Biblica® Open Lao Contemporary Version
ອົບພະຍົບ 28
ເຄື່ອງແຕ່ງກາຍຂອງປະໂລຫິດ
“ຈົ່ງໃຫ້ອາໂຣນອ້າຍຂອງເຈົ້ານຳເອົາຄົນໃນທ່າມກາງຊາວອິດສະຣາເອນ, ພ້ອມກັບບັນດາລູກຊາຍຂອງລາວຄື: ນາດາບກັບອາບີຮູ ແລະ ເອເລອາຊາກັບອີທາມາ, ເພື່ອພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດ. ຈົ່ງເຮັດເຄື່ອງແຕ່ງກາຍສັກສິດໃຫ້ແກ່ອາໂຣນອ້າຍຂອງເຈົ້າ ເພື່ອໃຫ້ລາວສະຫງ່າງາມ ແລະ ສົມກຽດ. ຈົ່ງບອກຊ່າງຜູ້ຊຳນານທຸກຄົນຜູ້ທີ່ເຮົາໄດ້ໃຫ້ສະຕິປັນຍາໃນເລື່ອງນີ້ວ່າພວກເຂົາຈະຕ້ອງເຮັດເຄື່ອງແຕ່ງກາຍໃຫ້ແກ່ອາໂຣນ, ສຳລັບການອຸທິດຕົນຂອງລາວ, ເພື່ອລາວຈະຮັບໃຊ້ເຮົາໃນຖານະປະໂລຫິດ. ສິ່ງເຫລົ່ານີ້ແມ່ນເຄື່ອງແຕ່ງກາຍທີ່ພວກເຂົາຈະຕ້ອງເຮັດຄື: ແຜ່ນປົກເອິກ, ເສື້ອເອໂຟດ, ເສື້ອຄຸມຍາວ, ເສື້ອຊັ້ນໃນທີ່ຕ່ຳເອົາ, ຜ້າຄຽນຫົວ ແລະ ຜ້າຮັດແອວ. ຈົ່ງໃຫ້ພວກເຂົາເຮັດເຄື່ອງແຕ່ງກາຍສັກສິດເຫລົ່ານີ້ໃຫ້ອາໂຣນອ້າຍຂອງເຈົ້າ ແລະ ບັນດາລູກຊາຍຂອງລາວ, ເພື່ອພວກເຂົາຈະໄດ້ຮັບໃຊ້ເຮົາໃນຖານະປະໂລຫິດ. ຈົ່ງໃຫ້ພວກເຂົາໃຊ້ຄຳ ແລະ ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດ.
ເສື້ອເອໂຟດ
(ອພຍ 39:2-7)
“ຈົ່ງເຮັດເສື້ອເອໂຟດນີ້ດ້ວຍຄຳ ແລະ ດ້ວຍດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ໄດ້ປັກແສ່ວໂດຍສີມືຂອງຊ່າງຜູ້ຊຳນານ. ເສື້ອເອໂຟດນີ້ຕ້ອງມີຜ້າສອງຕ່ອນທີ່ຢູ່ເທິງບ່າໄຫລ່ໂຍງສອງແຈຂອງຜ້ານັ້ນ ເພື່ອມັນຈະສາມາດຜູກເຂົ້າກັນໄດ້. ຈົ່ງເຮັດສາຍຮັດແອວຢ່າງປະນີດດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວແລ້ວຫຍິບເຂົ້າກັນໃຫ້ເປັນຜືນດຽວກັບເສື້ອເອໂຟດ.
“ຈົ່ງເອົາຫີນໂກເມນສອງກ້ອນມາແລ້ວສະຫລັກຊື່ຂອງບັນດາລູກຊາຍຂອງອິດສະຣາເອນໃສ່ຫີນເຫລົ່ານັ້ນ ຕາມລຳດັບການເກີດຂອງພວກເຂົາຄື ໃຫ້ສະຫລັກຫົກຊື່ໃສ່ຫີນກ້ອນໜຶ່ງ ແລະ ອີກຫົກຊື່ທີ່ເຫລືອໃຫ້ສະຫລັກໃສ່ຫີນອີກກ້ອນໜຶ່ງ. ຈົ່ງສະຫລັກຊື່ຂອງບັນດາລູກຊາຍຂອງອິດສະຣາເອນລົງໃສ່ຫີນສອງກ້ອນນັ້ນດ້ວຍວິທີດຽວກັນກັບຊ່າງເຈຍລະໄນສະຫລັກຕາປະທັບ. ແລ້ວເຮັດຝັງຫີນສອງອັນນັ້ນໃສ່ກີ້ຄຳທີ່ມີລວດລາຍ ແລະ ຈົ່ງມັດຫີນທັງສອງນີ້ໃສ່ເທິງບ່າຂອງເສື້ອເອໂຟດ ເພື່ອເປັນຫີນທີ່ລະນຶກເຖິງບັນດາລູກຊາຍຂອງອິດສະຣາເອນ. ອາໂຣນຈະຕ້ອງແບກຊື່ຂອງພວກເຂົາໄວ້ເທິງບ່າຂອງຕົນເພື່ອເປັນທີ່ລະນຶກຕໍ່ໜ້າພຣະເຈົ້າຢາເວ. ຈົ່ງເຮັດກີ້ຄຳທີ່ມີລວດລາຍ ແລະ ຈົ່ງເຮັດໂສ້ດ້ວຍຄຳບໍລິສຸດສອງເສັ້ນກ້ຽວກັນເໝືອນເຊືອກ, ແລ້ວມັດໂສ້ນັ້ນໃສ່ກັບກີ້ຄຳ.
ແຜ່ນປົກເອິກ
(ອພຍ 39:8-21)
“ຈົ່ງເຮັດແບບແຜ່ນປົກເອິກສຳລັບການຕັດສິນໃຈໂດຍຊ່າງສີມືຜູ້ຊຳນານ. ຈົ່ງເຮັດແຜ່ນປົກເອິກນີ້ໃຫ້ຄືກັນກັບເສື້ອເອໂຟດຄື: ເຮັດດ້ວຍຄຳ ແລະ ດ້ວຍດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ. ແຜ່ນປົກເອິກນີ້ຈະເປັນຜ້າສີ່ຫລ່ຽມມົນທົນ ຍາວໜຶ່ງຄືບ, ກວ້າງໜຶ່ງຄືບ1 ແລະ ພັບສອງທົບ. ແລ້ວຝັງອັນຍະມະນີໃສ່ສີ່ແຖວເທິງແຜ່ນປົກເອິກນັ້ນ. ແຖວທຳອິດຈະຕ້ອງຝັງທັບທິມ, ບຸດສະລາຄຳ ແລະ ນິນ; ແຖວທີສອງຈະຕ້ອງຝັງພອຍສີແດງສົ້ມ, ແກ້ວໄພທູນ ແລະ ມໍລະກົດ; ແຖວທີສາມຈະຕ້ອງຝັງພອຍສີມ່ວງ, ໂມຣາ ແລະ ເພທາຍສີມ່ວງ; ແຖວທີສີ່ຈະຕ້ອງຝັງບຸດສະລາຄຳ, ຫີນໂກເມນ ແລະ ມະນີໂຊດ.2 ຈົ່ງຝັງອັນຍະມະນີເຫລົ່ານີ້ໄວ້ໃນກີ້ຄຳທີ່ມີລວດລາຍ. ຫີນສິບສອງກ້ອນນີ້ ແຕ່ລະກ້ອນແມ່ນໃຫ້ສະຫລັກຊື່ຂອງລູກຊາຍແຕ່ລະຄົນຂອງອິດສະຣາເອນ, ແຕ່ລະກ້ອນໃຫ້ສະຫລັກຊື່ຂອງເຜົ່າໜຶ່ງໃນສິບສອງເຜົ່າເໝືອນຕາປະທັບ.
“ສຳລັບແຜ່ນປົກເອິກ ຈົ່ງເຮັດສາຍໂສ້ກ້ຽວກັນດ້ວຍຄຳບໍລິສຸດທີ່ມີລັກສະນະຄືກັບເຊືອກ. ຈົ່ງເຮັດບ້ວງຄຳສອງອັນສຳລັບແຜ່ນປົກເອິກແລ້ວເອົາໂສ້ກ້ຽວກັນນັ້ນມັດໃສ່ທັງສອງແຈຂອງແຜ່ນປົກເອິກ. ຈົ່ງມັດໂສ້ຄຳທັງສອງເສັ້ນເຂົ້າກັບບ້ວງທີ່ຢູ່ແຈຂອງແຜ່ນປົກເອິກ, ແລະ ອີກສົ້ນອື່ນຂອງສາຍໂສ້ໃສ່ເຮືອນທັງສອງອັນ, ແລ້ວຕິດເຂົ້າກັບແຖບບ່າທັງສອງຂອງເສື້ອເອໂຟດທີ່ດ້ານໜ້າ. ຈົ່ງເຮັດບ້ວງຄຳສອງບ້ວງແລ້ວຕິດໃສ່ອີກສອງແຈຂອງແຜ່ນປົກເອິກທີ່ຂອບດ້ານໃນໃກ້ກັບເສື້ອເອໂຟດ. ຈົ່ງເຮັດບ້ວງຄຳອີກສອງບ້ວງຕິດໃສ່ປາຍລຸ່ມຂອງແຖບບ່າຢູ່ດ້ານໜ້າຂອງເສື້ອເອໂຟດ ໃກ້ກັບຮອຍຕໍ່ທີ່ຢູ່ເທິງສາຍຮັດແອວຂອງເສື້ອເອໂຟດ. ບ້ວງຂອງແຜ່ນປົກເອິກຈະຕ້ອງມັດເຂົ້າກັບບ້ວງຂອງເສື້ອເອໂຟດດ້ວຍດ້າຍສີຟ້າ, ໂດຍເຊື່ອມຕໍ່ກັບສາຍຮັດແອວ, ເພື່ອວ່າແຜ່ນປົກເອິກຈະບໍ່ຫລຸດອອກຈາກເສື້ອເອໂຟດ.
“ເມື່ອໃດກໍຕາມທີ່ອາໂຣນເຂົ້າໄປໃນສະຖານທີ່ສັກສິດ, ເພິ່ນຈະແບກຊື່ຂອງບັນດາລູກຊາຍຂອງອິດສະຣາເອນແນບຫົວໃຈຂອງເພິ່ນເທິງແຜ່ນປົກເອິກແຫ່ງການຕັດສິນ ເພື່ອເປັນທີ່ລະນຶກສະເໝີຕໍ່ໜ້າພຣະເຈົ້າຢາເວ. ຈົ່ງສອດອູຣິມ ແລະ ທຸມມິມໄວ້ໃນແຜ່ນປົກເອິກ, ເພື່ອສອງສິ່ງນີ້ຈະຢູ່ເໜືອຫົວໃຈຂອງອາໂຣນໃນເວລາທີ່ລາວເຂົ້າພົບພຣະເຈົ້າຢາເວ. ດັ່ງນັ້ນ ອາໂຣນຈະແບກວິທີຂອງການຕັດສິນສຳລັບຊາວອິດສະຣາເອນຢູ່ເໜືອຫົວໃຈຂອງຕົນສະເໝີຕໍ່ໜ້າພຣະເຈົ້າຢາເວ.
ເຄື່ອງແຕ່ງກາຍອື່ນໆສຳລັບປະໂລຫິດ
(ອພຍ 39:22-31)
“ຈົ່ງເຮັດເສື້ອຄຸມຍາວໃຫ້ເຂົ້າກັບເອໂຟດດ້ວຍຜ້າສີຟ້າລ້ວນ, ໂດຍໃຫ້ມີປ່ອງຢູ່ທາງກາງຂອງເສື້ອຄຸມຍາວສຳລັບສວມເຂົ້າທາງຫົວ. ຕ້ອງມີຂອບທີ່ປັກແສ່ວເໝືອນປອກຄໍ3ອ້ອມປ່ອງນັ້ນ, ເພື່ອບໍ່ໃຫ້ເສື້ອຂາດ. ຈົ່ງແສ່ວຮູບໝາກພິລາດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມໄວ້ອ້ອມຕີນຂອງເສື້ອຄຸມຍາວ ຈົ່ງຕິດກະດິງຄຳລະຫວ່າງກາງຮູບໝາກພິລາ. ກະດິງຄຳ ແລະ ໝາກພິລາຈະຢູ່ສະຫລັບກັນອ້ອມຕີນຂອງເສື້ອຄຸມຍາວ. ອາໂຣນຕ້ອງໃສ່ເສື້ອຄຸມຍາວນີ້ເມື່ອລາວເຂົ້າໄປປະຕິບັດໜ້າທີ່. ເມື່ອລາວເຂົ້າໄປໃນສະຖານທີ່ສັກສິດຕໍ່ໜ້າພຣະເຈົ້າຢາເວ ແລະ ເມື່ອລາວອອກມາ, ຈະໄດ້ຍິນສຽງຂອງກະດິງ, ເພື່ອວ່າລາວຈະບໍ່ຕາຍ.
“ຈົ່ງເຮັດແຜ່ນຄຳບໍລິສຸດ ແລະ ສະຫລັກເທິງແຜ່ນຄຳນັ້ນເໝືອນກັບຕາປະທັບວ່າ:
‘ບໍລິສຸດແກ່ພຣະເຈົ້າຢາເວ’.
ຈົ່ງມັດດ້າຍສີຟ້າໃສ່ກັບແຜ່ນຄຳນັ້ນເພື່ອແນບເຂົ້າໃສ່ກັບຜ້າຄຽນຫົວ. ແຜ່ນຄຳນີ້ຈະຕ້ອງຢູ່ດ້ານໜ້າຂອງຜ້າຄຽນຫົວ. ແຜ່ນຄຳນີ້ຈະຢູ່ເທິງໜ້າຜາກຂອງອາໂຣນ ແລະ ລາວຈະແບກຄວາມຜິດທີ່ກ່ຽວຂ້ອງກັບເຄື່ອງບູຊາສັກສິດທີ່ຊາວອິດສະຣາເອນນຳມາຖວາຍ, ບໍ່ວ່າເຄື່ອງຖວາຍຂອງພວກເຂົາຈະເປັນອັນໃດກໍຕາມ. ແຜ່ນຄຳນີ້ຈະຢູ່ເທິງໜ້າຜາກຂອງອາໂຣນສະເໝີ ເພື່ອວ່າພຣະເຈົ້າຢາເວຈະຍອມຮັບຊາວອິດສະຣາເອນ.
“ຈົ່ງຕໍ່າເສື້ອຊັ້ນໃນດ້ວຍຜ້າຝ້າຍລິນິນເນື້ອລະອຽດ ແລະ ເຮັດຜ້າຄຽນຫົວດ້ວຍຜ້າຝ້າຍລິນິນເນື້ອລະອຽດ. ຜ້າຮັດແອວຈະຕ້ອງປັກແສ່ວດ້ວຍຊ່າງປັກແສ່ວ. ຈົ່ງເຮັດເສື້ອຊັ້ນໃນ, ຜ້າຮັດແອວ ແລະ ໝວກສຳລັບບັນດາລູກຊາຍຂອງອາໂຣນເພື່ອໃຫ້ພວກເຂົາສະຫງ່າງາມ ແລະ ສົມກຽດ. ຫລັງຈາກທີ່ເຈົ້າໄດ້ສວມເຄື່ອງແຕ່ງກາຍເຫລົ່ານີ້ໃຫ້ອາໂຣນອ້າຍຂອງເຈົ້າ ແລະ ບັນດາລູກຊາຍຂອງລາວແລ້ວ, ຈົ່ງເຈີມ ແລະ ແຕ່ງຕັ້ງພວກເຂົາ. ຖວາຍພວກເຂົາເພື່ອພວກເຂົາຈະໄດ້ຮັບໃຊ້ເຮົາໃນຖານະປະໂລຫິດ.
“ຈົ່ງເຮັດເຄື່ອງແຕ່ງກາຍຊັ້ນໃນດ້ວຍຜ້າຝ້າຍລິນິນເພື່ອໃສ່ປົກປິດຮ່າງກາຍຕັ້ງແຕ່ແອວຈົນເຖິງຕົ້ນຂາ. ອາໂຣນ ແລະ ບັນດາລູກຊາຍຂອງລາວຈະຕ້ອງໃສ່ເຄື່ອງແຕ່ງກາຍເຫລົ່ານີ້ທຸກຄັ້ງທີ່ພວກເຂົາເຂົ້າໄປໃນເຕັນນັດພົບ ຫລື ເຂົ້າໃກ້ແທ່ນບູຊາເພື່ອບົວລະບັດຮັບໃຊ້ໃນສະຖານທີ່ສັກສິດ, ເພື່ອວ່າພວກເຂົາຈະບໍ່ມີຄວາມຜິດ ແລະ ຕາຍ.
“ນີ້ແມ່ນຂໍ້ປະຕິບັດສຳລັບອາໂຣນ ແລະ ເຊື້ອສາຍຂອງລາວຕະຫລອດໄປ.
Source notes (3)
- Footnote ຄື ປະມານ 23 ເຊັນ
- Footnote ຫີນທີ່ມີຄ່າເຫລົ່ານີ້ບໍ່ສາມາດລະບຸໄດ້ຢ່າງຊັດເຈນ
- Footnote ໃນພາສາເຮັບເຣີຄຳນີ້ມີ ຄວາມໝາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.