Biblica® Open Lao Contemporary Version
ເອເຊກຽນ 12
ສັນຍາລັກຂອງການຕົກເປັນຊະເລີຍ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າດັ່ງນີ້ວ່າ: “ບຸດມະນຸດ, ເຈົ້າອາໄສຢູ່ທ່າມກາງຄົນທີ່ມັກກະບົດ. ພວກເຂົາມີຕາແຕ່ເບິ່ງບໍ່ເຫັນ ແລະ ມີຫູແຕ່ບໍ່ໄດ້ຍິນ, ເພາະພວກເຂົາເປັນຄົນມັກກະບົດ.
“ເຫດສະນັ້ນ, ບຸດມະນຸດ ຈົ່ງເກັບເຄື່ອງຂອງທີ່ເປັນຂອງເຈົ້າຕຽມຕົວອົບພະຍົບໃນເວລາກາງເວັນ, ໃນຂະນະທີ່ພວກເຂົາເຝົ້າເບິ່ງຢູ່ນັ້ນ ຈົ່ງອອກເດີນທາງຈາກບ່ອນທີ່ເຈົ້າຢູ່ ໄປຍັງອີກບ່ອນໜຶ່ງ. ເພື່ອວ່າບາງເທື່ອພວກເຂົາຈະເຂົ້າໃຈ ເຖິງແມ່ນວ່າພວກເຂົາຈະເປັນຄົນທີ່ມັກກະບົດ. ໃນເວລາກາງເວັນ, ຂະນະທີ່ພວກເຂົາເຝົ້າເບິ່ງຢູ່ນັ້ນ ຈົ່ງນຳເຄື່ອງຂອງທີ່ເຈົ້າເກັບໄວ້ເພື່ອການອົບພະຍົບນັ້ນອອກມາ. ຫລັງຈາກນັ້ນ ໃນຕອນແລງ ຂະນະທີ່ພວກເຂົາກຳລັງເຝົ້າເບິ່ງຢູ່, ຈົ່ງອອກເດີນທາງໄປເໝືອນກັບບັນດາຄົນທີ່ຖືກກວາດຕ້ອນໄປເປັນຊະເລີຍ. ຂະນະທີ່ພວກເຂົາເຝົ້າເບິ່ງຢູ່ນັ້ນ ຈົ່ງເຈາະປ່ອງຢູ່ທີ່ກຳແພງ ແລະ ເອົາເຄື່ອງຂອງທີ່ເປັນຂອງເຈົ້າລອດປ່ອງກຳແພງນັ້ນໄປ. ຈົ່ງເອົາເຄື່ອງຂອງເຫລົ່ານັ້ນພາດໃສ່ບ່າຂອງເຈົ້າຂະນະທີ່ພວກເຂົາກຳລັງເຝົ້າເບິ່ງຢູ່ ແລະ ແບກເຄື່ອງຂອງນັ້ນອອກໄປໃນເວລາຄ່ຳ. ຈົ່ງຄຸມໜ້າຂອງເຈົ້າໄວ້ ເພື່ອວ່າເຈົ້າຈະເບິ່ງບໍ່ເຫັນແຜ່ນດິນ, ເພາະເຮົາໄດ້ເຮັດໃຫ້ເຈົ້າເປັນໝາຍສຳຄັນແກ່ຊາວອິດສະຣາເອນ”.
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ປະຕິບັດຕາມຄຳສັ່ງນັ້ນ. ໃນເວລາກາງເວັນຂ້າພະເຈົ້າໄດ້ນຳເຄື່ອງຂອງທີ່ຂ້າພະເຈົ້າເກັບຫໍ່ໄວ້ນັ້ນອອກມາ. ດັ່ງນັ້ນ ໃນຕອນແລງ ຂ້າພະເຈົ້າໄດ້ເຈາະກຳແພງດ້ວຍມືຂອງຂ້າພະເຈົ້າ. ຂ້າພະເຈົ້າກໍໄດ້ເອົາເຄື່ອງຂອງທີ່ເປັນຂອງຂ້າພະເຈົ້ານັ້ນອອກໄປໃນເວລາຄ່ຳ, ຫອບເຄື່ອງຂອງເຫລົ່ານັ້ນພາດໃສ່ບ່າຂອງຂ້າພະເຈົ້າ ຂະນະທີ່ພວກເຂົາເຝົ້າເບິ່ງຢູ່.
ໃນເວລາເຊົ້ານັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວ ກໍໄດ້ມາເຖິງຂ້າພະເຈົ້າວ່າ: “ບຸດມະນຸດ, ຊາວອິດສະຣາເອນທີ່ມັກກະບົດຖາມເຈົ້າບໍ່ແມ່ນບໍວ່າ, ‘ເຈົ້າກຳລັງເຮັດຫຍັງ?’
“ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຖ້ອຍຄຳນີ້ໄດ້ທຳນວາຍເຖິງເຈົ້ານາຍຄົນນັ້ນໃນເຢຣູຊາເລັມ ແລະ ຊາວອິດສະຣາເອນທັງໝົດທີ່ຢູ່ທີ່ນັ້ນ’. ຈົ່ງກ່າວແກ່ພວກເຂົາວ່າ, ‘ຂ້າພະເຈົ້າເປັນໝາຍສຳຄັນສຳລັບພວກທ່ານ’.
“ສິ່ງນີ້ຈະຕ້ອງເກີດຂຶ້ນກັບພວກເຂົາເໝືອນກັບທີ່ຂ້າພະເຈົ້າໄດ້ເຮັດໃຫ້ເຫັນນັ້ນ. ພວກເຂົາຈະຕ້ອງອົບພະຍົບໄປໃນຖານະເປັນຊະເລີຍ.
“ເຈົ້ານາຍໃນທ່າມກາງພວກເຂົາຈະຫອບເຄື່ອງຂອງໃສ່ບ່າຂອງຕົນໃນເວລາຄ່ຳ ແລະ ອອກເດີນທາງ, ຈະມີການຂຸດປ່ອງໄວ້ໃນກຳແພງເພື່ອໃຫ້ລາວຜ່ານໄປ. ລາວຈະຄຸມໜ້າຂອງຕົນໄວ້ເພື່ອລາວຈະເບິ່ງບໍ່ເຫັນແຜ່ນດິນ. ເຮົາຈະກາງຕາໜ່າງດັກຈັບລາວ ແລ້ວລາວກໍຈະຕິດກັບດັກຂອງເຮົາ; ເຮົາຈະນຳລາວໄປທີ່ບາບີໂລນ ດິນແດນແຫ່ງຊາວຄານເດອາ, ແຕ່ລາວຈະບໍ່ໄດ້ເຫັນມັນ ແລະ ລາວກໍຈະຕາຍຢູ່ທີ່ນັ້ນ. ເຮົາຈະເຮັດໃຫ້ຜູ້ຮັບໃຊ້ ແລະ ທະຫານທຸກຄົນທີ່ຢູ່ອ້ອມລາວກະຈັດກະຈາຍໄປກັບສາຍລົມ ແລະ ເຮົາຈະສົ່ງດາບມາໄລ່ຕາມພວກເຂົາ.
“ພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາຂັບໄລ່ພວກເຂົາໄປຍັງຊົນຊາດຕ່າງໆ ແລະ ເຮັດໃຫ້ພວກເຂົາກະຈັດກະຈາຍໄປຍັງປະເທດຕ່າງໆ. ແຕ່ເຮົາຈະໄວ້ຊີວິດພວກເຂົາບາງຄົນໃຫ້ລອດພົ້ນຈາກສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດ, ເພື່ອຂະນະທີ່ພວກເຂົາຢູ່ທ່າມກາງຊົນຊາດທັງຫລາຍນັ້ນ ພວກເຂົາຈະສຳນຶກເຖິງການກະທຳອັນໜ້າກຽດຊັງທັງໝົດຂອງຕົນ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ”.
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າດັ່ງນີ້: “ບຸດມະນຸດ, ຈົ່ງໂຕສັ່ນຂະນະທີ່ເຈົ້າກິນອາຫານຂອງເຈົ້າ ແລະ ສັ່ນສະທ້ານດ້ວຍຄວາມຢ້ານຂະນະທີ່ເຈົ້າດື່ມນ້ຳຂອງເຈົ້າ. ຈົ່ງກ່າວກັບປະຊາຊົນໃນແຜ່ນດິນນັ້ນວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວກ່ຽວກັບບັນດາຄົນທີ່ອາໄສຢູ່ໃນເຢຣູຊາເລັມ ແລະ ໃນແຜ່ນດິນອິດສະຣາເອນດັ່ງນີ້ວ່າ: ພວກເຂົາຈະກິນອາຫານຂອງຕົນຢ່າງວິຕົກກັງວົນ ແລະ ດື່ມນ້ຳຂອງຕົນຢ່າງສິ້ນຫວັງ, ເພາະທຸກສິ່ງໃນດິນແດນຂອງຕົນຈະຖືກປຸ້ນໄປ ຍ້ອນຄວາມທາລຸນຂອງບັນດາຄົນທີ່ອາໄສຢູ່ທີ່ນັ້ນ. ເມືອງທີ່ອາໄສຢູ່ນັ້ນຈະຖືກທຳລາຍ ແລະ ແຜ່ນດິນຈະຖືກຖິ້ມຮົກຮ້າງ. ເມື່ອນັ້ນເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ຈະບໍ່ມີການຊັກຊ້າ
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າດັ່ງນີ້: “ບຸດມະນຸດ, ຄຳສຸພາສິດຢູ່ໃນດິນແດນແຫ່ງອິດສະຣາເອນທີ່ວ່າ: ‘ວັນຄືນຜ່ານໄປ ແລະ ບໍ່ເຫັນມີຈັກນິມິດທີ່ເປັນຈິງ’ ສິ່ງນັ້ນເຈົ້າໝາຍຄວາມວ່າແນວໃດ? ຈົ່ງກ່າວກັບຄົນທັງຫລາຍວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາກຳລັງຈະຢຸດຕິຄຳສຸພາສິດນີ້ ແລະ ຄົນທັງຫລາຍຈະບໍ່ອ້າງຄຳສຸພາສິດນີ້ໃນອິດສະຣາເອນອີກຕໍ່ໄປ’. ຈົ່ງກ່າວກັບພວກເຂົາວ່າ, ‘ວັນຄືນທີ່ທຸກນິມິດຈະເປັນຈິງໃກ້ເຂົ້າມາແລ້ວ. ເພາະຈະບໍ່ມີນິມິດປອມ ຫລື ຄຳທຳນວາຍທີ່ປະຈົບປະແຈງຢູ່ໃນທ່າມກາງຊົນຊາດອິດສະຣາເອນອີກຕໍ່ໄປ. ແຕ່ເຮົາ ພຣະເຈົ້າຢາເວຈະເວົ້າໃນສິ່ງທີ່ເຮົາປະສົງ ແລະ ຈະເປັນຈິງຕາມນັ້ນໂດຍບໍ່ຊັກຊ້າ. ພວກເຈົ້າທີ່ເປັນຄົນມັກກະບົດ, ໃນຊົ່ວອາຍຸຂອງເຈົ້ານີ້ແຫລະ ເຮົາຈະເຮັດສິ່ງທີ່ເຮົາໄດ້ເວົ້າໄວ້ນັ້ນໃຫ້ສຳເລັດ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າດັ່ງນີ້: “ບຸດມະນຸດ, ຊາວອິດສະຣາເອນໄດ້ກ່າວວ່າ, ‘ນິມິດທີ່ລາວເຫັນນັ້ນເປັນເລື່ອງອີກຫລາຍປີຂ້າງໜ້າ ແລະ ລາວທຳນວາຍເຖິງເລື່ອງອະນາຄົດທີ່ຍັງຢູ່ຫ່າງໄກ’.
“ເຫດສະນັ້ນ ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ບໍ່ມີຄຳເວົ້າໃດຂອງເຮົາຈະຊັກຊ້າອີກຕໍ່ໄປແລ້ວ; ທຸກສິ່ງທີ່ເຮົາກ່າວໄວ້ກໍຈະຖືກເຮັດໃຫ້ສຳເລັດຄົບຖ້ວນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.