Biblica® Open Lao Contemporary Version
1 ໂຢຮັນ 1
ພຣະທຳແຫ່ງຊີວິດ
ພວກເຮົາໄດ້ປະກາດກ່ຽວກັບພຣະທຳແຫ່ງຊີວິດ ເຊິ່ງດຳລົງຢູ່ຕັ້ງແຕ່ປະຖົມມະການ, ເຊິ່ງພວກເຮົາໄດ້ຍິນ, ເຊິ່ງພວກເຮົາໄດ້ເຫັນກັບຕາ, ເຊິ່ງພວກເຮົາໄດ້ແນມເບິ່ງ ແລະ ໄດ້ສຳພັດດ້ວຍມືຂອງພວກເຮົາ. ຊີວິດນີ້ໄດ້ປາກົດຂຶ້ນແລ້ວ, ພວກເຮົາໄດ້ເຫັນ, ໄດ້ເປັນພະຍານ ແລະ ພວກເຮົາປະກາດໃຫ້ພວກເຈົ້າຮູ້ເຖິງຊີວິດນິລັນດອນ ເຊິ່ງດຳລົງຢູ່ກັບພຣະບິດາເຈົ້າ ແລະ ໄດ້ປາກົດແກ່ພວກເຮົາ. ພວກເຮົາປະກາດໃຫ້ພວກເຈົ້າຮູ້ເຖິງສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນ ເພື່ອພວກເຈົ້າຈະໄດ້ຮ່ວມສາມັກຄີທຳກັບພວກເຮົາ. ແລະ ຄວາມສາມັກຄີທຳຂອງພວກເຮົາກັບພຣະບິດາເຈົ້າ ແລະ ກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າ. ພວກເຮົາຂຽນຂໍ້ຄວາມເຫລົ່ານີ້ມາເພື່ອໃຫ້ຄວາມຊື່ນຊົມຍິນດີຂອງພວກເຮົາ1ທັງຫລາຍຄົບເຕັມບໍລິບູນ.
ຄວາມສະຫວ່າງ ແລະ ຄວາມມືດ, ຄວາມບາບ ແລະ ການໃຫ້ອະໄພ
ນີ້ເປັນຖ້ອຍຄຳທີ່ພວກເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ພວກເຈົ້າຄື: ພຣະເຈົ້າເປັນຄວາມສະຫວ່າງ, ໃນພຣະອົງບໍ່ມີຄວາມມືດເລີຍ. ຖ້າພວກເຮົາອ້າງວ່າມີຄວາມສາມັກຄີທຳກັບພຣະອົງແຕ່ຍັງເດີນຢູ່ໃນຄວາມມືດ ພວກເຮົາກໍຕົວະ ແລະ ບໍ່ໄດ້ດຳເນີນຊີວິດໂດຍຄວາມຈິງ. ແຕ່ຖ້າພວກເຮົາເດີນຢູ່ໃນຄວາມສະຫວ່າງເໝືອນດັ່ງພຣະອົງຢູ່ໃນຄວາມສະຫວ່າງ, ພວກເຮົາກໍຮ່ວມສາມັກຄີທຳດ້ວຍກັນ ແລະ ໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງກໍຊຳລະພວກເຮົາຈາກຄວາມບາບທັງໝົດ.2
ຖ້າພວກເຮົາອ້າງວ່າບໍ່ມີບາບ, ພວກເຮົາກໍຫລອກລວງຕົນເອງ ແລະ ຄວາມຈິງບໍ່ໄດ້ຢູ່ໃນພວກເຮົາເລີຍ. ຖ້າພວກເຮົາສາລະພາບບາບທັງຫລາຍຂອງພວກເຮົາ, ພຣະອົງສັດຊື່ ແລະ ທ່ຽງທຳຈະອະໄພບາບຂອງພວກເຮົາ ແລະ ຊຳລະພວກເຮົາໃຫ້ພົ້ນຈາກຄວາມອະທຳທັງໝົດ. ຖ້າພວກເຮົາອ້າງວ່າບໍ່ໄດ້ເຮັດບາບ ພວກເຮົາກໍເຮັດໃຫ້ພຣະອົງເປັນຜູ້ຕົວະ ແລະ ພຣະຄຳຂອງພຣະອົງກໍບໍ່ໄດ້ຢູ່ໃນພວກເຮົາເລີຍ.
Source notes (2)
- Footnote ບາງສະບັບທີ່ຂຽນດ້ວຍມືວ່າ ຂອງພວກເຈົ້າ
- Footnote ຫລື ບາບທຸກຢ່າງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.