Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 22

ການ​ພິພາກສາ​ບາບ​ຂອງ​ເຢຣູຊາເລັມ

ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ:

“ບຸດ​ມະນຸດ, ເຈົ້າ​ຈະ​ພິພາກສາ​ນະຄອນ​ນີ້​ບໍ? ເຈົ້າ​ຈະ​ພິພາກສາ​ນະຄອນ​ແຫ່ງ​ການ​ນອງ​ເລືອດ​ນີ້​ບໍ? ດັ່ງນັ້ນ ຈົ່ງ​ປະນາມ​ນາງ​ດ້ວຍ​ການ​ກະທຳ​ອັນ​ໜ້າ​ກຽດຊັງ​ຂອງ​ນາງ ແລະ ກ່າວ​ວ່າ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ນະຄອນ​ທີ່​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ຕົນ​ເອງ​ໂດຍ​ເຮັດ​ໃຫ້​ມີ​ການ​ຫລັ່ງ​ເລືອດ​ໃນ​ທ່າມກາງ​ຕົນ​ເອງ ແລະ ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ໂດຍ​ການ​ສ້າງ​ຮູບເຄົາລົບ​ທັງຫລາຍ, ເຈົ້າ​ມີ​ຄວາມ​ຜິດ​ເພາະ​ເຈົ້າ​ເຮັດ​ໃຫ້​ມີ​ການ​ຫລັ່ງ​ເລືອດ ແລະ ເຮັດ​ໃຫ້​ມີ​ມົນທິນ​ເພາະ​ຮູບເຄົາລົບ​ທີ່​ຕົນ​ສ້າງ​ຂຶ້ນ. ເຈົ້າ​ໄດ້​ເຮັດ​ໃຫ້​ວັນ​ເວລາ​ຂອງ​ເຈົ້າ​ນັ້ນ​ສິ້ນສຸດ​ລົງ​ແລ້ວ ແລະ ຈຸດຈົບ​ຂອງ​ເຈົ້າ​ກໍ​ມາ​ແລ້ວ. ເຫດສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ທີ່​ລັງກຽດ​ຂອງ​ປະຊາຊາດ​ທັງຫລາຍ ແລະ ເປັນ​ທີ່​ຫົວ​ເຢາະເຢີ້ຍ​ຂອງ​ທຸກ​ປະເທດ. ທັງ​ບັນດາ​ຜູ້​ຢູ່​ໃກ້ ແລະ ບັນດາ​ຜູ້​ຢູ່​ໄກ​ຈະ​ເຢາະເຢີ້ຍ​ເຈົ້າ, ໂອ ນະຄອນ​ທີ່​ເສຍ​ຊື່ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນວາຍ.

“ ‘ເບິ່ງ​ແມ ເຈົ້ານາຍ​ແຕ່​ລະ​ຄົນ​ຂອງ​ອິດສະຣາເອນ​ໃຊ້​ອຳນາດ​ຂອງ​ຕົນ​ເຮັດ​ໃຫ້​ເກີດ​ການ​ນອງ​ເລືອດ. ໃນ​ນະຄອນ​ນີ້​ຄົນ​ທັງຫລາຍ​ປະຕິບັດ​ຕໍ່​ພໍ່ ແລະ ແມ່​ຂອງ​ຕົນ​ດ້ວຍ​ການ​ດູຖູກ; ໃນ​ນະຄອນ​ນີ້​ພວກເຂົາ​ກົດຂີ່​ຂົ່ມເຫັງ​ຄົນຕ່າງຊາດ ແລະ ລູກ​ກຳພ້າ​ພໍ່​ກັບ​ແມ່ໝ້າຍ. ເຈົ້າ​ໝິ່ນປະໝາດ​ສິ່ງ​ບໍລິສຸດ​ຂອງ​ເຮົາ ແລະ ເຮັດ​ໃຫ້​ວັນຊະບາໂຕ​ຂອງ​ເຮົາ​ໝົ່ນໝອງ. ໃນ​ນະຄອນ​ນີ້​ມີ​ຄົນ​ເວົ້າ​ໃສ່​ຮ້າຍ ຫວັງ​ເຮັດ​ໃຫ້​ເລືອດ​ຕົກ, ໃນ​ນະຄອນ​ນີ້​ມີ​ຄົນ​ທີ່​ກິນ​ລ້ຽງ​ໃນ​ສະຖານ​ບູຊາ​ເທິງ​ພູເຂົາ ແລະ ເຮັດ​ສິ່ງ​ທີ່​ລາມົກ. ໃນ​ນະຄອນ​ນີ້​ມີ​ຜູ້​ລ່ວງ​ປະເວນີ​ກັບ​ເມຍ​ຂອງ​ພໍ່​ຂອງ​ຕົນ; ໃນ​ນະຄອນ​ນີ້​ມີ​ຄົນ​ຫລັບ​ນອນ​ກັບ​ແມ່ຍິງ​ຂະນະ​ທີ່​ນາງ​ມີ​ປະຈຳ​ເດືອນ​ອັນ​ເປັນ​ເວລາ​ທີ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ. ໃນ​ນະຄອນ​ນີ້​ມີ​ຄົນ​ທີ່​ເຮັດ​ຄວາມ​ຜິດ​ອັນ​ໜ້າ​ກຽດຊັງ​ກັບ​ເມຍ​ຂອງ​ເພື່ອນບ້ານ​ຂອງ​ຕົນ, ໃນ​ນະຄອນ​ນີ້​ບາງຄົນ​ເຮັດ​ໃຫ້​ລູກ​ສະໃພ້​ເປັນ​ມົນທິນ​ຢ່າງ​ອັບອາຍ​ທີ່ສຸດ ແລະ ບາງຄົນ​ກໍ​ລ່ວງລະເມີດ​ເອື້ອຍ​ກັບ​ນ້ອງສາວ ເຊິ່ງ​ເປັນ​ລູກສາວ​ຂອງ​ພໍ່​ຂອງ​ຕົນ. ໃນ​ນະຄອນ​ນີ້​ມີ​ຄົນ​ທີ່​ຮັບ​ສິນບົນ​ເພື່ອ​ເຮັດ​ໃຫ້​ເລືອດ​ຕົກ; ພວກເຈົ້າ​ເອົາ​ດອກເບ້ຍ ແລະ ກຳໄລ​ຈາກ​ຄົນທຸກຍາກ. ພວກເຈົ້າ​ໄດ້​ຂູດຮີດ​ເອົາ​ຜົນປະໂຫຍດ​ຈາກ​ເພື່ອນບ້ານ​ຂອງ​ຕົນ ແລະ ພວກເຈົ້າ​ໄດ້​ຫລົງ​ລືມ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

“ ‘ເຮົາ​ຈະ​ທຸບ​ກຳປັ້ນ​ຂອງ​ເຮົາ​ລົງ​ເໜືອ​ກຳໄລ​ທີ່​ເຈົ້າ​ໄດ້​ມາ​ຢ່າງ​ບໍ່​ຍຸຕິທຳ ແລະ ເໜືອ​ເລືອດ​ທີ່​ເຈົ້າ​ເຮັດ​ໃຫ້​ໄຫລ​ນອງ​ໃນ​ທ່າມກາງ​ພວກເຈົ້າ. ໃນ​ວັນ​ທີ່​ເຮົາ​ຈັດການ​ກັບ​ເຈົ້າ ເຈົ້າ​ຈະ​ທົນ​ຕໍ່ໄປ​ໄດ້​ບໍ? ມື​ທັງ​ສອງ​ຂອງ​ເຈົ້າ​ຈະ​ຍັງ​ເຂັ້ມແຂງ​ຢູ່​ບໍ? ເຮົາ​ຜູ້​ເປັນ​ພຣະເຈົ້າ​ໄດ້​ກ່າວ​ໄວ້ ແລະ ເຮົາ​ກໍ​ຈະ​ເຮັດ​ຕາມ​ນັ້ນ. ເຮົາ​ຈະ​ກະຈາຍ​ພວກເຈົ້າ​ອອກ​ໄປ​ທ່າມກາງ​ປະຊາຊາດ​ທັງຫລາຍ ແລະ ປະເທດ​ທັງຫລາຍ; ເຮົາ​ຈະ​ທຳລາຍ​ຄວາມ​ສົກກະປົກ​ຂອງ​ເຈົ້າ. ເມື່ອ​ເຈົ້າ​ເປັນ​ມົນທິນ1​ໃນ​ສາຍ​ຕາ​ຂອງ​ຊົນຊາດ​ທັງຫລາຍ, ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.

ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ຊາວ​ອິດສະຣາເອນ​ກາຍເປັນ​ຂີ້ແຮ່​ສຳລັບ​ເຮົາ; ພວກເຂົາ​ທຸກຄົນ​ເປັນ​ທອງແດງ, ກົ່ວ, ເຫລັກ ແລະ ກົ່ວ​ທີ່​ເຫລືອ​ຢູ່​ໃນ​ເຕົາ​ຫລອມ. ພວກເຂົາ​ເປັນ​ພຽງ​ຂີ້ແຮ່​ຂອງ​ເງິນ​ເທົ່ານັ້ນ. ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ວ່າ: ‘ເນື່ອງ​ຈາກ​ພວກເຈົ້າ​ທຸກຄົນ​ກາຍເປັນ​ຂີ້ແຮ່, ເຮົາ​ຈະ​ຮວບຮວມ​ພວກເຈົ້າ​ເຂົ້າ​ສູ່​ເຢຣູຊາເລັມ. ດັ່ງ​ຄົນ​ຮວບຮວມ​ເອົາ​ເງິນ, ທອງແດງ, ເຫລັກ, ຊືນ ແລະ ກົ່ວ​ເຂົ້າ​ສູ່​ເຕົາ​ຫລອມ ເພື່ອ​ຫລອມ​ດ້ວຍ​ໄຟ​ອັນ​ຮ້ອນແຮງ ເຮົາ​ກໍ​ຈະ​ຮວບຮວມ​ພວກເຈົ້າ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາ ແລະ ກັກ​ພວກເຈົ້າ​ໄວ້​ໃນ​ນະຄອນ​ນັ້ນ ແລ້ວ​ຫລອມ​ກໍ​ພວກເຈົ້າ. ເຮົາ​ຈະ​ຮວບ​ຮວມ​ເອົາ​ພວກເຈົ້າ ແລະ ພັດ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຂອງ​ເຮົາ​ກະໜ່ຳ​ພວກເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ຫລອມ​ຢູ່​ໃນ​ນະຄອນ​ນັ້ນ. ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ຫລອມ​ຈົນ​ລະລາຍ​ຢູ່​ໃນ​ນະຄອນ​ນັ້ນ​ເໝືອນ​ເງິນ​ທີ່​ລະລາຍ​ໃນ​ເຕົາ​ຫລອມ ແລະ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເໜືອ​ພວກເຈົ້າ’ ”.

ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ເຖິງ​ຂ້າພະເຈົ້າ​ອີກ​ວ່າ: “ບຸດ​ມະນຸດ, ຈົ່ງ​ກ່າວ​ແກ່​ດິນແດນ​ນັ້ນ​ວ່າ, ‘ເຈົ້າ​ເປັນ​ດິນແດນ​ທີ່​ບໍ່​ໄດ້​ຮັບ​ການ​ຊຳລະ​ລ້າງ ຫລື ບໍ່​ໄດ້​ຮັບ​ຝົນ​ໃນ​ວັນ​ແຫ່ງ​ຄວາມໂກດຮ້າຍ’. ບັນດາ​ເຈົ້ານາຍ2​ໃນ​ດິນແດນ​ນັ້ນ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັນ​ເຮັດ​ການ​ຮ້າຍ​ເໝືອນ​ໂຕສິງ​ທີ່​ແຜດສຽງ ແລະ ຈີກ​ເຫຍື່ອ​ຂອງ​ຕົນ; ພວກເຂົາ​ກືນ​ກິນ​ຊີວິດ​ຄົນ, ຢຶດ​ເອົາ​ຊັບສົມບັດ ແລະ ສິ່ງ​ຂອງ​ທີ່​ມີ​ຄ່າ​ທັງຫລາຍ ແລະ ເຮັດ​ໃຫ້​ແມ່ໝ້າຍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໃນ​ດິນແດນ​ນັ້ນ. ບັນດາ​ປະໂລຫິດ​ຂອງ​ດິນແດນ​ນັ້ນ​ໄດ້​ເຮັດ​ຄວາມ​ຮຸນແຮງ​ຕໍ່​ກົດບັນຍັດ​ຂອງ​ເຮົາ ແລະ ໝິ່ນປະໝາດ​ສິ່ງ​ບໍລິສຸດ​ຂອງ​ເຮົາ; ພວກເຂົາ​ບໍ່​ຈຳແນກ​ລະຫວ່າງ​ສິ່ງ​ທີ່​ບໍລິສຸດ​ກັບ​ສິ່ງ​ທີ່​ທຳມະດາ; ພວກເຂົາ​ສອນ​ວ່າ​ສິ່ງ​ທີ່​ສະອາດ ແລະ ສິ່ງ​ທີ່​ມີ​ມົນທິນ​ກໍ​ບໍ່​ມີ​ສິ່ງໃດ​ແຕກ​ຕ່າງ​ກັນ ແລະ ພວກເຂົາ​ໄດ້​ປິດ​ຕາ​ຂອງ​ຕົນ​ບໍ່​ຮັກສາ​ວັນຊະບາໂຕ​ຂອງ​ເຮົາ, ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ຖືກ​ດູຖູກ​ໃນ​ທ່າມກາງ​ພວກເຂົາ. ຂ້າລາຊະການ​ໃນ​ດິນແດນ​ນັ້ນ​ເປັນ​ເໝືອນ​ໝາປ່າ​ທີ່​ກຳລັງ​ຈີກ​ເຫຍື່ອ​ຂອງ​ຕົນ; ພວກເຂົາ​ເຮັດ​ໃຫ້​ເກີດ​ການ​ນອງ​ເລືອດ ແລະ ຂ້າ​ຄົນ​ເພື່ອ​ຜົນປະໂຫຍດ​ທີ່​ໄດ້​ມາ​ຢ່າງ​ບໍ່​ຍຸຕິທຳ. ບັນດາ​ຜູ້ທຳນວາຍ​ຂອງ​ດິນແດນ​ນັ້ນ​ປົກປິດ​ການ​ກະທຳ​ເຫລົ່ານີ້​ໃຫ້​ພວກເຂົາ ໂດຍ​ອ້າງ​ນິມິດ​ປອມ ແລະ ຄຳ​ທຳນວາຍ​ຈອມ​ປອມ. ພວກເຂົາ​ກ່າວ​ວ່າ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ’ ທັງ​ທີ່​ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ກ່າວ. ປະຊາຊົນ​ໃນ​ແຜ່ນດິນ​ນັ້ນ​ເຮັດ​ການ​ຂູດຮີດ ແລະ ປຸ້ນ​ເອົາ​ຊັບສິນ; ພວກເຂົາ​ໄດ້​ກົດຂີ່​ຂົ່ມເຫັງ​ຄົນທຸກຍາກ ແລະ ຄົນຂັດສົນ ແລ້ວ​ຂົ່ມເຫັງ​ຄົນຕ່າງດ້າວ ບໍ່​ໃຫ້​ຄວາມ​ເປັນ​ທຳ​ແກ່​ພວກເຂົາ.

“ເຮົາ​ໄດ້​ຊອກ​ຫາ​ຜູ້ໃດ​ຜູ້​ໜຶ່ງ​ໃນ​ພວກເຂົາ ຜູ້​ທີ່​ຈະ​ສ້າງ​ກຳແພງ​ຂຶ້ນ ແລະ ຢືນ​ຢູ່​ຕໍ່ໜ້າ​ເຮົາ ອຸດ​ປ່ອງ​ວ່າງ​ເພື່ອ​ດິນແດນ​ນັ້ນ ເພື່ອ​ເຮົາ​ຈະ​ໄດ້​ບໍ່​ທຳລາຍ​ດິນແດນ​ນັ້ນ ແຕ່​ເຮົາ​ກໍ​ບໍ່​ພົບ​ຜູ້​ໃດ​ເລີຍ. ດັ່ງນັ້ນ ເຮົາ​ຈະ​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເໜືອ​ພວກເຂົາ ແລະ ເຜົາໄໝ້​ພວກເຂົາ​ດ້ວຍ​ຄວາມ​ໃຈຮ້າຍ​ອັນ​ຮ້ອນແຮງ​ຂອງ​ເຮົາ, ໃຫ້​ທຸກສິ່ງ​ທີ່​ພວກເຂົາ​ເຮັດ​ໄວ້​ກັບ​ມາ​ຕົກ​ໃສ່​ພວກເຂົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

Source notes (2)
  1. Footnote ຫລື ເມື່ອ​ເຮົາ​ມອບ​ມໍລະດົກ​ໃຫ້​ແກ່​ເຈົ້າ
  2. Footnote ພາສາ​ເຮັບເຣີ​ວ່າ ບັນດາ​ຜູ້ທຳນວາຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.