Skip to content
BibleKenya

Biblica® Open Lao Contemporary Version

ອົບພະຍົບ 27

ແທ່ນບູຊາ​ສຳລັບ​ເຜົາ​ເຄື່ອງ​ຖວາຍ

(ອພຍ 38:1-7)

“ຈົ່ງ​ເຮັດ​ແທ່ນບູຊາ​ດ້ວຍ​ໄມ້ກະຖິນ, ເປັນ​ຮູບ​ສີ່ຫລ່ຽມ​ສູງ 3 ສອກ, ຍາວ 5 ສອກ ແລະ ກວ້າງ 5 ສອກ.1 ຈົ່ງ​ເຮັດ​ເຂົາ​ໃສ່​ແຈ​ທັງ​ສີ່​ຂອງ​ແທ່ນ, ເພື່ອ​ໃຫ້​ເຂົາ ແລະ ແທ່ນ​ເປັນ​ເນື້ອ​ດຽວ​ກັນ, ແລ້ວ​ຈົ່ງ​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳລິດ. ຈົ່ງ​ເຮັດ​ເຄື່ອງໃຊ້​ທຸກ​ຢ່າງ​ຂອງ​ແທ່ນບູຊາ​ດ້ວຍ​ທອງສຳລິດ​ຄື ໝໍ້​ສຳລັບ​ຍ້າຍ​ຂີ້ເຖົ່າ​ອອກ, ຊ້ວນ, ຊາມ​ສຳລັບ​ຊິດ​ເລືອດ, ສ້ອມ​ສຳລັບ​ສຽບ​ຊີ້ນ ແລະ ຖາດ​ຮອງ​ໄຟ. ຈົ່ງ​ເຮັດ​ຕາໜ່າງ​ສຳລັບ​ແທ່ນບູຊາ, ເຮັດ​ຕາຂ່າຍ​ທອງສຳລິດ ແລະ ເຮັດ​ບ້ວງ​ໂລຫະ​ຕິດ​ໄວ້​ແຈ​ທັງ​ສີ່​ຂອງ​ຕາຂ່າຍ​ນັ້ນ. ຈົ່ງ​ວາງ​ຕາຂ່າຍ​ນີ້​ໃຫ້​ຢູ່​ລຸ່ມ​ຂອບ​ຂອງ​ແທ່ນບູຊາ ເພື່ອວ່າ​ຕາຂ່າຍ​ຈະ​ຢູ່​ລະດັບ​ກາງ​ແທ່ນບູຊາ. ຈົ່ງ​ເຮັດ​ຄານຫາມ​ດ້ວຍ​ໄມ້ກະຖິນ​ສຳລັບ​ແທ່ນບູຊາ ແລະ ໂອບ​ຄານ​ນັ້ນ​ດ້ວຍ​ທອງສຳລິດ. ໃຫ້​ສອດ​ຄານຫາມ​ໃສ່​ໃນ​ບ້ວງ ເພື່ອ​ຄານຫາມ​ຈະ​ຢູ່​ທັງ​ສອງ​ຂ້າງ​ຂອງ​ແທ່ນບູຊາ​ເມື່ອ​ຫາມ​ແທ່ນ​ນັ້ນ. ຈົ່ງ​ເຮັດ​ແທ່ນບູຊາ​ດ້ວຍ​ໄມ້ກະດານ ເຮັດ​ໃຫ້​ໂຄ່ງ​ທາງໃນ. ແທ່ນບູຊາ​ນີ້​ແມ່ນ​ເຮັດ​ຕາມ​ແບບ​ທີ່​ເຮົາ​ໄດ້​ສະແດງ​ແກ່​ເຈົ້າ​ຢູ່​ເທິງ​ພູເຂົາ​ນັ້ນ.

ເດີ່ນ​ຂອງ​ຫໍເຕັນ

(ອພຍ 38:9-20)

“ຈົ່ງ​ເຮັດ​ເດີ່ນ​ສຳລັບ​ຫໍເຕັນ. ດ້ານ​ໃຕ້​ຈະ​ຕ້ອງ​ຍາວ 100 ສອກ2 ແລະ ໃຫ້​ໃສ່​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ປັກແສ່ວ​ຢ່າງ​ມີ​ລວດລາຍ, ພ້ອມ​ກັບ​ເຮັດ​ເສົາ​ຊາວ​ຕົ້ນ ແລະ ຖານ​ຮອງຮັບ​ທີ່​ເຮັດ​ດ້ວຍ​ທອງສຳລິດ​ຊາວ​ຖານ ແລະ ຂໍເກາະ​ເງິນ​ພ້ອມ​ທັງ​ຮາວ​ຜ້າກັ້ງ​ມັດ​ໃສ່​ເສົາ​ເຫລົ່ານັ້ນ. ທາງ​ດ້ານ​ທິດເໜືອ​ກໍ​ເໝືອນ​ກັນ​ໃຫ້​ມີ​ຜ້າກັ້ງ​ຍາວ 100 ສອກ, ພ້ອມ​ກັບ​ມີ​ເສົາ​ຊາວ​ຕົ້ນ ແລະ ຖານ​ຮອງຮັບ​ທີ່​ເຮັດ​ດ້ວຍ​ທອງສຳລິດ​ຊາວ​ຖານ ແລະ ໃຫ້​ມີ​ຂໍເກາະ​ເງິນ​ພ້ອມ​ທັງ​ຮາວ​ຜ້າກັ້ງ​ມັດ​ໃສ່​ເສົາ​ເຫລົ່ານັ້ນ.

“ທາງ​ດ້ານ​ທິດຕາເວັນຕົກ​ສຸດ​ຂອງ​ເດີ່ນ​ຈະ​ຕ້ອງ​ກວ້າງ 50 ສອກ3 ແລະ ມີ​ຜ້າກັ້ງ, ພ້ອມ​ກັບ​ເສົາ​ສິບ​ຕົ້ນ ແລະ ມີ​ຖານຮອງຮັບ​ສິບ​ຖານ. ທາງ​ດ້ານ​ທິດຕາເວັນອອກ​ສຸດ, ໄປ​ຫາ​ທາງ​ຕາເວັນ​ຂຶ້ນ, ເດີ່ນ​ຈະ​ຕ້ອງ​ກວ້າງ 50 ສອກ​ເໝືອນ​ກັນ. ມີ​ຜ້າກັ້ງ​ຍາວ 15 ສອກ4​ຢູ່​ດ້ານ​ໜຶ່ງ​ຂອງ​ທາງ​ເຂົ້າ ພ້ອມ​ກັບ​ເສົາ​ສາມ​ຕົ້ນ ແລະ ຖານ​ຮອງຮັບ​ສາມ​ຖານ, ແລະ ອີກ​ມີ​ຜ້າກັ້ງ​ຍາວ 15 ສອກ​ຢູ່​ອີກ​ດ້ານ​ອື່ນ ພ້ອມ​ກັບ​ເສົາ​ສາມ​ຕົ້ນ ແລະ ຖານ​ຮອງຮັບ​ສາມ​ຖານ.

“ສຳລັບ​ທາງເຂົ້າ​ໄປ​ຫາ​ເດີ່ນ​ຫໍເຕັນ​ນັ້ນ, ຈະ​ຕ້ອງ​ຈັດຫາ​ຜ້າກັ້ງ​ຍາວ 20 ສອກ5 ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ໄດ້​ປັກແສ່ວ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ​ໂດຍ​ສີມື​ຂອງ​ນັກປັກແສ່ວ ພ້ອມ​ກັບ​ເສົາ​ສີ່​ຕົ້ນ ແລະ ຖານ​ຮອງຮັບ​ສີ່​ຖານ. ເສົາ​ທຸກ​ຕົ້ນ​ທີ່​ອ້ອມ​ເດີ່ນ​ຫໍເຕັນ​ຈະ​ຕ້ອງ​ມີ​ຂໍເກາະ ແລະ ຮາວ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ເງິນ ແລະ ມີ​ຖານ​ຮອງຮັບ​ທີ່​ເຮັດ​ດ້ວຍ​ທອງສຳລິດ. ເດີ່ນ​ຈະ​ຕ້ອງ​ມີ​ຄວາມຍາວ 100 ສອກ ແລະ ຄວາມກວ້າງ 50 ສອກ6, ພ້ອມ​ກັບ​ຜ້າກັ້ງ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ໄດ້​ປັກແສ່ວ​ຢ່າງ​ມີ​ລວດລາຍ ເຊິ່ງ​ມີ​ລວງສູງ 5 ສອກ7 ແລະ ພ້ອມ​ກັບ​ຖານ​ຮອງຮັບ​ທີ່​ເຮັດ​ດ້ວຍ​ທອງສຳລິດ. ບັນດາ​ເຄື່ອງໃຊ້​ອື່ນໆ​ທັງໝົດ​ທີ່​ໃຊ້​ໃນ​ການ​ບົວລະບັດ​ຫໍເຕັນ​ນັ້ນ, ບໍ່​ວ່າ​ເຄື່ອງໃຊ້​ນັ້ນ​ນຳໃຊ້​ເຂົ້າ​ໃນ​ໜ້າທີ່​ໃດ​ກໍ​ຕາມ, ລວມ​ທັງ​ຫລັກປັກເຕັນ​ທັງໝົດ​ສຳລັບ​ຫໍເຕັນ​ນັ້ນ ແລະ ເຄື່ອງໃຊ້​ສຳລັບ​ເດີ່ນ​ກໍ​ຈະ​ຕ້ອງ​ເຮັດ​ດ້ວຍ​ທອງສຳລິດ.

ນ້ຳມັນ​ສຳລັບ​ຫລັກຕະກຽງ

(ລລວ 24:1-3)

“ຈົ່ງ​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ນຳເອົາ​ນ້ຳມັນ​ໃສ​ທີ່​ບີບ​ຈາກ​ໝາກກອກ​ມາ​ໃຫ້​ເຈົ້າ​ສຳລັບ​ໃຊ້​ໄຕ້​ຕະກຽງ ເພື່ອ​ວ່າ​ຕະກຽງ​ຈະ​ໄດ້​ລຸກ​ຢູ່​ຕະຫລອດ​ເວລາ. ໃນ​ເຕັນນັດພົບ​ນັ້ນ, ຢູ່​ນອກ​ຜ້າກັ້ງ​ທີ່​ບັງ​ຫີບ​ພັນທະສັນຍາ, ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ເພິ່ນ​ຈະ​ຕ້ອງ​ຮັກສາ​ຕະກຽງ​ໃຫ້​ໄຟ​ລຸກ​ຢູ່​ຕະຫລອດ​ຕໍ່ໜ້າ​ພຣະເຈົ້າຢາເວ ຕັ້ງແຕ່​ຕອນແລງ​ຈົນ​ຮອດ​ຕອນເຊົ້າ. ນີ້​ແມ່ນ​ຂໍ້ປະຕິບັດ​ຖາວອນ​ໃນ​ທ່າມກາງ​ຊາວ​ອິດສະຣາເອນ​ສຶບ​ໄປ​ທຸກ​ຊົ່ວ​ອາຍຸ.

Source notes (7)
  1. Footnote ຄື ກວ້າງ ແລະ ຍາວ​ປະມານ​ດ້ານ​ລະ 2,3 ແມັດ ສູງ​ປະມານ 1,4 ແມັດ
  2. Footnote ຄື ຍາວ​ປະມານ 45 ແມັດ ເຊັ່ນດຽວກັນ​ກັບ​ຂໍ້ 11
  3. Footnote ຄື ກວ້າງ​ປະມານ 23 ແມັດ ເຊັ່ນດຽວກັນ​ກັບ​ຂໍ້ 13
  4. Footnote ຄື ກວ້າງ​ປະມານ 6,8 ແມັດ ເຊັ່ນດຽວກັນ​ກັບ​ຂໍ້ 15
  5. Footnote ຄື ຍາວ​ປະມານ 9 ແມັດ
  6. Footnote ຄື ຍາວ​ປະມານ 45 ແມັດ ແລະ ກວ້າງ​ປະມານ 23 ແມັດ
  7. Footnote ຄື ສູງ​ປະມານ 2,3 ແມັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.