Skip to content
BibleKenya

Biblica® Open Lao Contemporary Version

1 ໂຢຮັນ 2

ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ. ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.

ຄວາມ​ຮັກ ແລະ ຄວາມກຽດຊັງ​ຕໍ່​ຜູ້ທີ່ເຊື່ອ​ດ້ວຍ​ກັນ

ຖ້າ​ພວກເຮົາ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ພຣະອົງ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ. ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ. ແຕ່​ຖ້າ​ຜູ້ໃດ​ກໍ​ຕາມ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ ຄວາມ​ຮັກ​ຕໍ່​ພຣະເຈົ້າ1​ກໍ​ຄົບຖ້ວນ​ສົມບູນ​ຢູ່​ໃນ​ຜູ້​ນັ້ນ​ຢ່າງ​ແທ້ຈິງ. ດ້ວຍ​ວິທີ​ນີ້​ພວກເຮົາ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ​ຄື: ຜູ້ໃດ​ກໍຕາມ​ທີ່​ອ້າງ​ວ່າ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ຜູ້​ນັ້ນ​ຈະ​ຕ້ອງ​ດຳເນີນຊີວິດ​ເໝືອນດັ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ດຳເນີນ.

ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ບໍ່​ໄດ້​ຂຽນ​ຄຳສັ່ງ​ຂໍ້​ໃໝ່​ມາ​ເຖິງ​ພວກເຈົ້າ ແຕ່​ນີ້​ເປັນ​ຄຳສັ່ງ​ເກົ່າ​ທີ່​ພວກເຈົ້າ​ມີ​ມາ​ຕັ້ງແຕ່​ເລີ່ມຕົ້ນ​ແລ້ວ. ຄຳສັ່ງ​ເກົ່າ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ. ເຖິງ​ຢ່າງໃດ​ກໍ​ຕາມ ເຮົາ​ຂຽນ​ຄຳສັ່ງ​ໃໝ່​ເຖິງ​ພວກເຈົ້າ, ພວກເຈົ້າ​ກໍ​ໄດ້​ເຫັນ​ຄຳສັ່ງ​ນີ້​ເປັນຈິງ​ໃນ​ພຣະອົງ ແລະ ໃນ​ພວກເຈົ້າ, ເພາະວ່າ​ຄວາມມືດ​ກຳລັງ​ຜ່ານພົ້ນໄປ ແລະ ຄວາມສະຫວ່າງ​ແທ້​ນັ້ນ​ກໍ​ກຳລັງ​ສ່ອງສະຫວ່າງ​ຢູ່​ແລ້ວ.

ຜູ້ໃດ​ທີ່​ອ້າງ​ວ່າ​ຢູ່​ໃນ​ຄວາມສະຫວ່າງ​ແຕ່​ຍັງ​ກຽດຊັງ​ພີ່ນ້ອງ2​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ. ຜູ້ໃດ​ທີ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມສະຫວ່າງ ແລະ ບໍ່​ມີ​ສິ່ງໃດ​ໃນ​ຜູ້​ນັ້ນ​ທີ່​ເຮັດ​ໃຫ້​ພວກເຂົາ​ຊູນສະດຸດ. ແຕ່​ຜູ້ໃດ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມມືດ ແລະ ຍ່າງ​ວົນວຽນ​ຢູ່​ໃນ​ຄວາມມືດ. ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ​ເພາະວ່າ​ຄວາມມືດ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕາບອດ.

ເຫດຜົນ​ຂອງ​ການຂຽນ

ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ,

ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.

ບິດາ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ

ເພາະວ່າ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ.

ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ

ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ນັ້ນ.

ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ

ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະບິດາເຈົ້າ.

ພໍ່​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ

ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ.

ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ

ເພາະ​ພວກເຈົ້າ​ເຂັ້ມແຂງ

ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຈົ້າ

ແລະ ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.

ຢ່າ​ຮັກ​ໂລກ

ຢ່າ​ຮັກ​ໂລກ ຫລື ສິ່ງໃດ​ທີ່​ຢູ່​ໃນ​ໂລກ. ຖ້າ​ຜູ້ໃດ​ຮັກ​ໂລກ, ຄວາມ​ຮັກ​ຂອງ​ພຣະບິດາເຈົ້າ3​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ. ເພາະ​ທຸກສິ່ງ​ທີ່​ຢູ່​ໃນ​ໂລກ​ບໍ່​ວ່າ​ຈະ​ເປັນ​ຕັນຫາ​ຂອງ​ເນື້ອໜັງ, ຕັນຫາ​ຂອງ​ຕາ ແລະ ຄວາມ​ອວດອົ່ງ​ຂອງ​ຊີວິດ ເຊິ່ງ​ບໍ່​ໄດ້​ມາ​ຈາກ​ພຣະບິດາເຈົ້າ​ແຕ່​ມາ​ຈາກ​ໂລກ. ໂລກ ແລະ ຄວາມປາຖະໜາ​ຕ່າງໆ​ຂອງ​ໂລກ​ກໍ​ເສື່ອມສູນ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ດຳລົງ​ຢູ່​ຕະຫລອດໄປ.

ການເຕືອນ​ຕໍ່ຕ້ານ​ການ​ປະຕິເສດ​ພຣະບຸດ

ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້​ເປັນ​ວາລະ​ສຸດທ້າຍ​ແລ້ວ; ແລະ ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ວ່າ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກຳລັງ​ມາ​ນັ້ນ, ແມ່ນ​ແຕ່​ບັດນີ້​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກໍ​ໄດ້​ມາ​ຫລາຍ​ແລ້ວ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ​ນີ້​ເປັນ​ວາລະ​ສຸດທ້າຍ. ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.

ແຕ່​ພວກເຈົ້າ​ທັງຫລາຍ​ໄດ້​ຮັບ​ການເຈີມ​ຈາກ​ອົງ​ບໍລິສຸດ​ແລ້ວ ແລະ ພວກເຈົ້າ​ທຸກຄົນ​ກໍ​ຮູ້​ຄວາມຈິງ4​ແລ້ວ. ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ. ຜູ້ໃດ​ເປັນ​ຜູ້ຕົວະ? ກໍ​ຄື​ຄົນ​ທີ່​ປະຕິເສດ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ. ຄົນ​ຢ່າງ​ນີ້​ແຫລະ​ເປັນ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ, ພວກເຂົາ​ປະຕິເສດ​ພຣະບິດາເຈົ້າ ແລະ ພຣະບຸດ. ຜູ້ໃດ​ທີ່​ປະຕິເສດ​ພຣະບຸດ​ກໍ​ບໍ່​ມີ​ພຣະບິດາເຈົ້າ, ຜູ້ໃດ​ທີ່​ຍອມຮັບ​ພຣະບຸດ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.

ສຳລັບ​ພວກເຈົ້າ​ແລ້ວ, ຈົ່ງ​ໃຫ້​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ​ດຳລົງ​ຢູ່​ໃນ​ພວກເຈົ້າ. ຖ້າ​ສິ່ງ​ນີ້​ດຳລົງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ດຳລົງ​ຢູ່​ໃນ​ພຣະບຸດ ແລະ ໃນ​ພຣະບິດາເຈົ້າ​ເໝືອນກັນ. ແລະ ນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຮົາ​ຄື​ຊີວິດ​ນິລັນດອນ.

ເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ​ກ່ຽວກັບ​ບັນດາ​ຜູ້​ທີ່​ພະຍາຍາມ​ທີ່​ຈະ​ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ. ສ່ວນ​ພວກເຈົ້າ​ທັງຫລາຍ, ການເຈີມ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ກໍ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ມີ​ຜູ້ໃດ​ມາ​ສອນ​ພວກເຈົ້າ. ແຕ່​ເພາະ​ການເຈີມ​ຂອງ​ພຣະອົງ​ສອນ​ພວກເຈົ້າ​ທຸກສິ່ງ ແລະ ການເຈີມ​ນັ້ນ​ກໍ​ເປັນ​ການເຈີມ​ແທ້, ບໍ່​ແມ່ນ​ປອມແປງ ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕາມ​ທີ່​ການເຈີມ​ໄດ້​ສອນ​ພວກເຈົ້າ​ໄວ້​ແລ້ວ.

ບັນດາ​ລູກ​ຂອງ​ພຣະເຈົ້າ ແລະ ຄວາມບາບ

ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.

ຖ້າ​ພວກເຈົ້າ​ຮູ້ຈັກ​ວ່າ​ພຣະອົງ​ຊອບທຳ, ພວກເຈົ້າ​ກໍ​ຮູ້ຈັກ​ວ່າ​ທຸກຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໄດ້​ເກີດ​ຈາກ​ພຣະອົງ.

Source notes (4)
  1. Footnote ຫລື ຖ້ອຍຄຳ, ຄວາມ​ຮັກ​ຂອງ​ພຣະເຈົ້າ
  2. Footnote ພາສາກຣີກ​ໝາຍເຖິງ​ຜູ້ທີ່ເຊື່ອ​ບໍ່ວ່າ ແມ່ຍິງ ຫລື ຜູ້ຊາຍ ເໝືອນກັບ​ຂໍ້ 10 ແລະ ຂໍ້ 11
  3. Footnote ຫລື ໂລກ, ຄວາມ​ຮັກ​ຂອງ​ພຣະບິດາເຈົ້າ
  4. Footnote ສະບັບ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ວ່າ ແລະ​ພວກເຈົ້າ​ກໍ​ຮູ້​ທຸກສິ່ງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.