Biblica® Open Lao Contemporary Version
ພຣະບັນຍັດສອງ 32
ຟ້າສະຫວັນ, ຈົ່ງຟັງ ແລ້ວຂ້າພະເຈົ້າຈະກ່າວ;
ແຜ່ນດິນໂລກ, ຈົ່ງຟັງຖ້ອຍຄຳຈາກປາກຂອງຂ້າພະເຈົ້າ.
ຂໍໃຫ້ຄຳສອນຂອງຂ້າພະເຈົ້າຕົກລົງມາດັ່ງຝົນ
ແລະ ໃຫ້ຖ້ອຍຄຳຂອງຂ້າພະເຈົ້າຫລັ່ງລົງມາດັ່ງນ້ຳໝອກ,
ເໝືອນດັ່ງສາຍຝົນລິນລົງເທິງຫຍ້າອ່ອນ,
ເໝືອນດັ່ງສາຍຝົນລິນຍ້ອຍຫົດພືດພັນຂຽວສົດ.
ຂ້າພະເຈົ້າຈະປະກາດນາມຂອງພຣະເຈົ້າຢາເວ.
ໂອ, ຈົ່ງສັນລະເສີນຄວາມຍິ່ງໃຫຍ່ຂອງພຣະເຈົ້າຂອງພວກເຮົາ!
ພຣະອົງເປັນສີລາ, ພັນທະກິດຂອງພຣະອົງກໍສົມບູນຄົບຖ້ວນ,
ແລະ ວິຖີທາງທັງໝົດຂອງພຣະອົງກໍຍຸຕິທຳ.
ພຣະເຈົ້າຜູ້ມີສັດຊື່ ຜູ້ບໍ່ເຮັດສິ່ງທີ່ຜິດເລີຍ,
ພຣະອົງຊອບທຳ ແລະ ຍຸຕິທຳ.
ພວກເຂົາເສື່ອມຊາມ ແລະ ບໍ່ແມ່ນລູກຂອງພຣະອົງ;
ພວກເຂົາເຮັດຕົນເອງເປັນທີ່ໜ້າອັບອາຍໂດຍເປັນຄົນລຸ້ນທີ່ຜິດປົກກະຕິ ແລະ ຄົດລ້ຽວ.
ພວກເຈົ້າຕອບສະໜອງຕໍ່ພຣະເຈົ້າຢາເວຢ່າງນີ້ບໍ,
ປະຊາຊົນຜູ້ໂງ່ຈ້າ ແລະ ໄຮ້ປັນຍາ?
ພຣະເຈົ້າບໍ່ແມ່ນພຣະບິດາ, ພຣະຜູ້ສ້າງຂອງພວກເຈົ້າ,1
ຜູ້ກໍ່ຮ່າງສ້າງພວກເຈົ້າຂຶ້ນມາບໍ?
ຈົ່ງລະນຶກເຖິງວັນເກົ່າຜ່ານມາ;
ຈົ່ງພິຈາລະນາລຸ້ນຕັ້ງແຕ່ອະດີດດົນນາມາ.
ຖາມພໍ່ຂອງພວກເຈົ້າເບິ່ງ ແລ້ວເພິ່ນຈະບອກພວກເຈົ້າໄດ້,
ຖາມບັນດາຜູ້ອາວຸໂສຂອງພວກເຈົ້າເບິ່ງ, ແລ້ວພວກເພິ່ນຈະອະທິບາຍໃຫ້ພວກເຈົ້າຟັງ.
ເມື່ອອົງຜູ້ສູງສຸດໄດ້ມອບມໍລະດົກໃຫ້ແກ່ຊົນຊາດທັງຫລາຍ,
ເມື່ອພຣະອົງໄດ້ແຍກມວນມະນຸດທັງໝົດ,
ພຣະອົງກຳນົດເຂດແດນສຳລັບປະຊາຊົນ
ຕາມຈຳນວນຂອງບັນດາລູກຊາຍຂອງອິດສະຣາເອນ.2
ສ່ວນຂອງພຣະເຈົ້າຢາເວນັ້ນຄືປະຊາຊົນຂອງພຣະອົງ,
ຢາໂຄບຄືສ່ວນທີ່ເປັນກຳມະສິດຂອງພຣະອົງ.
ພຣະອົງໄດ້ພົບເພິ່ນໃນຖິ່ນແຫ້ງແລ້ງກັນດານ,
ໃນທີ່ຮົກຮ້າງ ແລະ ເຕັມໄປດ້ວຍສຽງໂອ່ຍຄາງ.
ພຣະອົງໄດ້ປົກປ້ອງ ແລະ ເບິ່ງແຍງເພິ່ນ
ພຣະອົງເຝົ້າຮັກສາເພິ່ນເໝືອນດັ່ງແກ້ວຕາດວງໃຈຂອງພຣະອົງ,
ເໝືອນດັ່ງນົກອິນຊີສັ່ນຮັງຂອງມັນ
ແລະ ບິນວົນວຽນຢູ່ເໜືອລູກອ່ອນຂອງມັນ,
ກາງປີກອອກຮອງຮັບລູກນັ້ນ
ປະຄັບປະຄອງພາລູກບິນໄປ.
ພຣະເຈົ້າຢາເວຜູ້ດຽວທີ່ນຳເພິ່ນໄປ;
ບໍ່ມີພະຕ່າງດ້າວຢູ່ກັບເພິ່ນ.
ພຣະອົງເຮັດໃຫ້ເພິ່ນເດີນໄປຕາມເບື້ອງສູງແຫ່ງແຜ່ນແດນ
ແລະ ລ້ຽງດູເພິ່ນດ້ວຍຜົນລະປູກຈາກທົ່ງນາ.
ພຣະອົງບຳລຸງລ້ຽງເພິ່ນດ້ວຍນ້ຳເຜິ້ງຈາກໂງ່ນຫີນ,
ແລະ ດ້ວຍນ້ຳມັນຈາກຫີນຜາ,
ດ້ວຍນົມຂຸ້ນ ແລະ ນ້ຳນົມຈາກຝູງສັດ
ແລະ ພ້ອມກັບແກະ ແລະ ແບ້ໂຕຕຸ້ຍພີ,
ດ້ວຍແກະຊັ້ນດີແຫ່ງບາຊານ
ແລະ ເມັດເຂົ້າຫວີດຊັ້ນດີທີ່ສຸດ.
ເພິ່ນໄດ້ດື່ມນ້ຳອະງຸ່ນສີແດງຊ້ຳທີ່ມີຝອດ.
ເຢຊູຣຸນ3ກໍອ້ວນພີຂຶ້ນ ແລະ ພະຍົດ;
ເມື່ອອິ່ມໜຳສຳລານດ້ວຍອາຫານ, ພວກເຂົາກໍຕຸ້ຍໃຫຍ່ ແລະ ຄ່ອງແຄ້ວ.
ພວກເຂົາປະຖິ້ມພຣະເຈົ້າຜູ້ໄດ້ສ້າງພວກເຂົາ
ແລະ ໄດ້ປະຕິເສດພຣະສີລາ ຜູ້ຊ່ວຍໃຫ້ພົ້ນຂອງຕົນ.
ພວກເຂົາເຮັດໃຫ້ພຣະອົງຫຶງຫວງຍ້ອນພະຕ່າງດ້າວທັງໝົດຂອງພວກເຂົາ
ແລະ ເຮັດໃຫ້ພຣະອົງໃຈຮ້າຍຍ້ອນຮູບເຄົາລົບອັນໜ້າກຽດຊັງຂອງພວກເຂົາ.
ພວກເຂົາບູຊາພະທຽມ, ເຊິ່ງບໍ່ແມ່ນພຣະເຈົ້າ,
ເປັນພະທີ່ພວກເຂົາບໍ່ເຄີຍຮູ້ຈັກ,
ພະທີ່ຫາກໍປາກົດ,
ພະທີ່ບັນພະບຸລຸດຂອງພວກເຈົ້າບໍ່ຢ້ານກົວ.
ພວກເຈົ້າໄດ້ປະຖິ້ມພຣະສີລາຜູ້ໃຫ້ກຳເນີດພວກເຈົ້າ;
ພວກເຈົ້າໄດ້ລືມພຣະເຈົ້າຜູ້ໃຫ້ພວກເຈົ້າເກີດມາ.
ພຣະເຈົ້າຢາເວໄດ້ເຫັນສິ່ງນີ້ ແລະ ໄດ້ປະຕິເສດພວກເຂົາ
ເພາະວ່າບັນດາລູກຊາຍ ແລະ ລູກສາວຂອງພຣະອົງເຮັດໃຫ້ພຣະອົງໃຈຮ້າຍ.
ພຣະອົງໄດ້ເວົ້າວ່າ, “ເຮົາຈະເຊື່ອງໜ້າຂອງເຮົາຈາກພວກເຂົາ,
ແລະ ເບິ່ງວ່າບັ້ນປາຍຂອງພວກເຂົາຈະເປັນຢ່າງໃດ;
ເພາະພວກເຂົາເປັນຄົນລຸ້ນທີ່ເສື່ອມຊາມ,
ເປັນລູກຫລານຜູ້ບໍ່ສັດຊື່.
ພວກເຂົາເຮັດໃຫ້ເຮົາຫຶງຫວງກັບສິ່ງທີ່ບໍ່ແມ່ນພະ
ແລະ ເຮັດໃຫ້ເຮົາໃຈຮ້າຍດ້ວຍຮູບເຄົາລົບອັນໄຮ້ຄ່າຂອງພວກເຂົາ.
ເຮົາຈະເຮັດໃຫ້ພວກເຂົາອິດສາບັນດາຜູ້ທີ່ບໍ່ແມ່ນຊົນຊາດ;
ເຮົາຈະເຮັດໃຫ້ພວກເຂົາໃຈຮ້າຍດ້ວຍປະຊາຊົນທີ່ບໍ່ມີຄວາມເຂົ້າໃຈ.
ເພາະໄຟຈະກະຕຸ້ນຄວາມໂກດຮ້າຍຂອງເຮົາ,
ເຊິ່ງເຜົາຜານລົງໄປສູ່ແດນຄົນຕາຍເບື້ອງລຸ່ມ.
ໄຟນັ້ນຈະເຜົາຜານໂລກ ແລະ ຜົນລະປູກທັງໝົດ
ແລະ ເຮັດໃຫ້ຮາກຖານຂອງພູເຂົາທັງຫລາຍກໍລຸກໄໝ້.
“ເຮົາຈະສຸມໄພພິບັດທັງຫລາຍໃສ່ພວກເຂົາ
ແລະ ຍິງທະນູເຂົ້າໃສ່ພວກເຂົາ.
ເຮົາຈະສົ່ງໄພອຶດຢາກອາຫານມາຕໍ່ສູ້ພວກເຂົາ,
ສົ່ງໂລກລະບາດມາລ້າງຜານ ແລະ ໄພພິບັດຮ້າຍແຮງມາທຳລາຍພວກເຂົາ;
ເຮົາຈະສົ່ງແຂ້ວຂອງສັດປ່າມາຕໍ່ສູ້ພວກເຂົາ,
ສົ່ງພິດຂອງງູຮ້າຍທີ່ເລືອມາໃນຂີ້ດິນ.
ຕາມຫົນທາງຄົມດາບຈະປິດຊີວິດລູກຫລານຂອງພວກເຂົາ;
ພາຍໃນເຮືອນພວກເຂົາຈະຄອບງຳໄປດ້ວຍຄວາມຢ້ານກົວ.
ຊາຍໜຸ່ມ ແລະ ຍິງສາວຈະຈິບຫາຍໄປ,
ທັງເດັກອ່ອນ ແລະ ຜູ້ເຖົ້າຜົມຫງອກ.
ເຮົາໄດ້ເວົ້າແລ້ວວ່າເຮົາຈະກະຈັດກະຈາຍພວກເຂົາອອກໄປ
ແລະ ລຶບຊື່ພວກເຂົາອອກຈາກຄວາມຈຳຂອງມະນຸດ,
ແຕ່ເຮົາຢ້ານວ່າຄຳສຽດສີຂອງສັດຕູ,
ຢ້ານວ່າຂູ່ແຂ່ງຈະເຂົ້າໃຈຜິດ
ແລະ ເວົ້າວ່າ, ‘ມືຂອງພວກເຮົາໄດ້ຮັບໄຊຊະນະແລ້ວ;
ພຣະເຈົ້າຢາເວບໍ່ໄດ້ເຮັດສິ່ງທັງໝົດເຫລົ່ານີ້ເລີຍ’ ”.
ພວກເຂົາເປັນຊົນຊາດທີ່ບໍ່ມີສາມັນສຳນຶກ,
ບໍ່ມີວິຈາລະຍານໃນຕົນເອງ.
ຖ້າພຽງແຕ່ພວກເຂົາສະຫລາດ ແລະ ເຂົ້າໃຈ
ແລະ ເບິ່ງອອກວ່າບັ້ນປາຍຂອງຕົນຈະເປັນຢ່າງໃດ!
ຄົນຜູ້ໜຶ່ງຈະໄລ່ຕາມຄົນເປັນພັນໄດ້ຢ່າງໃດ,
ຫລື ສອງຄົນເຮັດໃຫ້ຄົນເປັນສິພັນພ່າຍໜີໄດ້ຢ່າງໃດ,
ຖ້າບໍ່ແມ່ນເພາະພຣະສີລາຂອງພວກເຂົາໄດ້ຂາຍພວກເຂົາແລ້ວ,
ຖ້າບໍ່ແມ່ນເພາະພຣະເຈົ້າຢາເວໄດ້ມອບພວກເຂົາໄວ້ແລ້ວ?
ເພາະສີລາຂອງພວກເຂົາບໍ່ເໝືອນພຣະສີລາຂອງພວກເຮົາ,
ແມ່ນແຕ່ສັດຕູຂອງພວກເຮົາກໍຍອມຮັບເຊັ່ນນັ້ນ.
ເຫລົ້າອະງຸ່ນຂອງພວກເຂົາກໍມາຈາກເຫລົ້າອະງຸ່ນຂອງໂຊໂດມ
ແລະ ຈາກທົ່ງນາຂອງໂກໂມຣາ.
ໝາກອະງຸ່ນຂອງພວກເຂົາເຕັມໄປດ້ວຍຢາພິດ
ແລະ ພວງໝາກອະງຸ່ນຂອງພວກເຂົາກໍເຕັມໄປດ້ວຍຄວາມຂົມຂື່ນ.
ເຫລົ້າອະງຸ່ນຂອງພວກເຂົາຄືພິດຂອງງູຮ້າຍ,
ເປັນພິດຮ້າຍຂອງງູເຫົ່າ.
“ເຮົາບໍ່ໄດ້ເກັບຮັກສາເລື່ອງນີ້ໄວ້
ແລະ ປະທັບຕາເກັບໄວ້ໃນຄັງຂອງເຮົາບໍ?
ການແກ້ແຄ້ນເປັນໜ້າທີ່ຂອງເຮົາເອງ; ເຮົາຈະຕອບແທນ.
ເມື່ອເຖິງເວລາຕີນຂອງພວກເຂົາຈະມື່ນພະລາດ;
ວັນແຫ່ງໄພພິບັດຂອງພວກເຂົາກໍໃກ້ເຂົ້າມາແລ້ວ
ແລະ ຄວາມຈິບຫາຍຈະມາເຖິງພວກເຂົາຢ່າງໄວວາ”.
ພຣະເຈົ້າຢາເວຈະພິພາກສາປະຊາຊົນຂອງພຣະອົງ
ແລະ ຜ່ອນຜັນໃຫ້ກັບຜູ້ຮັບໃຊ້ຂອງພຣະອົງ
ເມື່ອພຣະອົງເຫັນກຳລັງຂອງພວກເຂົາເສື່ອມລົງ
ແລະ ບໍ່ມີຜູ້ໃດເຫລືອຢູ່, ບໍ່ວ່າຂ້າທາດ ຫລື ອິດສະຫລະ.
ພຣະອົງຈະເວົ້າວ່າ: “ບັດນີ້ ພະທັງຫລາຍຂອງພວກເຂົາຢູ່ໃສ,
ສີລາທີ່ພວກເຂົາລີ້ໄພຢູ່ໃນໄປໃສແລ້ວ,
ພະທີ່ກິນໄຂມັນເຄື່ອງບູຊາຂອງພວກເຂົາ
ແລະ ດື່ມເຫລົ້າອະງຸ່ນຂອງເຄື່ອງດື່ມບູຊາຂອງພວກເຂົາໄປໃສແລ້ວ?
ໃຫ້ພະເຫລົ່ານັ້ນລຸກຂຶ້ນມາຊ່ວຍພວກເຈົ້າ!
ໃຫ້ພວກເຂົາເອົາບ່ອນກຳບັງໃຫ້ແກ່ພວກເຈົ້າ!
“ບັດນີ້ ເບິ່ງແມ ເຮົາເອງຄືຜູ້ນັ້ນ!
ບໍ່ມີພະອື່ນໃດນອກຈາກເຮົາ.
ເຮົາເຮັດໃຫ້ຕາຍ ແລະ ເຮົາໃຫ້ຊີວິດ,
ເຮົາເຮັດໃຫ້ບາດເຈັບ ແລະ ເຮົາຈະຮັກສາໃຫ້ຫາຍດີ,
ແລະ ບໍ່ມີຜູ້ໃດຊ່ວຍໃຫ້ພົ້ນຈາກມືຂອງເຮົາໄປໄດ້.
ເຮົາຊູມືຂອງເຮົາຂຶ້ນຟ້າສະຫວັນ ແລະ ສາບານຢ່າງຈິງຈັງວ່າ:
ເຮົາດຳລົງຢູ່ຕະຫລອດໄປສັນໃດ,
ເມື່ອເຮົາລັບດາບອັນກະພິບຂອງເຮົາ
ແລະ ເມື່ອມືຂອງເຮົາກຸມມັນໄວ້ໃນການພິພາກສາ,
ເຮົາຈະແກ້ແຄ້ນສັດຕູຂອງເຮົາ
ແລະ ຕອບແທນຜູ້ທີ່ກຽດຊັງເຮົາສັນນັ້ນ.
ເຮົາຈະເຮັດໃຫ້ລູກສອນຂອງເຮົາດື່ມເລືອດຈົນມຶນເມົາ,
ໃນຂະນະທີ່ດາບຂອງເຮົາກໍຈະກິນເນື້ອໜັງ
ຄືເລືອດຂອງຜູ້ຖືກຂ້າ ແລະ ຊະເລີຍ,
ຫົວຂອງບັນດາຜູ້ນຳຂອງສັດຕູ”.
ປະຊາຊາດທັງຫລາຍ, ຈົ່ງຊື່ນຊົມຍິນດີຮ່ວມກັບປະຊາຊົນຂອງພຣະອົງ,4,5
ເພາະພຣະອົງຈະແກ້ແຄ້ນໃຫ້ແກ່ເລືອດຂອງຜູ້ຮັບໃຊ້ຂອງພຣະອົງ;
ພຣະອົງຈະແກ້ແຄ້ນສັດຕູຂອງພຣະອົງ
ແລະ ຊຳລະລ້າງມົນທິນໃຫ້ແກ່ດິນແດນ ແລະ ປະຊາຊົນຂອງພຣະອົງ.
ໂມເຊມາກັບໂຢຊວຍ6 ລູກຊາຍຂອງນູນ ແລະ ກ່າວເນື້ອເພງໝົດທັງບົດນີ້ໃຫ້ປະຊາຊົນຟັງ. ເມື່ອໂມເຊທ່ອງຂໍ້ຄວາມໃຫ້ຊາວອິດສະຣາເອນທັງໝົດຟັງຈົບແລ້ວ, ເພິ່ນກໍກ່າວແກ່ພວກເຂົາວ່າ, “ຈົ່ງຈື່ຈຳທຸກຖ້ອຍຄຳທີ່ຂ້າພະເຈົ້າໄດ້ປະກາດແກ່ພວກເຈົ້າຢ່າງໜັກແໜ້ນໃນວັນນີ້, ເພື່ອວ່າພວກເຈົ້າຈະສັ່ງລູກຫລານຂອງພວກເຈົ້າໃຫ້ເຊື່ອຟັງທຸກຖ້ອຍຄຳໃນກົດບັນຍັດນີ້. ກົດບັນຍັດນີ້ບໍ່ໄດ້ເປັນພຽງຖ້ອຍຄຳທີ່ເວົ້າໄປລ້າໆ ແຕ່ເປັນຊີວິດຂອງພວກເຈົ້າ. ໂດຍກົດບັນຍັດນີ້ພວກເຈົ້າຈະມີຊີວິດຍືນຍາວຢູ່ໃນດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນໄປຄອບຄອງ”.
ໂມເຊຈະຕາຍເທິງພູເຂົາເນໂບ
ໃນວັນດຽວກັນນັ້ນພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງເຂົ້າໄປທີ່ອາບາຣິມ ຂຶ້ນໄປທີ່ພູເຂົາເນໂບໃນໂມອາບ, ເຊິ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ແລະ ແນມເບິ່ງການາອານ, ດິນແດນທີ່ເຮົາມອບໃຫ້ຊາວອິດສະຣາເອນຄອບຄອງເປັນຂອງຕົນ. ເທິງພູເຂົາທີ່ເຈົ້າປີນຂຶ້ນໄປນັ້ນ ເຈົ້າຈະຕາຍໄປ ແລະ ຢູ່ຮ່ວມກັບຍາດພີ່ນ້ອງຂອງເຈົ້າຢູທີ່ນັ້ນ, ເໝືອນດັ່ງກັບອາໂຣນອ້າຍຂອງເຈົ້າ ເຊິ່ງຕາຍຢູ່ທີ່ພູເຂົາໂຮເຣ ແລະ ຖືກຮວບຮວມຢູ່ກັບຍາດພີ່ນ້ອງຂອງລາວ. ເພາະເຈົ້າທັງສອງບໍ່ໄດ້ໃຫ້ກຽດເຮົາຕໍ່ໜ້າຊາວອິດສະຣາເອນຢູ່ທີ່ແມ່ນ້ຳເມຣີບາກາເດັດ ໃນຖິ່ນແຫ້ງແລ້ງກັນດານຊິນ ແລະ ບໍ່ໄດ້ເຊີດຊູຄວາມບໍລິສຸດຂອງເຮົາໃນທ່າມກາງຊາວອິດສະຣາເອນ. ເຫດສະນັ້ນ, ເຈົ້າຈະເຫັນດິນແດນນັ້ນພຽງແຕ່ຢູ່ໄກ; ເຈົ້າຈະບໍ່ໄດ້ເຂົ້າໄປໃນດິນແດນທີ່ເຮົາຈະມອບໃຫ້ປະຊາຊົນອິດສະຣາເອນ”.
Source notes (6)
- Footnote ຫລື ພຣະບິດາຜູ້ຊື້ພວກເຈົ້າມາ
- Footnote ຫລື ຕາມຈຳນວນລູກຊາຍຂອງພຣະເຈົ້າ
- Footnote ແປວ່າ ຜູ້ທ່ຽງທຳ ຄື ອິດສະຣາເອນ
- Footnote ຫລື ຊົນຊາດທັງຫລາຍເອີຍ ຈົ່ງເຮັດປະຊາຊົນຂອງພຣະອົງຊື່ນຊົມຍິນດີ
- Footnote ສຳເນົາຕົ້ນສະບັບບາງສະບັບວ່າ ປະຊາຊົນຂອງພຣະອົງ ແລະ ຂໍໃຫ້ເທວະດາທັງໝົດນະມັດສະການພຣະອົງ
- Footnote ພາສາເຮັບເຣີວ່າ ໂຮເຊອາ ເປັນອີກຮູບໜຶ່ງຂອງໂຢຊວຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.