Biblica® Open Lao Contemporary Version
ພຣະບັນຍັດສອງ 25
ເມື່ອຜູ້ໃດເປັນຄວາມກັນ, ໃຫ້ພວກເຂົານຳເລື່ອງນັ້ນມາທີ່ສານ ແລະ ຜູ້ພິພາກສາຈະຕັດສີນຄະດີນັ້ນ, ໂດຍປ່ອຍໂຕຜູ້ບໍລິສຸດ ແລະ ລົງໂທດຜູ້ທີ່ເຮັດຜິດ. ຖ້າຜູ້ທີ່ຜິດສົມຄວນຖືກຂ້ຽນຕີ, ຜູ້ພິພາກສາຈະສັ່ງໃຫ້ພວກເຂົານອນລົງ ແລະ ໃຫ້ຂ້ຽນຕີຕໍ່ໜ້າຜູ້ພິພາກສາ ຫລາຍ ຫລື ໜ້ອຍແມ່ນແລ້ວແຕ່ຜູ້ທີ່ເຮັດຜິດສົມຄວນໄດ້ຮັບ, ແຕ່ຜູ້ພິພາກສາຈະຕ້ອງບໍ່ກຳນົດໃຫ້ຂ້ຽນຕີເກີນສີ່ສິບບາດ. ຖ້າຫາກຜູ້ທີ່ເຮັດຜິດຖືກຂ້ຽນຕີຫລາຍກວ່ານັ້ນ, ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າກໍຈະເສື່ອມເສຍກຽດຕໍ່ໜ້າພວກເຈົ້າ.
ຢ່າເອົາປອກສຸບໃສ່ປາກງົວໃນຂະນະທີ່ມັນກຳລັງນວດເມັດພືດຢູ່.
ຖ້າຍາດພີ່ນ້ອງອາໄສຢູ່ນຳກັນ ແລະ ມີຄົນໜຶ່ງຕາຍໄປໂດຍບໍ່ມີລູກຊາຍ, ແມ່ໝ້າຍຜູ້ເປັນເມຍຂອງຜູ້ຕາຍຈະຕ້ອງບໍ່ແຕ່ງງານກັບຄົນນອກຄອບຄົວ. ອ້າຍ ຫລື ນ້ອງຊາຍຂອງຜົວຈະຕ້ອງຮັບເອົານາງເປັນເມຍ ແລະ ເຮັດໜ້າທີ່ອ້າຍ ຫລື ນ້ອງຊາຍຜົວໃຫ້ແກ່ນາງ. ລູກຄົນທຳອິດທີ່ເກີດມາຈະຕ້ອງຖືວ່າເປັນລູກຂອງອ້າຍຜູ້ທີ່ຕາຍໄປແລ້ວນັ້ນ ເພື່ອວ່າຊື່ຂອງລາວຈະບໍ່ຖືກລຶບອອກໄປຈາກອິດສະຣາເອນ.
ເຖິງຢ່າງໃດກໍຕາມ, ຖ້າພີ່ນ້ອງຂອງຜູ້ຕາຍບໍ່ຍອມແຕ່ງງານກັບເມຍຂອງຜູ້ຕາຍນັ້ນ, ນາງຈະຕ້ອງໄປຫາບັນດາຜູ້ອາວຸໂສຢູ່ທີ່ປະຕູເມືອງ ແລະ ເວົ້າວ່າ, “ຍາດພີ່ນ້ອງຂອງຜົວຂອງຂ້ອຍບໍ່ຍອມຮັກສາຊື່ຂອງຍາດພີ່ນ້ອງທີ່ຕາຍໄປໃນອິດສະຣາເອນ. ລາວບໍ່ຍອມເຮັດໜ້າທີ່ອ້າຍຂອງຜົວຕໍ່ຂ້ອຍ”. ແລ້ວບັນດາຜູ້ອາວຸໂສຂອງເມືອງນັ້ນກໍຈະເອີ້ນຍາດພີ່ນ້ອງຄົນນັ້ນມາເຈລະຈາ. ຖ້າລາວຍັງຢືນຢັນປະຕິເສດວ່າ, “ຂ້າພະເຈົ້າບໍ່ຕ້ອງການແຕ່ງງານກັບນາງ,” ແມ່ໝ້າຍຄົນນັ້ນກໍຈະຍ່າງເຂົ້າໄປຫາລາວຕໍ່ໜ້າບັນດາຜູ້ອາວຸໂສ, ປົດເກີບຂອງລາວອອກມາກິ່ງໜຶ່ງ, ແລ້ວຖົ່ມນ້ຳລາຍໃສ່ໜ້າລາວ ແລະ ເວົ້າວ່າ, “ຄົນທີ່ບໍ່ຍອມສືບເຊື້ອສາຍຕະກຸນໃຫ້ພີ່ນ້ອງຂອງຕົນກໍຕ້ອງຖືກເຮັດຢ່າງນີ້”. ເຊື້ອສາຍຂອງຊາຍຄົນນັ້ນກໍຈະເປັນທີ່ຮູ້ຈັກກັນໃນອິດສະຣາເອນວ່າ, “ຄອບຄົວຂອງຄົນທີ່ຖືກປົດເກີບອອກ”.
ຖ້າຊາຍສອງຄົນຕໍ່ສູ້ກັນ ແລະ ເມຍຂອງຝ່າຍໜຶ່ງເຂົ້າມາຊ່ວຍຜົວໂດຍບີບອະໄວຍະວະເພດຂອງຝ່າຍກົງກັນຂ້າມ, ພວກເຈົ້າຈະຕ້ອງຕັດມືຂອງນາງຖິ້ມ. ຢ່າເມດຕານາງເລີຍ.
ຢ່າມີໝາກຕຸ້ມນ້ຳໜັກທີ່ຕ່າງກັນໄວ້ໃນຖົງຂອງພວກເຈົ້າຄື ອັນໜຶ່ງໜັກ, ອັນໜຶ່ງເບົາ. ຢ່າມີເຄື່ອງວັດແທກທີ່ຕ່າງກັນໃນເຮືອນຂອງພວກເຈົ້າຄື ອັນໜຶ່ງໃຫຍ່, ອັນໜຶ່ງນ້ອຍ. ພວກເຈົ້າຕ້ອງໃຊ້ມາດຕາຊັ່ງນ້ຳໜັກ, ວັດແທກທີ່ຖືກຕ້ອງ ແລະ ສັດຊື່, ເພື່ອວ່າພວກເຈົ້າຈະມີຊີວິດຍືນຍາວໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ແກ່ພວກເຈົ້າ. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຜູ້ທີ່ເຮັດສິ່ງເຫລົ່ານີ້, ຜູ້ໃດກໍຕາມທີ່ບໍ່ສັດຊື່.
ຈົ່ງລະນຶກເຖິງສິ່ງທີ່ຊາວອາມາເຫລັກໄດ້ເຮັດແກ່ພວກເຈົ້າຢູ່ຕາມທາງເມື່ອພວກເຈົ້າອອກມາຈາກເອຢິບ. ພວກເຂົາພົບພວກເຈົ້າກາງທາງ ເມື່ອພວກເຈົ້າອິດອ່ອນເມື່ອຍແຮງ, ພວກເຂົາກໍໂຈມຕີຄົນທີ່ຢູ່ທາງດ້ານຫລັງ, ພວກເຂົາບໍ່ມີຄວາມຢ້ານກົວພຣະເຈົ້າເລີຍ. ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ພວກເຈົ້າພັກສະຫງົບຈາກສັດຕູທັງໝົດທີ່ຢູ່ອ້ອມຂ້າງພວກເຈົ້າໃນດິນແດນທີ່ພຣະອົງມອບໃຫ້ພວກເຈົ້າຄອບຄອງເປັນມໍລະດົກນັ້ນ, ພວກເຈົ້າຈະຕ້ອງຕັດຊື່ຂອງຊາວອາມາເຫລັກອອກຈາກພາຍໃຕ້ຟ້າສະຫວັນ. ຢ່າໄດ້ລືມຂໍ້ນີ້!
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.