Biblica® Open Lao Contemporary Version
ພຣະບັນຍັດສອງ 30
ຄວາມຈະເລີນຮຸ່ງເຮືອງຫລັງຈາກຫັນກັບມາຫາພຣະເຈົ້າຢາເວ
ເມື່ອພຣະພອນ ແລະ ຄຳສາບແຊ່ງທັງໝົດທີ່ຂ້າພະເຈົ້າໄດ້ປະກາດໄວ້ຕໍ່ໜ້າພວກເຈົ້າເກີດຂຶ້ນແກ່ພວກເຈົ້າ ແລະ ພວກເຈົ້າກໍຈະຄິດໄດ້ໃນຄະນະທີ່ອາໄສຢູ່ໃນທ່າມກາງຊົນຊາດຕ່າງໆ ເຊິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ກະຈາຍພວກເຈົ້າໄປ, ແລະ ເມື່ອໃດທີ່ພວກເຈົ້າ ແລະ ລູກຫລານຂອງພວກເຈົ້າຫັນກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ເຊື່ອຟັງພຣະອົງດ້ວຍສຸດຈິດສຸດໃຈຂອງພວກເຈົ້າ ໃນທຸກສິ່ງທີ່ຂ້າພະເຈົ້າສັ່ງພວກເຈົ້າໃນວັນນີ້, ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະໃຫ້ພວກເຈົ້າກັບຄືນສູ່ຄວາມຈະເລີນຮຸ່ງເຮືອງຂຶ້ນອີກຄັ້ງໜຶ່ງ1 ແລະ ພຣະອົງຈະເມດຕາສົງສານພວກເຈົ້າ ແລະ ເຕົ້າໂຮມພວກເຈົ້າກັບຄືນມາຈາກຊົນຊາດທັງໝົດທີ່ພຣະອົງໄດ້ກະຈັດກະຈາຍພວກເຈົ້າໄປ. ແມ່ນແຕ່ພວກເຈົ້າໄດ້ຖືກຂັບໄລ່ໄປໃນດິນແດນທີ່ໄກທີ່ສຸດຢູ່ພາຍໃຕ້ຟ້າສະຫວັນນີ້ກໍຕາມ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະເຕົ້າໂຮມເອົາພວກເຈົ້າ ແລະ ນຳເອົາພວກເຈົ້າກັບຄືນມາອີກ. ພຣະອົງຈະນຳພວກເຈົ້າມາທີ່ດິນແດນທີ່ເປັນຂອງບັນພະບຸລຸດຂອງພວກເຈົ້າ ແລະ ພວກເຈົ້າຈະຄອບຄອງດິນແດນນັ້ນ. ພຣະອົງຈະໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ແລະ ມີຈຳນວນຫລາຍຂຶ້ນກວ່າບັນພະບຸລຸດຂອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດພິທີຕັດໃຫ້ຈິດໃຈຂອງພວກເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າ, ເພື່ອວ່າພວກເຈົ້າຈະຮັກພຣະອົງດ້ວຍສຸດຈິດສຸດໃຈຂອງພວກເຈົ້າ ແລະ ມີຊີວິດຢູ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະໃຫ້ຄຳສາບແຊ່ງທັງໝົດເຫລົ່ານີ້ຕົກໃສ່ສັດຕູຜູ້ທີ່ກຽດຊັງ ແລະ ຂົ່ມເຫັງພວກເຈົ້າ. ພວກເຈົ້າຈະກັບມາເຊື່ອຟັງພຣະເຈົ້າຢາເວ ແລະ ປະຕິບັດຕາມຄຳສັ່ງທັງໝົດທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້ອີກ. ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະໃຫ້ພວກເຈົ້າຈະເລີນຮຸ່ງເຮືອງໃນວຽກງານທຸກຢ່າງທີ່ພວກເຈົ້າເຮັດ ແລະ ໃຫ້ລູກຫລານຂອງພວກເຈົ້າເພີ່ມທະວີຂຶ້ນ, ໃຫ້ສັດລ້ຽງຂອງພວກເຈົ້າມີລູກອ່ອນຢ່າງຫລວງຫລາຍ ແລະ ຜົນຜະລິດຈາກດິນແດນຂອງພວກເຈົ້າກໍງອກງາມຂຶ້ນ. ພຣະເຈົ້າຢາເວຈະປິຕິຍິນດີໃນພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງຂຶ້ນອີກ ເໝືອນດັ່ງທີ່ພຣະອົງໄດ້ປິຕິຍິນດີໃນບັນພະບຸລຸດຂອງພວກເຈົ້າ. ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຖືຮັກສາຄຳສັ່ງ ແລະ ດຳລັດຂອງພຣະອົງ ເຊິ່ງຂຽນບັນທຶກໄວ້ໃນໜັງສືກົດບັນຍັດນີ້ ແລະ ຫັນກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍສຸດຈິດສຸດໃຈຂອງພວກເຈົ້າ.
ຂໍ້ສະເໜີຈະໃຊ້ຊີວິດ ຫລື ຄວາມຕາຍ
ບັດນີ້ ສິ່ງທີ່ຂ້າພະເຈົ້າກຳລັງສັ່ງພວກເຈົ້າໃນວັນນີ້ບໍ່ແມ່ນສິ່ງທີ່ຍາກສຳລັບພວກເຈົ້າ ຫລື ເປັນສິ່ງທີ່ເກີນຄວາມສາມາດຂອງພວກເຈົ້າ. ສິ່ງນັ້ນບໍ່ໄດ້ຢູ່ສູງໃນຟ້າສະຫວັນຈົນພວກເຈົ້າຕ້ອງໄດ້ຖາມວ່າ, “ຜູ້ໃດຈະຂຶ້ນໄປເທິງຟ້າສະຫວັນແລ້ວນຳເອົາສິ່ງນັ້ນມາປະກາດແກ່ພວກເຮົາ ເພື່ອວ່າພວກເຮົາຈະໄດ້ເຊື່ອຟັງສິ່ງນັ້ນ?” ຫລື ບໍ່ແມ່ນຢູ່ພື້ນທະເລ, ຈົນວ່າພວກເຈົ້າຈະຕ້ອງໄດ້ຖາມວ່າ, “ຜູ້ໃດຈະຂ້າມທະເລເພື່ອນຳເອົາສິ່ງນັ້ນມາປະກາດແກ່ພວກເຮົາ ເພື່ອວ່າພວກເຮົາຈະໄດ້ເຊື່ອຟັງສິ່ງນັ້ນ?” ບໍ່ແມ່ນຢ່າງນັ້ນ, ຖ້ອຍຄຳນີ້ແມ່ນຢູ່ໃກ້ພວກເຈົ້າ; ຖ້ອຍຄຳແມ່ນຢູ່ໃນປາກຂອງພວກເຈົ້າ ແລະ ຢູ່ໃນໃຈຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະເຊື່ອຟັງຖ້ອຍຄຳນັ້ນ.
ເບິ່ງແມ, ວັນນີ້ຂ້າພະເຈົ້າໄດ້ຕັ້ງຊີວິດ ແລະ ຄວາມຈະເລີນຮຸ່ງເຮືອງ, ຄວາມຕາຍ ແລະ ການທຳລາຍໄວ້ຕໍ່ໜ້າພວກເຈົ້າ. ເພາະຂ້າພະເຈົ້າສັ່ງພວກເຈົ້າໃນວັນນີ້ໃຫ້ຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ໃຫ້ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ ແລະ ໃຫ້ຖືຮັກສາບັນດາຄຳສັ່ງ, ດຳລັດ ແລະ ກົດບັນຍັດຂອງພຣະອົງ; ແລ້ວພວກເຈົ້າກໍຈະມີຊີວິດຢູ່ ແລະ ເພີ່ມທະວີຈຳນວນຂຶ້ນ ແລະ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນດິນແດນທີ່ພວກເຈົ້າຈະເຂົ້າໄປຄອບຄອງ.
ແຕ່ຖ້າຈິດໃຈຂອງພວກເຈົ້າຫັນໜີໄປທາງອື່ນ ແລະ ບໍ່ຍອມເຊື່ອຟັງ ແລະ ຖ້າພວກເຈົ້າຖືກຊັກຈູງໄປໃຫ້ກາບໄຫວ້ພະອື່ນນັ້ນ, ຂ້າພະເຈົ້າກໍປະກາດແກ່ພວກເຈົ້າໃນວັນນີ້ວ່າພວກເຈົ້າຈະຖືກທຳລາຍຢ່າງແນ່ນອນ. ພວກເຈົ້າຈະບໍ່ມີຊີວິດຢູ່ໄດ້ຍາວນານໃນດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນເຂົ້າໄປຄອບຄອງນັ້ນ.
ຂ້າພະເຈົ້າເອີ້ນຟ້າສະຫວັນ ແລະ ແຜ່ນດິນໂລກມາເປັນພະຍານຕໍ່ສູ້ພວກເຈົ້າວ່າ ໃນວັນນີ້ຂ້າພະເຈົ້າໄດ້ຕັ້ງຊີວິດ ແລະ ຄວາມຕາຍ, ພຣະພອນ ແລະ ຄຳສາບແຊ່ງໄວ້ຕໍ່ໜ້າພວກເຈົ້າ. ບັດນີ້ ຈົ່ງເລືອກເອົາຊີວິດ, ເພື່ອວ່າພວກເຈົ້າ ແລະ ລູກຫລານຂອງພວກເຈົ້າຈະມີຊີວິດຢູ່ ແລະ ເພື່ອວ່າພວກເຈົ້າຈະຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງຟັງສຽງຂອງພຣະອົງ ແລະ ຢຶດໝັ້ນໃນພຣະອົງ. ເພາະພຣະເຈົ້າຢາເວເປັນຊີວິດຂອງພວກເຈົ້າ ແລະ ຈະໃຫ້ພວກເຈົ້າມີຊີວິດຢູ່ຍາວນານໃນດິນແດນທີ່ພຣະອົງໄດ້ປະຕິຍານວ່າຈະມອບໃຫ້ແກ່ບັນພະບຸລຸດຂອງພວກເຈົ້າຄື ອັບຣາຮາມ, ອີຊາກ ແລະ ຢາໂຄບ.
Source notes (1)
- Footnote ຫລື ຈະນຳພວກເຈົ້າກັບມາຈາກການເປັນຊະເລີຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.