Biblica® Open Lao Contemporary Version
ເອເຊກຽນ 21
ບາບີໂລນຄືດາບແຫ່ງການພິພາກສາຂອງພຣະເຈົ້າ
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າຄວາມວ່າ: “ບຸດມະນຸດ ຈົ່ງຫັນໜ້າຂອງເຈົ້າໄປຍັງເຢຣູຊາເລັມ ແລະ ກ່າວຕຳໜິສະຖານນະມັດສະການ. ຈົ່ງທຳນວາຍແກ່ດິນແດນອິດສະຣາເອນ ແລະ ກ່າວແກ່ດິນແດນນັ້ນວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບພວກເຈົ້າ. ເຮົາຈະຊັກດາບຂອງເຮົາອອກຈາກຝັກ ແລະ ເອົາຊີວິດທັງຄົນຊອບທຳ ແລະ ຄົນອະທຳໄປຈາກພວກເຈົ້າ ເພາະເຮົາຈະບໍ່ໄວ້ຊີວິດທັງຄົນຊອບທຳ ແລະ ຄົນອະທຳ ເຮົາຈະຊັກດາບອອກຈາກຝັກຟັນທຸກຄົນຈາກທິດໃຕ້ຮອດທິດເໜືອ. ແລ້ວທຸກຄົນກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ຊັກດາບຂອງເຮົາອອກຈາກຝັກ ແລະ ຈະບໍ່ເກັບມັນເຂົ້າຝັກອີກ’.
“ເຫດສະນັ້ນ ບຸດມະນຸດ! ຈົ່ງຄ່ຳຄວນຕໍ່ໜ້າພວກເຂົາດ້ວຍຫົວໃຈທີ່ແຕກສະຫລາຍ ແລະ ດ້ວຍຄວາມຂົມຂື່ນ. ແລະ ເມື່ອພວກເຂົາຖາມເຈົ້າວ່າ ‘ດ້ວຍເຫດໃດເຈົ້າຈຶ່ງຄ່ຳຄວນ?’ ເຈົ້າຈົ່ງເວົ້າວ່າ, ‘ເພາະຂ່າວທີ່ມາເຖິງນັ້ນເຮັດໃຫ້ຫົວໃຈຂອງທຸກຄົນອ່ອນລົງດ້ວຍຄວາມຢ້ານ ແລະ ທຸກມືກໍອ່ອນເພຍລົງ; ວິນຍານທຸກດວງກໍໝົດແຮງ ແລະ ທຸກຂາກໍຈະປຽກດ້ວຍນ້ຳຍ່ຽວ’. ສິ່ງຫລົ່ານັ້ນກຳລັງຈະມາເຖິງແລ້ວ! ສິ່ງເຫລົ່ານັ້ນຈະເກີດຂຶ້ນຢ່າງແນ່ນອນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ ຈົ່ງທຳນວາຍ ແລະ ກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ:
“ ‘ດາບດວງໜຶ່ງ, ດາບດວງໜຶ່ງ,
ຖືກຝົນໄວ້ຄົມ ແລະ ຖືກຂັດເງົາ
ຖືກຝົນໄວ້ຄົມເພື່ອສັງຫານ,
ຖືກຂັດເງົາເຫລື້ອມດັ່ງສາຍຟ້າແມບ!
“ ‘ຍັງຈະໃຫ້ພວກເຮົາຊື່ນຊົມຍິນດີໃນໄມ້ຄາທາແຫ່ງຢູດາລູກຂອງເຮົາບໍ? ດາບນັ້ນຊັງໄມ້ແບບນັ້ນທຸກອັນ.
“ ‘ດາບແມ່ນຖືກກຳນົດໄວ້ໃຫ້ຂັດເງົາ,
ໃຫ້ຈັບໄວ້ດ້ວຍມື;
ດາບແມ່ນຖືກຝົນຄົມ ແລະ ຂັດເງົາໄວ້ແລ້ວ,
ຕຽມພ້ອມສຳລັບມືຂອງຜູ້ຂ້າ.
ບຸດມະນຸດ ຈົ່ງຮ້ອງໄຫ້ ແລະ ຄ່ຳຄວນ,
ເພາະດາບນັ້ນຟັນປະຊາຊົນຂອງເຮົາ;
ມັນໄດ້ຟັນເຈົ້ານາຍທັງໝົດຂອງອິດສະຣາເອນ.
ພວກເຂົາຕົກເປັນເຫຍື່ອຂອງຄົມດາບ
ພ້ອມກັບປະຊາຊົນຂອງເຮົາ.
ເຫດສະນັ້ນ ຈົ່ງຕີເອິກຂອງຕົນເອງ.
“ ‘ການທົດສອບຈະມາເຖິງຢ່າງແນ່ນອນ ແລະ ຈະວ່າຢ່າງໃດຖ້າແມ່ນແຕ່ໄມ້ຄາທາແຫ່ງຢູດາທີ່ດາບນັ້ນຊັງກໍຈະບໍ່ຄົງຢູ່ຕໍ່ໄປ? ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’.
“ສະນັ້ນບຸດມະນຸດ ຈົ່ງທຳນວາຍ
ຈົ່ງຕົບມືຂອງເຈົ້າ.
ໃຫ້ດາບນັ້ນຟາດສອງຄັ້ງ
ຫລື ສາມຄັ້ງ.
ມັນເປັນດາບເພື່ອການຂ້າ,
ຄືເປັນດາບສຳລັບການຂ້າຄັ້ງໃຫຍ່,
ຟາດພວກເຂົາຈາກທຸກທິດ.
ຫົວໃຈຂອງພວກເຂົາຈຶ່ງອ່ອນລົງດ້ວຍຄວາມຢ້ານ
ແລະ ຄົນກໍລົ້ມຕາຍຈຳນວນຫລາຍ,
ເຮົາໄດ້ຕັ້ງດາບສຳລັບການຂ້າ1
ໄວ້ທີ່ປະຕູທັງໝົດຂອງພວກເຂົາ.
ເບິ່ງແມ! ດາບນັ້ນຖືກຫລອມມາເພື່ອຟາດດັ່ງສາຍຟ້າແມບ,
ມັນຖືກກຳໄວ້ເພື່ອການຂ້າ.
ດາບເອີຍ, ຈົ່ງຟັນໄປທາງຂວາ
ແລ້ວຟັນໄປທາງຊ້າຍ,
ຢູ່ໃສກໍໄດ້ຕາມແຕ່ຄົມຂອງເຈົ້າຈະປິ່ນໄປ.
ເຮົາກໍຈະຕົບມືຂອງເຮົາເໝືອນກັນ,
ແລະ ຄວາມໂກດຮ້າຍຂອງເຮົາກໍຈະເບົາບາງລົງ.
ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້”.
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ຈົ່ງເຮັດເຄື່ອງໝາຍບອກທາງສອງສາຍໄວ້ເທິງແຜນທີ່ ເພື່ອໃຫ້ດາບຂອງກະສັດຂອງບາບີໂລນຕິດຕາມໄປ, ທັງສອງສາຍນັ້ນໃຫ້ເລີ່ມຕົ້ນຈາກປະເທດດຽວກັນ. ເຮັດປ້າຍບອກທາງໄວ້ທີ່ທາງແຍກເຂົ້າໄປຫານະຄອນ. ຈົ່ງຂີດບອກທາງສາຍໜຶ່ງໄວ້ໃຫ້ດາບມາຟາດເມືອງຣັບບາຂອງຊາວອຳໂມນ ແລະ ອີກສາຍໜຶ່ງໄປຟາດຢູດາ ແລະ ເຢຣູຊາເລັມທີ່ມີປ້ອມປ້ອງກັນ. ເພາະກະສັດຂອງບາບີໂລນຈະຢຸດຢູ່ທີ່ທາງແຍກລະຫວ່າງຖະໜົນທັງສອງສາຍ, ເພື່ອທວາຍເບິ່ງ ເພິ່ນຈະຈັບສະຫລາກດ້ວຍລູກທະນູ, ເພິ່ນຈະຂໍຄຳຕອບຈາກຮູບເຄົາລົບຂອງເພິ່ນ, ເພິ່ນຈະກວດເບິ່ງຕັບຂອງສັດເພື່ອທວາຍເບິ່ງ. ສະຫລາກຂອງເຢຣູຊາເລັມກໍຢູ່ໃນມືຂວາຂອງເພິ່ນ ບ່ອນທີ່ເພິ່ນຈະຕັ້ງເຄື່ອງທະລຸກຳແພງ, ອອກຄຳສັ່ງໃຫ້ຂ້າ, ໂຫ່ຮ້ອງອອກເສິກ, ໃຊ້ເຄື່ອງທະລຸກຳແພງພັງປະຕູທັງຫລາຍ, ກໍ່ຄັນຄູຂຶ້ນ ແລະ ສ້າງປ້ອມອ້ອມເມືອງ. ສຳລັບບັນດາຜູ້ທີ່ໄດ້ສາບານວ່າຈະເປັນພັນທະມິດກັບເພິ່ນຈະຮູ້ສຶກວ່າມັນເປັນການທວາຍປອມ, ແຕ່ເພິ່ນກໍຈະເຮັດໃຫ້ຄົນເຫລົ່ານັ້ນລະນຶກເຖິງຄວາມຜິດຂອງຕົນ ແລ້ວກໍຈັບຄົນເຫລົ່ານັ້ນໄປເປັນຊະເລີຍ.
“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວວ່າ: ‘ເນື່ອງຈາກພວກເຈົ້າໄດ້ເຮັດໃຫ້ລະນຶກເຖິງຄວາມຜິດຂອງພວກເຈົ້າ ທີ່ພວກເຈົ້າໄດ້ເຮັດການທໍລະຍົດຢ່າງໂຈ່ງແຈ້ງ, ເປີດເຜີຍບາບຂອງຕົນອອກມາໃນການເຮັດທຸກຢ່າງ ເພາະພວກເຈົ້າໄດ້ເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຕົກເປັນຊະເລີຍ.
“ ‘ເຈົ້ານາຍແຫ່ງອິດສະຣາເອນຜູ້ດູຖູກ ແລະ ຊົ່ວຮ້າຍ, ກຳນົດເວລາມາເຖິງເຈົ້າແລ້ວ, ວາລະແຫ່ງການລົງໂທດຂອງເຈົ້າມາເຖິງທີ່ສຸດແລ້ວ, ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງປົດຜ້າພັນຫົວ, ຈົ່ງຖອດມົງກຸດອອກ. ມັນຈະບໍ່ເໝືອນເດີມແລ້ວຄື: ຜູ້ຕ່ຳຕ້ອຍຈະໄດ້ຮັບກຽດ ແລະ ຜູ້ມີກຽດຈະຖືກຕົກຕ່ຳລົງ. ຈິບຫາຍ! ຈິບຫາຍ! ເຮົາຈະເຮັດໃຫ້ມັນຈິບຫາຍ! ມົງກຸດນັ້ນຈະບໍ່ໄດ້ກັບສູ່ສະພາບດີຈົນກວ່າຜູ້ທີ່ມີສິດໂດຍຊອບທຳນັ້ນຈະມາ ເຊິ່ງເຮົາຈະມອບສິດໃຫ້ແກ່ຜູ້ນັ້ນ’.
“ແລະ ເຈົ້າເອງ ບຸດມະນຸດ, ຈົ່ງທຳນວາຍ ແລະ ກ່າວວ່າ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວກ່ຽວກັບຊາວອຳໂມນ ແລະ ຄຳດູຖູກຂອງພວກເຂົາໄວ້ວ່າ:
“ ‘ດາບດວງໜຶ່ງ, ດາບດວງໜຶ່ງ
ຖືກຊັດອອກມາເພື່ອການຂ້າ,
ຖືກຝົນໄວ້ໃຫ້ຄົມເພື່ອຂ້າຊີວິດ
ແລະ ເປັ່ງປະກາຍດັ່ງສາຍຟ້າແມບ!
ເຖິງວ່າຈະມີນິມິດຈອມປອມກ່ຽວກັບພວກເຈົ້າ
ແລະ ຄຳທຳນວາຍປອມເລື່ອງພວກເຈົ້າ,
ດາບນັ້ນກໍຈະຈໍ່ຢູ່ທີ່ຄໍຂອງຄົນຊົ່ວ
ຜູ້ທີ່ກຳລັງຈະຖືກຂ້າ,
ວັນຂອງພວກເຂົາມາເຖິງແລ້ວ,
ເວລາແຫ່ງການລົງໂທດຂອງພວກເຂົາມາເຖິງທີ່ສຸດແລ້ວ.
“ ‘ຈົ່ງເກັບດາບເຂົ້າຝັກຄືນ.
ເຮົາຈະພິພາກສາພວກເຈົ້າ
ໃນບ່ອນທີ່ເຈົ້າຖືກສ້າງຂຶ້ນ,
ໃນດິນແດນຂອງບັນພະບຸລຸດຂອງພວກເຈົ້າ.
ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເໜືອພວກເຈົ້າ
ແລະ ເຮົາຈະລະບາຍຄວາມໃຈຮ້າຍອັນຮ້ອນແຮງໃສ່ພວກເຈົ້າ;
ເຮົາຈະມອບພວກເຈົ້າໄວ້ໃນມືຂອງຄົນທີ່ໂຫດຮ້າຍ,
ຄົນທີ່ຊຳນານໃນການທຳລາຍ.
ພວກເຈົ້າຈະເປັນເຊື້ອຟືນສຳລັບໄຟ,
ເລືອດຂອງພວກເຈົ້າຈະຫລັ່ງຫົດສົງໃນດິນແດນຂອງພວກເຈົ້າ
ຈະບໍ່ມີຜູ້ໃດຈົດຈຳພວກເຈົ້າອີກ;
ເພາະເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້’ ”.
Source notes (1)
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.