Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 10

ສະຫງ່າລາສີ​ຂອງ​ພຣະເຈົ້າ​ຖືກ​ອອກ​ຈາກ​ວິຫານ

ຂ້າພະເຈົ້າ​ກໍ​ໄດ້​ເບິ່ງ ແລະ ຂ້າພະເຈົ້າ​ກໍ​ເຫັນ​ບາງ​ສິ່ງ​ຄ້າຍ​ຄື​ກັບ​ບ່ອນນັ່ງ​ແກ້ວໄພທູນ ຢູ່​ເໜືອ​ຟ້າ​ກວ້າງ​ທີ່​ຢູ່​ເໜືອ​ຫົວ​ຂອງ​ບັນດາ​ເຄຣຸບ. ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ຊາຍ​ທີ່​ນຸ່ງ​ຫົ່ມ​ຜ້າຝ້າຍ​ລິນິນ​ເນື້ອ​ລະອຽດ​ດີ​ນັ້ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ທ່າມກາງ​ກົງ​ລໍ້​ທີ່​ຢູ່​ລຸ່ມ​ບັນດາ​ເຄຣຸບ ແລ້ວ​ເອົາ​ມື​ຂອງ​ເຈົ້າ​ກອບ​ຖ່ານ​ໄຟ​ທີ່​ລຸກ​ຢູ່ ເຊິ່ງ​ຢູ່​ທ່າມກາງ​ບັນດາ​ເຄຣຸບ​ມາ ແລ້ວ​ໂຮຍ​ໃສ່​ທົ່ວ​ນະຄອນ​ນີ້”. ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າ​ເບິ່ງ​ຢູ່.

ບັນດາ​ເຄຣຸບ​ຢືນ​ຢູ່​ທີ່​ດ້ານ​ທິດ​ໃຕ້​ຂອງ​ວິຫານ ເມື່ອ​ຊາຍ​ຜູ້​ນັ້ນ​ເຂົ້າໄປ ແລະ ກໍ​ມີ​ເມກ​ປົກ​ຄຸມ​ຢູ່​ທົ່ວ​ເດີ່ນ​ຊັ້ນ​ໃນ. ແລ້ວ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ເຄື່ອນ​ຂຶ້ນ​ຈາກ​ບັນດາ​ເຄຣຸບ​ນັ້ນ ໄປ​ທີ່​ປະຕູ​ວິຫານ. ເມກ​ປົກ​ຄຸມ​ວິຫານ ແລະ ທົ່ວ​ເດີ່ນ​ວິຫານ​ເຕັມ​ແມ່ນ​ໄປ​ດ້ວຍ​ແສງ​ສະຫວ່າງ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ. ສຽງ​ຂອງ​ປີກ​ຂອງ​ບັນດາ​ເຄຣຸບ​ແມ່ນ​ໄດ້​ຍິນ​ໄປ​ໄກ​ຈົນ​ຮອດ​ເດີ່ນ​ຊັ້ນ​ນອກ, ເໝືອນ​ກັບ​ສຽງ​ຂອງ​ສຽງ​ຂອງ​ພຣະເຈົ້າ​ຜູ້ມີລິດອຳນາດຍິ່ງໃຫຍ່ ເມື່ອ​ພຣະອົງ​ກ່າວ.

ເມື່ອ​ພຣະເຈົ້າ​ຢາເວ​ສັ່ງ​ຊາຍ​ທີ່​ນຸ່ງ​ຫົ່ມ​ຜ້າຝ້າຍ​ລິນິນ​ເນື້ອ​ລະອຽດ​ດີ​ນັ້ນ​ວ່າ, “ຈົ່ງ​ໄປ​ເອົາ​ໄຟ​ຈາກ​ທ່າມກາງ​ກົງ​ລໍ້​ທີ່​ຢູ່​ໃນ​ບັນດາ​ເຄຣຸບ​ນັ້ນ​ອອກ​ມາ”, ຊາຍ​ນັ້ນ​ກໍ​ເຂົ້າ​ໄປ ແລະ ຢືນ​ຢູ່​ຂ້າງ​ກົງ​ລໍ້​ກົງ​ໜຶ່ງ. ແລ້ວ​ເຄຣຸບ​ຕົນ​ໜຶ່ງ​ກໍ​ຍື່ນ​ມື​ຂອງ​ຕົນ​ອອກ​ໄປ​ທີ່​ໄຟ ເຊິ່ງ​ຢູ່​ທ່າມກາງ​ພວກ​ຕົນ. ເຄຣຸບ​ຕົນ​ນັ້ນ​ໄດ້​ເອົາ​ໄຟ​ອອກ​ມາ​ສ່ວນ​ໜຶ່ງ​ໃສ່​ໃນ​ມື​ຂອງ​ຊາຍ​ຜູ້​ນຸ່ງ​ຫົ່ມ​ຜ້າລິນິນ​ເນື່ອ​ລະອຽດ​ດີ, ຊາຍ​ຜູ້​ນັ້ນ​ກໍ​ຮັບ​ໄຟ​ໄວ້ ແລະ ອອກ​ມາ. (ເຫັນ​ສິ່ງ​ໜຶ່ງ​ທີ່​ຄ້າຍ​ມື​ມະນຸດ​ຢູ່​ກ້ອງ​ປີກ​ຂອງ​ເຄຣຸບ).

ຂ້າພະເຈົ້າ​ກໍ​ໄດ້​ເບິ່ງ ແລະ ເຫັນ​ກົງ​ລໍ້​ສີ່​ກົງ​ຢູ່​ຂ້າງ​ເຄຣຸບ​ເຫລົ່ານັ້ນ, ເຄຣຸບ​ໜຶ່ງ​ຕົນ​ມີ​ກົງ​ລໍ້​ໜຶ່ງ​ກົງ; ກົງ​ລໍ້​ນັ້ນ​ເປັ່ງ​ປະກາຍ​ຄ້າຍ​ຄື​ກັບ​ບຸດສະລາຄຳ. ກົງ​ລໍ້​ທັງ​ກົງ​ສີ່​ນັ້ນ​ມີ​ລັກສະນະ​ຄື​ກັນ; ແຕ່​ລະ​ກົງ​ເບິ່ງ​ຄ້າຍ​ຄື​ມີ​ກົງ​ລໍ້​ຊ້ອນ​ຂວາງ​ຢູ່​ຂ້າງ​ໃນ. ກົງ​ລໍ້​ສາມາດ​ເຄື່ອນ​ໄປ​ຫາ​ທິດ​ທາງ​ໃດ​ທິດ​ທາງ​ໜຶ່ງ​ໃນ​ສີ່​ທິດ​ທາງ​ຕາມ​ແຕ່​ເຄຣຸບ​ຈະ​ມຸ່ງ​ໜ້າ​ໄປ; ກົງ​ລໍ້​ນັ້ນ​ບໍ່​ໄດ້​ລ້ຽວ​ເມື່ອ​ເຄຣຸບ​ເຄື່ອນ​ໄປ ບັນດາ​ເຄຣຸບ​ມຸ່ງ​ໜ້າ​ໄປ​ທິດ​ທາງ​ໃດ​ກໍ​ໄດ້​ໂດຍ​ບໍ່​ຕ້ອງ​ຫັນ​ໂຕ​ເລີຍ. ທົ່ວ​ຮ່າງ​ຂອງ​ເຄຣຸບ, ລວມ​ທັງ​ຫລັງ​ມື​ຂອງ​ເຄຣຸບ, ປີກ​ຂອງ​ເຄຣຸບ ແມ່ນ​ມີ​ຕາ​ເຕັມ​ໄປ​ໝົດ​ເຊັ່ນ​ດຽວ​ກັບ​ກົງ​ລໍ້​ທັງ​ສີ່. ຂ້າພະເຈົ້າ​ໄດ້​ຍິນ​ວ່າ​ກົງ​ລໍ້​ນັ້ນ​ຖືກ​ເອີ້ນ​ວ່າ “ກົງ​ລໍ້​ກັງຫັນ”. ເຄຣຸບ​ແຕ່​ລະ​ຕົນ​ມີ​ສີ່​ໜ້າ​ຄື: ໜ້າ​ທີ​ໜຶ່ງ​ເປັນ​ໜ້າ​ເຄຣຸບ, ໜ້າ​ທີ​ສອງ​ເປັນ​ໜ້າ​ມະນຸດ, ໜ້າ​ທີ​ສາມ​ເປັນ​ໜ້າ​ໂຕສິງ, ໜ້າ​ທີ​ສີ່​ເປັນ​ໜ້າ​ນົກອິນຊີ.

ແລ້ວ​ບັນດາ​ເຄຣຸບ​ກໍ​ເຫາະ​ຂຶ້ນ​ໄປ. ນີ້​ຄື​ສິ່ງ​ມີ​ຊີວິດ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢູ່​ທີ່​ແຄມ​ແມ່ນ້ຳ​ເກບາກ. ເມື່ອ​ເຄຣຸບ​ເຫລົ່ານີ້​ເຄື່ອນ​ໄປ, ກົງ​ລໍ້​ທີ່​ຢູ່​ທາງ​ຂ້າງ ກໍ​ເຄື່ອນ​ໄປ​ນຳ ແລະ ເມື່ອ​ເຄຣຸບ​ກາງ​ປີກ​ຂອງ​ຕົນ​ອອກ​ເຫາະ​ຂຶ້ນ​ຈາກ​ພື້ນ, ກົງ​ລໍ້​ນັ້ນ​ກໍ​ຢູ່​ຄຽງ​ຂ້າງ​ເຄຣຸບ​ໄປ. ເມື່ອ​ເຄຣຸບ​ຢຸດ​ຢູ່, ກົງ​ລໍ້​ກໍ​ຢຸດ​ຢູ່ ແລະ ເມື່ອ​ເຄຣຸບ​ເຫາະ​ຂຶ້ນ, ກົງ​ລໍ້​ກໍ​ເຫາະ​ຂຶ້ນ​ໄປ​ນຳ​ເຄຣຸບ, ເພາະ​ວິນຍານ​ຂອງ​ສິ່ງ​ມີ​ຊີວິດ​ນັ້ນ​ແມ່ນ​ຢູ່​ໃນ​ກົງ​ລໍ້.

ແລ້ວ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ໄປ​ຈາກ​ເທິງ​ທາງເຂົ້າ​ປະຕູ​ວິຫານ ແລະ ໄປ​ຢຸດ​ຢູ່​ເໜືອ​ເຄຣຸບ​ເຫລົ່ານັ້ນ. ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າ​ເບິ່ງ​ຢູ່, ເຄຣຸບ​ເຫລົ່ານັ້ນ​ກໍ​ກາງ​ປີກ​ຂອງ​ຕົນ ແລະ ບິນ​ຂຶ້ນ​ຈາກ​ພື້ນ, ຂະນະ​ທີ່​ເຄຣຸບ​ເຄື່ອນ​ໄປ ກົງ​ລໍ້​ກໍ​ເຄື່ອນ​ໄປ​ກັບ​ເຄຣຸບ​ເຫລົ່ານັ້ນ. ເຄຣຸບ ແລະ ກົງ​ລໍ້​ໄດ້​ຢຸດ​ຢູ່​ທີ່​ທາງເຂົ້າ​ປະຕູ​ທາງ​ດ້ານ​ທິດ​ຕາເວັນ​ອອກ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກໍ​ຢູ່​ເໜືອ​ເຄຣຸບ​ເຫລົ່ານັ້ນ.

ຂ້າພະເຈົ້າ​ເຄີຍ​ເຫັນ​ສິ່ງ​ມີ​ຊີວິດ​ເຫລົ່ານີ້​ຢູ່​ໃຕ້​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ທີ່​ແຄມ​ແມ່ນ້ຳ​ເກບາກ ແລະ ຂ້າພະເຈົ້າ​ຈຶ່ງ​ຮູ້​ວ່າ​ນັ້ນ​ແມ່ນ​ບັນດາ​ເຄຣຸບ. ແຕ່​ລະ​ຕົນ​ມີ​ສີ່​ໜ້າ ແລະ ສີ່​ປີກ, ແລະ ກ້ອງ​ປີກ​ຂອງ​ເຄຣຸບ​ເຫລົ່ານັ້ນ​ກໍ​ມີ​ສິ່ງ​ທີ່​ເບິ່ງ​ຄື​ມື​ມະນຸດ. ໃບ​ໜ້າ​ຂອງ​ເຄຣຸບ​ເຫລົ່ານີ້​ມີ​ລັກສະນະ​ດຽວ​ກັບ​ທີ່​ຂ້າພະເຈົ້າ​ເຄີຍ​ເຫັນ​ຢູ່​ທີ່​ແຄມ​ແມ່ນ້ຳ​ເກບາກ. ແຕ່​ລະ​ຕົນ​ມຸ່ງ​ໄປ​ຂ້າງ​ໜ້າ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.