Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 27

ແທ່ນບູຊາ​ທີ່​ພູ​ເອບານ

ໂມເຊ ແລະ ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ສັ່ງ​ປະຊາຊົນ​ວ່າ: “ຈົ່ງ​ຮັກສາ​ຄຳສັ່ງ​ທັງໝົດ​ເຫລົ່ານີ້​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້. ເມື່ອ​ພວກເຈົ້າ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ​ນັ້ນ, ຈົ່ງ​ຕັ້ງ​ຫີນ​ໃຫຍ່​ຈຳນວນ​ໜຶ່ງ​ຂຶ້ນ ແລະ ໂບກ​ດ້ວຍ​ປູນຂາວ. ຈົ່ງ​ຈາລຶກ​ຖ້ອຍຄຳ​ຂອງ​ກົດບັນຍັດ​ທັງໝົດ​ນີ້​ໄວ້​ເທິງ​ຫີນ​ເຫລົ່ານັ້ນ ເມື່ອ​ພວກເຈົ້າ​ຂ້າມ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ແກ່​ພວກເຈົ້າ, ເຊິ່ງ​ເປັນ​ດິນແດນ​ທີ່​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ພວກເຈົ້າ. ແລະ ເມື່ອ​ພວກເຈົ້າ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປ​ແລ້ວ, ຈົ່ງ​ຕັ້ງ​ຫີນ​ເຫລົ່ານີ້​ຂຶ້ນ​ເທິງ​ພູ​ເອບານ ຕາມ​ທີ່​ຂ້າພະເຈົ້າ​ສັ່ງ​ພວກເຈົ້າ​ວັນ​ນີ້, ແລະ ໂອບ​ດ້ວຍ​ປູນຂາວ. ຈົ່ງ​ສ້າງ​ແທ່ນບູຊາ​ດ້ວຍຫີນ​ຂຶ້ນ​ຢູ່​ທີ່​ນັ້ນ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຢ່າ​ໃຫ້​ໃຊ້​ເຄື່ອງມື​ເຫລັກ​ສະກັດ​ຫີນ​ເຫລົ່ານັ້ນ. ຈົ່ງ​ສ້າງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ຫີນ​ທຳມະຊາດ ແລະ ຖວາຍ​ເຄື່ອງເຜົາບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເທິງ​ແທ່ນ​ນັ້ນ. ຈົ່ງ​ຖວາຍ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢູ່​ເທິງ​ແທ່ນ​ນັ້ນ, ຈົ່ງ​ກິນ​ເຄື່ອງຖວາຍ​ນັ້ນ​ດ້ວຍ​ຄວາມ​ຊົມຊື່ນຍິນດີ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ແລະ ພວກເຈົ້າ​ຈົ່ງ​ຂຽນ​ທຸກ​ຖ້ອຍຄຳ​ຂອງ​ກົດບັນຍັດ​ນີ້​ລົງ​ໄປ​ໃຫ້​ຊັດເຈນ​ເທິງ​ກ້ອນຫີນ​ທີ່​ພວກເຈົ້າ​ໄດ້​ຕັ້ງ​ຂຶ້ນ​ນັ້ນ”.

ຄຳ​ສາບແຊ່ງ​ຈາກ​ພູ​ເອບານ

ແລ້ວ​ໂມເຊ ແລະ ບັນດາ​ປະໂລຫິດ​ຊາວເລວີ​ກໍ​ໄດ້​ກ່າວ​ແກ່​ຊາວ​ອິດສະຣາເອນ​ທັງໝົດ​ວ່າ, “ອິດສະຣາເອນ, ຈົ່ງ​ມິດງຽບ ແລະ ຟັງ! ບັດນີ້ ພວກເຈົ້າ​ໄດ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ. ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ ປະຕິບັດ​ຕາມ​ຄຳສັ່ງ ແລະ ດຳລັດ​ທັງໝົດ​ຂອງ​ພຣະອົງ​ທີ່​ຂ້າພະເຈົ້າ​ມອບ​ໃຫ້​ພວກເຈົ້າ​ໃນ​ວັນ​ນີ້”.

ໃນ​ວັນ​ດຽວ​ກັນ​ນັ້ນ​ໂມເຊ​ກໍ​ໄດ້​ສັ່ງ​ປະຊາຊົນ​ດັ່ງນີ້​ວ່າ:

ເມື່ອ​ພວກເຈົ້າ​ໄດ້​ຂ້າມ​ແມ່ນ້ຳ​ຈໍແດນ​ແລ້ວ, ບັນດາ​ເຜົ່າ​ເຫລົ່ານີ້​ຈະ​ຕ້ອງ​ຢືນ​ຢູ່​ເທິງ​ພູເຂົາ​ເກຣີຊິມ​ເພື່ອ​ອວຍພອນ​ປະຊາຊົນ​ຄື: ເຜົ່າ​ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ໂຢເຊັບ ແລະ ເບັນຢາມິນ. ແລະ ເຜົ່າ​ເຫລົ່ານີ້​ຈະ​ຢືນ​ຢູ່​ເທິງ​ພູເຂົາ​ເອບານ​ເພື່ອ​ສາບແຊ່ງ​ປະຊາຊົນ​ຄື: ເຜົ່າ​ຣູເບັນ, ກາດ, ອາເຊ, ເຊບູໂລນ, ດານ ແລະ ເນັບທາລີ.

ຊາວເລວີ​ຈະ​ຮ້ອງ​ກ່າວ​ກັບ​ຊາວ​ອິດສະຣາເອນ​ທັງໝົດ​ວ່າ:

“ຂໍ​ສາບແຊ່ງ​ຄົນ​ທີ່​ສ້າງ​ຮູບເຄົາລົບ ເຊິ່ງ​ເປັນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ລັງກຽດ ເປັນ​ຜົນງານ​ຂອງ​ຈາກ​ມື​ຂອງ​ຊ່າງ ແລະ ຕັ້ງ​ໄວ້​ຢ່າງ​ປິດ​ລັບ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ບໍ່​ໃຫ້​ກຽດ​ພໍ່ ຫລື ແມ່​ຂອງ​ຕົນ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ຍ້າຍ​ຫີນ​ຫລັກ​ເຂດແດນ​ຂອງ​ເພື່ອນບ້ານ​ຂອງ​ຕົນ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ນຳ​ພາ​ຄົນ​ຕາບອດ​ໃຫ້​ຫລົງ​ທາງ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ບໍ່​ໃຫ້​ຄວາມ​ຍຸຕິທຳ​ແກ່​ຄົນຕ່າງດ້າວ, ລູກກຳພ້າ​ພໍ່ ຫລື ແມ່ໝ້າຍ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ຮ່ວມ​ຫລັບນອນ​ກັບ​ເມຍ​ຂອງ​ພໍ່​ຂອງ​ຕົນ, ເພາະ​ລາວ​ບໍ່​ໃຫ້​ກຽດ​ຕຽງ​ຂອງ​ພໍ່​ຂອງ​ຕົນ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ສົມສູ່​ກັບ​ສັດ”.

ແລ້ວ​ປະຊາຊົນ​ທັງໝົດ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ຮ່ວມ​ຫລັບນອນ​ກັບ​ເອື້ອຍ ຫລື ນ້ອງສາວ, ບໍ່​ວ່າ​ຈະ​ເປັນ​ລູກສາວ​ຂອງ​ພໍ່ ຫລື ລູກສາວ​ຂອງ​ແມ່​ຂອງ​ຕົນ​ກໍ​ຕາມ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ຮ່ວມ​ຫລັບນອນ​ກັບ​ແມ່ເຖົ້າ​ຂອງ​ຕົນ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ຂ້າ​ເພື່ອນບ້ານ​ຂອງ​ຕົນ​ຢ່າງ​ລັບໆ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາແມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ຮັບ​ສິນບົນ​ເພື່ອ​ຂ້າ​ຄົນ​ບໍລິສຸດ”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາເມນ!”

“ຂໍ​ສາບແຊ່ງ​ຄົນ​ທີ່​ບໍ່​ຢຶດໝັ້ນ​ປະຕິບັດ​ຖ້ອຍຄຳ​ຂອງ​ກົດບັນຍັດ​ນີ້”.

ແລ້ວ​ປະຊາຊົນ​ທັງໝົດ​ກໍ​ຈະ​ພາ​ກັນ​ຮ້ອງ​ຕອບ​ວ່າ, “ອາເມນ!”

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.