Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 11

ການ​ພິພາກສາ​ອັນ​ແນ່ນອນ​ຂອງ​ພຣະເຈົ້າ​ຕໍ່​ອິດສະຣາເອນ

ແລ້ວ​ພຣະວິນຍານບໍລິສຸດ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ ນຳ​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ທາງ​ທິດ​ຕາເວັນ​ອອກ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ຢູ່​ທີ່​ປະຕູ​ທາງເຂົ້າ​ນັ້ນ​ມີ​ຊາຍ 25 ຄົນ ແລະ ຂ້າພະເຈົ້າ​ເຫັນ​ຢາອາຊານີຢາ ລູກຊາຍ​ຂອງ​ອັດຊູຣະ ແລະ ເປລາຕີຢາ ລູກຊາຍ​ຂອງ​ເບນາອີຢາ ເຊິ່ງ​ເປັນ​ຜູ້ນຳ​ປະຊາຊົນ​ກໍ​ຢູ່​ທ່າມກາງ​ພວກເຂົາ. ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ, ຄົນ​ເຫລົ່ານີ້​ຄື​ຄົນ​ທີ່​ຄິດ​ແຜນ​ຊົ່ວ ແລະ ໃຫ້​ຄຳ​ປຶກສາ​ອັນ​ຊົ່ວຮ້າຍ​ໃນ​ນະຄອນ​ນີ້. ພວກເຂົາ​ເວົ້າ​ວ່າ, ‘ໃກ້​ຈະ​ເຖິງ​ເວລາ​ທີ່​ເຮົາ​ຈະ​ສ້າງ​ເຮືອນ​ຂຶ້ນ​ແລ້ວ​ບໍ່​ແມ່ນ​ບໍ?1 ນະຄອນ​ນີ້​ເປັນ​ເໝືອນ​ໝໍ້ ແລະ ພວກເຮົາ​ກໍ​ເປັນ​ເໝືອນ​ຊີ້ນ​ທີ່​ປອດໄພ​ຢູ່​ໃນ​ໝໍ້​ນັ້ນ’. ເຫດ​ສະ​ນັ້ນ ຈົ່ງ​ທຳນວາຍ​ກ່າວ​ໂທດ​ພວກເຂົາ; ບຸດ​ມະນຸດ, ຈົ່ງ​ທຳນວາຍ”.

ແລ້ວ​ພຣະວິນຍານບໍລິສຸດ​ຂອງ​ພຣະເຈົ້າ​ຢາເວ ກໍ​ມາ​ເທິງ​ຂ້າພະເຈົ້າ ແລະ ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ວ່າ: “ນີ້​ຄື​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ຄື: ພວກເຈົ້າ​ເປັນ​ຜູ້ນຳ​ໃນ​ອິດສະຣາເອນ, ພວກເຈົ້າ​ກຳລັງ​ເວົ້າ​ເຊັ່ນ​ນັ້ນ ແຕ່​ເຮົາ​ຮູ້​ວ່າ​ພວກເຈົ້າ​ກຳລັງ​ຄິດ​ສິ່ງໃດ​ຢູ່. ພວກເຈົ້າ​ໄດ້​ຂ້າ​ຄົນ​ຈຳນວນ​ຫລວງຫລາຍ​ໃນ​ນະຄອນ​ນີ້ ແລະ ມີ​ຄົນ​ຕາຍ​ເຕັມ​ຖະໜົນ.

“ດັ່ງນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ ກ່າວ​ດັ່ງນີ້​ວ່າ: ຊາກ​ສົບ​ທີ່​ພວກເຈົ້າ​ໄດ້​ໂຍນ​ໄປ​ທີ່​ນັ້ນ​ກໍ​ຄື​ຊີ້ນ ແລະ ນະຄອນ​ນີ້​ກໍ​ຄື​ໝໍ້, ແຕ່​ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ຈາກ​ນະຄອນ​ນີ້. ພວກເຈົ້າ​ຢ້ານ​ດາບ, ເຮົາ​ກໍ​ຈະ​ນຳ​ເອົາ​ດາບ​ມາ​ຍັງ​ພວກເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະກາດ​ໄວ້​ດັ່ງນີ້. ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ຈາກ​ນະຄອນ​ນີ້ ແລະ ມອບ​ພວກເຈົ້າ​ໃຫ້​ແກ່​ຄົນ​ຕ່າງຊາດ ແລະ ເຮົາ​ຈະ​ລົງໂທດ​ພວກເຈົ້າ. ພວກເຈົ້າ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ ແລະ ເຮົາ​ຈະ​ພິພາກສາ​ພວກເຈົ້າ​ຢູ່​ທີ່​ຊາຍແດນ​ອິດສະຣາເອນ. ເມື່ອ​ນັ້ນ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ. ນະຄອນ​ນີ້​ຈະ​ບໍ່​ແມ່ນ​ໝໍ້​ສຳລັບ​ພວກເຈົ້າ ແລະ ພວກເຈົ້າ​ກໍ​ບໍ່​ແມ່ນ​ຊີ້ນ​ທີ່​ຢູ່​ໃນ​ໝໍ້​ນີ້; ເຮົາ​ຈະ​ພິພາກສາ​ພວກເຈົ້າ​ຢູ່​ທີ່​ຊາຍແດນ​ອິດສະຣາເອນ. ແລະ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ, ເພາະ​ພວກເຈົ້າ​ບໍ່​ໄດ້​ປະຕິບັດ​ຕາມ​ດຳລັດ​ຂອງ​ເຮົາ ແລະ ບໍ່​ໄດ້​ຮັກສາ​ກົດບັນຍັດ​ຂອງ​ເຮົາ ແຕ່​ພັດ​ປະພຶດ​ຕາມ​ແບບ​ຢ່າງ​ຂອງ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ອ້ອມ​ຮອບ​ພວກເຈົ້າ”.

ຂະນະ​ທີ່​ຂ້າພະເຈົ້າ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ເປລາຕີຢາ ລູກຊາຍ​ຂອງ​ເບນາອີຢາ​ກໍ​ຕາຍ​ໄປ. ຫລັງ​ຈາກ​ນັ້ນ ຂ້າພະເຈົ້າ​ຈຶ່ງ​ກົ້ມ​ໜ້າ​ລົງ ແລະ ຮ້ອງ​ສຽງ​ດັ່ງ​ວ່າ, “ໂອ, ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ! ພຣະອົງ​ຈະ​ທຳລາຍ​ຊາວ​ຊົນ​ອິດສະຣາເອນ​ທີ່​ເຫລືອ​ຢູ່​ນີ້​ໝົດ​ເລີຍ​ບໍ?”

ຄຳ​ສັນຍາ​ຂອງ​ການ​ກັບ​ຄືນ​ມາ​ຂອງ​ອິດສະຣາເອນ

ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: “ບຸດ​ມະນຸດ, ຄົນ​ໃນ​ເຢຣູຊາເລັມ​ໄດ້​ເວົ້າ​ເຖິງ​ຍາດ​ພີ່ນ້ອງ​ຮ່ວມ​ສາຍ​ເລືອດ​ດຽວ​ກັນ​ກັບ​ເຈົ້າ2 ແລະ ຊາວ​ອິດສະຣາເອນ​ທັງໝົດ​ວ່າ, ‘ພວກເຂົາ3​ຫ່າງ​ໄກ​ຈາກ​ພຣະເຈົ້າ​ຢາເວ ດິນແດນ​ນີ້​ຈຶ່ງ​ຕົກ​ເປັນ​ກຳມະສິດ​ຂອງ​ພວກເຮົາ’.

“ເຫດສະນັ້ນ ຈົ່ງ​ກ່າວ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຖິງ​ແມ່ນ​ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ໄກໆ ໄປ​ຢູ່​ໃນ​ທ່າມກາງ​ປະຊາຊາດ​ຕ່າງໆ ແລະ ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ຢູ່​ທ່າມກາງ​ປະເທດ​ຕ່າງໆ, ແຕ່​ອີກ​ບໍ່​ດົນ​ເຮົາ​ກໍ​ຈະ​ເປັນ​ສະຖານ​ນະມັດສະການ​ສຳລັບ​ພວກເຂົາ​ໃນ​ປະເທດ​ທີ່​ພວກເຂົາ​ໄປ​ນັ້ນ’.

“ເຫດສະນັ້ນ ຈົ່ງ​ກ່າວ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ຮວບຮວມ​ພວກເຈົ້າ ຈາກ​ປະຊາຊາດ​ຕ່າງໆ ແລະ ນຳ​ພວກເຈົ້າ​ກັບ​ມາ​ຈາກ​ບັນດາ​ປະເທດ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ ແລະ ເຮົາ​ຈະ​ຄືນ​ດິນແດນ​ອິດສະຣາເອນ​ໃຫ້​ພວກເຈົ້າ​ອີກ​ຄັ້ງ’.

“ພວກເຂົາ​ຈະ​ກັບ​ມາ ແລະ ກຳຈັດ​ຮູບເຄົາລົບ​ອັນ​ຊົ່ວຊ້າ ແລະ ຮູບເຄົາລົບ​ອັນ​ໜ້າ​ກຽດຊັງ​ໃຫ້​ໝົດ​ໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ໃຈ​ດຽວ ແລະ ມີ​ຈິດ​ວິນຍານ​ໃໝ່ ເຮົາ​ຈະ​ກຳຈັດ​ໃຈ​ຫີນ​ຂອງ​ພວກເຂົາ ແລະ ມອບ​ໃຈ​ເນື້ອ​ໜັງ​ໃຫ້​ແກ່​ພວກເຂົາ. ແລ້ວ​ພວກເຂົາ​ຈະ​ປະຕິບັດ​ຕາມ​ດຳລັດ​ຂອງ​ເຮົາ ແລະ ຈະ​ເອົາໃຈໃສ່​ຮັກສາ​ກົດບັນຍັດ​ຂອງ​ເຮົາ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ. ແຕ່​ສ່ວນ​ຜູ້​ທີ່​ມອບ​ໃຈ​ໃຫ້​ຮູບເຄົາລົບ​ອັນ​ຊົ່ວ​ຊ້າ ແລະ ຮູບເຄົາລົບ​ອັນ​ໜ້າ​ກຽດຊັງ​ນັ້ນ ເຮົາ​ຈະ​ຕອບ​ແທນ​ໃຫ້​ສົມ​ກັບ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ໄວ້​ດັ່ງນີ້”.

ຫລັງ​ຈາກ​ນັ້ນ ເຄຣຸບ​ທີ່​ມີ​ກົງ​ລໍ້​ຢູ່​ທາງ​ຂ້າງ​ຕົນ​ນັ້ນ ກໍ​ກາງ​ປີກ​ອອກ​ຂອງ​ຕົນ ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກໍ​ຢູ່​ເໜືອ​ເຄຣຸບ​ເຫລົ່ານັ້ນ. ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ ໄດ້​ເຄື່ອນ​ຂຶ້ນ​ຈາກ​ໃນ​ນະຄອນ​ນັ້ນ ແລະ ຢຸດ​ຢູ່​ເໜືອ​ພູເຂົາ​ດ້ານ​ທິດ​ຕາເວັນ​ອອກ​ຂອງ​ນະຄອນ. ໃນ​ນິມິດ​ທີ່​ພຣະວິນຍານບໍລິສຸດ​ຂອງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ນັ້ນ ພຣະວິນຍານບໍລິສຸດ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ ໄດ້​ພາ​ຂ້າພະເຈົ້າ​ໄປ​ຫາ​ບັນດາ​ຊະເລີຍ​ໃນ​ບາບີໂລນ.4

ແລ້ວ​ນິມິດ​ທີ່​ຂ້າພະເຈົ້າ​ເຫັນ​ກໍ​ຂຶ້ນ​ໄປ​ຈາກ​ຂ້າພະເຈົ້າ, ແລ້ວ​ຂ້າພະເຈົ້າ​ຈຶ່ງ​ໄດ້​ບອກ​ທຸກສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສະແດງ​ແກ່​ຂ້າພະເຈົ້າ​ໃຫ້​ບັນດາ​ຊະເລີຍ​ຟັງ.

Source notes (4)
  1. Footnote ຫລື ນີ້​ບໍ່​ແມ່ນ​ເວລາ​ທີ່​ຈະ​ສ້າງ​ເຮືອນ
  2. Footnote ຫລື ຜູ້​ຕົກ​ເປັນ​ຊະເລີຍ​ເຊັ່ນ​ດຽວ​ກັບ​ເຈົ້າ
  3. Footnote ຫລື ຈົ່ງ​ຢູ່
  4. Footnote ຫລື ຄານເດອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.