Skip to content
BibleKenya

Biblica® Open Lao Contemporary Version

2 ຕີໂມທຽວ 4

ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ​ຜູ້​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ ແລະ ໂດຍ​ຄຳນຶງ​ເຖິງ​ການ​ມາ​ປາກົດ​ຂອງ​ພຣະອົງ ແລະ ອານາຈັກ​ຂອງ​ພຣະອົງ, ເຮົາ​ຂໍ​ຮຽກຮ້ອງ​ເຈົ້າ​ວ່າ: ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ ເພາະວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຄົນ​ທັງຫລາຍ​ຈະ​ທົນ​ກັບ​ຄຳສອນ​ອັນ​ມີ​ຫລັກ​ບໍ່​ໄດ້. ກົງກັນຂ້າມ, ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ພວກເຂົາ ພວກເຂົາ​ຈະ​ຮວບຮວມ​ຄູ​ຈຳນວນ​ຫລາຍ​ໄວ້​ອ້ອມຂ້າງ​ພວກເຂົາ​ເພື່ອ​ເວົ້າ​ໃນ​ສິ່ງ​ທີ່​ຫູ​ຂອງ​ພວກເຂົາ​ຢາກ​ໄດ້​ຍິນ. ພວກເຂົາ​ຈະ​ປິ່ນ​ຫູ​ຂອງ​ພວກເຂົາ​ໜີ​ຈາກ​ຄວາມຈິງ ແລະ ປິ່ນ​ຫູ​ໄປ​ຫາ​ນິຍາຍ​ຕ່າງໆ. ແຕ່​ເຈົ້າ​ຈົ່ງ​ມີ​ສະຕິ​ໃນ​ທຸກ​ສະຖານະການ, ຈົ່ງ​ອົດທົນ​ຕໍ່​ຄວາມຍາກລຳບາກ, ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ, ຈົ່ງ​ເຮັດ​ໜ້າທີ່​ທັງໝົດ​ໃນ​ພັນທະກິດ​ຂອງ​ເຈົ້າ​ໃຫ້​ສຳເລັດ.

ເພາະວ່າ​ເຮົາ​ກຳລັງ​ຖືກ​ເທ​ອອກ​ແລ້ວ​ເໝືອນດັ່ງ​ເຄື່ອງດື່ມ​ບູຊາ ແລະ ເວລາ​ຂອງ​ການຈາກໄປ​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ. ເຮົາ​ໄດ້​ຕໍ່ສູ້​ຢ່າງ​ເຂັ້ມແຂງ, ເຮົາ​ໄດ້​ແລ່ນແຂ່ງຂັນ​ຈົນ​ເຖິງ​ເສັ້ນໄຊ, ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ. ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.

ຂໍ້ຄິດເຫັນ​ສ່ວນໂຕ

ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ຫາ​ເຮົາ​ໂດຍ​ໄວ​ທີ່ສຸດ, ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ. ຍັງ​ເຫລືອ​ແຕ່​ລູກາ​ທີ່​ຢູ່​ກັບ​ເຮົາ. ຈົ່ງ​ພາ​ມາຣະໂກ​ມາ​ກັບ​ເຈົ້າ​ເພາະ​ລາວ​ຊ່ວຍ​ໃນ​ພັນທະກິດ​ຂອງ​ເຮົາ​ໄດ້​ຫລາຍ. ເຮົາ​ໄດ້​ສົ່ງ​ຕີຂີໂກ​ໄປ​ຍັງ​ເມືອງ​ເອເຟໂຊ. ເມື່ອ​ເຈົ້າ​ມາ​ຫາ​ເຮົາ, ຈົ່ງ​ນຳ​ເສື້ອຄຸມ​ທີ່​ເຮົາ​ປະ​ໄວ້​ກັບ​ກາຣະໂປ ທີ່​ເມືອງ​ໂທອາດ ແລະ ໜັງສືມ້ວນ​ຂອງ​ເຮົາ​ມາ​ດ້ວຍ, ໂດຍ​ສະເພາະ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນໜັງ.

ອາເລັກຊັນເດີ ຊ່າງ​ທອງແດງ​ໄດ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ອັນຕະລາຍ​ຢ່າງ​ຫລວງຫລາຍ. ອົງພຣະຜູ້ເປັນເຈົ້າ​ຈະ​ຕອບແທນ​ໃນ​ສິ່ງ​ທີ່​ລາວ​ໄດ້​ເຮັດ. ເຈົ້າ​ເອງ​ກໍ​ເໝືອນກັນ​ຈະ​ຕ້ອງ​ລະວັງ​ລາວ​ໄວ້​ໃຫ້​ດີ ເພາະ​ລາວ​ຕໍ່ຕ້ານ​ຖ້ອຍຄຳ​ຂອງ​ພວກເຮົາ​ຢ່າງ​ຮຸນແຮງ.

ໃນ​ການສູ້ຄະດີ​ຄັ້ງ​ທຳອິດ​ຂອງ​ເຮົາ​ນັ້ນ, ບໍ່​ມີ​ຜູ້ໃດ​ຢູ່​ຝ່າຍ​ເຮົາ​ເລີຍ ທຸກຄົນ​ປະຖິ້ມ​ເຮົາ​ໝົດ. ຂໍ​ຢ່າ​ໃຫ້​ພວກເຂົາ​ຕ້ອງ​ໄດ້​ຮັບໂທດ. ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ. ອົງພຣະຜູ້ເປັນເຈົ້າ​ຈະ​ຊ່ວຍ​ກອບກູ້​ເຮົາ​ຈາກ​ການໂຈມຕີ​ທີ່​ຊົ່ວຮ້າຍ​ທຸກຢ່າງ ແລະ ຈະ​ນຳ​ເຮົາ​ເຂົ້າ​ສູ່​ອານາຈັກ​ສະຫວັນ​ຂອງ​ພຣະອົງ​ຢ່າງ​ປອດໄພ. ຂໍ​ໃຫ້​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.

ຄຳລົງທ້າຍ

ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ1​ກັບ​ອາກີລາ ແລະ ຄົວເຮືອນ​ຂອງ​ໂອເນຊິໂຟໂຣ.

ເອຣາຊະໂຕ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ ແລະ ເຮົາ​ໄດ້​ປະ​ໂທຟີໂມ​ທີ່​ປ່ວຍ​ຢູ່​ໄວ້​ທີ່​ເມືອງ​ມີເລໂຕ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ເຖິງ​ບ່ອນ​ນີ້​ກ່ອນ​ລະດູ​ໜາວ.

ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງ​ທັງໝົດ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.

ຂໍ​ອົງພຣະຜູ້ເປັນເຈົ້າ​ສະຖິດ​ກັບ​ຈິດວິນຍານ​ຂອງ​ເຈົ້າ ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກ​ຄົນ.

Source notes (1)
  1. Footnote ພາສາ​ກຣີກ​ວ່າ ປິດຄາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ປີຊະກີລາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.