Biblica® Open Lao Contemporary Version
ພຣະບັນຍັດສອງ 26
ພືດຜົນທຳອິດ ແລະ ໜຶ່ງສ່ວນສິບ
ເມື່ອພວກເຈົ້າໄດ້ເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າເປັນມໍລະດົກ ແລະ ໄດ້ຄອບຄອງດິນແດນນັ້ນ ແລ້ວໄດ້ຕັ້ງຖິ່ນຖານຢູ່ໃນທີ່ນັ້ນ, ຈົ່ງນຳພືດຜົນທຳອິດຈຳນວນໜຶ່ງທີ່ເກີດຈາກດິນຂອງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ແກ່ພວກເຈົ້ານັ້ນ ແລະ ໃຫ້ເອົາພືດຜົນນັ້ນໃສ່ກະຕ່າ ແລ້ວມາຍັງສະຖານທີ່ເຊິ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກເປັນບ່ອນສະຖິດຂອງນາມຂອງພຣະອົງ ແລະ ກ່າວຕໍ່ປະໂລຫິດປະຈຳການໃນເວລານັ້ນວ່າ, “ຂ້າພະເຈົ້າຂໍປະກາດໃນວັນນີ້ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ ຂ້າພະເຈົ້າໄດ້ມາຍັງດິນແດນທີ່ພຣະເຈົ້າຢາເວປະຕິຍານໄວ້ກັບບັນພະບຸລຸດຂອງພວກເຮົາວ່າຈະມອບໃຫ້ແກ່ພວກເຮົາ”. ປະໂລຫິດຈະຮັບເອົາກະຕ່າຈາກມືຂອງພວກເຈົ້າໄປວາງໄວ້ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຫລັງຈາກນັ້ນ ພວກເຈົ້າຈະປະກາດຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ: “ບັນພະບຸລຸດຂອງຂ້ານ້ອຍຄືຊາວອາຣາມຜູ້ພະເນຈອນ ແລະ ເພິ່ນໄດ້ລົງໄປອາໄສຢູ່ທີ່ເອຢິບພ້ອມກັບຄົນພຽງໜ້ອຍດຽວ ແຕ່ເມື່ອຢູ່ທີ່ນັ້ນກໍກາຍເປັນຊົນຊາດໃຫຍ່, ມີອຳນາດ ແລະ ມີຄົນຈຳນວນຫລວງຫລາຍ. ແຕ່ຊາວເອຢິບປະຕິບັດຕໍ່ພວກເຮົາຢ່າງໂຫດຮ້າຍ ແລະ ເຮັດໃຫ້ພວກເຮົາທຸກລຳບາກ, ໃຊ້ພວກເຮົາອອກແຮງງານໜັກ. ແລ້ວພວກເຮົາຈຶ່ງຮ້ອງຫາພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາ, ແລະ ພຣະເຈົ້າຢາເວໄດ້ຍິນສຽງຂອງພວກເຮົາ ແລະ ເຫັນຄວາມທຸກທໍລະມານ, ການເຮັດວຽກໜັກ ແລະ ການກົດຂີ່ຂົ່ມເຫັງທີ່ພວກເຮົາໄດ້ຮັບ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງນຳເອົາພວກເຮົາອອກຈາກເອຢິບດ້ວຍມືອັນມີລິດອຳນາດຍິ່ງໃຫຍ່ ແລະ ແຂນທີ່ຍື່ນອອກ ດ້ວຍຄວາມຢ້ານກົວອັນໃຫຍ່ ດ້ວຍໝາຍສຳຄັນ ແລະ ການອັດສະຈັນຕ່າງໆ. ພຣະອົງນຳພວກເຮົາມາຍັງສະຖານທີ່ນີ້ ແລະ ມອບດິນແດນອັນອຸດົມສົມບູນດ້ວຍນ້ຳນົມ ແລະ ນ້ຳເຜິ້ງແກ່ພວກເຮົາ; ແລະ ບັດນີ້ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ນຳພືດຜົນທຳອິດຈາກດິນທີ່ພຣະອົງມອບໃຫ້ແກ່ພວກຂ້ານ້ອຍມາຖວາຍແກ່ພຣະອົງ”. ແລ້ວຈົ່ງວາງກະຕ່ານັ້ນຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ກົ້ມຂາບລົງຕໍ່ໜ້າພຣະອົງ. ແລ້ວພວກເຈົ້າພ້ອມກັບຊາວເລວີ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າຈະຊື່ນຊົມຍິນດີໃນສິ່ງດີງາມທັງປວງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ ແລະ ຄົວເຮືອນຂອງພວກເຈົ້າ.
ເມື່ອພວກເຈົ້າໄດ້ເຮັດສຳເລັດການແຍກໜຶ່ງສ່ວນສິບທັງປວງຂອງຜົນລະປູກຂອງພວກເຈົ້າໃນປີທີສາມແລ້ວ, ເຊິ່ງເປັນປີຂອງການມອບໜຶ່ງສ່ວນສິບນັ້ນ, ພວກເຈົ້າຈະຕ້ອງມອບສິ່ງນັ້ນໃຫ້ແກ່ຊາວເລວີ, ຄົນຕ່າງດ້າວ, ລູກກຳພ້າ ແລະ ແມ່ໝ້າຍ, ເພື່ອພວກເຂົາຈະໄດ້ກິນອີ່ມໜຳສຳລານໃນເມືອງຂອງພວກເຈົ້າ. ຈາກນັ້ນພວກເຈົ້າຈົ່ງກ່າວຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ: “ຂ້ານ້ອຍໄດ້ນຳເອົາສ່ວນສັກສິດຈາກເຮືອນຂອງຂ້ານ້ອຍມາມອບໃຫ້ຊາວເລວີ ຄົນຕ່າງດ້າວ, ລູກກຳພ້າ ແລະ ແມ່ໝ້າຍຕາມທີ່ພຣະອົງໄດ້ສັ່ງໄວ້ແລ້ວນັ້ນ. ຂ້ານ້ອຍບໍ່ໄດ້ປະຖິ້ມ ຫລື ຫລົງລືມຄຳສັ່ງທັງປວງຂອງພຣະອົງ. ຂ້ານ້ອຍບໍ່ໄດ້ກິນສ່ວນສັກສິດໃດໆໃນຂະນະທີ່ຂ້ານ້ອຍໄວ້ທຸກ ຫລື ຂ້ານ້ອຍບໍ່ໄດ້ຍົກສ່ວນສັກສິດໃດອອກໄປຂະນະທີ່ຂ້ານ້ອຍເປັນມົນທິນ ຫລື ຂ້ານ້ອບບໍ່ໄດ້ອຸທິດສ່ວນສັກສິດໃດແກ່ຜູ້ຕາຍ. ຂ້ານ້ອຍໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ແລະ ເຮັດທຸກໆສິ່ງຕາມຄຳສັ່ງຂອງພຣະອົງທີ່ໄດ້ສັ່ງຂ້ານ້ອຍນັ້ນ. ຂໍໂຜດຫລຽວລົງມາຈາກສະຫວັນທີ່ສະຖິດອັນບໍລິສຸດຂອງພຣະອົງ ແລະ ອວຍພອນປະຊາຊົນອິດສະຣາເອນຂອງພຣະອົງ ແລະ ອວຍພອນດິນແດນທີ່ພຣະອົງໄດ້ມອບໃຫ້ແກ່ພວກຂ້ານ້ອຍທັງຫລາຍ ເຊິ່ງເປັນດິນແດນທີ່ອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງຕາມທີ່ພຣະອົງໄດ້ສັນຍາດ້ວຍຄຳປະຕິຍານໄວ້ກັບບັນພະບຸລຸດຂອງພວກຂ້ານ້ອຍທັງຫລາຍ”.
ປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໃນວັນນີ້ໃຫ້ປະຕິບັດຕາມຂໍ້ຄຳສັ່ງ ແລະ ກົດບັນຍັດຕ່າງໆເຫລົ່ານີ້ຄື ຈົ່ງປະຕິບັດຕາມຢ່າງຄົບຖ້ວນດ້ວຍສຸດຈິດສຸດໃຈຂອງພວກເຈົ້າ. ວັນນີ້ພວກເຈົ້າໄດ້ປະກາດແລ້ວວ່າພຣະເຈົ້າຢາເວເປັນພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າຈະດຳເນີນໃນທາງຂອງພຣະອົງ ດ້ວຍການເຊື່ອຟັງພຣະອົງ, ພ້ອມທັງຈະຖືຮັກສາຂໍ້ຄຳສັ່ງ, ຄຳສັ່ງ ແລະ ກົດບັນຍັດຂອງພຣະອົງ ແລະ ຈະຮັບຟັງພຣະອົງ. ແລະ ໃນວັນນີ້ພຣະເຈົ້າຢາເວປະກາດວ່າພວກເຈົ້າເປັນປະຊາຊົນຂອງພຣະອົງ, ເປັນກຳມະສິດລ້ຳຄ່າຂອງພຣະອົງຕາມທີ່ພຣະອົງສັນຍາໄວ້ ແລະ ພວກເຈົ້າຈະປະຕິບັດຕາມຄຳສັ່ງທັງໝົດຂອງພຣະອົງ. ພຣະອົງປະກາດໄວ້ວ່າຈະຕັ້ງໃຫ້ພວກເຈົ້າເປັນທີ່ຍົກຍ້ອງ, ມີກຽດ ແລະ ຊື່ສຽງເໜືອກວ່າຊົນຊາດອື່ນໆທັງປວງທີ່ສ້າງ ແລະ ພວກເຈົ້າຈະເປັນຊົນຊາດບໍລິສຸດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕາມທີ່ພຣະອົງສັນຍາໄວ້.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.