Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 24

ເຢຣູຊາເລັມ​ເປັນ​ໝໍ້​ປຸງແຕ່ງ​ອາຫານ

ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ສິບ​ຂອງ​ປີ​ທີ​ເກົ້າ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ຈົ່ງ​ບັນທຶກ​ວັນ​ນີ້​ໄວ້​ເພາະ​ກະສັດ​ບາບີໂລນ​ໄດ້​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນີ້. ຈົ່ງ​ບອກ​ປະຊາຊົນ​ທີ່​ກະບົດ​ນີ້​ເປັນ​ຄຳອຸປະມາ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:

“ ‘ຈົ່ງ​ຕັ້ງ​ໝໍ້​ປຸງແຕ່ງ​ອາຫານ​ຂຶ້ນ; ຕັ້ງ​ໝໍ້​ຂຶ້ນ

ແລ້ວ​ຖອກ​ນ້ຳ​ໃສ່​ໃນ​ໝໍ້.

ໃສ່​ຕ່ອນ​ຊີ້ນ​ລົງ​ໄປ​ໃນ​ໝໍ້,

ຊີ້ນ​ດີ​ທີ່​ສຸດ​ທັງໝົດ ຄື​ຊີ້ນ​ສະໂພກ ແລະ ຊີ້ນ​ສັນ​ຂາ​ໜ້າ.

ຈົ່ງ​ເລືອກ​ເອົາ​ກະດູກ​ດີ​ທີ່ສຸດ​ໃສ່​ໃຫ້​ເຕັມ​ໝໍ້;

ຄັດ​ແກະ​ໂຕ​ດີ​ທີ່ສຸດ​ຈາກ​ຝູງ​ມາ.

ສຸມ​ຟືນ​ໃສ່​ກ້ອງ​ໝໍ້​ເພື່ອ​ຕົ້ມ​ກະດູກ.

ຕົ້ມ​ໃຫ້​ມັນ​ຟົດ

ແລະ ຂ້ຽວ​ກະດູກ​ໃນ​ໝໍ້​ນັ້ນ.

“ ‘ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:

“ ‘ວິບັດ​ແກ່​ນະຄອນ​ແຫ່ງ​ການ​ນອງ​ເລືອດ,

ວິບັດ​ແກ່​ໝໍ້​ທີ່​ບັດນີ້​ກໍ​ມີ​ຄາບ​ເປື້ອນ,

ເຊິ່ງ​ຄາບ​ທີ່​ບໍ່​ຫລຸດ​ອອກ​ມາ!

ຈົ່ງ​ເອົາ​ຊີ້ນ​ອອກ​ມາ​ເທື່ອ​ລະ​ຕ່ອນ

ໂດຍ​ບໍ່​ຕ້ອງ​ຈັບ​ສະຫລາກ​ວ່າ​ຈະ​ເອົາ​ຕ່ອນ​ໃດ​ກ່ອນ.

“ ‘ເພາະ​ນະຄອນ​ນີ້​ເຮັດ​ໃຫ້​ເລືອດ​ນອງ​ໄປ​ທົ່ວ​ຄື:

ນາງ​ຖອກ​ມັນ​ລົງ​ເທິງ​ພະລານ​ຫີນ

ນາງ​ບໍ່​ໄດ້​ຖອກ​ມັນ​ລົງ​ເທິງ​ພື້ນດິນ,

ເພື່ອ​ໃຫ້​ຝຸ່ນ​ດິນ​ປົກ​ມັນ​ໄວ້.

ເພື່ອ​ກະຕຸ້ນ​ຄວາມ​ໂກດຮ້າຍ ແລະ ການ​ແກ້ແຄ້ນ

ເຮົາ​ຈຶ່ງ​ຖິ້ມ​ເລືອດ​ຂອງ​ນາງ​ເທິງ​ພະລານ​ຫີນ,

ເພື່ອ​ເລືອດ​ນັ້ນ​ຈະ​ບໍ່​ຖືກ​ປົກ​ບັງ.

“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:

“ ‘ວິບັດ​ແກ່​ນະຄອນ​ແຫ່ງ​ການ​ນອງ​ເລືອດ!

ເຮົາ​ກໍ​ຈະ​ສຸມ​ຟືນ​ເປັນ​ກອງ​ສູງ​ຄື​ກັນ.

ດັ່ງນັ້ນ ຈົ່ງ​ສຸມ​ຟືນ​ເຂົ້າ​ໄປ

ແລະ ຈຸດ​ໄຟ.

ໃສ່​ເຄື່ອງ​ເທດ​ຕ່າງໆ​ລົງ​ໄປ

ຕົ້ມ​ຊີ້ນ​ຈົນ​ສຸກ​ດີ

ແລະ ຂ້ຽວ​ຈົນ​ກະດູກ​ໄໝ້.

ແລ້ວ​ຕັ້ງ​ໝໍ້​ເປົ່າ​ໃສ່​ເທິງ​ຖ່ານ​ໄຟ

ຈົນ​ໝໍ້​ຮ້ອນ ແລະ ທອງແດງ​ກໍ​ເຮືອງ​ແສງ,

ເພື່ອ​ວ່າ​ສິ່ງ​ເປື້ອນເປິ​ໃນ​ໝໍ້​ຈະ​ລະລາຍ

ແລະ ຄາບ​ທີ່​ສະສົມ​ຢູ່​ໃນ​ໝໍ້​ຈະ​ຖືກ​ໄໝ້​ໄປ​ໝົດ.

ແຕ່​ກໍ​ເສຍ​ແຮງ​ລ້າ

ເຖິງ​ໄຟ​ຈະ​ຮ້ອນ

ຄາບ​ເປື້ອນ​ໜາ​ຂອງ​ໝໍ້​ກໍ​ບໍ່​ຫລຸດ​ອອກ.

“ ‘ບັດນີ້ ຄວາມ​ເປື້ອນເປິ​ຂອງ​ເຈົ້າ​ກໍ​ຄື​ຄວາມ​ລາມົກ. ເພາະ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ ແຕ່​ເຈົ້າ​ກໍ​ບໍ່​ອາດ​ຊຳລະ​ຈາກ​ຄວາມ​ເປື້ອນເປິ​ຂອງ​ເຈົ້າ​ໄດ້, ເຈົ້າ​ຈະ​ບໍ່​ສະອາດ​ອີກ​ຈົນ​ກ່ວາ​ຄວາມ​ໂກດຮ້າຍ​ທີ່​ເຮົາ​ມີ​ຕໍ່​ເຈົ້າ​ສະຫງົບ​ລົງ.

“ ‘ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ໄວ້. ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ລົງ​ມື. ເຮົາ​ຈະ​ບໍ່​ອົດກັ້ນ; ເຮົາ​ຈະ​ບໍ່​ສົງສານ ຫລື ເຮົາ​ຈະ​ບໍ່​ຜ່ອນຜັນ. ເຈົ້າ​ຈະ​ຖືກ​ພິພາກສາ​ຕາມ​ການ​ປະພຶດ​ຂອງ​ເຈົ້າ ແລະ ການ​ກະທຳ​ຂອງ​ເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.

ເມຍ​ຂອງ​ເອເຊກຽນ​ຕາຍ

ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ເຮົາ​ຈະ​ເອົາ​ແກ້ວຕາ​ດວງ​ໃຈ​ຂອງ​ເຈົ້າ​ໄປ​ໃນ​ພິບ​ຕາ​ດຽວ. ແຕ່​ຢ່າ​ຄ່ຳຄວນ ຫລື ຮ້ອງໄຫ້ ຫລື ຫລັ່ງ​ນ້ຳ​ຕາ​ໃດໆ. ຈົ່ງ​ຄ່ຳຄວນ​ງຽບໆ; ຢ່າ​ໄວ້​ທຸກ​ໃຫ້​ແກ່​ຜູ້​ຕາຍ. ຈົ່ງ​ສວມ​ຜ້າ​ຄຽນ​ຫົວ​ຂອງ​ເຈົ້າ​ໄວ້ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ເຈົ້າ​ໄວ້; ຢ່າ​ເອົາ​ຜ້າ​ປົກ​ເຄົາ ແລະ ໜວດ​ຂອງ​ເຈົ້າ ຫລື ກິນ​ອາຫານ​ຕາມ​ທຳນຽມ​ຂອງ​ຜູ້​ໄວ້​ທຸກ”.

ຂ້າພະເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ຄົນ​ທັງຫລາຍ​ຕາມ​ນັ້ນ​ໃນ​ຕອນ​ເຊົ້າ ແລະ ຕອນແລງ​ມາ​ເມຍ​ຂອງ​ຂ້າພະເຈົ້າ​ກໍ​ຕາຍ. ຕອນເຊົ້າ​ໃນ​ວັນ​ຕໍ່​ມາ​ຂ້າພະເຈົ້າ​ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໄວ້.

ຫລັງຈາກນັ້ນ ຄົນ​ທັງຫລາຍ​ຈຶ່ງ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ຂໍ​ໃຫ້​ທ່ານ​ບອກ​ພວກເຮົາ​ວ່າ​ສິ່ງ​ເຫລົ່ານີ້​ກ່ຽວ​ຂ້ອງ​ກັບ​ພວກເຮົາ​ຢ່າງໃດ? ເປັນ​ຫຍັງ​ທ່ານ​ຈຶ່ງ​ກະທຳ​ຢ່າງ​ນີ້?”

ຂ້າພະເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ດັ່ງນີ້​ວ່າ: ຈົ່ງ​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ກຳລັງ​ຈະ​ທຳລາຍ​ຄວາມ​ບໍລິສຸດ​ຂອງ​ສະຖານ​ນະມັດສະການ​ຂອງ​ເຮົາ ເຊິ່ງ​ເປັນ​ທີ່​ໝັ້ນ​ທີ່​ພວກເຈົ້າ​ພາກພູມ​ໃຈ, ເປັນ​ແກ້ວ​ຕາ​ດວງ​ໃຈ​ຂອງ​ພວກເຈົ້າ, ເປັນ​ບ່ອນ​ທີ່​ພວກເຈົ້າ​ສະແດງ​ຄວາມ​ຮັກ​ນັ້ນ. ບັນດາ​ລູກຊາຍ ແລະ ລູກສາວ​ທີ່​ພວກເຈົ້າ​ປະ​ໄວ້​ຢູ່​ເບື້ອງ​ຫລັງ​ຈະ​ລົ້ມ​ຕາຍ​ດ້ວຍ​ຄົມ​ດາບ. ແລ້ວ​ພວກເຈົ້າ​ກໍ​ຈະ​ເຮັດ​ເໝືອນ​ທີ່​ເອເຊກຽນ​ໄດ້​ເຮັດ. ພວກເຈົ້າ​ຈະ​ບໍ່​ເອົາ​ຜ້າ​ປົກ​ເຄົາ ແລະ ໜວດ​ຂອງ​ພວກເຈົ້າ ຫລື ກິນ​ອາຫານ​ຕາມ​ທຳນຽມ​ຂອງ​ຜູ້​ໄວ້​ທຸກ. ພວກເຈົ້າ​ຈະ​ຮັກສາ​ຜ້າ​ຄຽນ​ຫົວ​ຂອງ​ພວກເຈົ້າ​ໄວ້​ເທິງ​ຫົວ​ຂອງ​ພວກເຈົ້າ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ບໍ່​ຄ່ຳຄວນ ຫລື ຮ້ອງໄຫ້ ແຕ່​ຈະ​ຊຸດໂຊມ​ໄປ​ເພາະ​ຄວາມ​ບາບ​ຂອງ​ພວກເຈົ້າ ແລະ ຄ່ຳຄວນ​ຕໍ່​ກັນ. ເອເຊກຽນ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ພວກເຈົ້າ; ພວກເຈົ້າ​ຈະ​ເຮັດ​ເໝືອນ​ກັບ​ທີ່​ລາວ​ໄດ້​ເຮັດ. ເມື່ອ​ເຫດການ​ນີ້​ເກີດ​ຂຶ້ນ, ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ’.

“ສຳລັບ​ເຈົ້າ ບຸດ​ມະນຸດ, ໃນ​ວັນ​ທີ​ເຮົາ​ເອົາ​ທີ່​ໝັ້ນ​ຂອງ​ພວກເຂົາ​ໄປ, ອັນ​ເປັນ​ສິ່ງ​ທີ່​ພວກເຂົາ​ຊື່ນຊົມຍິນດີ ແລະ ພາກ​ພູມ​ໃຈ, ເປັນ​ແກ້ວ​ຕາ​ດວງ​ໃຈ​ຂອງ​ພວກເຂົາ, ເປັນ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ພວກເຂົາ ພ້ອມ​ທັງ​ລູກຊາຍ ແລະ ລູກສາວ​ຂອງ​ພວກເຂົາ​ດ້ວຍ ໃນ​ວັນ​ນັ້ນ​ຜູ້​ລີ້ໄພ​ຈະ​ມາ​ແຈ້ງ​ຂ່າວ​ແກ່​ເຈົ້າ. ໃນ​ເວລາ​ນັ້ນ​ປາກ​ຂອງ​ເຈົ້າ​ຈະ​ເປີດ​ອອກ; ເຈົ້າ​ຈະ​ເວົ້າ​ກັບ​ພວກເຂົາ ແລະ ຈະ​ບໍ່​ເປັນ​ໃບ້​ອີກ​ຕໍ່ໄປ. ດັ່ງນັ້ນ ເຈົ້າ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.