Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 33

ໂມເຊ​ອວຍພອນ​ເຜົ່າ​ຕ່າງໆ

(ປຖກ 49:1-28)

ນີ້​ແມ່ນ​ຄຳ​ອວຍພອນ​ທີ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ​ໄດ້​ປະກາດ​ແກ່​ຊາວ​ອິດສະຣາເອນ​ກ່ອນ​ທີ່​ເພິ່ນ​ຈະ​ຕາຍ. ເພິ່ນ​ກ່າວ​ວ່າ:

“ພຣະເຈົ້າຢາເວ​ໄດ້​ມາ​ຈາກ​ພູເຂົາ​ຊີນາຍ ແລະ

ແລະ ໄດ້​ສ່ອງແສງ​ອາລຸນ​ເໜືອ​ພວກເຂົາ​ຈາກ​ເສອີ;

ພຣະອົງ​ໄດ​ສ່ອງ​ສະຫວ່າງ​ອອກ​ມາ​ຈາກ​ພູ​ປາຣານ.

ພຣະອົງ​ໄດ້​ມາ​ພ້ອມ​ກັບ1​ຜູ້​ບໍລິສຸດ​ຈຳນວນ​ຫລວງຫລາຍ

ຈາກ​ທິດໃຕ້, ຈາກ​ເນີນພູ2​ຂອງ​ພຣະອົງ.

ແນ່ນອນ ພຣະອົງ​ຮັກ​ປະຊາຊົນ;

ຊີວິດ​ຂອງ​ຜູ້​ບໍລິສຸດ​ທັງໝົດ​ຢູ່​ໃນ​ມື​ຂອງ​ພຣະອົງ.

ພວກເຂົາ​ກາບ​ລົງ​ທີ່​ຕີນ​ຂອງ​ພຣະອົງ

ແລະ ຮັບ​ການ​ສັ່ງສອນ​ຈາກ​ພຣະອົງ,

ຄື​ກົດບັນຍັດ​ທີ່​ໂມເຊ​ໃຫ້​ແກ່​ພວກເຮົາ,

ໃຫ້​ເປັນ​ກຳມະສິດ​ຂອງ​ຊຸມຊົນ​ຂອງ​ຢາໂຄບ.

ພຣະອົງ​ເປັນ​ກະສັດ​ເໜືອ​ເຢຊູຣຸນ3

ເມື່ອ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ມາ​ຊຸມນຸມ​ກັນ

ຮ່ວມ​ກັບ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ.

“ຂໍ​ໃຫ້​ຣູເບັນ​ມີ​ຊີວິດ​ຢູ່ ແລະ ບໍ່​ຕາຍ,

ຫລື ຢ່າ​ໃຫ້4​ຄົນ​ຂອງ​ລາວ​ມີ​ໜ້ອຍ”.

ແລະ ນີ້​ແມ່ນ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ​ເຖິງ​ຢູດາ​ວ່າ:

“ພຣະເຈົ້າຢາເວ, ຂໍ​ຟັງ​ສຽງຮ້ອງ​ຂອງ​ຢູດາ;

ຂໍ​ນຳ​ລາວ​ມາ​ຫາ​ປະຊາຊົນ​ຂອງ​ລາວ.

ລາວ​ຕໍ່ສູ້​ຜ່ານຜ່າ​ດ້ວຍ​ມື​ຂອງ​ລາວ​ເອງ.

ຂໍ​ຊ່ວຍ​ຢູດາ​ຕໍ່ສູ້​ກັບ​ສັດຕູ​ຂອງ​ລາວ​ດ້ວຍ!”

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ເລວີ​ວ່າ:

“ອູຮິມ ແລະ ທູມມິມ​ຂອງ​ພຣະອົງ

ຂໍ​ໃຫ້​ຢູ່​ກັບ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ.

ພຣະອົງ​ໄດ້​ທົດສອບ​ລາວ​ຢູ່​ທີ່​ມັດສາ;

ພຣະອົງ​ຕໍ່ສູ້​ກັບ​ລາວ​ຢູ່​ທີ່​ແມ່ນ້ຳ​ເມຣີບາ.

ລາວ​ກ່າວ​ເຖິງ​ພໍ່​ແມ່​ຂອງ​ຕົນ​ວ່າ,

‘ຂ້າພະເຈົ້າ​ບໍ່​ເຫັນ​ແກ່​ໜ້າ​ພວກເຂົາ’.

ລາວ​ບໍ່​ເຫັນ​ແກ່​ພີ່ນ້ອງ​ຂອງ​ຕົນ

ຫລື ບໍ່​ເຫັນ​ແກ່​ລູກຫລານ​ຂອງ​ຕົນ​ເອງ,

ແຕ່​ລາວ​ເອົາໃຈໃສ່​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ

ແລະ ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ.

ລາວ​ຈະ​ສອນ​ຄຳ​ສັ່ງສອນ​ຂອງ​ພຣະອົງ​ແກ່​ຢາໂຄບ

ແລະ ສອນ​ກົດບັນຍັດ​ຂອງ​ພຣະອົງ​ແກ່​ອິດສະຣາເອນ.

ລາວ​ຖວາຍ​ເຄື່ອງ​ຫອມ​ຕໍ່ໜ້າ​ພຣະອົງ

ແລະ ຖວາຍ​ເຄື່ອງເຜົາບູຊາ​ທັງໝົດ​ເທິງ​ແທ່ນບູຊາ​ຂອງ​ພຣະອົງ.

ພຣະເຈົ້າຢາເວ, ຂໍ​ອວຍພອນ​ຄວາມ​ຊຳນານ​ທັງໝົດ​ຂອງ​ລາວ

ແລະ ພໍໃຈ​ວຽກງານ​ທີ່​ລາວ​ໄດ້​ເຮັດ​ດ້ວຍ.

ຂໍ​ໃຫ້​ຟາດ​ບັນດາ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່ສູ້​ລາວ,

ສັດຕູ​ຂອງ​ລາວ​ຈົນ​ລຸກ​ຂຶ້ນ​ບໍ່​ໄດ້​ອີກ​ຕໍ່ໄປ”.

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ເບັນຢາມິນ​ວ່າ:

“ຂໍ​ໃຫ້​ຜູ້​ທີ່​ພຣະເຈົ້າຢາເວ​ຮັກ​ພັກສະຫງົບ​ໃນ​ພຣະອົງ​ຢ່າງ​ປອດໄພ,

ເພາະ​ພຣະອົງ​ເປັນ​ໂລ່​ປົກປ້ອງ​ລາວ​ທຸກ​ວັນ,

ແລະ ໃຫ້​ຜູ້​ທີ່​ພຣະອົງ​ຮັກ​ພັກສະຫງົບ​ຢູ່​ແນບ​ບ່າ​ຂອງ​ພຣະອົງ”.

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ໂຢເຊັບ​ວ່າ:

“ຂໍ​ພຣະເຈົ້າຢາເວ​ອວຍພອນ​ດິນແດນ​ຂອງ​ລາວ

ດ້ວຍ​ນ້ຳໝອກ​ທີ່​ລ້ຳເລີດ​ຈາກ​ສະຫວັນ​ເບື້ອງ​ເທິງ

ແລະ ດ້ວຍ​ນ້ຳ​ເລິກ​ເບື້ອງ​ລຸ່ມ;

ດ້ວຍ​ຜົນຜະລິດ​ທີ່​ດີເລີດ​ຈາກ​ແສງຕາເວັນ

ແລະ ດ້ວຍ​ຜົນຜະລິດ​ທີ່​ດີທີ່ສຸດ​ຈາກ​ດວງ​ຕາເວັນ;

ດ້ວຍ​ຂອງຂັວນ​ອັນ​ລ້ຳເລີດ​ຈາກ​ພູເຂົາ​ດຶກດຳບັນ

ແລະ ຄວາມ​ອຸດົມ​ສົມບູນ​ຈາກ​ເນີນພູ​ອັນ​ຖາວອນ;

ດ້ວຍ​ຂອງຂັວນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນໂລກ ແລະ ຄວາມ​ອຸດົມສົມບູນ​ຈາກ​ພື້ນດິນ

ແລະ ດ້ວຍ​ຄວາມ​ກະລຸນາ​ຂອງ​ພຣະອົງ​ຜູ້​ສິຖິດ​ຢູ່​ໃນ​ພຸ່ມໄມ້​ທີ່​ລຸກ​ເປັນ​ໄຟ.

ຂໍ​ໃຫ້​ພອນ​ທັງໝົດ​ເຫລົ່ານີ້​ມາ​ເໜືອ​ຫົວ​ຂອງ​ໂຢເຊັບ,

ມາ​ເໜືອ​ໜ້າຜາກ​ຂອງ​ເຈົ້າ​ຜູ້​ເປັນ​ນາຍ​ໃນ​ທ່າມກາງ​ອ້າຍນ້ອງ​ຂອງ​ລາວ.5

ລາວ​ສະຫງ່າງາມ​ເໝືອນ​ດັ່ງ​ງົວ​ເຖິກ​ຫົວ​ປີ;

ເຂົາສັດ​ຂອງ​ລາວ​ຄື​ກັບ​ເຂົາ​ຂອງ​ງົວປ່າ.

ລາວ​ຈະ​ຂວິດ​ປະຊາຊາດ​ທັງຫລາຍ​ດ້ວຍ​ເຂົາສັດ​ເຫລົ່ານັ້ນ,

ແມ່ນ​ແຕ່​ບັນດາ​ປະຊາຊາດ​ທີ່​ຢູ່​ສຸດປາຍ​ແຜ່ນດິນໂລກ.

ນີ້​ຄື​ຊາວ​ເອຟຣາອິມ​ເປັນ​ຈຳນວນ​ສິບ​ພັນ​ຄົນ;

ແລະ ຊາວ​ມານາເຊ​ເປັນ​ຈຳນວນ​ຫລາຍ​ພັນ​ຄົນ”.

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ເຊບູໂລນ​ວ່າ:

“ຈົ່ງ​ຊື່ນຊົມຍິນດີ, ເຊບູໂລນ, ເມື່ອ​ເຈົ້າ​ອອກ​ໄປ,

ແລະ ເຈົ້າ, ອິດຊາຄາ, ຈົ່ງ​ຍິນດີ​ຢູ່​ໃນ​ເຕັນ​ຂອງ​ເຈົ້າ.

ພວກເຂົາ​ຈະ​ເອີ້ນ​ປະຊາຊົນ​ມາ​ຊຸມນຸມ​ກັນຢູ່​ທີ່​ພູເຂົາ​ນັ້ນ

ແລະ ຖວາຍ​ເຄື່ອງບູຊາ​ແຫ່ງ​ຄວາມ​ຊອບທຳ​ຢູ່​ທີ່​ນັ້ນ;

ພວກເຂົາ​ຈະ​ສະເຫລີມສະຫລອງ​ຄວາມ​ອຸດົມສົມບູນ​ແຫ່ງ​ທະເລ,

ພ້ອມ​ທັງ​ຊັບສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ຫາດ​ຊາຍ”.

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ກາດ​ວ່າ:

“ສັນລະເສີນ​ພຣະອົງ​ຜູ້​ຂະຫຍາຍ​ອານາຈັກ​ຂອງ​ກາດ!

ກາດ​ມີ​ຊີວິດ​ຢູ່​ທີ່​ນັ້ນ​ເໝືອນດັ່ງ​ສິງ,

ເຊິ່ງ​ສາມາດ​ຈີກ​ທັງ​ແຂນ ຫລື ຫົວ​ໄດ້.

ລາວ​ເລືອກ​ດິນແດນ​ທີ່​ດີ​ທີ່ສຸດ​ໄວ້​ເປັນ​ຂອງ​ຕົນ​ເອງ;

ສ່ວນ​ທີ່​ເປັນ​ຂອງ​ຜູ້ນຳ​ຖືກ​ສະຫງວນ​ໄວ້​ສຳລັບ​ລາວ.

ເມື່ອ​ບັນດາ​ຫົວໜ້າ​ຂອງ​ປະຊາຊົນ​ມາ​ຊຸມນຸມ​ກັນ,

ລາວ​ເຮັດ​ໃຫ້​ລຸລ່ວງ​ຕາມ​ຄວາມ​ປະສົງ​ອັນ​ຊອບທຳ​ຂອງ​ພຣະເຈົ້າຢາເວ,

ແລະ ຕາມ​ການ​ຕັດສິນ​ຂອງ​ພຣະອົງ​ກ່ຽວ​ກັບ​ອິດສະຣາເອນ”.

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ດານ​ວ່າ:

“ດານ​ເປັນ​ເໝືອນ​ລູກ​ສິງ

ກະໂດດ​ແລ່ນ​ອອກ​ມາ​ຈາກ​ບາຊານ”.

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ເນັບທາລີ​ວ່າ:

“ເນັບທາລີ​ແມ່ນ​ອຸດົມສົມບູນ​ດ້ວຍ​ຄວາມ​ກະລຸນາ​ຈາກ​ພຣະເຈົ້າຢາເວ

ແລະ ເຕັມລົ້ນ​ດ້ວຍ​ພຣະພອນ​ຂອງ​ພຣະອົງ;

ລາວ​ຈະ​ຄອບຄອງ​ໄປ​ທາງ​ພາກໃຕ້​ຈົນ​ເຖິງ​ທະເລສາບ”.

ເພິ່ນ​ໄດ້​ກ່າວ​ເຖິງ​ເຜົ່າ​ອາເຊ​ວ່າ:

“ອາເຊ​ເປັນ​ລູກຊາຍ​ທີ່​ໄດ້​ຮັບ​ພຣະພອນ​ຫລາຍ​ທີ່ສຸດ,

ຂໍ​ໃຫ້​ລາວ​ເປັນ​ທີ່​ພໍໃຈ​ໂດຍ​ພີ່ນ້ອງ​ທັງຫລາຍ​ຂອງ​ລາວ,

ແລະ ຂໍ​ໃຫ້​ລາວ​ໄດ້​ລ້າງ​ຕີນ​ຂອງ​ລາວ​ດ້ວຍ​ນ້ຳມັນ.

ກອນ​ປະຕູ​ຂອງ​ເຈົ້າ​ຈະ​ເປັນ​ເຫລັກ ແລະ ທອງສຳລິດ

ແລະ ກຳລັງ​ຂອງ​ເຈົ້າ​ຈະ​ຢູ່​ຄູ່​ວັນ​ຂອງ​ເຈົ້າ.

“ບໍ່​ມີ​ຜູ້ໃດ​ເປັນ​ເໝືອນ​ພຣະເຈົ້າ​ຂອງ​ເຢຊູຣຸນ,

ຜູ້​ແລ່ນ​ຂ້າມ​ຟ້າສະຫວັນ​ມາ​ເພື່ອ​ຊ່ວຍເຫລືອ​ເຈົ້າ ແລະ

ຜູ້​ປະທັບ​ຢູ່​ເທິງ​ເມກ​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ.

ພຣະເຈົ້າ​ອົງ​ນິລັນດອນ​ເປັນ​ທີ່​ລີ້ໄພ​ຂອງ​ເຈົ້າ

ແລະ ຢູ່​ເບື້ອງ​ລຸ່ມ​ຄື​ອ້ອມ​ແຂນ​ຕະຫລອດ​ໄປ.

ພຣະອົງ​ຈະ​ຂັບໄລ່​ບັນດາ​ສັດຕູ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ເຈົ້າ,

ໂດຍ​ກ່າວ​ວ່າ, ‘ຈົ່ງ​ທຳລາຍ​ພວກເຂົາ!’

ດັ່ງນັ້ນ ອິດສະຣາເອນ​ຈະ​ດຳເນີນ​ຊີວິດ​ຢູ່​ດ້ວຍ​ຄວາມ​ປອດໄພ;

ຢາໂຄບ​ຈະ​ອາໄສ​ຢູ່​ຢ່າງ​ໝັ້ນຄົງ

ໃນ​ດິນແດນ​ແຫ່ງ​ເມັດພືດ ແລະ ເຫລົ້າອະງຸ່ນ​ໃໝ່,

ບ່ອນ​ທີ່​ຟ້າສະຫວັນ​ຫລັ່ງລິນ​ນ້ຳໝອກ​ລົງ​ມາ.

ອິດສະຣາເອນ! ພຣະພອນ​ນີ້​ເປັນ​ຂອງ​ພວກເຈົ້າ​ແລ້ວ,

ມີ​ຜູ້ໃດ​ເປັນ​ເໝືອນ​ພວກເຈົ້າ,

ເປັນ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ໃຫ້​ພົ້ນ?

ພຣະອົງ​ເປັນ​ຜູ້ປົກປ້ອງ ແລະ ເປັນ​ຜູ້ຊ່ວຍ​ເຈົ້າ

ແລະ ເປັນ​ດາບ​ອັນ​ສະຫງ່າລາສີ​ຂອງ​ພວກເຈົ້າ.

ບັນດາ​ສັດຕູ​ຂອງ​ພວກເຈົ້າ​ຈະ​ກົ້ມ​ຫົວ​ໃຫ້​ພວກເຈົ້າ

ແລະ ພວກເຈົ້າ​ຈະ​ຢຽບ​ຫົວ6​ຂອງ​ພວກເຂົາ”.

Source notes (6)
  1. Footnote ຫລື ຈາກ
  2. Footnote ໃນ​ພາສາ​ເຮັບເຣີ​ປະໂຫຍກ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ
  3. Footnote ແປ​ວ່າ ຜູ້ທ່ຽງທຳ ຄື ອິດສະຣາເອນ ເຊັ່ນ​ດຽວ​ກັບ​ຂໍ້ 5
  4. Footnote ຫລື ແຕ່​ໃຫ້
  5. Footnote ຫລື ເໜືອ​ຜູ້​ພັດພາກ​ຈາກ​ອ້າຍນ້ອງ
  6. Footnote ຫລື ຈະ​ຢຽບ ເທິງ ຮ່າງກາຍ​ຂອງ​ພວກເຂົາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.