Biblica® Open Lao Contemporary Version
ເອເຊກຽນ 20
ອິດສະຣາເອນຜູ້ກະບົດຖືກກວດລ້າງ
ໃນວັນທີສິບເດືອນທີຫ້າຂອງປີທີເຈັດ, ຜູ້ອາວຸໂສຂອງອິດສະຣາເອນບາງຄົນໄດ້ມາຮ້ອງຂໍຕໍ່ພຣະເຈົ້າຢາເວ ແລະ ພວກເຂົາໄດ້ມານັ່ງຢູ່ຕໍ່ໜ້າຂ້າພະເຈົ້າ.
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວ ກໍໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ ຈົ່ງກ່າວແກ່ບັນດາຜູ້ອາວຸໂສຂອງອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ພວກເຈົ້າມາຖາມເຮົາບໍ? ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະບໍ່ຍອມໃຫ້ພວກເຈົ້າມາຖາມສິ່ງໃດເຮົາສັນນັ້ນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’.
“ພວກເຈົ້າຈະພິພາກສາພວກເຂົາບໍ? ບຸດມະນຸດ ພວກເຈົ້າຈະພິພາກສາພວກເຂົາບໍ? ຖ້າເປັນເຊັ່ນນັ້ນ ຈົ່ງກ່າວໂທດພວກເຂົາເລື່ອງການປະພຶດອັນໜ້າກຽດຊັງຂອງບັນພະບຸລຸດຂອງພວກເຂົາ. ແລະ ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນທີ່ເຮົາເລືອກເອົາອິດສະຣາເອນນັ້ນ ເຮົາໄດ້ຍົກມືຂຶ້ນກ່າວປະຕິຍານແກ່ລູກຫລານຂອງຢາໂຄບ ແລະ ສະແດງໂຕແກ່ພວກເຂົາໃນເອຢິບ. ເຮົາໄດ້ຍົກມືຂຶ້ນກ່າວກັບພວກເຂົາວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”. ໃນວັນນັ້ນເຮົາໄດ້ປະຕິຍານຕໍ່ພວກເຂົາວ່າ ເຮົາຈະນຳພວກເຂົາອອກຈາກເອຢິບໄປສູ່ດິນແດນທີ່ເຮົາໄດ້ເລືອກໄວ້ໃຫ້ພວກເຂົາ ເປັນດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ, ເຊິ່ງເປັນດິນແດນທີ່ງົດງາມທີ່ສຸດໃນບັນດາດິນແດນທັງໝົດ. ແລະ ເຮົາໄດ້ກ່າວແກ່ພວກເຂົາວ່າ, “ພວກເຈົ້າທຸກຄົນ ຈົ່ງກຳຈັດຮູບເຄົາລົບອັນຊົ່ວຊ້າທີ່ພວກເຈົ້າໝາຍຕາເພິ່ງ ແລະ ຢ່າປ່ອຍຕົນເອງໃຫ້ເປັນມົນທິນດ້ວຍບັນດາຮູບເຄົາລົບຂອງເອຢິບ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.
“ ‘ແຕ່ພວກເຂົາກໍໄດ້ກະບົດຕໍ່ເຮົາ ແລະ ບໍ່ຍອມຟັງເຮົາ; ພວກເຂົາບໍ່ໄດ້ກຳຈັດຮູບເຄົາລົບອັນຊົ່ວຊ້າທີ່ຕົນໝາຍຕາເພິ່ງ, ທັງບໍ່ໄດ້ປະຖິ້ມຮູບເຄົາລົບຂອງເອຢິບ. ດັ່ງນັ້ນ ເຮົາຈຶ່ງໄດ້ເວົ້າວ່າເຮົາຈະຖອກຄວາມໂກດຮ້າຍອັນຮຸນແຮງຂອງເຮົາລົງເໜືອພວກເຂົາ ແລະ ລະບາຍຄວາມໃຈຮ້າຍຂອງເຮົາໃສ່ພວກເຂົາໃນເອຢິບ. ແຕ່ເພື່ອເຫັນແກ່ນາມຂອງເຮົາ, ເຮົາໄດ້ເຮັດເຊັ່ນນັ້ນກໍເພື່ອປ້ອງກັນບໍ່ໃຫ້ນາມຂອງເຮົາເປັນທີ່ດູຖູກໃນສາຍຕາຂອງຊົນຊາດທັງຫລາຍທີ່ພວກເຂົາອາໄສຢູ່ດ້ວຍ ແລະ ບັນດາຄົນທີ່ໄດ້ເຫັນເຮົາສະແດງໂຕແກ່ອິດສະຣາເອນໂດຍການນຳພວກເຂົາອອກມາຈາກເອຢິບ. ເຫດສະນັ້ນເຮົາຈຶ່ງນຳພາອິດສະຣາເອນອອກມາຈາກເອຢິບ ແລະ ນຳເອົາພວກເຂົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ເຮົາໄດ້ມອບດຳລັດຂອງເຮົາໃຫ້ແກ່ພວກເຂົາ ແລະ ໃຫ້ພວກເຂົາຮຽນຮູ້ກົດບັນຍັດຂອງເຮົາ, ເຊິ່ງຄົນໃດເຊື່ອຟັງກໍຈະດຳລົງຊີວິດຢູ່ໂດຍກົດບັນຍັດເຫລົ່ານັ້ນ. ແລະ ເຮົາໄດ້ມອບວັນຊະບາໂຕໃຫ້ແກ່ພວກເຂົາ ເປັນໝາຍສຳຄັນລະຫວ່າງພວກເຮົາທັງສອງຝ່າຍ, ເພື່ອພວກເຂົາຈະໄດ້ຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ເຮັດໃຫ້ພວກເຂົາບໍລິສຸດ.
“ ‘ເຖິງປານນັ້ນ ຊົນຊາດອິດສະຣາເອນກໍໄດ້ກະບົດຕໍ່ເຮົາໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ ແຕ່ໄດ້ປະຕິເສດກົດບັນຍັດຂອງເຮົາ ເຖິງວ່າຜູ້ທີ່ເຊື່ອຟັງຈະດຳລົງຊີວິດຢູ່ໂດຍກົດບັນຍັດນັ້ນ ແລະ ພວກເຂົາເຮັດໃຫ້ຊະບາໂຕຂອງເຮົາໝົ່ນໝອງທີ່ສຸດ. ດັ່ງນັ້ນ ເຮົາຈຶ່ງກ່າວວ່າຈະຖອກຄວາມໂກດຮ້າຍຂອງເຮົາລົງເໜືອພວກເຂົາ ແລະ ທຳລາຍພວກເຂົາໃນຖິ່ນແຫ້ງແລ້ງກັນດານ. ແຕ່ເພື່ອເຫັນແກ່ນາມຂອງເຮົາ, ເຮົາຈຶ່ງປົກປ້ອງນາມຂອງເຮົາໄວ້ ບໍ່ໃຫ້ເປັນທີ່ດູຖູກໃນສາຍຕາຂອງຊົນຊາດທັງຫລາຍທີ່ເຫັນເຮົານຳອິດສະຣາເອນອອກມາ. ແລະ ເຮົາຍົກມືຂຶ້ນປະຕິຍານຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານວ່າຈະບໍ່ນຳພວກເຂົາເຂົ້າສູ່ດິນແດນທີ່ເຮົາໄດ້ມອບໃຫ້ ຄືດິນແດນທີ່ອຸດົມໄປດ້ວຍນ້ຳນົມ ແລະ ນ້ຳເຜິ້ງ, ເຊິ່ງເປັນດິນແດນທີ່ງົດງາມທີ່ສຸດໃນບັນດາດິນແດນທັງໝົດ. ເນື່ອງຈາກພວກເຂົາໄດ້ປະຕິເສດກົດບັນຍັດຂອງເຮົາ ແລະ ບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ. ເພາະຈິດໃຈຂອງພວກເຂົາໄດ້ອຸທິດໃຫ້ກັບຮູບເຄົາລົບຂອງຕົນ. ເຖິງປານນັ້ນ ເຮົາກໍເບິ່ງພວກເຂົາດ້ວຍຄວາມສົງສານ ແລະ ບໍ່ໄດ້ທຳລາຍພວກເຂົາ ຫລື ເຮັດໃຫ້ພວກເຂົາຕ້ອງເຖິງຈຸດຈົບໃນຖິ່ນແຫ້ງແລ້ງກັນດານ. ເຮົາໄດ້ກ່າວແກ່ລູກຫລານຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານວ່າ, “ຢ່າປະຕິບັດຕາມກົດເກນຂອງບັນພະບຸລຸດຂອງພວກເຈົ້າ ຫລື ເຮັດຕາມກົດບັນຍັດຂອງພວກເຂົາ ຫລື ເຮັດໃຫ້ຕົນເອງເປັນມົນທິນດ້ວຍຮູບເຄົາລົບທັງຫລາຍຂອງພວກເຂົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈົ່ງປະຕິບັດຕາມດຳລັດຂອງເຮົາ ແລະ ເອົາໃຈໃສ່ຮັກສາກົດບັນຍັດຂອງເຮົາ. ຈົ່ງຮັກສາວັນຊະບາໂຕຂອງເຮົາໃຫ້ບໍລິສຸດ, ເພື່ອວັນນັ້ນຈະເປັນໝາຍສຳຄັນລະຫວ່າງເຮົາກັບພວກເຈົ້າ ເພື່ອພວກເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.
“ ‘ແຕ່ລູກຫລານນັ້ນກໍໄດ້ກະບົດຕໍ່ເຮົາ ພວກເຂົາບໍ່ໄດ້ປະຕິບັດຕາມດຳລັດຂອງເຮົາ, ພວກເຂົາບໍ່ໄດ້ເອົາໃຈໃສ່ຮັກສາກົດບັນຍັດຂອງເຮົາ ເຖິງແມ່ນເຮົາໄດ້ເວົ້າວ່າ, “ຄົນໃດທີ່ເຊື່ອງຟັງຈະດຳລົງຊີວິດຢູ່ໄດ້ໂດຍກົດບັນຍັດເຫລົ່ານັ້ນ” ແລະ ພວກເຂົາໄດ້ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ, ດັ່ງນັ້ນ ເຮົາຈຶ່ງໄດ້ເວົ້າໄວ້ວ່າເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເທິງພວກເຂົາ ແລະ ລະບາຍຄວາມໃຈຮ້າຍຂອງເຮົາຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານ. ແຕ່ເຮົາກໍໄດ້ຢັບຢັ້ງມືຂອງເຮົາໄວ້ ແລະ ເພື່ອເຫັນແກ່ນາມຂອງເຮົາ ເຮົາຈຶ່ງປົກປ້ອງນາມຂອງເຮົາໄວ້ບໍ່ໃຫ້ເປັນທີ່ດູຖູກໃນສາຍຕາຂອງຊົນຊາດທັງຫລາຍທີ່ເຫັນເຮົານຳອິດສະຣາເອນອອກມາ. ພ້ອມທັງເຮົາໄດ້ຍົກມືປະຕິຍານຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານວ່າ ເຮົາຈະເຮັດໃຫ້ພວກເຂົາກະຈັດກະຈາຍໄປທ່າມກາງຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຍັງປະເທດຕ່າງໆ. ເພາະພວກເຂົາບໍ່ໄດ້ເຊື່ອຟັງກົດບັນຍັດຂອງເຮົາ ແຕ່ໄດ້ປະຕິເສດດຳລັດຂອງເຮົາ ແລະ ເຮັດໃຫ້ວັນຊະບາໂຕຂອງເຮົາໝົ່ນໝອງ ແລະ ຕາຂອງພວກເຂົາກໍກະຫາຍຫາຮູບເຄົາລົບທັງຫລາຍຂອງບັນພະບຸລຸດຂອງພວກເຂົາ. ດັ່ງນັ້ນ ເຮົາມອບພວກເຂົາໄວ້ກັບກົດເກນທີ່ບໍ່ດີ ແລະ ມອບໄວ້ກັບກົດບັນຍັດທີ່ບໍ່ຊ່ວຍພວກເຂົາໃຫ້ດຳລົງຊີວິດຢູ່ໄດ້. ເຮົາປ່ອຍໃຫ້ພວກເຂົາເປັນມົນທິນຜ່ານທາງເຄື່ອງຖວາຍຂອງພວກເຂົາ ຄືການຖວາຍລູກກົກທຸກຄົນ ເພື່ອວ່າເຮົາຈະເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມຢ້ານກົວ ເພື່ອພວກເຂົາຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ’.
“ເຫດສະນັ້ນ ບຸດມະນຸດ ຈົ່ງບອກປະຊາຊົນອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນເລື່ອງນີ້ບັນພະບຸລຸດຂອງພວກເຈົ້າກໍຍັງໄດ້ໝິ່ນປະໝາດເຮົາໂດຍການບໍ່ສັດຊື່ຕໍ່ເຮົາ ຄືເມື່ອເຮົານຳພວກເຂົາເຂົ້າສູ່ດິນແດນທີ່ເຮົາປະຕິຍານໄວ້ວ່າຈະມອບໃຫ້ພວກເຂົາ ແລະ ພວກເຂົາກໍໄດ້ເຫັນພູເຂົາສູງ ຫລື ຕົ້ນໄມ້ໃບດົກ, ພວກເຂົາກໍໄດ້ຖວາຍເຄື່ອງບູຊາຕ່າງໆ, ເຮັດເຄື່ອງບູຊາທີ່ກະຕຸ້ນຄວາມໃຈຮ້າຍຂອງເຮົາ, ຖວາຍເຄື່ອງຫອມຂອງພວກເຂົາ ແລະ ຖອກເຄື່ອງດື່ມບູຊາຂອງພວກເຂົາອອກຖວາຍຢູ່ທີ່ນັ້ນ. ດັ່ງນັ້ນ ເຮົາຈຶ່ງໄດ້ກ່າວແກ່ພວກເຂົາດັ່ງນີ້ວ່າ: ສະຖານບູຊາເທິງທີ່ສູງທີ່ພວກເຈົ້າໄປນັ້ນແມ່ນຫຍັງ?’ ” (ພວກເຂົາຈຶ່ງເອີ້ນບ່ອນນັ້ນວ່າບາມາ1 ມາຈົນເຖິງທຸກວັນນີ້).
ການພິພາກສາ ແລະ ການກັບສູ່ສະພາບດີ
“ເຫດສະນັ້ນ ຈົ່ງເວົ້າກັບຊາວອິດສະຣາເອນວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ພວກເຈົ້າຈະເຮັດຕົນເອງໃຫ້ເປັນມົນທິນແບບດຽວກັບບັນພະບຸລຸດຂອງພວກເຈົ້າ ແລະ ກະຫາຍຫາບັນດາຮູບເຄົາລົບອັນຊົ່ວຊ້າຂອງພວກເຂົາບໍ? ເມື່ອພວກເຈົ້າຖວາຍເຄື່ອງບູຊາຂອງຕົນ ຄືຖວາຍລູກຫລານຂອງພວກເຈົ້າໃນກອງໄຟ2 ພວກເຈົ້າກໍຍັງຄົງປ່ອຍໂຕໃຫ້ເປັນມົນທິນດ້ວຍຮູບເຄົາລົບມາຈົນເຖິງທຸກວັນນີ້. ຊາວອິດສະຣາເອນ ເຮົາຄວນຍອມໃຫ້ພວກເຈົ້າມາຖາມເຮົາບໍ? ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະບໍ່ຍອມໃຫ້ພວກເຈົ້າມາຖາມເຮົາສັນນັ້ນ.
“ ‘ພວກເຈົ້າເວົ້າວ່າ “ພວກເຮົາຢາກເປັນເໝືອນປະຊາຊາດທັງຫລາຍ ເໝືອນຊົນຊາດຕ່າງໆໃນໂລກທີ່ຮັບໃຊ້ຕົ້ນໄມ້ ແລະ ຫີນ”. ແຕ່ສິ່ງທີ່ພວກເຈົ້າຄິດໝາຍໄວ້ໃນໃຈນັ້ນຈະບໍ່ມີວັນເປັນໄປໄດ້. ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາກໍຈະປົກຄອງພວກເຈົ້າດ້ວຍມືອັນຍິ່ງໃຫຍ່ ແລະ ດ້ວຍແຂນທີ່ຢຽດອອກ ແລະ ດ້ວຍໂກດຮ້າຍທີ່ຖອກອອກມາສັນນັ້ນ. ເຮົາຈະນຳພວກເຈົ້າມາຈາກຊາດຕ່າງໆ ແລະ ຮວບຮວມພວກເຈົ້າອອກມາຈາກປະເທດທັງຫລາຍທີ່ພວກເຈົ້າຖືກເຮັດໃຫ້ກະຈັດກະຈາຍໄປດ້ວຍມືອັນຍິ່ງໃຫຍ່ ແລະ ດ້ວຍແຂນທີ່ຢຽດອອກ ແລະ ດ້ວຍຄວາມໂກດຮ້າຍທີ່ຖອກອອກມາ. ເຮົາຈະນຳພວກເຈົ້າເຂົ້າສູ່ຖິ່ນແຫ້ງແລ້ງກັນດານຂອງຊົນຊາດຕ່າງໆ ແລະ ເຮົາຈະພິພາກສາລົງໂທດພວກເຈົ້າໜ້າຕໍ່ໜ້າຢູ່ທີ່ນັ້ນ. ເຮົາໄດ້ພິພາກສາບັນພະບຸລຸດຂອງພວກເຈົ້າໃນຖິ່ນແຫ້ງແລ້ງກັນດານຂອງເອຢິບຢ່າງໃດ ເຮົາກໍຈະພິພາກສາພວກເຈົ້າຢ່າງນັ້ນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. ເຮົາຈະນັບພວກເຈົ້າຂະນະທີ່ພວກເຈົ້າຜ່ານໄປກ້ອງໄມ້ຄ້ອນເທົ້າຂອງເຮົາ ແລະ ເຮົາຈະນຳພວກເຈົ້າເຂົ້າສູ່ຂໍ້ຜູກມັດແຫ່ງຄຳໝັ້ນສັນຍາ. ເຮົາຈະຊຳລະ ແລະ ແຍກພວກເຈົ້າອອກມາຈາກບັນດາຜູ້ທີ່ກະບົດ ແລະ ທໍລະຍົດເຮົາ. ເຖິງວ່າເຮົາຈະນຳຄົນເຫລົ່ານັ້ນອອກມາຈາກດິນແດນທີ່ພວກເຂົາອາໄສຢູ່ ແຕ່ພວກເຂົາກໍຈະບໍ່ໄດ້ເຂົ້າໃນແຜ່ນດິນອິດສະຣາເອນ ເມື່ອນັ້ນເຈົ້າຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຊາວອິດສະຣາເອນ, ຝ່າຍພວກເຈົ້າຈົ່ງໄປ ແລະ ຮັບໃຊ້ຮູບເຄົາລົບຕ່າງໆຂອງພວກເຈົ້າ, ພວກເຈົ້າທຸກຄົນນີ້ແຫລະ! ແຕ່ພາຍຫລັງພວກເຈົ້າຈະຟັງເຮົາຢ່າງແນ່ນອນ ແລະ ບໍ່ດູຖູກນາມອັນບໍລິສຸດຂອງເຮົາດ້ວຍຂອງຖວາຍຂອງພວກເຈົ້າ ແລະ ຮູບເຄົາລົບທັງຫລາຍຂອງເຈົ້າອີກຕໍ່ໄປ ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, ຊາວອິດສະຣາເອນທັງໝົດຈະຮັບໃຊ້ເຮົາຢູ່ເທິງພູເຂົາສັກສິດຂອງເຮົາ, ເທິງພູເຂົາສູງແຫ່ງອິດສະຣາເອນ ເຮົາຈະຍອມຮັບພວກເຂົາຢູ່ທີ່ນັ້ນ. ເຮົາປະສົງເຄື່ອງບູຊາຂອງພວກເຈົ້າ ແລະ ຂອງຖວາຍທີ່ຄັດມາຢ່າງດີທີ່ສຸດ3 ພ້ອມທັງເຄື່ອງບູຊາອັນບໍລິສຸດທຸກຢ່າງຂອງພວກເຈົ້າ. ເຮົາຈະຮັບພວກເຈົ້າໄວ້ເປັນເຄື່ອງຫອມ ເມື່ອເຮົານຳພວກເຈົ້າອອກມາຈາກປະຊາຊາດຕ່າງໆ ແລະ ຮວບຮວມເອົາພວກເຈົ້າອອກມາຈາກປະເທດທັງຫລາຍທີ່ເຮົາເຮັດໃຫ້ເຈົ້າກະຈັດກະຈາຍອອກໄປນັ້ນ ແລະ ເຮົາຈະສະແດງໃຫ້ເຫັນຄວາມບໍລິສຸດຂອງເຮົາໃນທ່າມກາງພວກເຈົ້າຕໍ່ໜ້າປະຊາຊາດທັງຫລາຍ. ເມື່ອນັ້ນເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົານຳພວກເຈົ້າເຂົ້າສູ່ດິນແດນອິດສະຣາເອນ ຄືດິນແດນທີ່ເຮົາໄດ້ຍົກມືຂຶ້ນປະຕິຍານໄວ້ວ່າຈະຍົກໃຫ້ແກ່ບັນພະບຸລຸດຂອງພວກເຈົ້າ. ພວກເຈົ້າຈະລະນຶກເຖິງຄວາມປະພຶດຂອງຕົນ ແລະ ການເຮັດທຸກຢ່າງທີ່ເຈົ້າເຮັດໃຫ້ໂຕເອງເປັນມົນທິນຢູ່ທີ່ນັ້ນ ແລະ ພວກເຈົ້າຈະກຽດຊັງຕົນເອງເພາະຄວາມຊົ່ວຮ້າຍທັງໝົດທີ່ພວກເຈົ້າໄດ້ເຮັດ. ຊາວອິດສະຣາເອນ ພວກເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາຈັດການກັບພວກເຈົ້າໂດຍເຫັນແກ່ນາມຂອງເຮົາ ບໍ່ແມ່ນຕາມວິຖີອັນຊົ່ວຮ້າຍ ແລະ ການກະທຳອັນຊົ່ວຊ້າຂອງພວກເຈົ້າ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
ຄຳທຳນວາຍກ່າວໂທດເມືອງທາງໃຕ້
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ ຈົ່ງຫັນໜ້າຂອງເຈົ້າໄປຫາທິດໃຕ້, ຈົ່ງເທດສະໜາຕໍ່ຕ້ານທິດໃຕ້ ແລະ ທຳນວາຍກ່າວໂທດປ່າໄມ້ຂອງດິນແດນທາງທິດໃຕ້. ຈົ່ງກ່າວແກ່ປ່າໄມ້ດິນແດນທາງທິດໃຕ້ວ່າ: ‘ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະຈຸດໄຟເຜົາພວກເຈົ້າ ແລະ ໄຟນັ້ນຈະເຜົາໄໝ້ຕົ້ນໄມ້ຂອງເຈົ້າທັງໝົດ, ທັງທີ່ຍັງຂຽວສົດ ແລະ ຫ່ຽວແຫ້ງ. ແປວໄຟທີ່ລຸກໄໝ້ຢູ່ນັ້ນຈະບໍ່ມອດລົງ ແລະ ທຸກໃບໜ້າຈາກທິດໃຕ້ໄປເຖິງທິດເໜືອຈະຖືກເຜົາໄໝ້ດ້ວຍໄຟນັ້ນ. ທຸກຄົນຈະເຫັນວ່າ ເຮົາຜູ້ເປັນພຣະເຈົ້າຢາເວໄດ້ຈຸດໄຟນັ້ນ, ໄຟກໍຈະບໍ່ມອດລົງ’ ”.
ແລ້ວຂ້າພະເຈົ້າໄດ້ຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ! ພວກເຂົາກຳລັງກ່າວກ່ຽວກັບຂ້ານ້ອຍວ່າ, ‘ພວກເຂົາພຽງແຕ່ກຳລັງກ່າວຄຳອຸປະມາບໍ່ແມ່ນບໍ?’ ”
Source notes (3)
- Footnote ແປວ່າ ທີ່ສູງ
- Footnote ຫລື ໃຫ້ລູກຊາຍຂອງເຈົ້າລຸຍໄຟ
- Footnote ຫລື ແລະ ການຖວາຍຜົນທຳອິດຂອງເຈົ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.