ແປ້ນ​ທັງໝົດ​ຂອງ​ເຈົ້າ

ຈາກ​ຕົ້ນແປກ​ແຫ່ງ​ເສນີ1;

ພວກເຂົາ​ໄດ້​ນຳ​ໄມ້​ແປກ​ມາ​ຈາກ​ເລບານອນ

ເພື່ອ​ເຮັດ​ເປັນ​ເສົາ​ຄ້ຳ​ໃຫ້​ເຈົ້າ.

ພວກເຂົາ​ເຮັດ​ໄມ້ພາຍ​ຂອງ​ເຈົ້າ

ດ້ວຍ​ໄມ້​ຈາກ​ຕົ້ນໂອກ​ແຫ່ງ​ບາຊານ;

ເຮັດ​ດາດ​ຟ້າ​ເຮືອ​ຂອງ​ເຈົ້າ

ດ້ວຍ​ໄມ້​ແປກ​ໄຊປຣັດ​ຈາກ​ແຄມ​ຝັ່ງ​ທະເລ​ໄຊປຣັດ ແລ້ວ​ຝັງ​ດ້ວຍ​ງາຊ້າງ.

ໃບ​ເຮືອ​ຂອງ​ເຈົ້າ​ເຮັດ​ດ້ວຍ​ຜ້າ​ຝ້າຍ​ລິນິນ​ເນື້ອ​ລະອຽດ​ທີ່​ປັກແສ່ວ​ແລ້ວ​ຈາກ​ເອຢິບ.

ແລະ ໃຊ້​ເປັນ​ທຸງ​ຂອງ​ເຈົ້າ​ດ້ວຍ;

ກັນ​ສາດ​ຂອງ​ເຈົ້າ​ເປັນ​ຜ້າ​ສີຟ້າ ແລະ ສີມ່ວງ

ຈາກ​ແຄມ​ຝັ່ງ​ແຫ່ງ​ເອລີຊາ.

ຊາວ​ຊີໂດນ ແລະ ຊາວ​ອັກວັດ​ເປັນ​ນັກ​ພາຍເຮືອ​ໃຫ້​ເຈົ້າ;

ຕີເຣ; ຜູ້​ຊຳນານ​ການ​ແລ່ນ​ເຮືອ​ມາ​ເປັນ​ລູກ​ເຮືອ​ໃຫ້​ເຈົ້າ.

ຊ່າງ​ຜູ້​ຊຳນານ​ຈາກ​ເມືອງ​ບິບໂລ2​ກໍ​ຢູ່​ປະຈຳ​ເຮືອ

ມາ​ເປັນ​ຊ່າງ​ປະຈຳ​ຄອຍຖ້າ​ເບິ່ງແຍງ​ຮັກສາ​ເຮືອ​ຂອງ​ເຈົ້າ.

ເຮືອ​ເດີນ​ທະເລ​ທັງໝົດ​ພ້ອມ​ດ້ວຍ​ລູກ​ເຮືອ

ມາ​ຄ້າຂາຍ​ແລກປ່ຽນ​ສິນຄ້າ​ກັບ​ເຈົ້າ.

“ ‘ຊາວ​ເປີເຊຍ, ຊາວ​ລິເດຍ ແລະ ຊາວ​ພູດ

ຮັບໃຊ້​ຖານະ​ທະຫານ​ໃນ​ກອງທັບ​ຂອງ​ເຈົ້າ.

ພວກເຂົາ​ຫ້ອຍ​ໂລ່ ແລະ ໝວກເກາະ​ເທິງ​ກຳແພງ​ຂອງ​ເຈົ້າ,

ເຮັດ​ໃຫ້​ເຈົ້າ​ງາມ​ສະຫງ່າ.

ຊາວ​ອັກວັດ ແລະ ຊາວ​ເຮເລກ

ປະຈຳ​ການ​ຢູ່​ທີ່​ກຳແພງ​ຂອງ​ເຈົ້າ​ທຸກ​ດ້ານ;

ຊາວ​ກຳມາດ

ປະຈຳ​ຢູ່​ໃນ​ຫໍຄອຍ​ຂອງ​ເຈົ້າ.

ພວກເຂົາ​ຫ້ອຍ​ໂລ່​ໄວ້​ອ້ອມ​ກຳແພງ​ຂອງ​ເຈົ້າ;

ເຮັດ​ໃຫ້​ເຈົ້າ​ງາມ​ຢ່າ​ສົມບູນ​ແບບ.

“ ‘ຊາວ​ຕາກຊິດ​ໄດ້​ເຮັດ​ທຸລະກິດ​ຮ່ວມ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ຊັບສົມບັດ​ຈຳນວນ​ຫລວງຫລາຍ; ພວກເຂົາ​ໄດ້​ນຳ​ເອົາ​ເງິນ, ເຫລັກ, ກົ່ວ ແລະ ຊືນ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

“ ‘ຊາວ​ກຣີກ, ຊາວ​ຕູບານ ແລະ ຊາວ​ເມເຊັກ​ກໍ​ໄດ້​ເຮັດ​ທຸລະກິດ​ກັບ​ເຈົ້າ; ພວກເຂົາ​ໄດ້​ເອົາ​ຂ້າທາດ ແລະ ເຄື່ອງໃຊ້​ທອງສຳລິດ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

“ ‘ຊາວ​ເບດ​ໂຕກາມາ​ໄດ້​ເອົາ​ລົດ​ມ້າຮົບ ແລະ ມ້າລໍ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

“ ‘ຊາວ​ໂຣເດັດ3​ໄດ້​ຄ້າຂາຍ​ກັບ​ເຈົ້າ ແລະ ດິນແດນ​ແຄມ​ຝັ່ງ​ທະເລ​ທັງຫລາຍ​ກໍ​ເປັນ​ລູກຄ້າ​ຂອງ​ເຈົ້າ; ພວກເຂົາ​ນຳ​ງາຊ້າງ ແລະ ໄມ້​ເກືອ​ມາ​ເປັນ​ຄ່າ​ສິນຄ້າ.

“ ‘ຊາວ​ອາຣາມ4​ໄດ້​ເຮັດ​ທຸລະກິດ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ສິນຄ້າ​ຫລາຍ​ຊະນິດ; ພວກເຂົາ​ໄດ້​ນຳ​ເອົາ​ພອຍເທີຄອຍ, ຜ້າ​ສີມ່ວງ, ຜ້າ​ປັກແຊ່ວ, ຜ້າຝ້າຍ​ລິນິນ​ເນື້ອ​ລະອຽດ​ດີ, ຫີນ​ປະກາລັງ ແລະ ທັບທິມ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

“ ‘ຊາວ​ຢູດາ ແລະ ຊາວ​ອິດສະຣາເອນ​ໄດ້​ຄ້າຂາຍ​ກັບ​ເຈົ້າ; ພວກ​ເຂົາ​ໄດ້​ນຳ​ເອົາ​ເຂົ້າບາເລ​ມາ​ຈາກ​ເມືອງ​ມິນນິດ ແລະ ເຂົ້າໜົມ,5 ນ້ຳເຜິ້ງ, ນ້ຳມັນ​ໝາກກອກ ແລະ ຂີ້ເຜິ້ງ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

“ ‘ຊາວ​ດາມັສກັດ​ໄດ້​ນຳ​ເອົາ​ເຫລົ້າອະງຸ່ນ​ມາ​ຈາກ​ເມືອງ​ເຮນໂບນ ແລະ ຂົນ​ແກະ​ມາ​ຈາກ​ເມືອງ​ຊາຮາຣະ​ມາ​ຄ້າຂາຍ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ຜົນ​ຜະລິດ ແລະ ສິນຄ້າ​ຫລາຍ​ຊະນິດ. ແລະ ຖັງ​ເຫລົ້າອະງຸ່ນ​ມາ​ຈາກ​ອີໂຊ​ເພື່ອ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ​ຄື: ເຫລັກ​ທີ່​ຫລໍ່​ແລ້ວ, ກາລະບູນ ແລະ ເຄື່ອງເທດ​ທັງຫລາຍ.

“ ‘ຊາວ​ເດດານ​ໄດ້​ຄ້າຂາຍ​ຜ້າ​ຮອງ​ອານ​ມ້າ​ກັບ​ເຈົ້າ.

“ ‘ຊາວ​ອາຣະເບຍ ແລະ ເຈົ້ານາຍ​ທັງໝົດ​ແຫ່ງ​ເກດາ​ກໍ​ເປັນ​ລູກຄ້າ​ຂອງ​ເຈົ້າ; ພວກເຂົາ​ໄດ້​ນຳ​ເອົາ​ລູກແກະ, ແກະ​ຜູ້ ແລະ ແບ້​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

“ ‘ພໍ່​ຄ້າ​ແຫ່ງ​ເຊບາ ແລະ ຣາອາມາ​ໄດ້​ຄ້າຂາຍ​ກັບ​ເຈົ້າ; ພວກເຂົາ​ໄດ້​ນຳ​ເອົາ​ເຄື່ອງເທດ​ຊັ້ນ​ດີ​ທຸກ​ຊະນິດ ແລະ ອັນຍະມະນີ​ກັບ​ຄຳ​ມາ​ແລກປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

“ ‘ຊາວ​ຮາຣານ, ຊາວ​ການເນ, ຊາວ​ເອເດນ, ພໍ່ຄ້າ​ເຊບາ, ຊາວ​ອັດຊູຣະ ແລະ ຊາວ​ກິນມາດ​ກໍ​ໄດ້​ຄ້າຂາຍ​ກັບ​ເຈົ້າ. ພວກເຂົາ​ໄດ້​ນຳ​ເອົາ​ເສື້ອຜ້າ​ອັນ​ສວຍງາມ, ຜ້າ​ສີຟ້າ, ຜ້າ​ປັກແຊ່ວ, ຜ້າພົມ​ທີ່​ມີ​ຫລາຍ​ສີ​ທີ່​ເຮັດ​ດ້ວຍ​ກຽວ​ເຊືອກ​ມັດ​ຢ່າງ​ແໜ້ນ​ໜາ​ມາ​ຄ້າຂາຍ​ໃນ​ຕະຫລາດ​ຂອງ​ເຈົ້າ.

“ ‘ບັນດາ​ເຮືອ​ແຫ່ງ​ຕາກຊິດ

ເປັນ​ພາຫະນະ​ບັນທຸກ​ສິນຄ້າ​ຂອງ​ເຈົ້າ.

ເຈົ້າ​ມີ​ສິນຄ້າ​ເກັບ​ໄວ້​ເຕັມ​ຄັງ​ຂອງ​ເຈົ້າ

ທີ່​ໃຈ​ກາງ​ທະເລ.

ຄົນ​ພາຍ​ເຮືອ​ຂອງ​ເຈົ້າ​ໄດ້​ພາ​ເຈົ້າ​ອອກ​ໄປ

ກາງ​ທະເລ​ໃຫຍ່.

ແຕ່​ລົມ​ທີ່​ພັດ​ມາ​ແຕ່​ຕາເວັນ​ອອກ​ຈະ​ຊັດ​ເຈົ້າ​ໃຫ້​ແຕກຫັກ​ເປັນ​ຊິ້ນ​ສ່ວນ

ທີ່​ໃຈ​ກາງ​ທະເລ.

ຊັບສົມບັດ, ສິນຄ້າ, ຜົນ​ຜະລິດ​ຂອງ​ເຈົ້າ,

ນັກ​ແລ່ນເຮືອ, ລູກເຮືອ, ຊ່າງ​ປະຈຳ​ເຮືອ​ຂອງ​ເຈົ້າ,

ພໍ່ຄ້າ ແລະ ທະຫານ​ທັງໝົດ​ຂອງ​ເຈົ້າ,

ແລະ ທຸກຄົນ​ທີ່​ຢູ່​ໃນ​ເຮືອ

ຈະ​ຈົມ​ດິ່ງ​ລົງ​ສູ່​ໃຈ​ກາງ​ທະເລ

ໃນ​ວັນ​ທີ່​ເຮືອ​ຂອງ​ເຈົ້າ​ແຕກ.

ແຄມ​ຝັ່ງ​ທະເລ​ຈະ​ສັ່ນ​ສະເທືອນ

ເມື່ອ​ລູກເຮືອ​ຂອງ​ເຈົ້າ​ສົ່ງ​ສຽງ​ຮ້ອງ​ອອກ​ມາ.

ຄົນ​ຖື​ໄມ້ພາຍ​ທັງໝົດ

ຈະ​ສະຫລະ​ເຮືອ​ຂອງ​ຕົນ;

ນັກ​ແລ່ນເຮືອ ແລະ ລູກເຮືອ​ທັງໝົດ

ຈະ​ຢືນ​ຢູ່​ທີ່​ຕາຝັ່ງ.

ພວກເຂົາ​ຈະ​ສົ່ງ​ສຽງ​ຮ້ອງ​ຂອງ​ຕົນ

ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ​ອາໄລ​ຫາ​ເຈົ້າ;

ພວກເຂົາ​ຈະ​ໂຮຍ​ຂີ້ຝຸ່ນ​ໃສ່​ເທິງ​ຫົວ​ຂອງ​ຕົນ

ແລະ ກິ້ງເກືອກ​ໃນ​ກອງ​ຂີ້ເຖົ່າ.

ພວກເຂົາ​ຈະ​ແຖ​ຜົມ​ເພື່ອ​ໄວ້​ທຸກ​ໃຫ້​ເຈົ້າ

ແລະ ສວມ​ເສື້ອຜ້າ​ກະສອບ.

ພວກເຂົາ​ຈະ​ຮ້ອງໄຫ້​ຫາ​ເຈົ້າ​ດ້ວຍ​ຄວາມ​ທຸກທໍລະມານ​ໃນ​ວິນຍານ

ແລະ ຄ່ຳຄວນ​ດ້ວຍ​ຄວາມ​ຂົມຂື່ນ.

ຂະນະ​ທີ່​ພວກເຂົາ​ຮ້ອງໄຫ້ ແລະ ຄ່ຳຄວນ​ຫາ​ເຈົ້າ​ຢູ່​ນັ້ນ,

ພວກເຂົາ​ຈະ​ຄ່ຳຄວນ​ກ່ຽວກັບ​ເຈົ້າ​ວ່າ:

“ມີ​ຜູ້ໃດ​ທີ່​ເຄີຍ​ຖືກ​ທຳລາຍ​ເໝືອນ​ຕີເຣ

ທີ່​ມິດງຽບ​ຢູ່​ກົ້ນ​ທະເລ?”

ເມື່ອ​ເຈົ້າ​ນຳ​ເອົາ​ສິນຄ້າ​ອອກ​ສູ່​ທະເລ

ເຈົ້າ​ໄດ້​ເຮັດ​ໃຫ້​ຫລາຍ​ຊົນຊາດ​ພໍໃຈ;

ເຈົ້າ​ໄດ້​ເຮັດ​ໃຫ້​ບັນດາ​ກະສັດ​ຂອງ​ໂລກ​ຮັ່ງມີ

ດ້ວຍ​ຊັບສິນ​ອັນ​ມັ່ງຄັ່ງ ແລະ ສິນຄ້າ​ທັງຫລາຍ​ຂອງ​ເຈົ້າ.

ບັດນີ້ ເຈົ້າ​ເໝືອນ​ເຮືອ​ທີ່​ແຕກ

ຢູ່​ໃນ​ທະເລ​ເລິກ

ສິນຄ້າ ແລະ ລູກ​ເຮືອ​ທັງໝົດ​ຂອງ​ເຈົ້າ

ຈົມ​ລົງ​ໄປ​ພ້ອມ​ກັບ​ເຈົ້າ.

ທຸກຄົນ​ທີ່​ອາໄສ​ຢູ່​ຕາມ​ແຄມ​ຝັ່ງ​ທະເລ

ຕ່າງ​ກໍ​ຕົກໃຈ​ເພາະ​ເຈົ້າ;

ກະສັດ​ທັງຫລາຍ​ຂອງ​ພວກເຂົາ​ສັ່ນ​ສະທ້ານ​ດ້ວຍ​ຄວາມ​ຢ້ານ

ແລະ ໃບ​ໜ້າ​ຂອງ​ພວກເຂົາ​ກໍ​ບິດ​ບ້ຽວ​ດ້ວຍ​ຄວາມ​ຢ້ານກົວ.

ພໍ່ຄ້າ​ຂອງ​ຊົນຊາດ​ຕ່າງໆ​ໄດ້​ເຢາະເຢີ້ຍ​ເຈົ້າ;

ເຈົ້າ​ມາ​ເຖິງ​ຈຸດ​ຈົບ​ອັນ​ໜ້າ​ຢ້ານກົວ

ແລະ ບໍ່​ມີ​ເຈົ້າ​ອີກ​ຕໍ່ໄປ’ ”.

Source notes (5)
  1. Footnote ຄື ພູເຂົາ​ເຮີໂມນ
  2. Footnote ຄື ເກບານ
  3. Footnote ພາສາ​ເຮັບເຣີ​ວ່າ ເດດານ
  4. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບາງ​ສະບັບ ແລະ ສະບັບ Syr. ວ່າ ເອໂດມ
  5. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.