Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 9

ການ​ພິພາກສາ​ບັນດາ​ຄົນ​ທີ່​ກາບໄຫວ້​ຮູບເຄົາລົບ

ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ພຣະອົງ​ເປັ່ງ​ສຽງ​ອອກ​ມາ​ອັນ​ດັງ​ວ່າ, “ຈົ່ງ​ນຳ​ພວກ​ຄົນ​ທີ່​ໄດ້​ຮັບ​ແຕ່ຕັ້ງ​ໃຫ້​ເຮັດ​ໜ້າ​ທີ່​ພິພາກສາ​ເມືອງ​ນີ້​ເຂົ້າ​ມາ​ໃກ້ໆ ໃຫ້​ແຕ່​ລະ​ຄົນ​ຖື​ອາວຸດ​ຂອງ​ຕົນ​ມາ​ນຳ” ແລະ ຂ້າພະເຈົ້າ​ເຫັນ​ຊາຍ​ຫົກ​ຄົນ​ມາ​ຈາກ​ທາງ​ປະຕູ​ດ້ານ​ເທິງ ເຊິ່ງ​ຫັນ​ໄປ​ທາງ​ທິດ​ເໜືອ, ແຕ່ລະຄົນ​ຖື​ອາວຸດ​ພິດ​ຮ້າຍ​ກາດ​ໃນ​ມື​ຂອງ​ຕົນ. ພວກເຂົາ​ມາ​ພ້ອມ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ນຸ່ງ​ຫົ່ມ​ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ຜູ້​ມີ​ຫີບ​ເຄື່ອງ​ຂຽນ​ຢູ່​ຂ້າງ​ກາຍ. ພວກເຂົາ​ເຂົ້າ​ມາ​ຢືນ​ຢູ່​ຂ້າງ​ແທ່ນບູຊາ​ທອງສຳລິດ.

ສະຫງ່າລາສີ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ເຄື່ອນ​ຂຶ້ນ​ຈາກ​ເໜືອ​ເຄຣຸບ, ບ່ອນ​ທີ່​ເຄີຍ​ຢູ່ ແລະ ເຄື່ອນ​ໄປ​ທີ່​ປະຕູ​ຂອງ​ວິຫານ. ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ເອີ້ນ​ຊາຍ​ທີ່​ນຸ່ງ​ຫົ່ມ​ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ເຊິ່ງ​ມີ​ຫີບ​ເຄື່ອງ​ຂຽນ​ຢູ່​ຂ້າງ​ກາຍ​ນັ້ນ ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ ໃສ່​ເຄື່ອງໝາຍ​ຢູ່​ເທິງ​ໜ້າຜາກ​ຂອງ​ບັນດາ​ຜູ້​ທີ່​ໂສກເສົ້າ ແລະ ຄ່ຳຄວນ​ເພາະ​ສິ່ງ​ທີ່​ໜ້າ​ກຽດຊັງ​ທັງໝົດ ເຊິ່ງ​ຄົນ​ທັງຫລາຍ​ໄດ້​ເຮັດ​ໃນ​ນະຄອນ​ນີ້”.

ຂະນະ​ທີ່​ຂ້າພະເຈົ້າ​ຟັງ​ຢູ່​ນັ້ນ ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ກັບ​ຄົນ​ອື່ນໆ​ວ່າ, “ຈົ່ງ​ຕາມ​ລາວ​ໄປ​ທົ່ວ​ນະຄອນ ແລະ ຂ້າ ໂດຍ​ບໍ່​ສົງສານ ແລະ ເມດຕາ​ປານີ. ຈົ່ງ​ຂ້າ​ທັງ​ຜູ້ເຖົ້າ, ຄົນ​ໜຸ່ມ ແລະ ແມ່ຍິງ, ແມ່ ແລະ ເດັກນ້ອຍ, ແຕ່​ຢ່າ​ແຕະຕ້ອງ​ຜູ້​ທີ່​ມີ​ເຄື່ອງ​ໝາຍ​ນັ້ນ. ຈົ່ງ​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ສະຖານ​ນະມັດສະການ​ຂອງ​ເຮົາ​ນີ້”. ດັ່ງນັ້ນ ຄົນ​ເຫລົ່ານັ້ນ​ຈຶ່ງ​ເລີ່ມຕົ້ນ​ຂ້າ​ຕັ້ງ​ແຕ່​ຜູ້ເຖົ້າ​ທີ່​ຢູ່​ຕໍ່ໜ້າ​ວິຫານ.

ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ວ່າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ເຮັດ​ໃຫ້​ວິຫານ​ເປັນ​ມົນທິນ ແລະ ເຮັດ​ໃຫ້​ເດີ່ນ​ເຕັມ​ໄປ​ດ້ວຍ​ຄົນ​ທີ່​ຖືກ​ຂ້າ. ຈົ່ງ​ໄປ!” ດັ່ງນັ້ນ ພວກເຂົາ​ຈຶ່ງ​ອອກ​ໄປ ແລະ ເລີ່ມ​ຕົ້ນ​ຂ້າ​ຄົນ​ທົ່ວ​ນະຄອນ​ນັ້ນ. ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ຂ້າ​ຄົນ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ຖືກ​ປະ​ໄວ້​ໃຫ້​ຢູ່​ຄົນ​ດຽວ, ຂ້າພະເຈົ້າ​ກໍ​ກົ້ມ​ໜ້າ​ລົງ, ຮ້ອງ​ຂໍ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້າ! ອົງ​ເຈົ້ານາຍ, ພຣະອົງ​ຈະ​ທຳລາຍ​ຄົນ​ທີ່​ເຫລືອ​ຢູ່ ໃນ​ອິດສະຣາເອນ​ໃຫ້​ໝົດ​ດ້ວຍ​ຄວາມ​ໂກດຮ້າຍ​ທີ່​ໄດ້​ລະບາຍ​ໃສ່​ເຢຣູຊາເລັມ​ຄັ້ງ​ນີ້​ບໍ?”

ພຣະອົງ​ໄດ້​ຕອບ​ຂ້າພະເຈົ້າ​ວ່າ, “ຄວາມ​ບາບ​ຂອງ​ຄົນ​ອິດສະຣາເອນ ແລະ ຢູດາ​ແມ່ນ​ໃຫຍ່​ຫລາຍ; ແຜ່ນດິນ​ເຕັມ​ໄປ​ດ້ວຍ​ການ​ນອງ​ເລືອດ ແລະ ນະຄອນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອະຍຸຕິທຳ. ພວກເຂົາ​ເວົ້າ​ວ່າ, ‘ພຣະເຈົ້າ​ຢາເວ​ໄດ້​ປະຖິ້ມ​ດິນແດນ​ນີ້​ໄປ​ແລ້ວ; ພຣະເຈົ້າ​ຢາເວ​ບໍ່​ເຫັນ​ດອກ’. ດັ່ງ​ນັ້ນ ເຮົາ​ຈະ​ບໍ່​ເບິ່ງ​ພວກເຂົາ​ດ້ວຍ​ຄວາມ​ສົງສານ ຫລື ໄວ້​ຊີວິດ​ພວກເຂົາ. ແຕ່​ເຮົາ​ຈະ​ນຳ​ເອົາ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້​ນັ້ນ​ຢ້ອນ​ກັບ​ມາ​ຕົກ​ໃສ່​ພວກເຂົາ​ເອງ”.

ແລ້ວ​ຊາຍ​ທີ່​ນຸ່ງ​ຫົ່ມ​ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ເຊິ່ງ​ມີ​ຫີບ​ເຄື່ອງ​ຂຽນ​ຢູ່​ຂ້າງ​ກາຍ​ນັ້ນ​ກໍ​ກັບ​ມາ​ຕອບ​ລາຍ​ງານ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ຮຽບຮ້ອຍ​ແລ້ວ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.