Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 29

ການ​ຮື້ຟື້ນ​ພັນທະສັນຍາ

ທັງໝົດ​ນີ້​ຄື​ຂໍ້​ຮຽກຮ້ອງ​ຂອງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ເຮັດ​ກັບ​ຊາວ​ອິດສະຣາເອນ​ໃນ​ດິນແດນ​ໂມອາບ, ເພີ່ມເຕີມ​ຈາກ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ພວກເຂົາ​ທີ່​ພູເຂົາ​ໂຮເຣັບ.

ໂມເຊ​ໄດ້​ເອີ້ນ​ຊາວ​ອິດສະຣາເອນ​ທັງໝົດ​ມາ​ເຕົ້າໂຮມກັນ ແລະ ກ່າວ​ກັບ​ພວກເຂົາ​ວ່າ:

ພວກເຈົ້າ​ໄດ້​ເຫັນ​ທຸກສິ່ງ​ກັບ​ຕາ​ແລ້ວ​ວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃນ​ເອຢິບ​ຕໍ່​ຟາໂຣ, ຕໍ່​ຂ້າລາຊະການ​ຂອງ​ເພິ່ນ ແລະ ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ. ພວກເຈົ້າ​ໄດ້​ເຫັນ​ໄພພິບັດ​ຄັ້ງ​ໃຫຍ່, ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ຕ່າງໆ​ເຫລົ່ານັ້ນ​ດ້ວຍ​ຕາ​ຂອງ​ພວກເຈົ້າ​ເອງ​ແລ້ວ. ແຕ່​ຈົນ​ທຸກ​ວັນ​ນີ້​ພຣະເຈົ້າຢາເວ​ກໍ​ຍັງ​ບໍ່​ໄດ້​ໃຫ້​ພວກເຈົ້າ​ມີ​ຈິດໃຈ​ທີ່​ຈະ​ເຂົ້າໃຈ ຫລື ຕາ​ທີ່​ເບິ່ງເຫັນ ຫລື ຫູ​ທີ່​ໄດ້​ຍິນ. ແຕ່​ພຣະເຈົ້າຢາເວ​ໄດ້​ເວົ້າ​ວ່າ, “ເຮົາ​ໄດ້​ນຳ​ພາ​ພວກເຈົ້າ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ມາ​ຕະຫລອດ​ສີ່ສິບ​ປີ, ເຄື່ອງນຸ່ງ​ຂອງ​ພວກເຈົ້າ​ບໍ່​ໄດ້​ຂາດ ຫລື ເກີບ​ຂອງ​ພວກເຈົ້າ​ກໍ​ບໍ່​ໄດ້​ຂາດ. ພວກເຈົ້າ​ບໍ່​ໄດ້​ກິນ​ເຂົ້າຈີ່ ແລະ ດື່ມ​ເຫລົ້າອະງຸ່ນ ຫລື ດື່ມ​ເຫລົ້າ. ເຮົາ​ເຮັດ​ເຊັ່ນ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ”.

ເມື່ອ​ພວກເຈົ້າ​ມາ​ເຖິງ​ບ່ອນ​ນີ້, ກະສັດ​ສີໂຫນ​ແຫ່ງ​ເຮັດຊະໂບນ ແລະ ກະສັດ​ໂອກ​ແຫ່ງ​ບາຊານ​ໄດ້​ອອກ​ມາ​ສູ້ຮົບ​ກັບ​ພວກເຮົາ, ແຕ່​ພວກເຮົາ​ໄດ້​ຊະນະ​ພວກເຂົາ. ພວກເຮົາ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ ແລະ ມອບ​ໃຫ້​ເປັນ​ມໍລະດົກ​ຂອງ​ເຜົ່າ​ຣູເບັນ, ເຜົ່າ​ກາດ ແລະ ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ.

ຈົ່ງ​ເອົາໃຈໃສ່​ປະຕິບັດ​ຕາມ​ເງື່ອນໄຂ​ຂອງ​ພັນທະສັນຍາ​ນີ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ຈະເລີນ​ຮຸ່ງເຮືອງ​ໃນ​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ. ໃນ​ວັນ​ນີ້​ພວກເຈົ້າ​ທຸກຄົນ​ກຳລັງ​ຢືນ​ຢູ່​ຕໍໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ລວມ​ທັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ ຫົວໜ້າ​ປະຊາຊົນ, ຜູ້ອາວຸໂສ ແລະ ເຈົ້າໜ້າທີ່ ແລະ ຜູ້ຊາຍ​ທັງໝົດ​ຂອງ​ອິດສະຣາເອນ, ພ້ອມ​ທັງ​ບັນດາ​ລູກ ແລະ ບັນດາ​ເມຍ​ຂອງ​ພວກເຈົ້າ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ຄ້າຍພັກ​ຂອງ​ພວກເຈົ້າ ເຊິ່ງ​ຕັດ​ຟືນ ແລະ ຫາບ​ນ້ຳ​ໃຫ້​ແກ່​ພວກເຈົ້າ. ພວກເຈົ້າ​ກຳລັງ​ຢືນ​ຢູ່​ບ່ອນ​ນີ້​ເພື່ອ​ເຂົ້າ​ຮ່ວມ​ໃນ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ເປັນ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ກັບ​ພວກເຈົ້າ​ໃນ​ວັນ​ນີ້ ແລະ ປະທັບຕາ​ດ້ວຍ​ຄຳ​ປະຕິຍານ, ເພື່ອ​ຢືນຢັນ​ກັບ​ພວກເຈົ້າ​ໃນ​ວັນ​ນີ້​ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ປະຊາຊົນ​ຂອງ​ພຣະອົງ ວ່າ​ພຣະອົງ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຈົ້າ ແລະ ຕາມ​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ. ຂ້າພະເຈົ້າ​ເຮັດ​ພັນທະສັນຍາ​ນີ້​ດ້ວຍ​ຄຳ​ປະຕິຍານ ບໍ່​ສະເພາະ​ແຕ່​ກັບ​ພວກເຈົ້າ ເຊິ່ງ​ກຳລັງ​ຢືນ​ຢູ່​ກັບ​ພວກເຮົາ​ບ່ອນ​ນີ້​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໃນ​ວັນ​ນີ້​ເທົ່ານັ້ນ ແຕ່​ເຮັດ​ກັບ​ບັນດາ​ຜູ້​ທີ່​ບໍ່​ໄດ້​ຢູ່​ບ່ອນນີ້​ໃນ​ວັນ​ນີ້​ດ້ວຍ.

ພວກເຈົ້າ​ເອງ​ກໍ​ຮູ້ວ່າ​ພວກເຮົາ​ຢູ່​ກັນ​ຢ່າງ​ໃດ​ໃນ​ເອຢິບ ແລະ ເຮົາ​ເດີນທາງ​ຜ່ານ​ດິນແດນ​ຂອງ​ຊາດ​ຕ່າງໆ​ມາ​ເຖິງ​ບ່ອນ​ນີ້​ໄດ້​ຢ່າງ​ໃດ. ພວກເຈົ້າ​ໄດ້​ເຫັນ​ໃນ​ທ່າມກາງ​ພວກເຂົາ​ຄື ພາບ​ທີ່​ໜ້າ​ກຽດຊັງ ແລະ ຮູບເຄົາລົບ​ທີ່​ເຮັດ​ດ້ວຍ​ໄມ້, ເຮັດ​ດ້ວຍ​ຫີນ, ເຮັດ​ດ້ວຍ​ເງິນ ແລະ ເຮັດ​ດ້ວຍ​ຄຳ. ໃນ​ວັນ​ນີ້ ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່​ມີ​ຄົນ​ໃດ ບໍ່​ວ່າ​ຊາຍ ຫລື ຍິງ, ຕະກຸນ ຫລື ເຜົ່າ​ໃດ​ໃນ​ພວກເຈົ້າ​ທີ່​ມີ​ໃຈ​ຫັນໜີ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄປ​ກາບໄຫວ້​ພະ​ຂອງ​ຊົນຊາດ​ອື່ນ; ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່​ມີ​ຮາກ​ຂົມຂື່ນ​ເກີດ​ຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ.

ເມື່ອ​ຄົນ​ຢ່າງ​ນັ້ນ​ໄດ້​ຍິນ​ຄຳ​ປະຕິຍານ​ນີ້​ແລ້ວ ພວກເຂົາ​ກໍ​ຂໍ​ພອນ​ໃຫ້​ແກ່​ຕົນ​ເອງ ແລະ ຄິດ​ວ່າ, “ຂ້ອຍ​ຈະ​ຕ້ອງ​ປອດໄພ, ເຖິງ​ແມ່ນ​ວ່າ​ຂ້ອຍ​ຈະ​ດື້ດ້ານ​ໄປ​ຕາມ​ທາງ​ຂອງ​ຕົນ​ເອງ” ພວກເຂົາ​ຈະ​ນຳ​ໄພພິບັດ​ມາ​ເຖິງ​ດິນແດນ​ທີ່​ຊຸ່ມຊື່ນ ແລະ ດິນແດນ​ແຫ້ງແລ້ງ. ພຣະເຈົ້າຢາເວ​ຈະ​ບໍ່​ໃຫ້​ອະໄພ​ແກ່​ພວກເຂົາ; ຄວາມ​ໃຈຮ້າຍ ແລະ ຄວາມ​ກະຕືລືລົ້ນ​ຂອງ​ພຣະອົງ​ຈະ​ເຜົາຜານ​ພວກເຂົາ. ຄຳ​ສາບແຊ່ງ​ທັງໝົດ​ທີ່​ບັນທຶກ​ໄວ້​ໃນ​ໜັງສື​ເຫລັ້ມ​ນີ້​ຈະ​ຕົກ​ໃສ່​ພວກເຂົາ, ແລະ ພຣະເຈົ້າຢາເວ​ຈະ​ລຶບ​ຊື່​ຂອງ​ພວກເຂົາ​ອອກ​ຈາກ​ໃຕ້​ຟ້າສະຫວັນ. ພຣະເຈົ້າຢາເວ​ຈະ​ແຍກ​ພວກເຂົາ​ອອກ​ຈາກ​ເຜົ່າ​ທັງຫລາຍ​ຂອງ​ອິດສະຣາເອນ ເພື່ອ​ລົງໂທດ​ດ້ວຍ​ໄພພິບັດ​ຕາມ​ຄຳ​ສາບແຊ່ງ​ທັງໝົດ​ຂອງ​ພັນທະສັນຍາ​ທີ່​ບັນທຶກ​ໄວ້​ໃນ​ໜັງສື​ກົດບັນຍັດ​ນີ້.

ແລ້ວ​ລູກຫລານ​ຂອງ​ພວກເຈົ້າ​ໃນ​ຊົ່ວ​ອາຍຸ​ຕໍ່ມາ ແລະ ຄົນຕ່າງດ້າວ​ທີ່​ມາ​ຈາກ​ແດນໄກ​ຈະ​ເຫັນ​ໄພພິບັດ​ທີ່​ຕົກ​ໃສ່​ດິນແດນ ແລະ ໂລກໄພ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ທໍລະມານ​ພວກເຂົາ. ດິນແດນ​ທັງໝົດ​ຈະ​ຖືກ​ເຜົາໄໝ້​ກາຍ​ເປັນ​ເກືອ ແລະ ທາດ​ກຳມະຖັນ, ປູກ​ຫຍັງ​ບໍ່​ໄດ້, ບໍ່​ມີ​ພືດ​ໃດ​ງອກ​ຂຶ້ນ, ປູກ​ຜັກ​ເທິງ​ດິນແດນ​ນັ້ນ​ບໍ່​ໄດ້. ທີ່​ນັ້ນ​ຈະ​ເປັນ​ເໝືອນ​ກັບ​ການ​ທຳລາຍ​ຂອງ​ເມືອງ​ໂຊໂດມ ແລະ ໂກໂມຣາ, ອັດມາ ແລະ ເຊບົວອິມ, ເຊິ່ງ​ພຣະເຈົ້າຢາເວ​ໄດ້​ເທ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ລົງ​ເທິງ​ດິນແດນ​ນັ້ນ. ຊົນຊາດ​ທັງໝົດ​ຈະ​ຖາມ​ວ່າ: “ດ້ວຍ​ເຫດ​ໃດ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ຢ່າງ​ນີ້​ດິນແດນ​ນັ້ນ? ດ້ວຍ​ເຫດ​ໃດ​ຄວາມ​ໃຈຮ້າຍ​ນີ້​ຈຶ່ງ​ຮຸນແຮງ​ເຜົາໄໝ້​ຢ່າງ​ນີ້?”

ແລະ ຄຳຕອບ​ກໍ​ຈະ​ເປັນ​ດັ່ງ​ນີ້: “ເປັນ​ເພາະ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ປະຖິ້ມ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ພວກເຂົາ​ເມື່ອ​ພຣະອົງ​ນຳ​ເອົາ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ. ພວກເຂົາ​ໄດ້​ຫລົງ​ທາງ​ໄປ​ກາບໄຫວ້​ພະ​ອື່ນ ແລະ ກົ້ມ​ຫົວ​ໃຫ້​ແກ່​ພະ​ເຫລົ່ານັ້ນ, ເຊິ່ງ​ເປັນ​ພະ​ທີ່​ພວກເຂົາ​ບໍ່​ຮູ້​ຈັກ, ພະ​ທີ່​ພຣະອົງ​ບໍ່​ໄດ້​ມອບ​ໃຫ້​ພວກເຂົາ. ເຫດສະນັ້ນ ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ເຜົາໄໝ້​ຕໍ່ສູ້​ດິນແດນ​ນີ້, ເພື່ອ​ວ່າ​ພຣະອົງ​ຈະ​ນຳ​ຄຳ​ສາບແຊ່ງ​ທັງໝົດ​ທີ່​ບັນທຶກ​ໄວ້​ໃນ​ໜັງສື​ນີ້​ລົງ​ມາ​ເໜືອ​ດິນແດນ​ຂອງ​ພວກເຂົາ. ໂດຍ​ຄວາມ​ໃຈຮ້າຍ​ອັນ​ຮ້ອນແຮງ ແລະ ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ນີ້ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຖອນ​ຮາກ​ພວກເຂົາ​ອອກ​ຈາກ​ດິນແດນ ແລະ ໂຍນ​ຖິ້ມ​ໄປ​ໃນ​ດິນແດນ​ອື່ນ​ເໝືອນ​ດັ່ງ​ທີ່​ເປັນ​ຢູ່​ເວລາ​ນີ້”.

ສິ່ງ​ເລິກລັບ​ທັງຫລາຍ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ແຕ່​ສິ່ງ​ຕ່າງໆ​ທີ່​ໄດ້​ຮັບ​ການ​ເປີດເຜີຍ​ແລ້ວ​ກໍ​ເປັນ​ຂອງ​ພວກເຮົາ ແລະ ລູກຫລານ​ຂອງ​ພວກເຮົາ​ຕະຫລອດ​ໄປ, ເພື່ອ​ວ່າ​ພວກເຮົາ​ຈະ​ປະຕິບັດ​ຕາມ​ຖ້ອຍຄຳ​ທັງໝົດ​ຂອງ​ກົດບັນຍັດ​ນີ້.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.