Biblica® Open Lao Contemporary Version
ກິດຈະການ 4
ເປໂຕກັບໂຢຮັນຕໍ່ໜ້າສະພາແຊນເຮດຣິນ
ຂະນະທີ່ເປໂຕ ແລະ ໂຢຮັນຍັງກ່າວແກ່ປະຊາຊົນຢູ່ນັ້ນ ບັນດາປະໂລຫິດ, ຫົວໜ້າເຝົ້າຍາມວິຫານ ແລະ ພວກຊາດູກາຍກໍໄດ້ມາຫາພວກເພິ່ນ. ພວກເຂົາຂັດເຄືອງໃຈຫລາຍເພາະພວກອັກຄະສາວົກໄດ້ສັ່ງສອນ ແລະ ໄດ້ປະກາດແກ່ຄົນທັງຫລາຍເຖິງເລື່ອງການເປັນຄືນມາຈາກຕາຍໂດຍອ້າງວ່າພຣະເຢຊູຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ. ພວກເຂົາໄດ້ຈັບເປໂຕ ແລະ ໂຢຮັນໄວ້, ເນື່ອງຈາກວ່າຄໍ່າແລ້ວພວກເຂົາຈຶ່ງຂັງພວກເພິ່ນໄວ້ໃນຄຸກຈົນເຖິງມື້ຕໍ່ມາ. ແຕ່ຫລາຍຄົນກໍໄດ້ເຊື່ອເມື່ອໄດ້ຍິນຄຳສັ່ງສອນນັ້ນ; ດັ່ງນັ້ນ ຈຶ່ງມີຈຳນວນພວກຜູ້ຊາຍທີ່ເຊື່ອເພີ່ມຂຶ້ນປະມານຫ້າພັນຄົນ.
ໃນມື້ຕໍ່ມາພວກຜູ້ນຳ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໄດ້ມາປະຊຸມກັນທີ່ເຢຣູຊາເລັມ. ມະຫາປະໂລຫິດອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນອື່ນໆທີ່ເປັນສະມາຊິກໃນຄອບຄົວຂອງມະຫາປະໂລຫິດກໍຢູ່ທີ່ນັ້ນ. ພວກເຂົາໄດ້ນຳເອົາເປໂຕ ແລະ ໂຢຮັນມາຢູ່ຕໍ່ໜ້າ ແລະ ຖາມພວກເຂົາວ່າ: “ພວກເຈົ້າເຮັດການນີ້ໂດຍລິດອຳນາດ ຫລື ໃນນາມຂອງຜູ້ໃດ?”
ແລ້ວເປໂຕ, ຜູ້ທີ່ເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າກໍກ່າວແກ່ພວກເຂົາວ່າ: “ຮຽນບັນດາທ່ານຜູ້ນຳປະຊາຊົນ ແລະ ບັນດາເຖົ້າແກ່ທີ່ນັບຖື! ໃນວັນນີ້ ຖ້າພວກເຮົາຖືກເອີ້ນມາໃຫ້ການເພາະເລື່ອງທີ່ສະແດງຄວາມເມດຕາແກ່ຄົນເປ້ຍ ແລະ ຖືກຖາມວ່າລາວດີເປັນປົກກະຕິໄດ້ຢ່າງໃດ, ກໍຂໍໃຫ້ພວກທ່ານ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ຮູ້ວ່າ: ສິ່ງນີ້ເປັນໄປໂດຍນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ ທີ່ພວກທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ, ໂດຍນາມຂອງພຣະອົງນັ້ນເອງ ຊາຍຜູ້ທີ່ຢືນຢູ່ຕໍ່ໜ້າພວກທ່ານນີ້ຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ. ພຣະເຢຊູເຈົ້າອົງເປັນ
“ ‘ຫີນທີ່ພວກທ່ານທັງຫລາຍຜູ້ເປັນຊ່າງກໍ່ໄດ້ຖິ້ມແລ້ວ,
ກໍໄດ້ກາຍເປັນຫີນເສົາເອກ1ແລ້ວ’.2
ໃນຜູ້ອື່ນຄວາມລອດພົ້ນບໍ່ມີ, ເພາະບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າສະຫວັນທີ່ຈະມອບໃຫ້ແກ່ມະນຸດ ເພື່ອເຮັດໃຫ້ພວກເຮົາທັງຫລາຍຕ້ອງໄດ້ພົ້ນ”.
ເມື່ອພວກເຂົາເຫັນຄວາມກ້າຫານຂອງເປໂຕ ແລະ ໂຢຮັນ ແລະ ສັງເກດວ່າພວກເພິ່ນເປັນຄົນທຳມະດາສາມັນຂາດການສຶກສາ, ພວກເຂົາກໍປະຫລາດໃຈ ແລະ ນຶກຂຶ້ນໄດ້ວ່າຄົນເຫລົ່ານີ້ເຄີຍຢູ່ກັບພຣະເຢຊູເຈົ້າ. ແຕ່ເນື່ອງຈາກວ່າພວກເຂົາໄດ້ເຫັນຊາຍທີ່ຫາຍດີພະຍາດນັ້ນຢືນຢູ່ກັບເປໂຕ ແລະ ໂຢຮັນ ພວກເຂົາກໍເວົ້າຫຍັງບໍ່ໄດ້. ດັ່ງນັ້ນ ພວກເຂົາຈຶ່ງສັ່ງໃຫ້ພວກເພິ່ນອອກໄປຈາກທີ່ປະຊຸມສະພາແຊນເຮດຣິນ ແລ້ວຈຶ່ງປຶກສາຫາລືກັນວ່າ, “ພວກເຮົາຈະເຮັດຢ່າງໃດກັບທັງສອງຄົນນີ້? ເພາະທຸກຄົນທີ່ຢູ່ໃນເຢຣູຊາເລັມຕ່າງກໍຮູ້ວ່າພວກເຂົາໄດ້ເຮັດໝາຍສຳຄັນອັນຍິ່ງໃຫຍ່ນີ້ ແລະ ພວກເຮົາກໍປະຕິເສດການນີ້ບໍ່ໄດ້. ແຕ່ເພື່ອຢຸດຕິເລື່ອງນີ້ບໍ່ໃຫ້ແຜ່ອອກໄປຕື່ມອີກໃນທ່າມກາງປະຊາຊົນ, ພວກເຮົາຕ້ອງສັ່ງຫ້າມຄົນເຫລົ່ານີ້ບໍ່ໃຫ້ເວົ້າອອກຊື່ນັ້ນແກ່ຜູ້ໃດເດັດຂາດ”.
ຫລັງຈາກນັ້ນ ພວກເຂົາຈຶ່ງເອີ້ນພວກເພິ່ນມາອີກ ແລະ ສັ່ງຫ້າມເດັດຂາດບໍ່ໃຫ້ເວົ້າ ຫລື ສອນໃນນາມພຣະເຢຊູເຈົ້າອີກ. ແຕ່ເປໂຕ ແລະ ໂຢຮັນຕອບວ່າ, “ໃຫ້ເຊື່ອຟັງພວກທ່ານ ຫລື ເຊື່ອຟັງພຣະເຈົ້າ ອັນໃດເປັນສິ່ງທີ່ຖືກຕ້ອງຕໍ່ສາຍຕາພຣະເຈົ້າ ພວກທ່ານຈົ່ງຕັດສິນເອົາເອງ! ສຳລັບພວກເຮົາແລ້ວ, ຈະໃຫ້ພວກເຮົາຢຸດເວົ້າເຖິງສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນມາກໍບໍ່ໄດ້”.
ຫລັງຈາກໄດ້ຂົ່ມຂູ່ແລ້ວພວກເຂົາກໍປ່ອຍພວກເພິ່ນໄປ. ພວກເຂົາຕັດສິນໃຈບໍ່ໄດ້ວ່າຈະລົງໂທດພວກເພິ່ນຢ່າງໃດ, ເພາະປະຊາຊົນທັງໝົດພາກັນສັນລະເສີນພຣະເຈົ້າໃນສິ່ງທີ່ເກີດຂຶ້ນນັ້ນ, ເພາະຊາຍຄົນທີ່ໄດ້ຮັບການຮັກສາໃຫ້ຫາຍດີຢ່າງອັດສະຈັນນັ້ນມີອາຍຸເກີນກວ່າສີ່ສິບປີແລ້ວ.
ຄຳອະທິຖານຂອງຜູ້ທີ່ເຊື່ອ
ເມື່ອເປໂຕ ແລະ ໂຢຮັນໄດ້ຮັບການປ່ອຍໂຕແລ້ວ, ພວກເພິ່ນກໍກັບໄປຫາເພື່ອນຂອງຕົນ ແລະ ເລົ່າເລື່ອງທັງໝົດທີ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ໄດ້ເວົ້າແກ່ພວກເພິ່ນນັ້ນ. ເມື່ອພວກເຂົາໄດ້ຍິນດັ່ງນີ້ແລ້ວ, ພວກເຂົາກໍພ້ອມໃຈກັນຍົກສຽງຂຶ້ນອະທິຖານຕໍ່ພຣະເຈົ້າ. ພວກເຂົາກ່າວວ່າ, “ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ, ພຣະອົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆສິ່ງທີ່ຢູ່ໃນນັ້ນ. ພຣະອົງໄດ້ກ່າວໂດຍພຣະວິນຍານບໍລິສຸດເຈົ້າ ໂດຍຜ່ານປາກຂອງຜູ້ຮັບໃຊ້ຂອງພຣະອົງ ຄືດາວິດບັນພະບຸລຸດຂອງພວກຂ້ານ້ອຍວ່າ:
“ ‘ດ້ວຍເຫດໃດຊົນຊາດທັງຫລາຍຈຶ່ງກະບົດ
ແລະ ຊົນຊາດຕ່າງໆຈຶ່ງວາງແຜນການອັນອັນໄຮ້ປະໂຫຍດ?
ບັນດາກະສັດຂອງໂລກນີ້ໄດ້ລຸກຂຶ້ນຕໍ່ຕ້ານ
ແລະ ບັນດາຜູ້ປົກຄອງຮວມຕົວກັນ
ຕໍ່ສູ້ອົງພຣະຜູ້ເປັນເຈົ້າ
ແລະ ຕໍ່ສູ້ຜູ້ທີ່ພຣະອົງເຈີມໄວ້.3’4
ຄວາມຈິງແລ້ວ ເຮໂຣດ ແລະ ປົນທຽວປີລາດໄດ້ມາພົບປະກັນກັບຄົນຕ່າງຊາດ ແລະ ປະຊາຊົນອິດສະຣາເອນໃນນະຄອນນີ້ ເພື່ອຮ່ວມກັນຕໍ່ສູ້ພຣະເຢຊູເຈົ້າຜູ້ຮັບໃຊ້ບໍລິສຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ເຈີມໄວ້. ສິ່ງທີ່ພວກເຂົາໄດ້ເຮັດກໍເປັນສິ່ງທີ່ພຣະອົງກຳນົດໄວ້ກ່ອນແລ້ວທີ່ຈະໃຫ້ເກີດຂຶ້ນໂດຍອຳນາດ ແລະ ຄວາມປະສົງຂອງພຣະອົງ. ອົງພຣະຜູ້ເປັນເຈົ້າ, ບັດນີ້ ຂໍຟັງຄຳຂົ່ມຂູ່ຂອງພວກເຂົາ ແລະ ຂໍໃຫ້ພວກຜູ້ຮັບໃຊ້ຂອງພຣະອົງສາມາດກ່າວພຣະຄຳຂອງພຣະອົງດ້ວຍໃຈກ້າຫານ. ຂໍຢຽດມືຂອງພຣະອົງອອກເພື່ອຮັກສາ ແລະ ຂໍສະແດງໝາຍສຳຄັນ ແລະ ການອັດສະຈັນຕ່າງໆໂດຍນາມຂອງພຣະເຢຊູເຈົ້າຜູ້ຮັບໃຊ້ບໍລິສຸດຂອງພຣະອົງດ້ວຍ”.
ຫລັງຈາກພວກເຂົາໄດ້ອະທິຖານຈົບແລ້ວ, ບ່ອນທີ່ພວກເຂົາເຕົ້າໂຮມກັນຢູ່ນັ້ນກໍສັ່ນສະເທືອນ. ແລະ ພວກເຂົາທັງໝົດກໍເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ກ່າວພຣະຄຳຂອງພຣະເຈົ້າຢ່າງກ້າຫານ.
ຜູ້ທີ່ເຊື່ອແບ່ງປັນສິ່ງທີ່ຕົນມີ
ຜູ້ທີ່ເຊື່ອທັງໝົດກໍເປັນນ້ຳໜຶ່ງໃຈດຽວກັນ. ບໍ່ມີຜູ້ໃດຈັກຄົນອ້າງວ່າສິ່ງຂອງທີ່ຕົນມີຢູ່ນັ້ນເປັນຂອງຕົນເອງ, ແຕ່ພວກເຂົາແບ່ງປັນທຸກສິ່ງທີ່ພວກເຂົາມີ. ດ້ວຍອຳນາດທີ່ຍິ່ງໃຫຍ່ ບັນດາອັກຄະສາວົກໄດ້ເປັນພະຍານຢ່າງຕໍ່ເນື່ອງເຖິງການເປັນຄືນມາຈາກຕາຍຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ. ແລະ ພຣະຄຸນຂອງພຣະເຈົ້າທີ່ເຕັມລົ້ນຢູ່ກັບພວກເຂົາທຸກຄົນ ເຊິ່ງໃນທ່າມກາງພວກເຂົາບໍ່ມີຜູ້ໃດຂັດສົນ. ເພາະບາງຄັ້ງຜູ້ທີ່ມີທີ່ດິນ ຫລື ເຮືອນກໍຂາຍເຮືອນນັ້ນ, ແລ້ວນຳເອົາເງິນທີ່ໄດ້ຈາກການຂາຍນັ້ນ ມາວາງລົງທີ່ຕີນຂອງພວກອັກຄະສາວົກ ແລ້ວຈຶ່ງແຈກຢາຍໃຫ້ແຕ່ລະຄົນຕາມຄວາມຈຳເປັນ.
ໂຢເຊັບຄົນເລວີຈາກເກາະໄຊປຣັດ ຜູ້ທີ່ພວກອັກຄະສາວົກເອີ້ນຊື່ລາວວ່າບາຣະນາບາ (ແປວ່າ ລູກຜູ້ໃຫ້ກຳລັງໃຈ) ກໍໄດ້ຂາຍດິນນາຂອງຕົນທົ່ງໜຶ່ງ ແລ້ວນຳເງິນຈຳນວນນັ້ນມາວາງລົງທີ່ຕີນຂອງພວກອັກຄະສາວົກ.
Source notes (4)
- Footnote ຫລື ຫີນຫົວມຸມ
- Footnote ພສສ 118:22
- Footnote ຄື ພຣະຄຣິດເຈົ້າ ຫລື ພຣະເມຊີອາ
- Footnote ພສສ 2:1,2
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.