Biblica® Open Lao Contemporary Version
ຕີໂຕ 1
ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ເພື່ອຄວາມເຊື່ອຂອງຜູ້ທີ່ພຣະເຈົ້າໄດ້ເລືອກ ແລະ ເພື່ອຄວາມຮູ້ເຖິງຄວາມຈິງອັນນໍາໄປສູ່ທາງພຣະເຈົ້າ ດ້ວຍຫວັງວ່າຈະໄດ້ຊີວິດນິລັນດອນ ເຊິ່ງພຣະເຈົ້າຜູ້ບໍ່ກ່າວຕົວະໄດ້ສັນຍາໄວ້ຕັ້ງແຕ່ກ່ອນຈຸດເລີ່ມຕົ້ນຂອງເວລາ ແລະ ເມື່ອເຖິງເວລາທີ່ກຳນົດໄວ້ ພຣະອົງກໍໄດ້ເປີດເຜີຍຖ້ອຍຄຳຂອງພຣະອົງຜ່ານທາງການປະກາດທີ່ໄດ້ມອບໝາຍໃຫ້ແກ່ເຮົາຕາມຄຳສັ່ງຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,
ເຖິງຕີໂຕ ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອດຽວກັນ.
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະຄຣິດເຈົ້າເຢຊູອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ຈົ່ງມີແກ່ເຈົ້າ.
ການແຕ່ງຕັ້ງຜູ້ປົກຄອງຜູ້ຮັກສິ່ງທີ່ດີ
ເຫດຜົນທີ່ເຮົາໄດ້ປະເຈົ້າໄວ້ທີ່ເກາະກະເຣເຕກໍເພື່ອໃຫ້ເຈົ້າຈັດການກັບວຽກງານທີ່ຍັງຄ້າງຄາ ແລະ ແຕ່ງຕັ້ງ1ຄະນະຜູ້ປົກຄອງຂອງຄຣິສຕະຈັກໃນທຸກເມືອງຕາມທີ່ເຮົາໄດ້ສັ່ງເຈົ້າໄວ້. ຄືຜູ້ປົກຄອງນັ້ນຕ້ອງບໍ່ມີຕຳໜິ, ສັດຊື່ຕໍ່ເມຍຂອງຕົນ, ມີລູກທີ່ເຊື່ອໃນພຣະເຈົ້າ ແລະ ບໍ່ຖືກກ່າວຫາວ່າເປັນຄົນປ່າເຖື່ອນ ແລະ ບໍ່ເຊື່ອຟັງ. ເພາະວ່າຜູ້ດູແລຮັບຜິດຊອບຄອບຄົວຂອງພຣະເຈົ້າ ລາວຕ້ອງເປັນຜູ້ທີ່ບໍ່ມີຕຳໜິ, ບໍ່ເອົາແຕ່ໃຈ, ບໍ່ເປັນຄົນເລືອດຮ້ອນ, ບໍ່ເປັນຄົນເມົາເຫລົ້າ, ບໍ່ໃຊ້ຄວາມຮຸນແຮງ, ບໍ່ເປັນຄົນໂລບຫາກຳໄລໃນທາງທີ່ບໍ່ສັດຊື່ ແຕ່ລາວຕ້ອງເປັນຜູ້ມີນໍ້າໃຈຕ້ອນຮັບແຂກ, ເປັນຜູ້ຮັກຄວາມດີ, ຄວບຄຸມຕົນເອງໄດ້, ຍຸຕິທຳ, ບໍລິສຸດ ແລະ ມີລະບຽບວິໄນ, ລາວຈະຕ້ອງຢຶດໝັ້ນໃນຫລັກຄຳສອນອັນເຊື່ອຖືໄດ້ຕາມທີ່ໄດ້ຮຽນຮູ້ມາ ເພື່ອວ່າລາວຈະສາມາດໜູນໃຈຄົນອື່ນດ້ວຍຄຳສອນອັນມີຫລັກ ແລະ ຊີ້ແຈງຕໍ່ຜູ້ທີ່ຄັດຄ້ານຄຳສອນນັ້ນ.
ຕັກເຕືອນບັນດາຜູ້ທີ່ບໍ່ເຮັດຄວາມດີ
ເພາະວ່າມີຫລາຍຄົນທີ່ມັກຂັດຂືນບໍ່ເຊື່ອຟັງ ເຕັມໄປດ້ວຍຄຳເວົ້າທີ່ບໍ່ມີຄວາມໝາຍ ແລະ ຫລອກລວງ, ໂດຍສະເພາະບັນດາຄົນທີ່ຢູ່ຝ່າຍພິທີຕັດ. ພວກເຂົາຈະຕ້ອງໄດ້ມິດງຽບ ເພາະພວກເຂົາໄດ້ລົບກວນຫລາຍຄອບຄົວໂດຍການສອນສິ່ງທີ່ພວກເຂົາບໍ່ຄວນສອນ ແລະ ການສອນນັ້ນກໍເພື່ອຫາປະໂຫຍດໃນທາງບໍ່ສັດຊື່ ຜູ້ທຳນວາຍຄົນໜຶ່ງຈາກເກາະກາເຣເຕເອງໄດ້ກ່າວວ່າ: “ຊາວກະເຣເຕເປັນຄົນມັກຕົວະສະເໝີ, ເປັນສັດເດຍລະສານຊົ່ວຮ້າຍ, ເປັນຄົນຂີ້ຄ້ານມັກງ່າຍ” ຄຳເວົ້ານີ້ເປັນຄວາມຈິງ. ເຫດສະນັ້ນ ຈົ່ງຕັກເຕືອນພວກເຂົາຢ່າງຮຸນແຮງ ເພື່ອພວກເຂົາຈະມີຄວາມເຊື່ອໝັ້ນຄົງ. ແລະ ເພື່ອບໍ່ໃຫ້ໃສ່ໃຈນິຍາຍຂອງພວກຢິວ ຫລື ກົດເກນມະນຸດຂອງບັນດາຜູ້ທີ່ປະຕິເສດຄວາມຈິງ. ສຳລັບຄົນສະອາດນັ້ນ, ທຸກສິ່ງກໍສະອາດ ແຕ່ສຳລັບຄົນທີ່ເປັນມົນທິນ ແລະ ຄົນທີ່ບໍ່ເຊື່ອນັ້ນ ບໍ່ມີສິ່ງໃດສະອາດເລີຍ ຄວາມຈິງແລ້ວ ຄວາມຄິດຈິດໃຈ ແລະ ຈິດສຳນຶກຂອງພວກເຂົາກໍເສື່ອມຊາມ. ພວກເຂົາປະກາດວ່າຮູ້ຈັກພຣະເຈົ້າ ແຕ່ການກະທຳຂອງພວກເຂົາກັບປະຕິເສດພຣະອົງ. ພວກເຂົາເປັນທີ່ໜ້າກຽດຊັງ, ບໍ່ເຊື່ອຟັງ ແລະບໍ່ເໝາະສົມສຳລັບການເຮັດດີໃດໆ.
Source notes (1)
- Footnote ຫລື ສະຖາປະນາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.