Biblica® Open Lao Contemporary Version
ເອເຊກຽນ 26
ຄຳທຳນວາຍກ່າວໂທດຕີເຣ
ໃນວັນທີໜຶ່ງຂອງເດືອນນັ້ນໃນປີທີສິບເອັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າດັ່ງນີ້ວ່າ: “ບຸດມະນຸດ, ເນື່ອງຈາກຕີເຣໄດ້ກ່າວເຖິງເຢຣູຊາເລັມວ່າ, ‘ນັ້ນເດ! ປະຕູສູ່ຊົນຊາດທັງຫລາຍໄດ້ພັງລົງແລ້ວ ແລະ ປະຕູຂອງມັນໄດ້ເປີດກວ້າງໃຫ້ເຮົາແລ້ວ; ມັນຢູ່ໃນຄວາມເສຍຫາຍ ສ່ວນເຮົາກໍຈະຮຸ່ງເຮືອງ’, ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຕີເຣ, ເຮົາເປັນສັດຕູກັບເຈົ້າ ແລະ ເຮົາຈະນຳຊົນຊາດທັງຫລາຍມາສູ້ກັບເຈົ້າ ເໝືອນທະເລທີ່ຊັດຄື້ນກະທົບຝັ່ງ. ຊົນຊາດເຫລົ່ານັ້ນຈະພັງກຳແພງເມືອງຂອງຕີເຣ ແລະ ພັງຫໍຄອຍຕ່າງໆຂອງເມືອງລົງ; ແລ້ວເຮົາຈະປັດຊາກຫັກພັງຂອງມັນອອກໄປ ແລະ ເຮັດໃຫ້ມັນເປັນດານຫີນ. ມັນຈະກາຍເປັນທີ່ຕາກແຫຕາກມອງກາງທະເລ ເພາະເຮົາໄດ້ເວົ້າໄວ້ແລ້ວ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ມັນຈະກາຍເປັນສະຖານທີ່ປຸ້ນຈີ້ສຳລັບຊົນຊາດທັງຫລາຍ, ແລະ ຖິ່ນຖານອາຄານຕ່າງໆເທິງແຜ່ນດິນໃຫຍ່ຈະຖືກທຳລາຍດ້ວຍຄົມດາບ. ເມື່ອນັ້ນພວກເຂົາຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະນຳກະສັດເນບູກາດເນັດຊາ1ແຫ່ງບາບີໂລນ ຈອມກະສັດຈາກທາງທິດເໜືອມາສູ້ກັບຕີເຣ ພ້ອມດ້ວຍມ້າ ແລະ ລົດມ້າຣົບ, ພ້ອມດ້ວຍທະຫານມ້າ ແລະ ກອງທັບໃຫຍ່. ລາວຈະທຳລາຍຖິ່ນຖານອາຄານຕ່າງໆຂອງເຈົ້າ ເທິງແຜ່ນດິນໃຫຍ່ດ້ວຍຄົມດາບ. ລາວຈະຕັ້ງເຄື່ອງປິດລ້ອມເມືອງຕໍ່ສູ້ກັບເຈົ້າ, ຂຸດຄັນຄູຕໍ່ກັບກຳແພງທັງຫລາຍຂອງເຈົ້າ ແລະ ຕັ້ງໂລ່ທັງຫລາຍຂອງລາວຂຶ້ນເພື່ອສູ້ກັບເຈົ້າ. ລາວຈະອອກຄຳສັ່ງໃຫ້ທະລຸກຳແພງຂອງເຈົ້າ ແລະ ທຳລາຍຄ້າຍທະຫານທັງຫລາຍຂອງເຈົ້າດ້ວຍອາວຸດຂອງລາວ. ມ້າຂອງລາວຈະມີຈຳນວນຫລວງຫລາຍຈົນເຮັດໃຫ້ຂີ້ຝຸ່ນດິນປົກຄຸມເຈົ້າ. ກຳແພງຂອງເຈົ້າຈະສັ່ນສະເທືອນເພາະສຽງຂອງມ້າຮົບ, ຂະບວນກວຽນ ແລະ ລົດມ້າຮົບທີ່ລາວຍົກທັບເຂົ້າປະຕູເມືອງຂອງເຈົ້າ ເໝືອນກັບຄົນທີ່ທະລຸເຂົ້າສູ່ນະຄອນທີ່ກຳແພງພັງແລ້ວ. ກີບຕີນມ້າຂອງລາວໄດ້ຢຽບລົງທີ່ຖະໜົນທຸກເສັ້ນຂອງເຈົ້າ; ລາວຈະຂ້າປະຊາຊົນຂອງເຈົ້າດ້ວຍດາບ ແລະ ໂຄ່ນເສົາອັນແຂງແກ່ນຂອງເຈົ້າລົງທີ່ພື້ນ. ພວກເຂົາຈະປຸ້ນເອົາຊັບສົມບັດຂອງເຈົ້າ ແລະ ປຸ້ນເອົາສິນຄ້າຂອງເຈົ້າໄປ; ພວກເຂົາຈະພັງກຳແພງຂອງເຈົ້າລົງ ແລະ ພັງເຮືອນທີ່ສວຍງາມຂອງເຈົ້າ ແລະ ໂຍນກ້ອນຫີນ, ໄມ້ ແລະ ເສດຫັກພັງຂອງເຈົ້າຖິ້ມລົງທະເລ. ເຮົາຈະຢຸດສຽງເພງອັນອຶກກະທຶກຂອງເຈົ້າ ແລະ ຈະບໍ່ມີຜູ້ໃດໄດ້ຍິນສຽງພິນຂອງເຈົ້າອີກຕໍ່ໄປ. ເຮົາຈະເຮັດໃຫ້ເຈົ້າເປັນພະລານຫີນ ແລະ ເຈົ້າຈະກາຍເປັນສະຖານບ່ອນຕາກແຫຕາກມອງ. ເຈົ້າຈະບໍ່ໄດ້ຮັບການສ້າງຂຶ້ນໃໝ່ອີກ ເພາະເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວແກ່ຕີເຣດັ່ງນີ້ວ່າ: ແຄມຝັ່ງທະເລທັງຫລາຍຈະບໍ່ສະທ້ານຫວັ່ນໄຫວຕໍ່ສຽງຫລົ້ມຈົມຂອງເຈົ້າ ຫລື ເມື່ອຜູ້ບາດເຈັບຮ້ອງຄວນຄາງ ແລະ ມີການຂ້າຟັນຢູ່ໃນເຈົ້າ. ຫລັງຈາກນັ້ນ ບັນດາເຈົ້າຊີວິດແຫ່ງແຄມຝັ່ງທະເລຈະກ້າວລົງຈາກບັນລັງຂອງພວກເຂົາ ແລະ ປົດເສື້ອຄຸມຂອງຕົນ ແລະ ຖອດຊຸດປັກແສ່ວຂອງຕົນອອກ. ເອົາຄວາມສະທ້ານຢ້ານກົວຄຸມກາຍ, ພວກເຂົານັ່ງລົງທີ່ພື້ນ, ສັ່ນສະທ້ານຢ້ານກົວຢູ່ຕະຫລອດເວລາເພາະເຈົ້າ. ແລ້ວພວກເຂົາຈະຄ່ຳຄວນເລື່ອງເຈົ້າ ແລະ ກ່າວແກ່ເຈົ້າວ່າ:
“ ‘ນະຄອນອັນມີຊື່ສຽງ
ທີ່ເຕັມໄປດ້ວຍຊາວທະເລ ຖືກທຳລາຍລົງເຖິງຂະໜາດນີ້!
ເຈົ້າຄືຜູ້ມີອຳນາດຢູ່ໃນທະເລ,
ເຈົ້າ ແລະ ພົນລະເມືອງຂອງເຈົ້າ
ເຈົ້າເຮັດໃຫ້ບັນດາຜູ້ອາໄສ
ຢູ່ທີ່ນັ້ນສະທ້ານຢ້ານກົວ.
ບັດນີ້ ແຄມຝັ່ງທັງຫລາຍສັ່ນສະເທືອນ
ໃນວັນທີເຈົ້າຫລົ້ມຈົມ;
ເກາະຕ່າງໆໃນທະເລ
ຕ່າງກໍພາກັນຕົກໃຈຢ້ານທີ່ເຈົ້າພັງທະລາຍລົງ’.
“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເມື່ອເຮົາເຮັດໃຫ້ເຈົ້າເປັນເມືອງຮ້າງເໝືອນນະຄອນຕ່າງໆ ເຊິ່ງບໍ່ມີຜູ້ໃດຢູ່ອາໄສຢູ່ອີກແລ້ວ ແລະ ເມື່ອເຮົານຳເອົາມະສະໝຸດອັນເລິກຊັດໃສ່ເຈົ້າ ແລະ ໃຫ້ແຜ່ນນ້ຳອັນກວ້າງໃຫຍ່ຖ້ວມເຈົ້າ. ແລ້ວເຮົາກໍຈະຍູ້ເຈົ້າລົງໄປພ້ອມກັບບັນດາຜູ້ລົງສູ່ເຫວເລິກ ລົງໄປຫາຄົນສະໄໝບູຮານ. ເຮົາຈະເຮັດໃຫ້ເຈົ້າອາໄສຢູ່ໃນໂລກບາດານ ຢູ່ກັບຊາກດຶກດຳບັນຮ່ວມກັບບັນດາຜູ້ທີ່ລົງສູ່ເຫວເລິກ ແລະ ເຈົ້າຈະບໍ່ໄດ້ກັບມາ ຫລື ອາໄສຢູ່2ໃນດິນແດນຂອງຜູ້ມີຊີວິດອີກຕໍ່ໄປ. ເຮົາຈະນຳເຈົ້າໄປສູ່ຈຸດຈົບອັນໜ້າຢ້ານກົວຫລາຍ ແລະ ຈະບໍ່ມີເຈົ້າອີກຕໍ່ໄປ. ຄົນທັງຫລາຍຈະຊອກຫາເຈົ້າ ແຕ່ຈະບໍ່ພົບເຈົ້າອີກເລີຍ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
Source notes (2)
- Footnote ພາສາເຮັບເຣີ ເນບູກາດເຣັດຊາ ເປັນອີກຮູບໜຶ່ງຂອງ ເນບູກາດເນັດຊາ ພົບເລື້ອຍໆໃນພຣະທຳເອເຊກຽນ ແລະ ເຢເຣມີຢາ
- Footnote ພາສາເຮັບເຣີວ່າ ກັບມາ ແລະ ເຮົາຈະໃຫ້ສະຫງ່າລາສີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.