Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 31

ແຕ່ງຕັ້ງ​ໂຢຊວຍ​ແທນ​ໂມເຊ

ແລ້ວ​ໂມເຊ​ກໍ​ອອກ​ໄປ ແລະ ກ່າວ​ຖ້ອຍຄຳ​ເຫລົ່ານີ້​ແກ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ: “ບັດນີ້ ຂ້າພະເຈົ້າ​ມີ​ອາຍຸ 120 ປີ​ແລ້ວ ແລະ ຂ້າພະເຈົ້າ​ບໍ່​ສາມາດ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ຕໍ່ໄປ​ໄດ້. ພຣະເຈົ້າຢາເວ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, ‘ເຈົ້າ​ຈະ​ບໍ່​ໄດ້​ຂ້າມ​ແມ່ນ້ຳ​ຈໍແດນ​ໄປ’. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເອງ​ຈະ​ຂ້າມ​ໄປ​ກ່ອນ​ພວກເຈົ້າ. ພຣະອົງ​ຈະ​ທຳລາຍ​ຊົນຊາດ​ຕ່າງໆ​ເຫລົ່ານີ້​ຕໍ່ໜ້າ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເຂົ້າ​ໄປ​ຄອບຄອງ​ດິນແດນ​ຂອງ​ພວກເຂົາ. ໂຢຊວຍ​ຈະ​ນຳໜ້າ​ພວກເຈົ້າ​ຂ້າມ​ໄປ​ເໝືອນ​ກັນ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ເວົ້າ​ໄວ້. ແລະ ພຣະເຈົ້າຢາເວ​ຈະ​ເຮັດ​ກັບ​ຊົນຊາດ​ເຫລົ່ານັ້ນ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ກະສັດ​ສີໂຫນ ແລະ ກະສັດ​ໂອກ​ຂອງ​ຊາວອາໂມ, ຜູ້​ທີ່​ພຣະອົງ​ໄດ້​ທຳລາຍ​ໄປ​ພ້ອມ​ກັບ​ດິນແດນ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ຕ້ອງ​ເຮັດ​ກັບ​ພວກເຂົາ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ທຸກ​ຢ່າງ. ຈົ່ງ​ເຂັ້ມແຂງ ແລະ ກ້າຫານ. ຢ່າ​ຢ້ານ ຫລື ຕົກໃຈ​ຢ້ານ​ພວກເຂົາ​ເລີຍ, ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄປ​ກັບ​ພວກເຈົ້າ; ພຣະອົງ​ຈະ​ບໍ່​ໄປ​ຈາກ​ພວກເຈົ້າ ຫລື ປະຖິ້ມ​ພວກເຈົ້າ​ເລີຍ”.

ແລ້ວ​ໂມເຊ​ຈຶ່ງ​ໄດ້​ເອີ້ນ​ໂຢຊວຍ​ມາ ແລະ ກ່າວ​ກັບ​ລາວ​ຕໍ່ໜ້າ​ຊາວ​ອິດສະຣາເອນ​ທັງໝົດ​ວ່າ, “ຈົ່ງ​ເຂັ້ມແຂງ ແລະ ກ້າຫານ, ເພາະ​ເຈົ້າ​ຕ້ອງ​ນຳພາ​ປະຊາຊົນ​ເຫລົ່ານີ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຂົາ ແລະ ເຈົ້າ​ຕ້ອງ​ແບ່ງປັນ​ດິນແດນ​ນັ້ນ​ໃຫ້​ເປັນ​ມໍລະດົກ​ຂອງ​ພວກເຂົາ. ຢ່າ​ຢ້ານ, ຢ່າ​ໝົດ​ກຳລັງໃຈ​ເລີຍ. ພຣະເຈົ້າຢາເວ​ເອງ​ຈະ​ນຳໜ້າ​ເຈົ້າ ແລະ ຢູ່​ກັບ​ເຈົ້າ; ພຣະອົງ​ຈະ​ບໍ່​ໄປ​ຈາກ​ເຈົ້າ ຫລື ປະຖິ້ມ​ເຈົ້າ​ເລີຍ”.

ການ​ອ່ານ​ກົດບັນຍັດ​ຕໍ່ໜ້າ​ທຸກຄົນ

ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ນີ້ ແລະ ມອບ​ໃຫ້​ແກ່​ປະໂລຫິດ​ຊາວ​ເລວີ ຜູ້​ເຮັດ​ໜ້າທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ ແກ່​ຜູ້ອາວຸໂສ​ທັງໝົດ​ຂອງ​ອິດສະຣາເອນ. ແລ້ວ​ໂມເຊ​ກໍ​ໄດ້​ສັ່ງ​ພວກເຂົາ​ວ່າ: “ທຸກ​ທ້າຍ​ປີ​ຂອງ​ປີ​ທີ​ເຈັດ, ເຊິ່ງ​ເປັນ​ປີ​ແຫ່ງ​ການ​ຍົກ​ໜີ້, ໃນ​ຊ່ວງ​ເທດສະການ​ປຸກ​ຕູບ​ຢູ່, ເມື່ອ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ປາກົດ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ຈະ​ເລືອກ​ນັ້ນ, ຈົ່ງ​ອ່ານ​ກົດບັນຍັດ​ນີ້​ຕໍ່ໜ້າ​ພວກເຂົາ​ໃຫ້​ພວກເຂົາ​ໄດ້​ຍິນ. ຈົ່ງ​ເອີ້ນ​ປະຊາຊົນ​ມາ​ຊຸມນຸມ​ກັນ​ທັງ​ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ​ກັບ​ຄົນຕ່າງດ້າວ​ທີ່​ອາໄສຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຟັງ ແລະ ຮຽນຮູ້​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ເອົາໃຈໃສ່​ປະຕິບັດ​ຕາມ​ທຸກ​ຖ້ອຍຄຳ​ໃນ​ກົດບັນຍັດ​ນີ້. ລູກຫລານ​ຂອງ​ພວກເຂົາ, ຜູ້​ທີ່​ບໍ່​ຮູ້ຈັກ​ກົດບັນຍັດ​ນີ້​ຈະ​ຕ້ອງ​ໄດ້​ຍິນ ແລະ ຮຽນຮູ້​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຕາບ​ທີ່​ພວກເຈົ້າ​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ​ເພື່ອ​ເຂົ້າ​ໄປ​ຄອບຄອງ”.

ທຳນວາຍ​ວ່າ​ອິດສະຣາເອນ​ຈະ​ກະບົດ

ພຣະເຈົ້າຢາເວ​ໄດ​ເວົ້າ​ກັບ​ໂມເຊ​ວ່າ, “ບັດນີ້ ວັນ​ທີ່​ເຈົ້າ​ຈະ​ຕາຍ​ກໍ​ໃກ້​ເຂົ້າ​ມາ​ແລ້ວ. ຈົ່ງ​ເອີ້ນ​ໂຢຊວຍ​ເຂົ້າ​ມາ​ໃນ​ເຕັນ​ນັດພົບ, ບ່ອນ​ທີ່​ເຮົາ​ຈະ​ມອບໝາຍ​ພາລະກິດ​ໃຫ້​ລາວ”. ດັ່ງນັ້ນ ໂມເຊ​ກັບ​ໂຢຊວຍ​ຈຶ່ງ​ມາ​ທີ່​ເຕັນ​ນັດພົບ.

ແລ້ວ​ພຣະເຈົ້າຢາເວ​ກໍ​ມາ​ປາກົດ​ຢູ່​ທີ່​ເຕັນ​ໃນ​ເສົາ​ເມກ ແລະ ເມກ​ກໍ​ຕັ້ງ​ຂຶ້ນ​ຢູ່​ເໜືອ​ທາງ​ເຂົ້າ​ຂອງ​ເຕັນ. ແລະ ພຣະເຈົ້າຢາເວ​ເວົ້າ​ກັບ​ໂມເຊ​ວ່າ: “ເຈົ້າ​ກຳລັງ​ຈະ​ໄດ້​ພັກຜ່ອນ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເຈົ້າ, ແລ້ວ​ບໍ່​ດົນ​ປະຊາຊົນ​ເຫລົ່ານີ້​ກໍ​ຈະ​ເປັນ​ຂາຍໂຕ​ໃຫ້​ແກ່​ພະ​ຂອງ​ຄົນ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ແລະ ໃນ​ວັນ​ນັ້ນ ເຮົາ​ຈະ​ໃຈຮ້າຍ​ໃຫ້​ພວກເຂົາ ແລະ ປະຖິ້ມ​ພວກເຂົາ; ເຮົາ​ຈະ​ເຊື່ອງ​ໜ້າ​ຂອງ​ເຮົາ​ຈາກ​ພວກເຂົາ ແລະ ພວກເຂົາ​ຈະ​ຖືກ​ທຳລາຍ. ໄພພິບັດ ແລະ ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ຈະ​ເກີດ​ຂຶ້ນ​ກັບ​ພວກເຂົາ ແລະ ໃນ​ວັນ​ນັ້ນ​ພວກເຂົາ​ກໍ​ຈະ​ຖາມ​ວ່າ, ‘ໄພພິບັດ​ເຫລົ່ານີ້​ເກີດ​ຂຶ້ນ​ກັບ​ພວກເຮົາ​ເພາະ​ພຣະເຈົ້າ​ຂອງ​ພວກເຮົາ​ບໍ່​ໄດ້​ຢູ່​ກັບ​ພວກເຮົາ​ແລ້ວ​ບໍ່​ແມ່ນ​ບໍ?’ ແລະ ໃນ​ວັນນັ້ນ​ເຮົາ​ຈະ​ເຊື່ອງ​ໜ້າ​ຂອງ​ເຮົາ​ຈາກ​ພວກເຂົາ​ຢ່າງ​ແນ່ນອນ ເພາະ​ຄວາມ​ຊົ່ວຊ້າ​ທັງໝົດ​ຂອງ​ພວກເຂົາ​ທີ່​ຫັນ​ໄປ​ຫາ​ພະ​ອື່ນ.

“ບັດນີ້ ຈົ່ງ​ຂຽນ​ບົດເພງ​ນີ້ ແລະ ສອນ​ຊາວ​ອິດສະຣາເອນ​ໃຫ້​ພວກເຂົາ​ຮ້ອງ​ເພງ​ນີ້, ເພື່ອ​ວ່າ​ບົດເພງ​ນີ້​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ເພື່ອ​ຕໍ່ສູ້​ພວກເຂົາ. ເມື່ອ​ເຮົາ​ນຳ​ພວກເຂົາ​ເຂົ້າ​ສູ່​ດິນແດນ​ອັນ​ອຸດົມສົມບູນ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ, ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ດ້ວຍ​ຄຳ​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ, ແລະ ເມື່ອ​ພວກເຂົາ​ກິນ​ອີ່ມໜຳສຳລານ ແລະ ຈະເລີນ​ຮຸ່ງເຮືອງ, ພວກເຂົາ​ກໍ​ຈະ​ຫັນ​ໄປ​ກາບໄຫວ້​ພະ​ອື່ນ, ແລ້ວ​ປະຖິ້ມ​ເຮົາ ແລະ ລະເມີດ​ພັນທະສັນຍາ​ຂອງ​ເຮົາ. ແລະ ເມື່ອ​ໄພພິບັດ ແລະ ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ເກີດ​ຂຶ້ນ​ກັບ​ພວກເຂົາ​ແລ້ວ, ບົດເພງ​ນີ້​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ, ເພາະ​ລູກ​ຫລານ​ຂອງ​ພວກເຂົາ​ຈະ​ບໍ່​ລືມ​ບົດເພງ​ນີ້. ເຮົາ​ຮູ້​ຢູ່​ແລ້ວ​ວ່າ​ພວກເຂົາ​ມີ​ແນວໂນ້ມ​ຈະ​ເຮັດ​ຫຍັງ, ຕັ້ງແຕ່​ກ່ອນ​ທີ່​ເຮົາ​ຈະ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ດ້ວຍ​ຄຳ​ປະຕິຍານ​ກັບ​ພວກເຂົາ”. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ຂຽນ​ເນື້ອເພງ​ນີ້​ໃນ​ວັນ​ນັ້ນ ແລະ ສອນ​ໃຫ້​ຊາວ​ອິດສະຣາເອນ.

ພຣະເຈົ້າຢາເວ​ໄດ້​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ວ່າ: “ຈົ່ງ​ເຂັ້ມແຂງ ແລະ ກ້າຫານ, ເພາະ​ເຈົ້າ​ຈະ​ນຳ​ຊາວ​ອິດສະຣາເອນ​ເຂົ້າ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ດ້ວຍ​ຄຳ​ປະຕິຍານ​ໄວ້​ກັບ​ພວກເຂົາ ແລະ ເຮົາ​ເອງ​ຈະ​ຢູ່​ກັບ​ເຈົ້າ”.

ເມື່ອ​ໂມເຊ​ຂຽນ​ກົດບັນຍັດ​ທັງໝົດ​ໄວ້​ໃນ​ໜັງສື​ນີ້​ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ແລ້ວ, ເພິ່ນ​ກໍ​ໄດ້​ມອບ​ຄຳສັ່ງ​ນີ້​ໃຫ້​ຊາວເລວີ​ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ວ່າ: “ຈົ່ງ​ຮັບ​ເອົາ​ໜັງສື​ກົດບັນຍັດ​ນີ້ ແລະ ວາງ​ໄວ້​ຂ້າງ​ຫີບພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ໜັງສື​ກົດບັນຍັດ​ນີ້​ຈະ​ຢູ່​ທີ່​ນັ້ນ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ. ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ພວກເຈົ້າ​ເປັນ​ຜູ້ກະບົດ ແລະ ດື້ດ້ານ​ຫລາຍ​ປານ​ໃດ. ຖ້າ​ພວກເຈົ້າ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ໃນ​ຂະນະ​ທີ່​ຂ້າພະເຈົ້າ​ຍັງ​ຢູ່​ກັບ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ກະບົດ​ຕໍ່​ພຣະເຈົ້າຢາເວ​ຫລາຍ​ຂຶ້ນ​ປານ​ໃດ ຫລັງ​ຈາກ​ທີ່​ຂ້າພະເຈົ້າ​ຕາຍ​ໄປ​ແລ້ວ! ຈົ່ງ​ເອີ້ນ​ຜູ້ອາວຸໂສ​ປະຈຳ​ເຜົ່າ​ທັງໝົດ ແລະ ເຈົ້າໜ້າທີ່​ທັງໝົດ​ຂອງ​ພວກເຈົ້າ​ມາ​ເຕົ້າໂຮມ​ກັນ​ຕໍ່ໜ້າ​ຂ້າພະເຈົ້າ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ສາມາດ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ໃຫ້​ພວກເຂົາ​ໄດ້​ຍິນ ແລະ ອ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ​ມາ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ. ເພາະ​ຂ້າພະເຈົ້າ​ຮູ້​ຢູ່​ວ່າ​ຫລັງ​ຈາກ​ຂ້າພະເຈົ້າ​ຕາຍ​ໄປ​ແລ້ວ ພວກເຈົ້າ​ຈະ​ເສື່ອມຊາມ​ລົງ​ແນ່ນອນ ແລະ ຫັນ​ໜີ​ໄປ​ຈາກ​ທາງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ນັ້ນ. ໃນ​ເວລາ​ຕໍ່​ມາ, ໄພພິບັດ​ຈະ​ຕົກ​ມາ​ໃສ່​ພວກເຈົ້າ ເພາະ​ພວກເຈົ້າ​ຈະ​ເຮັດ​ສິ່ງ​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ແລະ ຍົວະ​ໃຫ້​ພຣະອົງ​ເກີດ​ຄວາມ​ໃຈຮ້າຍ​ຍ້ອນ​ສິ່ງ​ທີ່​ມື​ຂອງ​ພວກເຈົ້າ​ໄດ້​ເຮັດ”.

ບົດເພງ​ຂອງ​ໂມເຊ

ແລ້ວ​ໂມເຊ​ກໍ​ໄດ້​ທ່ອງ​ບົດເພງ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ໃຫ້​ຊຸມນຸມ​ຂອງ​ອິດສະຣາເອນ​ທັງໝົດ​ຟັງ​ດັ່ງນີ້:

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.