Biblica® Open Lao Contemporary Version
ພຣະບັນຍັດສອງ 28
ພຣະພອນສຳລັບການເຊື່ອຟັງ
ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ ແລະ ປະຕິບັດຕາມຄຳສັ່ງທັງໝົດທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຍົກພວກເຈົ້າຂຶ້ນເໜືອຊົນຊາດທັງໝົດເທິງແຜ່ນດິນໂລກ. ພຣະພອນເຫລົ່ານີ້ທັງໝົດຈະມາເຖິງພວກເຈົ້າ ແລະ ຕິດຕາມພວກເຈົ້າໄປ ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ພວກເຈົ້າຈະໄດ້ຮັບພອນທັງໃນເມືອງ ແລະ ໃນຊົນນະບົດ.
ຜົນຜະລິດຈາກມຸດລູກຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ແລະ ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ຄືຝູງງົວ ແລະ ຝູງແກະຂອງພວກເຈົ້າຈະໄດ້ຮັບພອນ.
ກະຕ່າຂອງພວກເຈົ້າ ແລະ ຮາງນວດແປ້ງຂອງພວກເຈົ້າກໍຈະໄດ້ຮັບພອນ.
ພວກເຈົ້າຈະໄດ້ຮັບພອນເມື່ອພວກເຈົ້າຈະເຂົ້າມາ ແລະ ພວກເຈົ້າຈະໄດ້ຮັບພອນເມື່ອພວກເຈົ້າອອກໄປ.
ພຣະເຈົ້າຢາເວຈະປາບບັນດາສັດຕູທີ່ລຸກຂຶ້ນຕໍ່ສູ້ພວກເຈົ້າໃຫ້ພ່າຍແພ້ຕໍ່ໜ້າພວກເຈົ້າ. ພວກເຂົາຈະເຂົ້າມາຫາພວກເຈົ້າຈາກທາງດຽວກັນ ແຕ່ປົບໜີໄປຈາກພວກເຈົ້າເຈັດທາງ.
ພຣະເຈົ້າຢາເວຈະອວຍພອນເລົ້າເຂົ້າຂອງພວກເຈົ້າ ແລະ ທຸກສິ່ງທີ່ພວກເຈົ້າລົງມືເຮັດ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນດິນແດນທີ່ພຣະອົງມອບໃຫ້ແກ່ພວກເຈົ້າ.
ຖ້າພວກເຈົ້າປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ, ພຣະເຈົ້າຢາເວກໍຈະຕັ້ງພວກເຈົ້າໃຫ້ເປັນດັ່ງປະຊາຊົນບໍລິສຸດຂອງພຣະອົງ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຈົ້າດ້ວຍຄຳປະຕິຍານ. ແລ້ວທຸກຄົນທີ່ຢູ່ໃນແຜ່ນດິນໂລກຈະເຫັນວ່າພວກເຈົ້າໄດ້ຮັບການເອີ້ນຊື່ຕາມນາມຂອງພຣະເຈົ້າຢາເວ ແລະ ພວກເຂົາຈະຢຳເກງພວກເຈົ້າ. ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຄວາມຈະເລີນຮຸ່ງເຮືອງຢ່າງລົ້ນເຫລືອ ດ້ວຍຜົນຜະລິດຈາກມົດລູກຂອງພວກເຈົ້າ, ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ໃນດິນແດນທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ.
ພຣະເຈົ້າຢາເວຈະເປີດຟ້າສະຫວັນ ເຊິ່ງເປັນຄັງອັນອຸດົມສົມບູນຂອງພຣະອົງ, ເພື່ອສົ່ງຝົນຕົກລົງມາໃສ່ແຜ່ນດິນຂອງພວກເຈົ້າຕາມລະດູການ ແລະ ຈະອວຍພອນວຽກງານທຸກຢ່າງທີ່ພວກເຈົ້າເຮັດ. ພວກເຈົ້າຈະໃຫ້ຫລາຍຊົນຊາດກູ້ຢືມ ແຕ່ຈະບໍ່ຢືມຈາກຜູ້ໃດເລີຍ. ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າເປັນຫົວ, ບໍ່ແມ່ນເປັນຫາງ. ຖ້າພວກເຈົ້າເອົາໃຈໃສ່ຕໍ່ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້ ແລະ ປະຕິບັດຕາມຄຳສັ່ງນັ້ນຢ່າງເຄັ່ງຄັດ ພວກເຈົ້າກໍຈະຢູ່ເບື້ອງເທິງສຸດສະເໝີ, ຈະບໍ່ມີວັນຢູ່ເບື້ອງລຸ່ມເລີຍ, ຢ່າຫັນໜີຈາກຄຳສັ່ງທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້, ຢ່າຫັນໄປທາງຂວາ ຫລື ຫັນໄປທາງຊ້າຍ, ຢ່າໄປຕິດຕາມພະອື່ນ ແລະ ຮັບໃຊ້ບັນດາພະເຫລົ່ານັ້ນ.
ຄຳສາບແຊ່ງສຳລັບການບໍ່ເຊື່ອຟັງ
ເຖິງຢ່າງໃດກໍຕາມ, ຖ້າພວກເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ບໍ່ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ແລະ ດຳລັດຂອງພຣະອົງ ເຊິ່ງຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້, ຄຳສາບແຊ່ງເຫລົ່ານີ້ທັງໝົດກໍຈະມາເຖິງພວກເຈົ້າ.
ພວກເຈົ້າຈະຖືກສາບແຊ່ງໃນເມືອງ ແລະ ໃນຊົນນະບົດ.
ກະຕ່າ ແລະ ຮາງນວດແປ້ງຂອງພວກເຈົ້າຈະຖືກສາບແຊ່ງ.
ຜົນຜະລິດຈາກມຸດລູກຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ແລະ ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ຄືຝູງງົວ ແລະ ຝູງແກະຂອງພວກເຈົ້າຈະຖືກສາບແຊ່ງ.
ພວກເຈົ້າຈະຖືກສາບແຊ່ງເມື່ອພວກເຈົ້າເຂົ້າມາ ແລະ ຖືກສາບແຊ່ງເມື່ອພວກເຈົ້າອອກໄປ.
ພຣະເຈົ້າຢາເວຈະສົ່ງຄຳສາບແຊ່ງລົງມາໃສ່ພວກເຈົ້າ, ພວກເຈົ້າຈະສັບສົນ ແລະ ທຸກສິ່ງທີ່ພວກເຈົ້າເຮັດຈະຖືກຕຳໜິ, ຈົນກວ່າພວກເຈົ້າຈະຖືກທຳລາຍ ແລະ ເຖິງແກ່ຄວາມຈິບຫາຍຢ່າງໄວວາ ເພາະຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດ ໂດຍການປະຖິ້ມພຣະອົງ.1 ພຣະເຈົ້າຢາເວຈະລົງໂທດພວກເຈົ້າດ້ວຍໂລກລະບາດກັບພະຍາດຕ່າງໆ ຈົນກວ່າພຣະອົງຈະທຳລາຍພວກເຈົ້າໃຫ້ໝົດໄປຈາກດິນແດນທີ່ພວກເຈົ້າເຂົ້າໄປຄອບຄອງ. ພຣະເຈົ້າຢາເວຈະຟາດພວກເຈົ້າດ້ວຍໂລກຮ່າງກາຍເສື່ອມໂຊມ, ດ້ວຍໄຂ້ ແລະ ການອັກເສບ, ດ້ວຍຄວາມຮ້ອນໄໝ້ ແລະ ຄວາມແຫ້ງແລ້ງ, ດ້ວຍໃບໃໝ້ ແລະ ດ້ວຍເຊື້ອລາ ເຊິ່ງຈະລົບກວນພວກເຈົ້າຈົນກວ່າພວກເຈົ້າຈະຈິບຫາຍໄປ. ທ້ອງຟ້າເໜືອຫົວຂອງພວກເຈົ້າຈະເປັນເໝືອນທອງສຳລິດ, ແຜ່ນດິນເບື້ອງລຸ່ມຈະເປັນເຫລັກ. ພຣະເຈົ້າຢາເວຈະປ່ຽນຝົນກາຍເປັນຝຸ່ນ ແລະ ຜົງ ເຊິ່ງລົງມາຈາກທ້ອງຟ້າຈົນກວ່າພວກເຈົ້າຈະຖືກທຳລາຍໄປ.
ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າພ່າຍແພ້ຕໍ່ໜ້າບັນດາສັດຕູຂອງພວກເຈົ້າ. ພວກເຈົ້າຈະອອກໄປປະເຊີນໜ້າກັບພວກເຂົາທາງດຽວ ແຕ່ປົບໜີຈາກພວກເຂົາເຈັດທາງ ແລະ ພວກເຈົ້າຈະກາຍເປັນສິ່ງທີ່ໜ້າຢ້ານຫລາຍແກ່ອານາຈັກທັງໝົດໃນແຜ່ນດິນໂລກ. ຊາກສົບຂອງພວກເຈົ້າຈະຕົກເປັນອາຫານຂອງນົກ ແລະ ສັດປ່າ, ແລ້ວຈະບໍ່ມີຜູ້ໃດຂັບໄລ່ພວກມັນໃຫ້ໜີໄປໄດ້. ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າທໍລະມານດ້ວຍຕຸ່ມຝີຢ່າງທີ່ເຄີຍເກີດກັບຊາວເອຢິບ ແລະ ດ້ວຍເນື້ອງອກ, ມີບາດແຜເປັນໜອງ ແລະ ຄັນດ້ວຍ, ເຊິ່ງພວກເຈົ້າບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້. ພຣະເຈົ້າຢາເວຈະທໍລະມານພວກເຈົ້າດ້ວຍຄວາມວິຕົກກັງວົນ, ຕາບອດ ແລະ ໃຈສັບສົນວຸ້ນວາຍ. ເວລາກາງເວັນພວກເຈົ້າຈະງົມທາວໄປທົ່ວເໝືອນຄົນຕາບອດຢູ່ໃນຄວາມມືດ. ພວກເຈົ້າຈະບໍ່ປະສົບຄວາມສຳເລັດໃນທຸກສິ່ງທີ່ພວກເຈົ້າເຮັດ, ພວກເຈົ້າຈະຖືກກົດຂີ່ຂົ່ມເຫັງ ແລະ ຖືກປຸ້ນທຸກວັນ ໂດຍບໍ່ມີຜູ້ໃດຊ່ວຍພວກເຈົ້າເລີຍ.
ພວກເຈົ້າຈະໝັ້ນໝາຍຍິງສາວໄວ້ເພື່ອແຕ່ງງານ, ແຕ່ຊາຍອື່ນຈະເອົານາງໄປຂົ່ມຂືນ. ພວກເຈົ້າຈະສ້າງເຮືອນ, ແຕ່ພວກເຈົ້າຈະບໍ່ໄດ້ເຂົ້າຢູ່ໃນເຮືອນນັ້ນ. ພວກເຈົ້າຈະປູກສວນອະງຸ່ນ, ແຕ່ບໍ່ມີວັນໄດ້ກິນໝາກຂອງມັນ. ງົວຂອງພວກເຈົ້າຈະຖືກຂ້າຕໍ່ໜ້າພວກເຈົ້າ, ແຕ່ພວກເຈົ້າຈະບໍ່ໄດ້ກິນຊີ້ນມັນເລີຍ. ລໍຂອງພວກເຈົ້າຈະຖືກໄລ່ຕ້ອນໄປຕໍ່ໜ້າພວກເຈົ້າ ແລະ ຈະບໍ່ໄດ້ກັບຄືນມາອີກ. ແກະຂອງພວກເຈົ້າຈະຖືກມອບໃຫ້ແກ່ສັດຕູຂອງພວກເຈົ້າ ແລະ ຈະບໍ່ມີຜູ້ໃດຊ່ວຍຊີວິດພວກມັນເລີຍ. ບັນດາລູກຊາຍ ແລະ ລູກສາວຂອງພວກເຈົ້າຈະຖືກມອບໃຫ້ເປັນທາດຂອງອີກຊາດອື່ນ ແລະ ພວກເຈົ້າຈະຕັ້ງຕາລໍຖ້າລູກທຸກວັນ, ແຕ່ບໍ່ອາດຊ່ວຍຫຍັງພວກເຂົາໄດ້. ຄົນທີ່ພວກເຈົ້າບໍ່ຮູ້ຈັກຈະມາກິນຜົນຜະລິດທີ່ພວກເຈົ້າໄດ້ລົງມືປູກ, ຕະຫລອດຊີວິດຂອງພວກເຈົ້າຈະມີແຕ່ການກົດຂີ່ຂົ່ມເຫັງອັນໂຫດຮ້າຍທາລຸນ. ສິ່ງຕ່າງໆທີ່ເຫັນຈະເຮັດໃຫ້ພວກເຈົ້າເປັນບ້າໄປ. ພຣະເຈົ້າຢາເວຈະທໍລະມານຫົວເຂົ່າ ແລະ ຂາຂອງພວກເຈົ້າດ້ວຍຕຸ່ມຝີທີ່ເຈັບປວດທີ່ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້, ເປັນບາດແຜລາມຕັ້ງແຕ່ສົ້ນຕີນຂຶ້ນໄປເຖິງເທິງຫົວ.
ພຣະເຈົ້າຢາເວຈະຂັບໄລ່ພວກເຈົ້າ ແລະ ກະສັດທີ່ພວກເຈົ້າເລືອກໃຫ້ປົກຄອງພວກເຈົ້ານັ້ນໄປທີ່ຊົນຊາດທີ່ພວກເຈົ້າ ຫລື ບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກ. ຢູ່ທີ່ນັ້ນພວກເຈົ້າຈະກາບໄຫວ້ພະອື່ນ ເປັນພະທີ່ສ້າງຂຶ້ນຈາກໄມ້ ແລະ ຫີນ. ພວກເຈົ້າຈະກາຍເປັນສິ່ງທີ່ໜ້າຢ້ານກົວ, ເປັນຂີ້ປາກ ແລະ ເປັນຄຳເຢາະເຢີ້ຍໃນທ່າມກາງຊົນຊາດທັງຫລາຍ ບ່ອນທີ່ພຣະເຈົ້າຢາເວໄດ້ຂັບໄລ່ພວກເຈົ້າໄປ.
ພວກເຈົ້າຈະຫວ່ານເມັດພືດຈຳນວນຫລາຍໃນທົ່ງນາຂອງພວກເຈົ້າ ແຕ່ຈະເກັບກ່ຽວໄດ້ໜ້ອຍ, ເພາະຕັກແຕນຈະກັດກິນພືດຜົນ. ພວກເຈົ້າຈະປູກສວນອະງຸ່ນ ແລະ ເບິ່ງຮັກສາສວນນັ້ນ ແຕ່ພວກເຈົ້າຈະບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລື ໄດ້ເກັບໝາກອະງຸ່ນ, ເພາະໜອນຈະກັດກິນໝາກອະງຸ່ນນັ້ນ. ພວກເຈົ້າຈະມີຕົ້ນໝາກກອກຢູ່ທົ່ວແຜ່ນດິນຂອງເຈົ້າ ແຕ່ພວກເຈົ້າຈະບໍ່ໄດ້ໃຊ້ນ້ຳມັນ, ເພາະໝາກກອກຈະຫລົ່ນໝົດ. ພວກເຈົ້າຈະມີລູກຊາຍ ແລະ ລູກສາວ ແຕ່ພວກເຈົ້າຈະຮັກສາພວກເຂົາໄວ້ບໍ່ໄດ້, ເພາະພວກເຂົາຈະຖືກຈັບໄປເປັນຊະເລີຍ. ຝູງຕັກແຕນຈະທຳລາຍຕົ້ນໄມ້ ແລະ ພືດຜົນໃນແຜ່ນດິນຂອງພວກເຈົ້າຈົນໝົດກ້ຽງ.
ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າຈະຮຸ່ງເຮືອງຫລາຍຂຶ້ນເລື້ອຍໆ, ແຕ່ພວກເຈົ້າຈະຕົກຕ່ຳລົງເລື້ອຍໆ. ພວກເຂົາຈະເປັນຝ່າຍໃຫ້ພວກເຈົ້າຢືມ, ແຕ່ບໍ່ແມ່ນພວກເຈົ້າທີ່ເປັນຝ່າຍໃຫ້ພວກເຂົາຢືມ. ພວກເຂົາຈະເປັນຫົວ, ແຕ່ພວກເຈົ້າຈະເປັນຫາງ.
ຄຳສາບແຊ່ງທັງໝົດນີ້ຈະຕົກແກ່ພວກເຈົ້າ ແລະ ຈະໄລ່ຕາມພວກເຈົ້າຈົນພວກເຈົ້າຈິບຫາຍໄປໝົດ, ເນື່ອງຈາກພວກເຈົ້າບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ບໍ່ຖືຮັກສາຂໍ້ຄຳສັ່ງ ແລະ ດຳລັດຕ່າງໆຂອງພຣະອົງທີ່ໄດ້ມອບໃຫ້ແກ່ພວກເຈົ້າໄວ້. ສິ່ງເຫລົ່ານີ້ຈະເປັນໝາຍສຳຄັນ ແລະ ການອັດສະຈັນແກ່ພວກເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າຕະຫລອດໄປ. ເພາະພວກເຈົ້າບໍ່ໄດ້ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍຄວາມຊື່ນຊົມຍິນດີ ແລະ ດ້ວຍຄວາມເຕັມໃຈໃນຍາມທີ່ພວກເຈົ້າຈະເລີນຮຸ່ງເຮືອງ, ເຫດສະນັ້ນ ພວກເຈົ້າຈະຕ້ອງຮັບໃຊ້ສັດຕູທີ່ພຣະເຈົ້າຢາເວສົ່ງມາຕໍ່ສູ້ພວກເຈົ້າຢ່າງອຶດຫິວ ແລະ ກະຫາຍນ້ຳ, ຢ່າງເປືອຍກາຍ ແລະ ຢ່າງໝົດຕົວ. ພຣະອົງຈະວາງແອກເຫລັກເທິງຄໍຂອງພວກເຈົ້າຈົນກວ່າພຣະອົງຈະທຳລາຍພວກເຈົ້າໃຫ້ໝົດສິ້ນໄປ.
ພຣະເຈົ້າຢາເວຈະນຳຊົນຊາດໜຶ່ງຈາກແດນໄກ, ຈາກສຸດປາຍແຜ່ນດິນໂລກ ເຊິ່ງເວົ້າພາສາທີ່ພວກເຈົ້າບໍ່ອາດເຂົ້າໃຈມາຕໍ່ສູ້ກັບພວກເຈົ້າດັ່ງນົກອິນຊີບິນເຈີດລົງມາ. ເປັນຊົນຊາດທີ່ໜ້າຕາໂຫດຮ້າຍ ບໍ່ເຄົາລົບນັບຖືຜູ້ເຖົ້າ ຫລື ສົງສານຜູ້ໜຸ່ມ. ພວກເຂົາຈະກືນກິນລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ແລະ ພືດຜົນຈາກດິນແດນຂອງພວກເຈົ້າຈົນພວກເຈົ້າຖືກທຳລາຍໝົດສິ້ນ. ພວກເຂົາຈະບໍ່ໃຫ້ເມັດເຂົ້າ, ເຫລົ້າອະງຸ່ນໃໝ່, ນ້ຳມັນໝາກກອກ, ລູກງົວ ຫລື ລູກແກະຈາກຝູງສັດລ້ຽງຂອງພວກເຈົ້າເຫລືອໄວ້ຈົນກວ່າພວກເຈົ້າຈະຈິບຫາຍ. ພວກເຂົາຈະປິດລ້ອມເມືອງຕ່າງໆທົ່ວດິນແດນຂອງພວກເຈົ້າ ຈົນກວ່າປ້ອມປ້ອງກັນທີ່ເປັນກຳແພງສູງທີ່ພວກເຈົ້າໄວ້ວາງໃຈນັ້ນຈະພັງລົງ. ພວກເຂົາຈະປິດລ້ອມເມືອງທັງໝົດທົ່ວດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າ.
ເນື່ອງຈາກຄວາມທຸກທໍລະມານ ສັດຕູຂອງພວກເຈົ້າຈະສ້າງຄວາມເດືອດຮ້ອນໃຫ້ແກ່ພວກເຈົ້າໃນຊ່ວງຖືກປິດລ້ອມເມືອງ, ພວກເຈົ້າຈະກິນຜົນແຫ່ງມົດລູກຂອງພວກເຈົ້າຄື ກິນຊີ້ນລູກຊາຍ ແລະ ລູກສາວທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ. ແມ່ນແຕ່ຊາຍທີ່ອ່ອນໂຍນ ແລະ ໃຈອ່ອນທີ່ສຸດໃນພວກເຈົ້າກໍຍັງຈະບໍ່ມີຄວາມເມດຕາຕໍ່ອ້າຍນ້ອງຂອງຕົນເອງ ຫລື ຕໍ່ເມຍທີ່ລາວຮັກ ແລະ ລູກຂອງລາວທີ່ຍັງມີຊີວິດຢູ່, ແລະ ລາວຈະບໍ່ຍອມແບ່ງປັນຊີ້ນຂອງລູກຫລານຂອງຕົນ ເຊິ່ງລາວກຳລັງກິນຢູ່ນັ້ນ ໃຫ້ຄົນເຫລົ່ານັ້ນຈັກຄົນເລີຍ. ນັ້ນເປັນສິ່ງທັງໝົດທີ່ລາວເຫລືອຢູ່ ເພາະຄວາມທຸກທໍລະມານທີ່ສັດຕູຂອງພວກເຈົ້າສ້າງຄວາມເດືອນຮ້ອນແກ່ພວກເຈົ້າໃນຊ່ວງທີ່ພວກເຂົາປິດລ້ອມເມືອງທັງໝົດຂອງພວກເຈົ້າ. ຜູ້ຍິງທີ່ອ່ອນໂຍນ ແລະ ໃຈອ່ອນໃນພວກເຈົ້າ ຄືອ່ອນໂຍນ ແລະ ໃຈອ່ອນທີ່ສຸດຈົນວ່າຕີນຂອງນາງເກືອບວ່າຈະບໍ່ແຕະຮອດດິນ ກໍຍັງຈະບໍ່ຍອມແບ່ງປັນໃຫ້ກັບຜົວທີ່ນາງຮັກ ຫລື ລູກຊາຍ ຫລື ລູກສາວຂອງຕົນ ນາງຈະເຊື່ອງເດັກນ້ອຍທີ່ຫາກໍເກີດໃໝ່ຈາກມົດລູກຂອງນາງເພື່ອເກັບໄວ້ກິນຄົນດຽວໃນຊ່ວງຢຶດເມືອງ ທ່າມກາງຄວາມທຸກຍາກລຳບາກດ້ວຍມືຂອງສັດຕູໃນເມືອງຕ່າງໆຂອງພວກເຈົ້າ.
ຖ້າພວກເຈົ້າບໍ່ເອົາໃຈໃສ່ປະຕິບັດຕາມຖ້ອຍຄຳທັງໝົດໃນກົດບັນຍັດທີ່ບັນທຶກໄວ້ໃນໜັງສືເຫລັ້ມນີ້ ແລະ ບໍ່ຢຳເກງນາມອັນເຕັມດ້ວຍສະຫງ່າລາສີ ແລະ ໜ້າຢ້ານກົວຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ພຣະເຈົ້າຢາເວຈະສົ່ງໂລກລະບາດອັນໜ້າຢ້ານ, ໄພພິບັດອັນຮຸນແຮງ ແລະ ແກ່ຍາວ, ຄວາມເຈັບປ່ວຍອັນຮ້າຍແຮງ ແລະ ຊຳເຮື້ອມາໃຫ້ແກ່ພວກເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າ. ພຣະອົງຈະນຳພະຍາດຮ້າຍແຮງທັງໝົດແຫ່ງເອຢິບທີ່ພວກເຈົ້າຢ້ານກົວຫລາຍມາເຖິງພວກເຈົ້າ ແລະ ພະຍາດນັ້ນກໍຈະເກາະຕິດຢູ່ກັບພວກເຈົ້າ. ພຣະເຈົ້າຢາເວຈະນຳເອົາຄວາມເຈັບປ່ວຍ ແລະ ໄພພິບັດທຸກປະເພດທີ່ບໍ່ໄດ້ບັນທຶກໄວ້ໃນໜັງສືກົດບັນຍັດນີ້ມາໃຫ້ແກ່ພວກເຈົ້າ ຈົນກວ່າພວກເຈົ້າຈະຖືກທຳລາຍໄປໝົດ. ເຖິງແມ່ນວ່າພວກເຈົ້າເຄີຍມີຈຳນວນຫລວງຫລາຍເໝືອນດັ່ງດວງດາວໃນທ້ອງຟ້າກໍຕາມ ພວກເຈົ້າກໍຈະເຫລືອຢູ່ພຽງໜ້ອຍດຽວ, ເພາະພວກເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ເຊັ່ນດຽວກັບທີ່ພຣະເຈົ້າຢາເວພໍໃຈຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ແລະ ເພີ່ມທະວີຈຳນວນຂຶ້ນນັ້ນ, ດັ່ງນັ້ນ ພຣະອົງກໍຈະພໍໃຈໃນການທຳລາຍລ້າງພວກເຈົ້າໃຫ້ພິນາດໄປ. ພວກເຈົ້າຈະຖືກຖອນຮາກອອກຈາກດິນແດນທີ່ພວກເຈົ້າຈະເຂົ້າໄປຄອບຄອງ.
ແລ້ວພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຕາມຊົນຊາດຕ່າງໆ, ຈາກສຸດໂລກເບື້ອງໜຶ່ງໄປຫາອີກສຸດໂລກເບື້ອງໜຶ່ງ. ພວກເຈົ້າຈະກາບໄຫວ້ພະອື່ນທີ່ເຮັດດ້ວຍໄມ້ ແລະ ຫີນຢູ່ທີ່ນັ້ນ, ເຊິ່ງເປັນພະທີ່ພວກເຈົ້າ ຫລື ບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ. ພວກເຈົ້າຈະບໍ່ໄດ້ພັກຜ່ອນໃນທ່າມກາງຊົນຊາດເຫລົ່ານັ້ນ, ບໍ່ມີແມ່ນແຕ່ບ່ອນໃຫ້ພວກເຈົ້າວາງຕີນລົງ. ຢູ່ທີ່ນັ້ນພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຄວາມຄິດກະວົນກະວາຍ, ເຮັດໃຫ້ດວງຕາອ່ອນເພຍ ແລະ ຫົວໃຈທີ່ຫົດຫູ່ໝົດຫວັງ. ພວກເຈົ້າຈະມີຊີວິດຢູ່ດ້ວຍຄວາມສົງໄສຢູ່ສະເໝີ, ເຊິ່ງເຕັມໄປດ້ວຍຄວາມຢ້ານທັງກາງເວັນ ແລະ ກາງຄືນ, ບໍ່ມີຄວາມໝັ້ນໃຈໃນຊີວິດຂອງພວກເຈົ້າຈັກເທື່ອ. ໃນຕອນເຊົ້າພວກເຈົ້າຈະເວົ້າວ່າ, “ຢາກໃຫ້ເປັນຕອນແລງ!” ແລະ ໃນຕອນແລງພວກເຈົ້າຈະເວົ້າວ່າ, “ຢາກໃຫ້ເປັນຕອນເຊົ້າ!” ເພາະຄວາມຢ້ານກົວອັນໃຫຍ່ຈະເຕັມລົ້ນຢູ່ໃນໃຈຂອງພວກເຈົ້າ ແລະ ພາບຕ່າງໆທີ່ຕາຂອງພວກເຈົ້າຈະເຫັນ. ພຣະເຈົ້າຢາເວຈະສົ່ງພວກເຈົ້າລົງເຮືອກັບໄປເອຢິບ ເຊິ່ງຂ້າພະເຈົ້າໄດ້ເຕືອນບໍ່ໃຫ້ພວກເຈົ້າກັບໄປທີ່ນັ້ນອີກ. ຢູ່ທີ່ນັ້ນພວກເຈົ້າຈະສະເໜີຂາຍຕົນເອງເປັນຂ້າທາດຊາຍ ແລະ ຍິງໃຫ້ແກ່ສັດຕູຂອງພວກເຈົ້າ, ແຕ່ຈະບໍ່ມີຜູ້ໃດຊື້ພວກເຈົ້າ.
Source notes (1)
- Footnote ພາສາເຮັບເຣີວ່າ ເຮົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.