Skip to content
BibleKenya

Biblica® Open Lao Contemporary Version

ພຣະບັນຍັດສອງ 24

ຖ້າ​ຊາຍໃດ​ແຕ່ງງານ​ກັບ​ຜູ້ຍິງ​ຄົນ​ໜຶ່ງ ແລ້ວ​ບໍ່​ເພິ່ງ​ພໍໃຈ​ຕໍ່​ນາງ​ເພາະ​ຊາຍ​ຄົນ​ນັນ​ພົບ​ບາງ​ສິ່ງ​ທີ່​ບໍ່​ເໝາະສົມ​ກ່ຽວກັບ​ນາງ ແລະ ລາວ​ຂຽນ​ໜັງສື​ຢັ້ງຢືນ​ການ​ຢ່າຮ້າງ, ແລ້ວ​ນຳ​ເອົາ​ໜັງສື​ນັ້ນ​ມອບ​ໃຫ້​ແກ່​ນາງ ແລະ ສົ່ງ​ນາງ​ອອກ​ໄປ​ຈາກ​ເຮືອນ​ຂອງ​ຕົນ, ແລະ ຖ້າ​ຫລັງຈາກ​ທີ່​ນາງ​ອອກ​ໄປ​ຈາກ​ເຮືອນ​ຂອງ​ຊາຍ​ນັ້ນ​ແລ້ວ ນາງ​ກໍ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ, ແລະ ຜົວ​ທີ​ສອງ​ກໍ​ບໍ່​ພໍໃຈ​ນາງ ແລະ ຂຽນ​ໜັງສື​ຢັ້ງຢືນ​ການ​ຢ່າຮ້າງ​ມອບ​ໃຫ້​ນາງ, ແລ້ວ​ສົ່ງ​ນາງ​ອອກ​ໄປ​ຈາກ​ເຮືອນ​ຂອງ​ຕົນ ຫລື ຖ້າ​ຜົວ​ຄົນ​ທີ​ສອງ​ຕາຍ​ໄປ, ແລ້ວ​ຜົວ​ຄົນ​ທຳອິດ​ທີ່​ຢ່າຮ້າງ​ກັບ​ນາງ​ແລ້ວ​ນັ້ນ​ແມ່ນ​ຫ້າມ​ກັບ​ໄປ​ແຕ່ງງານ​ກັບ​ນາງ​ອີກ​ເພາະ​ນາງ​ເປັນມົນທິນ​ແລ້ວ. ສິ່ງ​ນີ້​ເປັນ​ທີ່​ໜ້າ​ກຽດຊັງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ. ຢ່າ​ນຳ​ເອົາ​ບາບ​ມາ​ໃສ່​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ມອບ​ໃຫ້​ພວກເຈົ້າ​ເປັນ​ມໍລະດົກ.

ຖ້າ​ຊາຍ​ໃດ​ຫາ​ກໍ​ແຕ່ງງານ​ໃໝ່, ລາວ​ຈະ​ຕ້ອງ​ບໍ່​ຖືກ​ສົ່ງ​ໄປ​ອອກຮົບ ຫລື ມອບໝາຍ​ໜ້າທີ່​ອື່ນ​ໃຫ້​ລາວ. ຕະຫລອດ​ປີ​ທຳອິດ​ນັ້ນ​ແມ່ນ​ໃຫ້​ລາວ​ຢູ່​ເຮືອນ ແລະ ມີ​ຄວາມສຸກ​ຢູ່​ກັບ​ເມຍ​ທີ່​ລາວ​ໄດ້​ແຕ່ງງານ​ນຳ.

ຢ່າ​ຢຶດ​ເອົາ​ຫີນໂມ້ແປ້ງ​ຄູ່​ໜຶ່ງ​ເປັນ​ເຄື່ອງ​ຄ້ຳປະກັນ​ການ​ກູ້ຢືມ ແມ່ນ​ແຕ່​ຫີນ​ທີ່​ຢອງ​ຢູ່​ເທິງ, ເພາະ​ເປັນ​ການ​ຢຶດ​ເອົາ​ເຄື່ອງມື​ຫາ​ກິນ​ຂອງ​ຄົນ​ນັ້ນ​ມາ​ເປັນ​ຂອງ​ຄ້ຳປະກັນ.

ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ໃນ​ການ​ລັກ​ພາ​ໂຕ​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄປ ແລະ ປະຕິບັດ​ຕໍ່​ພວກເຂົາ ຫລື ຂາຍ​ພວກເຂົາ​ເໝືອນດັ່ງ​ຂ້າທາດ, ຜູ້​ລັກ​ພາ​ໂຕ​ນັ້ນ​ຈະ​ຕ້ອງ​ຕາຍ. ພວກເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວຮ້າຍ​ອອກ​ໄປ​ຈາກ​ທ່າມກາງ​ພວກເຈົ້າ.

ໃນ​ກໍລະນີ​ຂອງ​ພະຍາດ​ຜິວ​ທີ່​ເປັນມົນທິນ,1 ຈົ່ງ​ເອົາໃຈໃສ່​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ປະໂລຫິດ​ຊາວເລວີ​ຢ່າງ​ເຄັ່ງຄັດ. ພວກເຈົ້າ​ຕ້ອງ​ເອົາໃຈໃສ່​ປະຕິບັດ​ຕາມ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຂົາ​ໄວ້. ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຕໍ່​ມີຣີອາມ​ຕາມ​ທາງ ຫລັງ​ຈາກ​ທີ່​ພວກເຈົ້າ​ອອກ​ຈາກ​ເອຢິບ.

ເມື່ອ​ພວກເຈົ້າ​ໃຫ້​ເພື່ອນບ້ານ​ກູ້ຢືມ​ສິ່ງ​ໃດ, ຢ່າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ພວກເຂົາ​ເພື່ອ​ເອົາ​ສິ່ງຂອງ​ທີ່​ຈະ​ມອບ​ໃຫ້​ພວກເຈົ້າ​ເປັນ​ເຄື່ອງ​ຄ້ຳປະກັນ. ຈົ່ງ​ລໍຖ້າ​ຢູ່​ຂ້າງນອກ ແລະ ປ່ອຍ​ໃຫ້​ຜູ້​ຂໍ​ກູ້ຢືມ​ຈາກ​ພວກເຈົ້າ​ນັ້ນ​ນຳ​ເອົາ​ເຄື່ອງ​ຄ້ຳປະກັນ​ອອກ​ມາ​ໃຫ້​ພວກເຈົ້າ. ຖ້າ​ເພື່ອນບ້ານ​ຄົນ​ນັ້ນ​ທຸກຍາກ, ພວກເຈົ້າ​ກໍ​ຢ່າ​ເກັບ​ເຄື່ອງ​ຄ້ຳປະກັນ​ຄອບຄອງ​ໄວ້​ຈົນ​ຂ້າມ​ຄືນ. ຈົ່ງ​ຄືນ​ເສື້ອຄຸມ​ໃຫ້​ລາວ​ກ່ອນ​ຕາເວັນ​ຕົກ​ດິນ ເພື່ອ​ວ່າ​ເພື່ອນບ້ານ​ຂອງ​ພວກເຈົ້າ​ຈະ​ໃຊ້​ຫົ່ມ​ນອນ. ແລ້ວ​ລາວ​ກໍ​ຈະ​ຂອບໃຈ​ພວກເຈົ້າ ແລະ ຈະ​ຖື​ວ່າ​ເປັນ​ການ​ກະທຳ​ທີ່​ຊອບທຳ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ ພຣະເຈົ້າ​ຂອງ​ພວກເຈົ້າ.

ຢ່າ​ເອົາ​ປຽບ​ລູກຈ້າງ​ທີ່​ທຸກຍາກ ແລະ ຂັດສົນ, ບໍ່​ວ່າ​ລູກຈ້າງ​ນັ້ນ​ຈະ​ເປັນ​ພີ່ນ້ອງ​ຊາວ​ອິດສະຣາເອນ ຫລື ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ. ຈົ່ງ​ຈ່າຍ​ຄ່າ​ແຮງງານ​ໃຫ້​ແກ່​ພວກເຂົາ​ທຸກ​ວັນ​ກ່ອນ​ຕາເວັນ​ຕົກ​ດິນ, ເພາະ​ພວກເຂົາ​ທຸກຍາກ ແລະ ຈົດຈໍ່​ຢູ່​ທີ່​ຄ່າແຮງງານ​ນັ້ນ. ບໍ່​ດັ່ງນັ້ນ​ພວກເຂົາ​ອາດ​ຈະ​ຮ້ອງ​ຫາ​ພຣະເຈົ້າຢາເວ​ກ່າວໂທດ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ມີ​ຄວາມ​ຜິດ​ບາບ.

ຢ່າ​ຂ້າ​ພໍ່​ແມ່​ເພາະ​ບາບ​ຂອງ​ລູກ ຫລື ຂ້າ​ລູກ​ເພາະ​ບາບ​ຂອງ​ພໍ່​ແມ່; ແຕ່​ລະ​ຄົນ​ຈະ​ຕ້ອງ​ຕາຍ​ເພາະ​ບາບ​ຂອງ​ຕົນ​ເອງ.

ຈົ່ງ​ໃຫ້​ຄວາມ​ຍຸຕິທຳ​ແກ່​ຄົນຕ່າງດ້າວ ແລະ ລູກກຳພ້າ​ພໍ່, ຢ່າ​ເອົາ​ເສື້ອຄຸມ​ຂອງ​ແມ່ໝ້າຍ​ເປັນ​ເຄື່ອງ​ຄ້ຳປະກັນ. ຈົ່ງ​ລະນຶກ​ວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ໃນ​ເອຢິບ ແລະ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໄຖ່​ພວກເຈົ້າ​ອອກ​ມາ​ຈາກ​ທີ່​ນັ້ນ. ດ້ວຍ​ເຫດ​ນີ້​ຂ້າພະເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ເຊັ່ນ​ນີ້.

ເມື່ອ​ພວກເຈົ້າ​ເກັບກ່ຽວ​ພືດຜົນ​ໃນ​ທົ່ງນາ ແລະ ຖ້າ​ພວກເຈົ້າ​ລືມ​ຝ່ອນເຂົ້າ​ມັດ​ໜຶ່ງ​ໄວ້​ໃນ​ທົ່ງນາ, ຢ່າ​ກັບ​ຄືນ​ໄປ​ເກັບ​ເອົາ​ຝ່ອນເຂົ້າ​ນັ້ນ. ຈົ່ງ​ປະ​ໄວ້​ສຳລັບ​ຄົນຕ່າງດ້າວ, ລູກກຳພ້າ​ພໍ່ ແລະ ແມ່ໝ້າຍ, ເພື່ອ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ອວຍພອນ​ວຽກງານ​ທຸກ​ຢ່າງ​ທີ່​ພວກເຈົ້າ​ເຮັດ. ເມື່ອ​ພວກເຈົ້າ​ເກັບ​ໝາກກອກ​ຈາກ​ຕົ້ນ, ຢ່າ​ໄດ້​ເກັບ​ຊ້ຳ​ຫງ່າ​ເກົ່າ​ເທື່ອ​ທີ​ສອງ. ຈົ່ງ​ປ່ອຍ​ສ່ວນ​ທີ່​ເຫລືອ​ໄວ້​ເປັນ​ຂອງ​ຄົນຕ່າງດ້າວ, ລູກກຳພ້າ​ພໍ່ ແລະ ແມ່ໝ້າຍ. ເມື່ອ​ພວກເຈົ້າ​ເກັບ​ໝາກອະງຸ່ນ​ໃນ​ສວນອະງຸ່ນ​ຂອງ​ພວກເຈົ້າ, ຢ່າ​ເກັບ​ຊ້ຳ​ຄືນ​ອີກ. ຈົ່ງ​ປ່ອຍ​ສ່ວນ​ທີ່​ເຫລືອ​ໄວ້​ເປັນ​ຂອງ​ຄົນຕ່າງດ້າວ, ລູກກຳພ້າ​ພໍ່ ແລະ ແມ່ໝ້າຍ. ຈົ່ງ​ລະນຶກ​ວ່າ​ພວກເຈົ້າ​ເຄີຍ​ເປັນ​ຂ້າທາດ​ໃນ​ເອຢິບ. ດ້ວຍ​ເຫດ​ນີ້​ຂ້າພະເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້.

Source notes (1)
  1. Footnote ຄຳ​ໃນ​ພາສາ​ເຮັບເຣີ​ທີ່​ໃຊ້​ໝາຍ​ເຖິງ​ພະຍາດ​ຜິວໜັງ​ຕ່າງໆ ບໍ່​ຈຳເປັນ​ຕ້ອງ​ເປັນ​ພະຍາດ​ຂີ້ທູດ​ເທົ່ານັ້ນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.