Biblica® Open Lao Contemporary Version
2 ເປໂຕ 3
ວັນແຫ່ງອົງພຣະຜູ້ເປັນເຈົ້າ
ເພື່ອນທີ່ຮັກທັງຫລາຍເອີຍ, ນີ້ເປັນຈົດໝາຍສະບັບທີສອງຂອງເຮົາເຖິງພວກເຈົ້າ. ເຮົາໄດ້ຂຽນມາທັງສອງສະບັບເປັນເຄື່ອງເຕືອນໃຈເພື່ອກະຕຸ້ນພວກເຈົ້າໃຫ້ມີຄວາມຄິດໃນທາງທີ່ບໍລິສຸດ ເຮົາຢາກໃຫ້ພວກເຈົ້າລະນຶກເຖິງຖ້ອຍຄຳທີ່ພວກຜູ້ທຳນວາຍບໍລິສຸດກ່າວໄວ້ໃນເມື່ອກ່ອນນັ້ນ ແລະ ລະນຶກເຖິງຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາໄດ້ສັ່ງຜ່ານທາງພວກອັກຄະສາວົກຂອງພວກເຈົ້າ.
ເໜືອສິ່ງໃດທັງໝົດ, ພວກເຈົ້າຕ້ອງເຂົ້າໃຈວ່າໃນຍຸກສຸດທ້າຍຜູ້ມັກເຢາະເຢີ້ຍຈະມາເຢາະເຢີ້ຍ ແລະ ເຮັດຕາມຄວາມປາຖະໜາຊົ່ວຂອງພວກເຂົາ. ພວກເຂົາຈະເວົ້າວ່າ, “ຢູ່ໃສ ‘ການມາ’ ທີ່ພຣະອົງໄດ້ສັນຍາໄວ້? ດົນນານມາແລ້ວຕັ້ງແຕ່ບັນພະບຸລຸດຂອງພວກເຮົາໄດ້ຕາຍໄປ, ທຸກຢ່າງກໍດຳເນີນໄປເໝືອນທີ່ເປັນມາຕັ້ງແຕ່ເລີ່ມສ້າງໂລກ”. ແຕ່ພວກເຂົາຕັ້ງໃຈລືມວ່າດົນນານມາແລ້ວໂດຍພຣະຄຳຂອງພຣະເຈົ້າ ຟ້າສະຫວັນກໍເກີດມີຂຶ້ນມາ ແລະ ແຜ່ນດິນໂລກກໍກໍ່ຮ່າງຂຶ້ນມາຈາກນ້ຳ ແລະ ໂດຍມີນໍ້າອ້ອມຮອບ. ໂດຍນ້ຳເຫລົ່ານີ້ເອງທີ່ໄດ້ຖ້ວມ ແລະ ໄດ້ທຳລາຍໂລກໃນເວລານັ້ນ. ໂດຍພຣະຄຳອັນດຽວກັນນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກປັດຈຸບັນກໍຖືກສະຫງວນໄວ້ໃຫ້ໄຟເຜົາຜານ ຖືກເກັບໄວ້ເພື່ອວັນແຫ່ງການພິພາກສາ ແລະ ຈິບຫາຍຂອງຄົນອະທຳ.
ເພື່ອນທີ່ຮັກເອີຍ, ແຕ່ຢ່າລືມຂໍ້ນີ້ຄື: ສຳລັບອົງພຣະຜູ້ເປັນເຈົ້າແລ້ວໜຶ່ງວັນກໍເໝືອນໜຶ່ງພັນປີ ແລະ ໜຶ່ງພັນປີກໍເໝືອນໜຶ່ງວັນ. ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊ້າທີ່ຈະເຮັດຕາມສັນຍາເໝືອນດັ່ງທີ່ບາງຄົນເຂົ້າໃຈວ່າຊ້າ. ແຕ່ພຣະອົງອົດທົນຕໍ່ພວກເຈົ້າ, ພຣະອົງບໍ່ຕ້ອງການໃຫ້ຜູ້ໃດຈິບຫາຍໄປ, ແຕ່ຕ້ອງການໃຫ້ທຸກຄົນກັບມາເພື່ອຖິ້ມໃຈເກົ່າເອົາໃຈໃໝ່.
ແຕ່ວັນແຫ່ງອົງພຣະຜູ້ເປັນເຈົ້າຈະມາເໝືອນດັ່ງຂະໂມຍ. ຟ້າສະຫວັນຈະຫາຍໄປດ້ວຍສຽງດັງກ້ອງສະໜັ່ນ ແລະ ອົງປະກອບທັງຫລາຍຈະຖືກທຳລາຍດ້ວຍໄຟ. ແລະ ແຜ່ນດິນໂລກກັບສັບພະທຸກສິ່ງທີ່ຢູ່ໃນນັ້ນຈະຖືກທຳລາຍໝົດ.1
ໃນເມື່ອທຸກສິ່ງຈະຖືກທຳລາຍລົງຢ່າງນີ້ ພວກເຈົ້າຄວນຈະເປັນຄົນແບບໃດ? ພວກເຈົ້າຄວນດຳເນີນຊີວິດຢ່າງບໍລິສຸດ ແລະ ຢູ່ໃນທາງຂອງພຣະເຈົ້າ ຂະນະທີ່ພວກເຈົ້າຄອຍຖ້າວັນຂອງພຣະເຈົ້າ ແລະ ເຮັ່ງຮີບໃຫ້ວັນນັ້ນມາໂດຍໄວ.2 ວັນນັ້ນຈະນຳການທຳລາຍມາສູ່ຟ້າສະຫວັນດ້ວຍໄຟ ແລະ ອົງປະກອບຕ່າງໆກໍຈະຖືກລະລາຍໄປໃນຄວາມຮ້ອນ. ແຕ່ດ້ວຍການຢຶດໝັ້ນໃນຄຳສັນຍາຂອງພຣະອົງ ພວກເຮົາກຳລັງຄອຍຖ້າຟ້າສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ ເຊິ່ງເປັນທີ່ສະຖິດຂອງຄວາມຊອບທຳ.
ດ້ວຍເຫດນັ້ນ, ເພື່ອນທີ່ຮັກທັງຫລາຍເອີຍ, ໃນເມື່ອພວກເຈົ້າກຳລັງຄອຍຖ້າສິ່ງນີ້ຢູ່, ຈົ່ງພະຍາຍາມທຸກວິທີທີ່ຈະໃຫ້ພຣະອົງເຫັນວ່າພວກເຈົ້າບໍ່ມີດ່າງພອຍ, ບໍ່ມີຕຳໜິ ແລະ ມີສັນຕິສຸກກັບພຣະອົງ. ຈົ່ງລະນຶກວ່າທີ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາອົດທົນກໍເພື່ອໃຫ້ຄົນທັງຫລາຍມີໂອກາດໄດ້ຮັບຄວາມພົ້ນ ເໝືອນດັ່ງທີ່ໂປໂລນ້ອງທີ່ຮັກຂອງພວກເຮົາໄດ້ຂຽນຈົດໝາຍມາເຖິງພວກເຈົ້າດ້ວຍສະຕິປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ. ຈົດໝາຍທຸກສະບັບຂອງເພິ່ນໄດ້ກ່າວເຖິງເລື່ອງເຫລົ່ານີ້ໄວ້ໃນທຳນອງດຽວກັນ. ໃນຈົດໝາຍຂອງເພິ່ນມີບາງຢ່າງທີ່ເຂົ້າໃຈຍາກ ເຊິ່ງພວກຄົນໂງ່ ແລະ ພວກຄົນບໍ່ໜັກແໜ້ນໄດ້ບິດເບືອນໄປ, ເໝືອນດັ່ງທີ່ພວກເຂົາໄດ້ບິດເບືອນພຣະຄຳພີຂໍ້ອື່ນໆທີ່ນຳການທຳລາຍມາສູ່ພວກເຂົາເອງ.
ເຫດສະນັ້ນ ເພື່ອນທີ່ຮັກທັງຫລາຍເອີຍ, ໃນເມື່ອພວກເຈົ້າໄດ້ຮັບການເຕືອນລ່ວງໜ້າຢ່າງນີ້ແລ້ວ ກໍຈົ່ງລະມັດລະວັງເພື່ອພວກເຈົ້າຈະບໍ່ຖືກຊັກຈູງໃຫ້ຫລົງຜິດໄປຕາມຄົນຂາດສິນທຳ ແລະ ບໍ່ຕົກຈາກບ່ອນອັນໝັ້ນຄົງຂອງພວກເຈົ້າ. ແຕ່ຈົ່ງຈະເລີນຂຶ້ນໃນພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ຮູ້ຈັກພຣະອົງໃຫ້ຫລາຍຂຶ້ນ.
ຂໍໃຫ້ກຽດສະຫງ່າລາສີຈົ່ງມີແກ່ພຣະອົງທັງບັດນີ້ ແລະ ຕະຫລອດໄປ. ອາແມນ.
Source notes (2)
- Footnote ສຳເນົາຕົ້ນສະບັບບາງສຳເນົາວ່າ ຈະຖືກເຜົາໄໝ້ຈົນໝົດກ້ຽງ
- Footnote ຫລື ຂະນະທີ່ພວກເຈົ້າເຝົ້າລໍວັນຂອງພຣະເຈົ້າດ້ວຍຄວາມກະຕືລືລົ້ນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.