Biblica® Open Lao Contemporary Version
ເອເຊກຽນ 23
ສອງເອື້ອຍນ້ອງຜູ້ລ່ວງປະເວນີ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ມີຍິງສອງຄົນ ເຊິ່ງເປັນລູກສາວຂອງແມ່ຄົນດຽວກັນ. ພວກເຂົາກາຍເປັນໂສເພນີຢູ່ໃນເອຢິບ, ພວກເຂົາຄ້າປະເວນີຕັ້ງແຕ່ຍັງເປັນສາວ. ນົມຂອງພວກເຂົາຖືກບີບຄັ້ນ ແລະ ນົມພົມມະຈາລີຂອງພວກເຂົາຖືກກອດຮັດໃນດິນແດນນັ້ນ. ຜູ້ເປັນເອື້ອຍມີຊື່ວ່າໂອໂຮລາ ແລະ ນ້ອງສາວຂອງລາວແມ່ນໂອໂຮລີບາ. ພວກເຂົາເປັນກຳມະສິດຂອງເຮົາ ແລະ ໃຫ້ກຳເນີດລູກຊາຍ ແລະ ລູກສາວຫລາຍຄົນ. ໂອໂຮລາຄືຊາມາເຣຍ ແລະ ໂອໂຮລີບາຄືເຢຣູຊາເລັມ.
“ໂອໂຮລາເລີ່ມຄ້າປະເວນີມາຕັ້ງແຕ່ນາງຍັງເປັນຂອງເຮົາ ແລະ ນາງກະຫາຍຫາຊູ້ຮັກຂອງນາງ ຄືບັນດານັກຮົບອັດຊີເຣຍ ເຊິ່ງແຕ່ງກາຍດ້ວຍຊຸດສີຟ້າ, ມີທັງຜູ້ວ່າການ ແລະ ຜູ້ບັນຊາການກັບທະຫານມ້າ, ພວກເຂົາທຸກຄົນຕ່າງກໍເປັນຊາຍໜຸ່ມຮູບງາມ. ນາງໄດ້ມອບຕົນເອງເປັນໂສເພນີແກ່ບັນດາຜູ້ມີອຳນາດຂອງອັດຊີເຣຍ ແລະ ເຮັດໃຫ້ຕົນເອງເປັນມົນທິນດ້ວຍຮູບເຄົາລົບທັງໝົດຂອງທຸກຄົນທີ່ນາງກະຫາຍຫາ. ນາງບໍ່ໄດ້ປະຖິ້ມການເປັນໂສເພນີທີ່ນາງເລີ່ມຂຶ້ນໃນເອຢິບ, ເມື່ອນາງຍັງເປັນສາວກໍມີຄົນມາຫລັບນອນກັບນາງ, ກອດຮັດນົມພົມມະຈາລີຂອງນາງ ແລະ ລະບາຍລາຄະຕັນຫາແກ່ນາງ.
“ເຫດສະນັ້ນ ເຮົາຈຶ່ງໄດ້ມອບນາງໃຫ້ແກ່ຊູ້ຮັກຂອງນາງ ຄືຊາວອັດຊີເຣຍ ເຊິ່ງເປັນຜູ້ທີ່ນາງກະຫາຍຫາ. ພວກເຂົາໄດ້ຖອດເຄື່ອງນຸ່ງຂອງນາງອອກຈົນເປືອຍກາຍ, ຈັບລູກຊາຍ ແລະ ລູກສາວຂອງນາງໄປ ແລ້ວຂ້ານາງດ້ວຍດາບ. ນາງກາຍເປັນເປັນຄຳນິນທາໃນທ່າມກາງແມ່ຍິງ.
“ໂອໂຮລີບາ ນ້ອງສາວຂອງນາງໄດ້ເຫັນເຫດການນີ້ແລ້ວ ກັບເຮັດໂຕຊົ່ວຊ້າຫລາຍກວ່າເອື້ອຍຂອງຕົນອີກ ໃນເລື່ອງລາຄະຕັນຫາ ແລະ ການເປັນໂສເພນີ. ນາງກໍເປັນເໝືອນກັນ ກະຫາຍຫາຊາວອັດຊີເຣຍ ທັງຜູ້ວ່າການ, ຜູ້ບັນຊາການ, ນັກຮົບໃນເຄື່ອງແບບ, ທະຫານມ້າ ລ້ວນແຕ່ເປັນຊາຍໜຸ່ມຮູບງາມ. ເຮົາເຫັນວ່ານາງກໍເປັນມົນທິນເໝືອນກັນ; ທັງສອງຄົນພວກເຂົາເດີນຕາມຮອຍດຽວກັນ.
“ແຕ່ໂອໂຮລີບາຍັງຄ້າປະເວນີຂອງນາງຕໍ່ໄປ. ນາງໄດ້ເຫັນຮູບແຕ້ມສີແດງຂອງຊາວຄານເດອາ1ຢູ່ເທິງຝາ, ພ້ອມດ້ວຍສາຍແອວຄາດແອວຂອງພວກເຂົາ ແລະ ມີຜ້າພັນຢູ່ເທິງຫົວຂອງພວກເຂົາ; ພວກເຂົາທັງໝົດເບິ່ງຄືກັບເຈົ້າໜ້າທີ່ລົດຮົບຂອງຊາວບາບີໂລນ, ຊາວພື້ນເມືອງຂອງຄານເດອາ.2 ທັນທີທີ່ນາງໄດ້ເຫັນພວກເຂົາ, ນາງກໍກະຫາຍຫາພວກເຂົາ ແລະ ໄດ້ສົ່ງທູດໄປຫາພວກເຂົາໃນຄານເດອາ. ດັ່ງນັ້ນ ຊາວບາບີໂລນຈຶ່ງໄດ້ມາຫານາງທີ່ຕຽງຮັກ ແລະ ເຮັດໃຫ້ນາງເປັນມົນທິນດ້ວຍລາຄະຕັນຫາຂອງພວກເຂົາ. ຫລັງຈາກທີ່ນາງເປັນມົນທິນເພາະພວກເຂົາແລ້ວ ນາງກໍຫັນໜ້າໜີຈາກພວກເຂົາດ້ວຍຄວາມລັງກຽດ. ເມື່ອນາງຍັງເຮັດໂຕເປັນໂສເພນີຕໍ່ໄປຢ່າງເປີດເຜີຍ ແລະ ເປີດເຜີຍຮ່າງກາຍທີ່ເປືອຍຂອງຕົນ, ເຮົາກໍຫັນໜ້າໜີຈາກນາງດ້ວຍຄວາມລັງກຽດ, ເໝືອນທີ່ເຮົາໄດ້ຫັນໜ້າໜີຈາກເອື້ອຍຂອງນາງ. ເຖິງປານນັ້ນນາງກໍຍັງຫລັບນອນກັບຜູ້ຊາຍໂດຍບໍ່ເລືອກໜ້າຫລາຍຂຶ້ນ ເມື່ອລະນຶກເຖິງໄວສາວຂອງນາງຂະນະເປັນໂສເພນີຢູ່ໃນເອຢິບ. ທີ່ນັ້ນນາງໄດ້ກະຫາຍຫາຊູ້ຮັກທັງຫລາຍຂອງນາງ ຜູ້ທີ່ມີອະໄວຍະວະເພດເໝືອນຂອງໂຕລໍ ແລະ ມີອະສຸຈິເໝືອນຂອງໂຕມ້າ. ດັ່ງນັ້ນ ເຈົ້າຈຶ່ງໂຫຍຫາຄວາມລາມົກໃນໄວສາວຂອງເຈົ້າເມື່ອຄັ້ງຢູ່ໃນເອຢິບ ທີ່ນົມຂອງເຈົ້າຖືກກອດຮັດ ແລະ ນົມສາວຂອງເຈົ້າຖືກບີບຄັ້ນ.3
“ເຫດສະນັ້ນ ໂອໂຮລີບາ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະກະຕຸ້ນຊູ້ຮັກທັງຫລາຍຂອງເຈົ້າ ທີ່ເຈົ້າຫັນໜ້າໜີດ້ວຍຄວາມລັງກຽດນັ້ນມາສູ້ກັບເຈົ້າ ແລະ ເຮົາຈະນຳພວກເຂົາມາສູ້ກັບເຈົ້າຈາກທຸກດ້ານ ຊາວບາບີໂລນ ຊາວຄານເດອາທັງໝົດ, ຊາຍຊາວເປໂກດ ແລະ ໂຊອາກັບໂຄອາ ແລະ ຊາວອັດຊີເຣຍທັງໝົດທີ່ເປັນຊາຍໜຸ່ມຮູບງາມ, ທັງຜູ້ວ່າການ ແລະ ຜູ້ບັນຊາການ, ເຈົ້າໜ້າທີ່ລົດຮົບ, ຊົນຊັ້ນສູງທັງໝົດຈະຂີ່ມ້າມາ. ພວກເຂົາຈະມາສູ້ຮົບກັບເຈົ້າໂດຍມີອາວຸດ,4 ລົດມ້າຮົບກັບຂະບວນກວຽນ ແລະ ພ້ອມດ້ວຍຄົນຈຳນວນຫລວງຫລາຍ; ພວກເຂົາຈະຕັ້ງຖານຮົບເພື່ອສູ້ກັບເຈົ້າທຸກດ້ານ ໂດຍມີໂລ່ໃຫຍ່ກັບໂລ່ນ້ອຍ ແລະ ໝວກເກາະ. ເຮົາຈະມອບເຈົ້າໃຫ້ພວກເຂົາລົງໂທດ ແລະ ພວກເຂົາຈະລົງໂທດເຈົ້າຕາມມາດຕະການຂອງພວກເຂົາ. ເຮົາຈະນຳຄວາມໃຈຮ້າຍອັນຫຶງຫວງຂອງເຮົາມາຈັດການກັບເຈົ້າ ແລະ ພວກເຂົາຈະຈັດການເຈົ້າດ້ວຍຄວາມໃຈຮ້າຍ. ພວກເຂົາຈະຕັດຫູ ແລະ ຕັດດັງຂອງເຈົ້າ, ສ່ວນບັນດາຜູ້ທີ່ເຫລືອຢູ່ຈະຕາຍດ້ວຍຄົມດາບ. ພວກເຂົາຈະຈັບລູກຊາຍ ແລະ ລູກສາວຂອງເຈົ້າໄປ ແລະ ພວກເຈົ້າທີ່ເຫລືອຢູ່ຈະຖືກເຜົາໄໝ້ດ້ວຍໄຟ. ພວກເຂົາຈະຖອດເຄື່ອງນຸ່ງຂອງເຈົ້າອອກ ແລະ ເອົາເຄື່ອງປະດັບອັນງົດງາມອອກຈາກກາຍຂອງເຈົ້າ ເຮົາຈະຢຸດຄວາມລາມົກ ແລະ ການຄ້າປະເວນີທີ່ເຈົ້າໄດ້ເລີ່ມຂຶ້ນຢູ່ໃນເອຢິບ. ເຈົ້າຈະບໍ່ຫລຽວເບິ່ງສິ່ງເຫລົ່ານີ້ດ້ວຍຄວາມປາຖະໜາ ຫລື ລະນຶກເຖິງເອຢິບອີກເລີຍ.
“ເພາະພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະມອບເຈົ້າໄວ້ໃນມືຂອງບັນດາຜູ້ທີ່ເຈົ້າກຽດຊັງ, ມອບເຈົ້າໃຫ້ບັນດາຜູ້ທີ່ເຈົ້າຫັນໜ້າໜີດ້ວຍຄວາມລັງກຽດ. ພວກເຂົາຈະຈັດການກັບເຈົ້າດ້ວຍຄວາມກຽດຊັງ ແລະ ເອົາທຸກຢ່າງທີ່ເຈົ້າລົງແຮງເຮັດ. ພວກເຂົາຈະຖິ້ມເຈົ້າໄວ້ໃຫ້ເປືອຍກາຍ ແລະ ຄວາມອັບອາຍຈາກການຄ້າປະເວນີ5ຂອງເຈົ້າຈະຖືກເປີດເຜີຍ. ຄວາມລາມົກ ແລະ ການບໍ່ເລືອກໜ້າຂອງເຈົ້າ ໄດ້ນຳເອົາສິ່ງນີ້ມາສູ່ເຈົ້າ, ເພາະເຈົ້າກະຫາຍຫາຊົນຊາດທັງຫລາຍ ແລະ ເຮັດໃຫ້ຕົນເອງເປັນມົນທິນເພາະຮູບເຄົາລົບທັງຫລາຍຂອງພວກເຂົາ. ເຈົ້າໄດ້ເດີນຕາມຮອຍເອື້ອຍຂອງເຈົ້າ; ດັ່ງນັ້ນ ເຮົາຈະເອົາຈອກເຫລົ້າຂອງເອື້ອຍຂອງເຈົ້າໃສ່ໃນມືຂອງເຈົ້າ.
“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ເຈົ້າຈະດື່ມຈາກຈອກຂອງເອື້ອຍຂອງເຈົ້າ,
ເປັນຈອກໃຫຍ່ ແລະ ເລິກ;
ຈອກນັ້ນຈະນຳເອົາຄວາມອັບອາຍ ແລະ ການເຢາະເຢີ້ຍມາໃຫ້,
ເປັນຈອກທີ່ບັນຈຸໄດ້ຫລວງຫລາຍ.
ເຈົ້າຈະເຕັ້ມໄປດ້ວຍຄວາມມືນເມົາ ແລະ ຄວາມໂສກເສົ້າ,
ຈອກຂອງຊາມາເຣຍເອື້ອຍຂອງເຈົ້າ
ຈອກແຫ່ງຄວາມຈິບຫາຍ ແລະ ຮົກຮ້າງຫວ່າງເປົ່າ.
ເຈົ້າຈະດື່ມ ແລະ ຊົດຈົນໝົດກ້ຽງ
ແລະ ເຈົ້າຈະຫຍ້ຳມັນແຕກເປັນປ່ຽງນ້ອຍໆ
ແລະ ເຈົ້າຈະຈີກນົມຂອງຕົນ.
ເຮົາໄດ້ກ່າວໄວ້, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເນື່ອງຈາກເຈົ້າໄດ້ລືມເຮົາ ແລະ ຫັນຫລັງຂອງເຈົ້າໃຫ້ເຮົາ, ເຈົ້າຈຶ່ງຕ້ອງຮັບຜົນອັນເນື່ອງມາຈາກຄວາມລາມົກ ແລະ ການເປັນໂສເມນີເຈົ້າ”.
ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ບຸດມະນຸດ, ເຈົ້າຈະພິພາກສາໂທດໂອໂຮລາ ແລະ ໂອໂຮລີບາບໍ? ດັ່ງນັ້ນ ຈົ່ງປະນາມພວກເຂົາດ້ວຍພຶດຕິກຳອັນໜ້າກຽດຊັງຂອງພວກເຂົາ, ເພາະພວກເຂົາໄດ້ຫລິ້ນຊູ້ ແລະ ມືຂອງພວກເຂົາກໍເປື້ອນເລືອດ. ພວກເຂົາໄດ້ຫລິ້ນຊູ້ກັບຮູບເຄົາລົບທັງຫລາຍຂອງພວກເຂົາ; ພວກເຂົາຍັງໄດ້ຈັບບັນດາລູກຂອງຕົນ ຜູ້ທີ່ພວກເຂົາເກີດໃຫ້ເຮົານັ້ນບູຊາຍັນ6ໃຫ້ແກ່ຮູບເຄົາລົບທັງຫລາຍ. ພວກເຂົາໄດ້ເຮັດກັບເຮົາຢ່າງນີ້ຄື: ໃນເວລາດຽວກັນພວກເຂົາໄດ້ເຮັດໃຫ້ສະຖານນະມັດສະການຂອງເຮົາເປັນມົນທິນ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ. ໃນວັນທີ່ພວກເຂົາຖວາຍບັນດາລູກຂອງຕົນໃຫ້ແກ່ຮູບເຄົາລົບຂອງພວກເຂົານັ້ນ ພວກເຂົາໄດ້ເຂົ້າມາໃນບ່ອນນະມັດສະການຂອງເຮົາ ແລະ ເຮັດໃຫ້ວິຫານຂອງເຮົາເປັນມົນທິນ. ນັ້ນຄືສິ່ງທີ່ພວກເຂົາໄດ້ເຮັດໃນວິຫານຂອງເຮົາ.
“ພວກເຂົາຍັງໄດ້ສົ່ງຜູ້ສື່ສານໄປຊອກຫາຜູ້ຊາຍຈາກແດນໄກ ແລະ ເມື່ອຄົນເຫລົ່ານັ້ນມາເຖິງ ພວກເຂົາກໍອາບນ້ຳຊຳລະຮ່າງກາຍຂອງຕົນເພື່ອຜູ້ຊາຍເຫລົ່ານັ້ນ, ທາເຄື່ອງສຳອາງໃສ່ຕາ ແລະ ສວມເຄື່ອງປະດັບອັນງົດງາມຂອງຕົນ. ພວກເຂົານັ່ງຢູ່ເທິງຕັ່ງນວມອັນສະຫງ່າງາມ, ມີໂຕະໜຶ່ງຢູ່ຕໍ່ໜ້າທີ່ໃຊ້ວາງເຄື່ອງຫອມ ແລະ ນ້ຳມັນໝາກກອກທີ່ເປັນຂອງເຮົາ.
“ສຽງຂອງຝູງຊົນທີ່ບໍ່ກັງວົນຫຍັງກໍດັງຢູ່ອ້ອມຮອບນາງ; ຄົນຂີ້ເມົາໄດ້ຖືກນຳມາຈາກຖິ່ນແຫ້ງແລ້ງກັນດານພ້ອມກັບຄົນງານ ແລະ ພວກເຂົາສວມສາຍແຂນໃສ່ຂໍ່ແຂນຂອງຍິງນັ້ນກັບນ້ອງສາວຂອງລາວ ແລະ ສວມມົງກຸດງາມໃສ່ເທິງຫົວຂອງພວກນາງ. ດັ່ງນັ້ນ ເຮົາຈຶ່ງກ່າວເຖິງນາງຜູ້ຊຸດໂຊມໄປເພາະການຫລິ້ນຊູ້ວ່າ, ‘ກໍໃຫ້ພວກເຂົາເຮັດກັບນາງຢ່າງໂສເພນີ ເພາະນາງເປັນໄດ້ສ່ຳນີ້’. ແລະ ພວກເຂົາກໍໄດ້ຮ່ວມຫລັບນອນກັບນາງ. ເໝືອນທີ່ຜູ້ຊາຍຮ່ວມຫລັບນອນກັບໂສເພນີ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຮ່ວມຫລັບນອນກັບໂອໂຮລາ ແລະ ໂອໂຮລີບາຜູ້ລາມົກນີ້. ແຕ່ຜູ້ຊອບທຳຈະຕັດສິນພວກນາງໃຫ້ຮັບໂທດຂອງແມ່ຍິງຜູ້ຫລິ້ນຊູ້ ແລະ ເຮັດໃຫ້ເລືອດຕົກ, ເພາະພວກນາງຫລິ້ນຊູ້ ແລະ ມືເປື້ອນເລືອດ.
“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງນຳຝູງຊົນມາສູ້ກັບພວກນາງ ແລະ ມອບພວກນາງໃຫ້ແກ່ຄວາມສະທ້ານຢ້ານກົວ ແລະ ການປຸ້ນ. ຝູງຊົນນັ້ນຈະເອົາຫີນແກວ່ງໃສ່ພວກນາງ ແລະ ຂ້າພວກນາງດ້ວຍດາບຂອງພວກເຂົາ; ພວກເຂົາຈະຂ້າລູກຊາຍ ແລະ ລູກສາວຂອງພວກນາງ ແລ້ວກໍຈູດເຮືອນຂອງພວກນາງຈົນໝົດ.
“ດັ່ງນັ້ນ ເຮົາຈະຢຸດຕິຄວາມລາມົກໃນດິນແດນນີ້ ເພື່ອແມ່ຍິງທຸກຄົນຈະຮັບຄຳເຕືອນ ແລະ ບໍ່ເອົາແບບຢ່າງຂອງພວກເຈົ້າທັງສອງເອື້ອຍນ້ອງ. ພວກເຈົ້າຈະທົນທຸກຮັບໂທດແຫ່ງຄວາມລາມົກ ແລະ ຮັບຜົນຈາກຄວາມບາບເລື່ອງຮູບເຄົາລົບຂອງພວກເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ”.
Source notes (6)
- Footnote ຫລື ຊາວບາບີໂລນ
- Footnote ຫລື ບາບີໂລນ ເຊັ່ນດຽວກັບຂໍ້ 16
- Footnote ພາສາເຮັບເຣີວ່າ ຖືກກອດ ຮັດ ເພາະນົມສາວຂອງເຈົ້າ (ເບິ່ງຂໍ້ 3)
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ຫລື ຂາຍໂຕ
- Footnote ຫລື ໂດຍໃຫ້ລູກໆທີ່ນາງຄອດໃຫ້ແກ່ເຮົາລຸຍໄຟ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.