Biblica® Open Lao Contemporary Version
ພຣະບັນຍັດສອງ 34
ໂມເຊຕາຍ
ແລ້ວຈາກທົ່ງພຽງໂມອາບ ໂມເຊກໍໄດ້ປີນຂຶ້ນໄປເທິງພູເຂົາເນໂບຈົນໄປເຖິງຈອມພູເຂົາປີສະກາ, ເຊິ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ. ທີ່ນັ້ນພຣະເຈົ້າຢາເວໄດ້ສະແດງດິນແດນທັງໝົດໃຫ້ເພິ່ນເຫັນຄື: ຈາກກີເລອາດຈົນຮອດດານ, ເຂດແດນທັງໝົດຂອງເນັບທາລີ, ເຂດແດນຂອງເອຟຣາອິມ ແລະ ມານາເຊ, ເຂດແດນທັງໝົດຂອງຢູດາໄກອອກໄປຈົນຮອດທະເລເມດີແຕຣາເນ, ເນເກັບ ແລະ ຂອບເຂດທັງໝົດ ຈາກຮ່ອມພູເຢຣິໂກ, ເມືອງແຫ່ງຕົ້ນປາມ, ຈົນຮອດໂຊອາ. ແລ້ວພຣະເຈົ້າຢາເວເວົ້າກັບເພິ່ນວ່າ, “ນີ້ຄືດິນແດນທີ່ເຮົາສັນຍາດ້ວຍຄຳປະຕິຍານໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ ເມື່ອເຮົາກ່າວວ່າ, ‘ເຮົາຈະຍົກດິນແດນນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ’. ເຮົາໄດ້ໃຫ້ເຈົ້າເຫັນດ້ວຍຕາຂອງເຈົ້າແລ້ວ, ແຕ່ເຈົ້າຈະບໍ່ໄດ້ຂ້າມໄປໃນດິນແດນນັ້ນ”.
ແລະ ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວກໍໄດ້ຕາຍໄປຢູ່ທີ່ນັ້ນໃນໂມອາບ, ຕາມທີ່ພຣະເຈົ້າຢາເວໄດ້ເວົ້າໄວ້. ພຣະອົງໄດ້ຝັງເພິ່ນ1ໄວ້ໃນຮ່ອມພູທີ່ຢູ່ກົງກັນຂ້າມກັບເບັດເປອໍໃນໂມອາບ, ແຕ່ບໍ່ມີຜູ້ໃດຮູ້ຂຸມຝັງສົບຂອງເພິ່ນຈົນເຖິງທຸກວັນນີ້. ໂມເຊໄດ້ຕາຍໄປເມື່ອເພິ່ນມີອາຍຸໄດ້ 120 ປີ, ສາຍຕາຂອງເພິ່ນຍັງດີ ແລະ ເຫື່ອແຮງຂອງເພິ່ນບໍ່ໄດ້ຊຸດໂຊມລົງເລີຍ. ປະຊາຊົນອິດສະຣາເອນໄດ້ໄວ້ທຸກໃຫ້ໂມເຊເປັນເວລາສາມສິບວັນໃນທົ່ງພຽງໂມອາບ ຈົນເຖິງເວລາແຫ່ງການຮ້ອງໄຫ້ໄວ້ທຸກຈົບລົງ.
ບັດນີ້ ໂຢຊວຍລູກຊາຍຂອງນູນກໍເຕັມດ້ວຍວິນຍານ2ແຫ່ງສະຕິປັນຍາ ເພາະໂມເຊໄດ້ວາງມືຂອງຕົນໃສ່ເພິ່ນ. ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງຟັງຄວາມເພິ່ນ ແລະ ເຮັດສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
ຕັ້ງແຕ່ນັ້ນມາ, ບໍ່ມີຜູ້ທຳນວາຍຄົນໃດທີ່ໄດ້ຖືກຍົກຂຶ້ນໃນອິດສະຣາເອນເປັນເໝືອນໂມເຊ, ຜູ້ທີ່ພຣະເຈົ້າຢາເວຮູ້ຈັກໜ້າຕໍ່ໜ້າ, ຜູ້ທີ່ໄດ້ເຮັດໝາຍສຳຄັນ ແລະ ການອັດສະຈັນທັງຫລາຍທີ່ພຣະເຈົ້າຢາເວໄດ້ໃຊ້ເພິ່ນໄປເຮັດກັບຟາໂຣໃນເອຢິບ ແລະ ເຮັດກັບຂ້າລາຊະການ ແລະ ເຮັດກັບດິນແດນທັງໝົດຂອງເພິ່ນ. ເພາະບໍ່ເຄີຍມີຜູ້ໃດສະແດງອຳນາດຍິ່ງໃຫຍ່ ຫລື ສະແດງການກະທຳອັນໜ້າຢ້ານກົວດັ່ງທີ່ໂມເຊໄດ້ກະທຳໃນສາຍຕາຂອງຊາວອິດສະຣາເອນທັງໝົດ.
Source notes (2)
- Footnote ຫລື ເພິ່ນຖືກຝັງໄວ້
- Footnote ຫລື ພຣະວິນຍານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.