Biblica® Open Lao Contemporary Version
ເອເຊກຽນ 19
ບົດເພງຄ່ຳຄວນແດ່ເຈົ້ານາຍຂອງອິດສະຣາເອນ
“ຈົ່ງຄ່ຳຄວນອາໄລເຖິງບັນດາເຈົ້ານາຍຂອງອິດສະຣາເອນ ແລະ ກ່າວວ່າ:
“ ‘ມານດາຂອງເຈົ້າຊ່າງເໝືອນນາງສິງ
ໃນບັນດາສິງທັງຫລາຍ!
ນາງເອນກາຍລົງທ່າມກາງສິງໜຸ່ມ
ແລະ ລ້ຽງດູລູກທັງຫລາຍຂອງຕົນ.
ນາງລ້ຽງລູກສິງຂອງນາງໜຶ່ງໂຕ
ແລະ ລາວກາຍເປັນສິງໜຸ່ມຜູ້ເຂັ້ມແຂງ.
ລາວຮຽນຮູ້ທີ່ຈະຈີກເຫຍື່ອ
ແລະ ລາວໄດ້ກາຍເປັນຜູ້ກິນມະນຸດ.
ເມື່ອປະຊາຊາດທັງຫລາຍໄດ້ຍິນເລື່ອງຂອງລາວ,
ແລະ ລາວກໍຖືກດັກຈັບໄວ້ໃນຂຸມ.
ພວກເຂົາເອົາຂໍເກາະສິງໜຸ່ມນັ້ນ
ນຳສິງໜຸ່ມນັ້ນໄປທີ່ດິນແດນເອຢິບ.
“ ‘ເມື່ອສິງແມ່ເຫັນວ່າຄວາມຫວັງຂອງຕົນບໍ່ເປັນຈິງ
ຄວາມຄາດໝາຍຂອງນາງກໍສູນສິ້ນໄປ,
ນາງຈຶ່ງເອົາລູກສິງອີກໜຶ່ງໂຕມາລ້ຽງ
ແລະ ໃຫ້ເປັນສິງໜຸ່ມຜູ້ແຂງແຮງ.
ລາວຍ່າງໄປມາໃນທ່າມກາງສິງທັງຫລາຍ,
ເພາະບັດນີ້ລາວເປັນສິງໜຸ່ມຜູ້ແຂງແຮງ.
ລາວໄດ້ຮຽນຮູ້ທີ່ຈະຈີກເຫຍື່ອ
ແລະ ລາວກໍກາຍເປັນຜູ້ກິນມະນຸດ.
ລາວໄດ້ພັງ1ຖານທີ່ໝັ້ນ
ແລະ ທຳລາຍເມືອງຕ່າງໆຂອງພວກເຂົາ.
ດິນແດນນັ້ນ ແລະ ທຸກຄົນທີ່ຢູ່ໃນນັ້ນ
ກໍຕົກໃຈເພາະສຽງຮ້ອງຂອງລາວ.
ແລ້ວປະຊາຊາດທັງຫລາຍຈາກເຂດແດນຕ່າງໆທີ່ຢູ່ອ້ອມຮອບນັ້ນ
ກໍມາສູ້ກັບລາວ.
ພວກເຂົາກາງຕາໜ່າງດັກລາວ,
ແລ້ວລາວກໍຖືກຈັບໄດ້ໃນຂຸມຂອງພວກເຂົາ.
ພວກເຂົາລາກລາວໄປດ້ວຍຂໍເກາະໄປຂັງໄວ້ຢູ່ໃນກົງ
ແລະ ຖືກນຳໂຕໄປພົບກະສັດບາບີໂລນ.
ພວກເຂົາຂັງລາວໄວ້ໃນຄຸກ,
ຈຶ່ງບໍ່ໄດ້ຍິນສຽງຮ້ອງຂອງລາວ
ຢູ່ເທິງພູເຂົາທັງຫລາຍຂອງອິດສະຣາເອນອີກຕໍ່ໄປ.
“ ‘ແມ່ຂອງເຈົ້າເໝືອນກັບເຄືອອະງຸ່ນ
ທີ່ປູກໄວ້ຢູ່ແຄມນ້ຳໃນສວນອະງຸ່ນຂອງເຈົ້າ2
ມີໝາກດົກ ແລະ ເຕັມໄປດ້ວຍງ່າທັງຫລາຍ
ເພາະອຸດົມໄປດ້ວຍນ້ຳ.
ງ່າທັງຫລາຍຂອງມັນກໍແຂງແຮງ,
ເໝາະສົມເປັນໄມ້ຄາທາຂອງຜູ້ຄອບຄອງ.
ມັນຊູງ່າສູງ
ເໜືອຂະແໜງອັນແໜ້ນໜາ
ໂດດເດັ່ນເພາະຊູຂຶ້ນສູງ
ແລະ ແຕກງ່າຫລາຍ.
ແຕ່ມັນຖືກຖອນຮາກຂຶ້ນມາດ້ວຍດ້ວຍຄວາມໂກດແຄ້ນ
ແລະ ຖືກໂຍນຖິ້ມລົງທີ່ພື້ນ.
ລົມຕາເວັນອອກໄດ້ເຮັດໃຫ້ມັນຫ່ຽວແຫ້ງ,
ຜົນຂອງມັນກໍຖືກປິດໄປ;
ງ່າທັງຫລາຍທີ່ແຂງແຮງຂອງມັນກໍຫ່ຽວແຫ້ງ
ແລະ ໄຟກໍເຜົາໄໝ້ມັນ.
ບັດນີ້ ມັນຖືກນຳໄປປູກໄວ້ໃນຖິ່ນແຫ້ງແລ້ງກັນດານ
ໃນແຜ່ນດິນທີ່ແຫ້ງແລ້ງ ແລະ ຂາດນ້ຳ.
ມີໄຟລາມອອກມາຈາກງ່າໃຫຍ່ງ່າໜຶ່ງ3ຂອງມັນ
ແລະ ເຜົາໄໝ້ຜົນຂອງມັນ.
ຈຶ່ງບໍ່ເຫລືອງ່າທີ່ແຂງແຮງ
ທີ່ເໝາະສົມຈະເຮັດເປັນໄມ້ຄາທາຂອງຜູ້ຄອບຄອງອີກ’.
ນີ້ຄືບົດເພງຄ່ຳຄວນ ແລະ ເອົາໄວ້ໃຊ້ໃນຍາມຄ່ຳຄວນ”.
Source notes (3)
- Footnote ພາສາເຮັບເຣີວ່າ ລາວຮູ້ຈັກ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ໃນເລືອດຂອງເຈົ້າ
- Footnote ຫລື ຈາກກ້ອງງ່າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.