Biblica® Open Lao Contemporary Version
ເອເຊກຽນ 18
ຈິດວິນຍານທີ່ເຮັດບາບຈະຕາຍ
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າວ່າ: “ພວກເຈົ້າໝາຍຄວາມວ່າຢ່າງໃດ ທີ່ກ່າວສຸພາສິດກ່ຽວກັບດິນແດນອິດສະຣາເອນນີ້ວ່າ:
“ ‘ພໍ່ແມ່ກິນອະງຸ່ນສົ້ມ,
ແລ້ວລູກກໍເຂັດແຂ້ວ’?
“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ, ເຮົາມີຊີວິດຢູ່ຢ່າງໃດ ເຈົ້າຈະບໍ່ໄດ້ກ່າວສຸພາສິດນີ້ໃນອິດສະຣາເອນອີກຕໍ່ໄປຢ່າງແນ່ນອນ. ເພາະຈິດວິນຍານຂອງທຸກຄົນເປັນຂອງເຮົາ, ທັງຂອງພໍ່ ແລະ ຂອງລູກລ້ວນແຕ່ເປັນຂອງເຮົາ. ຈິດວິນຍານທີ່ເຮັດບາບກໍຈະຕ້ອງຕາຍ.
“ສົມມຸດວ່າມີຄົນຊອບທຳຄົນໜຶ່ງ
ເຊິ່ງເຮັດສິ່ງທີ່ຖືກຕ້ອງ ແລະ ທ່ຽງທຳ.
ລາວບໍ່ໄດ້ກິນອາຫານຢູ່ທີ່ສະຖານບູຊາເທິງພູເຂົາ
ຫລື ເພິ່ງຮູບເຄົາລົບທັງຫລາຍຂອງອິດສະຣາເອນ.
ລາວບໍ່ໄດ້ເຮັດໃຫ້ເມຍຂອງເພື່ອນບ້ານຂອງລາວເປັນມົນທິນ
ຫລື ມີເພດສຳພັນກັບແມ່ຍິງທີ່ຢູ່ໃນຊ່ວງທີ່ນາງມີປະຈຳເດືອນ.
ລາວບໍ່ໄດ້ຂົ່ມເຫັງຜູ້ໃດ,
ແຕ່ຄືນສິ່ງທີ່ລາວໄດ້ຮັບໃນສັນຍາກູ້ຢືມ.
ລາວບໍ່ໄດ້ປຸ້ນຈີ້
ແຕ່ໃຫ້ເອົາອາຫານຂອງຕົນໃຫ້ແກ່ຄົນຫິວໂຫຍ
ແລະ ໃຫ້ເຄື່ອງນຸ່ງແກ່ຜູ້ທີ່ເປືອຍກາຍ.
ລາວບໍ່ໄດ້ໃຫ້ກູ້ຢືມໂດຍຄິດດອກເບ້ຍສູງເກີນໄປ
ຫລື ຫາກຳໄລຈາກພວກເຂົາ.
ລາວລະມືຂອງຕົນຈາກການເຮັດຄວາມຊົ່ວ
ແລະ ລາວຕັດສິນສອງຝ່າຍຢ່າງຍຸຕິທຳ.
ລາວປະຕິບັດຕາມດຳລັດຂອງເຮົາ
ແລະ ຮັກສາກົດບັນຍັດຂອງເຮົາຢ່າງສັດຊື່ທີ່ສຸດ
ຜູ້ນັ້ນເປັນຄົນຊອບທຳ;
ລາວຈະດຳລົງຊີວິດຢູ່ແນ່ນອນ,
ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
“ສົມມຸດວ່າຊາຍຄົນນັ້ນມີລູກຊາຍທີ່ໂຫດຫ້ຽມ, ເຊິ່ງເຮັດໃຫ້ເລືອດຕົກ ຫລື ເຮັດສິ່ງຕໍ່ໄປນີ້1 (ເຖິງແມ່ນວ່າຜູ້ເປັນພໍ່ບໍ່ໄດ້ເຮັດສິ່ງເຫລົ່ານີ້ເລີຍ) ຄື:
“ລາວກິນອາຫານຢູ່ທີ່ສະຖານບູຊາເທິງພູເຂົາ.
ລາວເຮັດໃຫ້ເມຍຂອງເພື່ອນບ້ານຂອງຕົນເປັນມົນທິນ.
ລາວຂົ່ມເຫັງຄົນທຸກຍາກ ແລະ ຄົນຂັດສົນ.
ລາວປຸ້ນຈີ້.
ລາວບໍ່ຍອມຄືນສິ່ງທີ່ລາວໄດ້ຮັບໃນສັນຍາກູ້ຢືມ.
ລາວເພິ່ງຮູບເຄົາລົບທັງຫລາຍ.
ລາວເຮັດສິ່ງທີ່ໜ້າກຽດຊັງ.
ລາວໃຫ້ກູ້ຢືມໂດຍຄິດດອກເບ້ຍສູງເກີນໄປ ແລະ ຫາກຳໄລ.
ຄົນເຊັ່ນນັ້ນຈະດຳລົງຊີວິດຢູ່ໄດ້ບໍ? ລາວຈະບໍ່ດຳລົງຊີວິດຢູ່ໄດ້ເລີຍ! ເພາະວ່າລາວໄດ້ເຮັດສິ່ງທີ່ໜ້າກຽດຊັງທັງໝົດນີ້, ລາວຈະຕ້ອງຖືກຂ້າໃຫ້ຕາຍ; ທີ່ລາວຕ້ອງຕາຍນັ້ນກໍເປັນຍ້ອນຄວາມຜິດຂອງລາວເອງ.
“ແຕ່ສົມມຸດວ່າຊາຍຄົນນີ້ມີລູກຊາຍທີ່ເຫັນບາບທັງໝົດທີ່ພໍ່ຂອງຕົນເຮັດ ແລະ ເຖິງແມ່ນວ່າລາວເຫັນຄວາມບາບເຫລົ່ານັ້ນ ລາວກໍບໍ່ໄດ້ເຮັດຕາມສິ່ງຕ່າງໆດັ່ງຕໍ່ໄປນີ້:
“ລາວບໍ່ໄດ້ກິນອາຫານຢູ່ທີ່ສະຖານບູຊາເທິງພູເຂົາ
ຫລື ເພິ່ງຮູບເຄົາລົບທັງຫລາຍຂອງອິດສະຣາເອນ.
ລາວບໍ່ໄດ້ເຮັດໃຫ້ເມຍຂອງເພື່ອນບ້ານຂອງຕົນເປັນມົນທິນ.
ລາວບໍ່ໄດ້ຂົ່ມເຫັງຜູ້ໃດ
ຫລື ຮຽກຮ້ອງເອົາສິ່ງຕ່າງໆໃນການກູ້ຢືມ.
ລາວບໍ່ໄດ້ປຸ້ນຈີ້
ແຕ່ເອົາອາຫານຂອງຕົນໃຫ້ແກ່ຄົນຫິວໂຫຍ
ແລະ ໃຫ້ເຄື່ອງນຸ່ງແກ່ຜູ້ທີ່ເປືອຍກາຍ.
ລາວລະມືຂອງຕົນຈາກການປະຕິບັດຢ່າງບໍ່ເໝາະສົມຕໍ່ຄົນທຸກຍາກ
ແລະ ໃຫ້ກູ້ຢືມໂດຍບໍ່ຄິດດອກເບ້ຍສູງເກີນໄປ ຫລື ຫາກຳໄລຈາກພວກເຂົາ.
ລາວຮັກສາກົດບັນຍັດຂອງເຮົາ ແລະ ປະຕິບັດຕາມດຳລັດທັງຫລາຍຂອງເຮົາ.
ລາວຈະບໍ່ຕາຍເພາະບາບຂອງພໍ່ຂອງລາວ; ລາວຈະມີຊີວິດຢູ່ຢ່າງແນ່ນອນ. ສ່ວນຜູ້ເປັນພໍ່ນັ້ນຈະຕາຍເພາະຄວາມບາບຂອງຕົນ, ເພາະລາວໄດ້ຂົ່ມຂູ່, ປຸ້ນຈີ້ພີ່ນ້ອງຂອງຕົນ ແລະ ໄດ້ເຮັດສິ່ງທີ່ຜິດໃນທ່າມກາງປະຊາຊົນຂອງລາວ.
“ເຖິງປານນັ້ນເຈົ້າກໍຍັງຖາມວ່າ, ‘ເປັນຫຍັງລູກຊາຍບໍ່ຕ້ອງຮ່ວມຮັບໂທດຄວາມຜິດຂອງພໍ່ຂອງຕົນ?’ ເນື່ອງຈາກວ່າລູກຊາຍໄດ້ເຮັດສິ່ງທີ່ຖືກຕ້ອງ ແລະ ທ່ຽງທຳ ແລະ ໄດ້ເອົາໃຈໃສ່ເຮັດຕາມດຳລັດທັງໝົດຂອງເຮົາຢ່າງລະມັດລະວັງ, ລາວຈະດຳລົງຊີວິດຢູ່ຢ່າງແນ່ນອນ. ຜູ້ໃດທີ່ເຮັດບາບ ຜູ້ນັ້ນກໍຈະຕ້ອງຕາຍ. ລູກຈະບໍ່ຕ້ອງຮ່ວມຮັບໂທດກັບຄວາມຜິດຂອງພໍ່, ທັງພໍ່ກໍບໍ່ຕ້ອງຮ່ວມຮັບໂທດກັບຄວາມຜິດຂອງລູກ. ຄົນຊອບທຳຈະໄດ້ຮັບຜົນແຫ່ງຄວາມຊອບທຳຂອງພວກເຂົາ ແລະ ຄົນຊົ່ວກໍຈະໄດ້ຮັບການກ່າວໂທດຈາກຄວາມຊົ່ວຮ້າຍຂອງພວກເຂົາ.
“ແຕ່ຖ້າຄົນຊົ່ວຫັນໜີຈາກບາບທັງໝົດທີ່ພວກເຂົາໄດ້ເຮັດ ແລ້ວຮັກສາດຳລັດທັງໝົດຂອງເຮົາ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ, ຄົນນັ້ນກໍຈະມີຊີວິດຢູ່ຢ່າງແນ່ນອນ; ພວກເຂົາຈະບໍ່ຕາຍ. ຄວາມຜິດພາດທັງໝົດທີ່ເຂົາໄດ້ເຮັດຈະບໍ່ເປັນທີ່ຈົດຈຳ ແລະ ບໍ່ນຳມາເປັນຂໍ້ກ່າວໂທດພວກເຂົາ, ພວກເຂົາຈະມີຊີວິດຢູ່ເພາະສິ່ງຊອບທຳທັງຫລາຍທີ່ພວກເຂົາໄດ້ເຮັດນັ້ນ. ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, ເຮົາຄວນພໍໃຈໃນຄວາມຕາຍຂອງຄົນຊົ່ວຮ້າຍບໍ? ເຮົາບໍ່ຍິນດີຫລາຍກວ່າບໍ ເມື່ອພວກເຂົາຫັນໜີຈາກທາງຊົ່ວຂອງຕົນ ແລະ ມີຊີວິດຢູ່?
“ແຕ່ຖ້າຄົນຊອບທຳຫັນໜີຈາກຄວາມຊອບທຳຂອງຕົນໄປເຮັດບາບ ແລະ ເຮັດສິ່ງທີ່ໜ້າຊັງເໝືອນກັນກັບຄົນຊົ່ວທີ່ຄົນຊົ່ວເຮັດ, ພວກເຂົາກໍຈະມີຊີວິດຢູ່ໄດ້ບໍ? ສິ່ງຊອບທຳທັງໝົດທີ່ພວກເຂົາໄດ້ເຮັດຈະບໍ່ເປັນທີ່ຈົດຈຳ. ພວກເຂົາຈະຕາຍເພາະໂທດຖານທີ່ພວກເຂົາບໍ່ສັດຊື່ ແລະ ເພາະບາບທັງຫລາຍທີ່ພວກເຂົາໄດ້ເຮັດ.
“ເຖິງປານນັ້ນເຈົ້າກໍຍັງກ່າວວ່າ, ‘ວິຖີທາງຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ຊາວອິດສະຣາເອນ ຈົ່ງຟັງ, ວິຖີທາງຂອງເຮົາບໍ່ຍຸຕິທຳບໍ? ວິຖີທາງຂອງເຈົ້າບໍ່ແມ່ນບໍທີ່ບໍ່ຍຸຕິທຳ? ຖ້າຄົນຊອບທຳຫັນໜີຈາກຄວາມຊອບທຳຂອງຕົນ ແລະ ໄປເຮັດບາບ, ພວກເຂົາກໍຈະຕາຍເພາະຄວາມບາບ; ພວກເຂົາຈະຕາຍເພາະບາບທີ່ພວກເຂົາໄດ້ເຮັດລົງໄປ. ແຕ່ຖ້າຄົນຊົ່ວຫັນໜີຈາກຄວາມຊົ່ວທີ່ຕົນໄດ້ເຮັດໄປແລ້ວ ແລະ ກັບມາເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳ, ພວກເຂົາກໍຈະຊ່ວຍຊີວິດຂອງຕົນເອງໄວ້. ເພາະພວກເຂົາສຳນຶກ ແລະ ຫັນໜີຈາກການລ່ວງລະເມີດທັງໝົດທີ່ພວກເຂົາໄດ້ເຮັດໄປແລ້ວ, ຄົນນັ້ນກໍຈະມີຊີວິດຢູ່ຢ່າງແນ່ນອນ; ພວກເຂົາຈະບໍ່ຕາຍ. ເຖິງປານນັ້ນຊາວອິດສະຣາເອນກໍຍັງກ່າວວ່າ, ‘ວິຖີທາງຂອງອົງພຣະຜູ້ເປັນເຈົ້າບໍ່ຍຸຕິທຳ’. ປະຊາຊົນອິດສະຣາເອນ ວິຖີທາງຂອງເຮົາບໍ່ຍຸຕິທຳບໍ? ວິຖີທາງຂອງເຈົ້າບໍ່ແມ່ນບໍທີ່ບໍ່ຍຸຕິທຳ?
“ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, ເຫດສະນັ້ນ ຊາວອິດສະຣາເອນ, ເຮົາຈະຕັດສິນເຈົ້າແຕ່ລະຄົນຕາມການກະທຳຂອງເຈົ້າ, ຈົ່ງກັບໃຈໃໝ່! ຫັນໜີຈາກການລ່ວງລະເມີດທັງໝົດຂອງເຈົ້າ; ແລ້ວເຈົ້າກໍຈະບໍ່ຕ້ອງພິນາດຫລົ້ມຈົມເພາະບາບ. ຈົ່ງປະຖິ້ມການລ່ວງລະເມີດທັງໝົດທີ່ເຈົ້າໄດ້ເຮັດ ແລະ ຮັບເອົາຈິດໃຈ ແລະ ວິນຍານໃໝ່. ຄົນອິດສະຣາເອນ, ເຈົ້າຈະຕາຍເຮັດຫຍັງ? ເພາະເຮົາບໍ່ໄດ້ພໍໃຈໃນຄວາມຕາຍຂອງຜູ້ໜຶ່ງຜູ້ໃດ, ຈົ່ງກັບໃຈໃໝ່ ແລະ ມີຊີວິດຢູ່! ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
Source notes (1)
- Footnote ຫລື ກະທຳສິ່ງຕໍ່ໄປນີ້ກັບອ້າຍນ້ອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.